ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫລາຍ​ລ້ານ​ຄົນ ຢູ່​ທົ່ວ​ໂລກ ​ຖືກບອກ​ ບໍ່​ໃຫ້​ອອກ​ເຮືອນ​ ເພື່ອ​ສະ​ກັດ​ກັ້ນ ການ​ລະ​ບາດ​ຂອງ​ໄວ​ຣັ​ສ ໂຄ​ໂຣ​ນາ


ຄຳປະ​ກາດ​ໃຫ້​ຄົນ​ຖາມ​ຂໍ້​ມູນ​ກ່ຽວ​ກັບເຊື້ອໄວ​ຣັ​ສໂຄວິດ (COVID) 19
ຄຳປະ​ກາດ​ໃຫ້​ຄົນ​ຖາມ​ຂໍ້​ມູນ​ກ່ຽວ​ກັບເຊື້ອໄວ​ຣັ​ສໂຄວິດ (COVID) 19

ຄຳ​ສັ່ງ​ຂອງ​ລັດ​ຖະ​ບານ​ຢູ່​ໃນ​ຫລາຍ​ລະ​ດັບ​ທີ່ບອ​ກ​ໃຫ້​ຄົນ​ພາ​ກັນ​ຢູ່​ເຮືອນ ຫລືບໍ່​ຢ່າງ​ໜ້ອຍ​ກໍ​ໃຫ້​ຫລີກ​ລ້ຽງ ​ໄປ​ບ່ອນ​ທີ່​ມີ​ຄົນ​ຫລາຍນັ້ນ ໄດ້​ເຮັດ​ໃຫ້​ມີ​ການ​ປ່ຽນ​ແປງ ໃນ​ການ​ດຳ​ລົງ​ຊີ​ວິດ​ ຂອງ​ຄົນ​ຫລາຍ​ສິບ​ລ້ານ​ຄົນ​ຢູ່ທົ່ວ​ໂລກ ໃນ​ຂະ​ນະ​ທີ່​ບັນ​ດາ​ເຈົ້າ​ໜ້າ​ທີ່​ຫາ​ທາງ​ທີ່​ຈະ​ເຮັດ​ໃຫ້ເກີດ ​ຫລືບໍ່ ​ກໍຮັກ​ສາ​ຄວາມກ້າວໜ້າ​ໃນ​ການ​ຄວບ​ຄຸມ ການ​ລະ​ບາດ​ຂອງ​ເຊື້ອໄວ​ຣັ​ສ​ໂຄ​ໂຣ​ນາ​ໄ​ວ້.

ເກົາ​ຫລີ​ໃຕ້​ກຳ​ລັງ​ປະ​ຕິ​ບັດ​ການກວດ​ກາຄົນ​ເຂົ້າ​ເມືອງ​ຢ່າງ​ເຄັ່ງ​ຄັດ ເພື່ອ​ປ້ອງ​ກັນ​ບໍ່​ໃຫ້ມີ​ການ​ນຳ​ເອົາກໍ​ລະ​ນີຄົນ​ຕິດ​ເຊື້ອເຂົ້າ​ໄປ​ໃນ​ປະ​ເທດ​ອີກ ໃນ​ເວ​ລາ​ທີ່​ການ​ແຜ່​ຜາຍ​ຂອງ​ໄວ​ຣັ​ສ​ຢູ່​ພາຍ​ໃນ​ປະ​ເທດ​ດັ່ງ​ກ່າວໄດ້​ຊັກ​ຊ້າ​ລົງ​ຢ່າງ​ຫລວງ​ຫລາຍ​ຢູ່ນີ້.

ຈີນ​ກຳ​ລັງ​ເອົາ​ວິ​ທີ​ການ​ແບບ​ດຽວ​ກັນ. ປະ​ເທດ​ດັ່ງ​ກ່າວ​ໄດ້​ປະ​ກາດວ່າ​ມີ​ກໍ​ລະ​ນີ​ຄົນ​ຕິດ​ເຊື້ອ​ໃໝ່ 21 ລາຍ, ໂດຍ​ທີ່​ທັງ​ໝົດ​ນັ້ນແມ່ນ​ກ່ຽວ​ຂ້ອງ​ກັບຄົນ​ໃດ​ນຶ່ງ​ທີ່​ມາ​ຈາກ​ຕ່າງ​ປະ​ເທດ ຍົກ​ເວັ້ນ​ລາຍດຽວ.

ທັງ​ສອງ​ປະ​ເທ​ດນັ້ນໄດ້​ມີ​ການ​ປັບ​ປຸງ​ຢ່າງ​ຫລວງ​ຫລາຍ​ ໃນ​ຊຸມ​ອາ​ທິດ​ຜ່ານ​ມານີ້ ໃນ​ຂະ​ນະ​ທີ່​ພາກ​ສ່ວນ​ອື່ນ​ຂອງ​ໂລກ ໂດຍ​ສະ​ເພາະ​ແມ່ນ​ທະວີບ​ຢູ​ໂຣບມີຈຳ​ນວນ​ຄົນ​ຕິດ​ເຊື້ອ​ໄວ​ຣັ​ສ​ໂຄ​ໂຣ​ນາທີ່ຖີບ​ຕົວ​ສູງ​ຂຶ້ນ​ຢ່າງວ່ອງ​ໄວກວ່າ​ໝູ່​ສຸດ ໃນ​ລະ​ດັບ​ໂລກ.

ອີ​ຕາ​ລີ​ແມ່ນ​ເຫັນ​ວ່າ ມີ​ຄົນ​ຕິດ​ເຊື້ອ​ໄວ​ຣັ​ສນີ້ ຫລາຍ​ກ່າ 3,000 ຄົນ ໃນພຽງ​ມື້​ດຽວ. ມາ​ຮອດ​ວັນ​ອັງ​ຄານມື້ນີ້ ປະ​ເທດ​ດັ່ງ​ກ່າວ​ມີ​ຈຳ​ນວນ​ຄົນ​ຕິດ​ເຊື້ອ​ໄວ​ຣັ​ສນີ້​ຫລາຍ ເປັນ​ອັນ​ດັບ​ສອງ ຊຶ່ງ​ຫລາຍກວ່າ​ປະ​ເທດ​ອີ​ຣ່ານ​ທີ່​ຢູ່​ໃນອັນ​ດັບ​ສາມນັ້ນ ສອງ​ເທົ່າ.

ປະ​ຊາ​ຄົມ​ຕ່າງໆ​ ຢູ່​ທົ່ວ​ສະ​ຫະ​ລັດ ກຳ​ລັງ​ປະ​ຕິ​ບັດ​ມາດ​ຕະ​ການ​ປິດ​ໄວ້ຈຳ​ນວນ​ນຶ່ງ ໂດຍ​ເຮັດ​ຕາມ​ແບບທີ່ໄດ້​ເຮັດ​ແລ້ວ​ຢູ່​ໃນ​ຈີນ, ເກົາ​ຫລີ​ໃຕ້ ແລະ​ອີ​ຕາ​ລີ ໃນ​ຂະ​ນະ​ທີ່​ທຳ​ນຽບ​ຂາວ​ໄດ້​ແນະ​ນຳ​ໃຫ້​ຄົນ​ຫລີກ​ລ້ຽງ​ການ​ໄປ​ເຕົ້າ​ໂຮມ​ກັນ​ເປັນ​ກຸ່ມ ໃຫຍ່ກວ່າ 10 ຄົນ.

ຢູ່​ໃນ​ເຂດ​ອ້ອມ​ແອ້ມ​ນະຄອນ ແຊນແຟ​ຣນ​ຊິ​ສ​ໂກ ທີ່ຢູ່​ທາງ​ພາກ​ຕາ​ເວັນ​ຕົກ​ຂອງ​ປະ​ເທດນັ້ນ ປະ​ມານ 7 ລ້ານ​ຄົນ​ຖືກບອກໃຫ້​ພາ​ກັນ​ຢູ່​ເຮືອນ ໂດຍ​ໃຫ້​ອອກ​ເຮືອນ​ໄປ​ພຽງ​ແຕ່​ເພື່ອເຮັດສິ່ງ​ທີ່​ສຳ​ຄັນ​ຫລາຍ​ທີ່​ສຸດ​ເທົ່າ​ນັ້ນ.

ສ່ວນ​ຢູ່​ບ່ອນ​ອື່ນໆ​ໃນ​ໂລກນັ້ນ, ເວ​ເນ​ຊູ​ເອ​ລາ ເວົ້າ​ວ່າ ຕົນ​ຈະ​ທຳ​ການ​ກັກ​ກັນ​ທົ່ວ​ປະ​ເທດ​ເພື່ອ​ພະ​ຍາ​ຍາມ​ສະ​ກັດ​ກັ້ນ​ເຊື້ອໄວ​ຣັ​ສ ໃນ​ຂະ​ນະ​ທີ່ ຟິ​ນ​ແລນ ມີ​ແຜນ​ທີ່​ຈະ​ປິດ​ໂຮງ​ຮຽນ ແລະ​ມະ​ຫາ​ວິ​ທະ​ຍ​ໄລ​ຂອງ​ຕົນ​ໄວ້.​

ຢູ່​ທົ່ວ​ໂລກ ດຽວນີ້ ສະ​ຫະ​ປະ​ຊາ​ຊາດ​ເວົ້າ​ວ່າ ມີ​ນັກ​ຮຽນ​ຫລາຍ​ກວ່າ 500 ລ້ານ​ຄົນ ບໍ້​ໄດ້​ໄປ​ໂຮງ​ຮຽນ​ຢູ່​ໃນ​ເວ​ລານີ້.

​ການ​ຮຽກ​ຮ້ອງຂອງ​ເຈົ້າ​ໜ້າ​ທີ່ກ​ານ​ແພດ​ຢູ່​ທົ່ວ​ໂລກບໍ່​ໄດ້​ຄົນ​ໄປ​ແຫຍ້​ກັນ ​ຢູ່​ໃນ ບ່ອນ​ມີ​ຄົນ​ຫລາຍ ໄດ້​ພາ​ໃຫ້​ລັດ​ຖະ​ບານ​ຂອງ​ຫລາຍ​ປະ​ເທດ​ສັ່ງ​ໃຫ້​ປິດສະ​ໂມ​ສອນ​ກິນ​ດື່ມ, ຮ້ານ​ອາ​ຫານ ແລະ​ໂຮງ​ຮູບ​ເງົາ​ລົງ ໃນ​ຂະ​ນະ​ທີ່​ກຸ່ມ​ກິ​ລາ​ພາ​ກັນ ເລື່ອນ​ການ​ແຂ່ງ​ຂັນ​ອອກ​ໄປ.

ຢູ່ອິນເດຍນັ້ນ ໃນ​ວັນ​ອັງ​ຄານມື້ນີ້ ໄດ້ມີ​ການ​ເອົ​າບາດ​ກ້າວ​ໃນ​ການ​ປິດ​ອານຸ​ສາ​ວະ​ລີ ຕັ​ສ​ມາ​ຮານ​ລົງ​ບໍ່​ໃຫ້​ຄົນ​ເຂົ້າ​ໄປ​ຊົມ​ໄດ້.

ໃນ​ເວ​ລາ​ຕໍ່​ມາ​ໃນ​ວັນ​ອັງ​ຄານມື້ນີ້ ພວກ​ຈັດ​ງານ​ແຂ່ງ​ມາເດີ​ບີ ຢູ່​ລັດ​ເຄັນ​ຕັກ​ກີ​ໃນ​ສະ​ຫະ​ລັດ ຄາດ​ວ່າ​ຈະ​ປະ​ກາດ​ວ່າ​ງານ​ແຂ່ງ​ຂັນ​ດັ່ງ​ກ່າວ​ຈະ​ເລື່ອນ​ໄປ​ຈັດ​ໃນ​ເວ​ລາ​ຕໍ່​ໄປ​ໃນ​ປີນີ້.

ອົງ​ການ​ອະ​ນາ​ໄມ​ໂລກ ຫລື WHO ​ໃນ​ວັນ​ຈັນ​ວານນີ້ ເວົ້າ​ວ່າ ຕົນ​ຍິນ​ດີ​ນຳ​ທີ່​ມີ​ການ​ຢູ່​ຫ່າງ​ຈາກ​ກັນ​ຕາມ​ຄວາມ​ຈຳ​ເປັນ. ແຕ່​ວ່າຫົວ​ໜ້າ​ອົງ​ການ WHO ທ່ານ ເທ​ດ​ຣົ​ສ ແອດ​ຮາ​ນອມ ເກ​ຣ​ເບ​ຣ​ເຢ​ຊັ​ສ (Tedros Adhanom Ghebreyesus) ເວົ້າ​ວ່າ ສິ່ງ​ສຳ​ຄັນ​ກວ່າ​ໝູ່​ໝົດ ກໍ​ຄື ທຸກ​ຄົນ​ທີ່​ເປັນ​ກໍ​ລະ​ນີ​ສົງ​ໄສ​ແມ່ນ​ຕ້ອງ​ໄດ້​ຮັບ​ການກວດ.

​ທ່ານ​ເວົ້າ​ວ່າ “ຖ້​າ​ຫາກ​ເຂົາ​ເຈົ້າ​ຖືກ​ກວດ​ວ່າຕິດເຊື້ອໄວ​ຣັ​ສ​ໂຄ​ໂຣ​ນາ ແມ່ນ​ໃຫ້ເຂົາ​ເຈົ້າ​ຢູ່​ຄົນ​ດຽ​ວ ແລະ​ໃຫ້​ຊອກ​ຮູ້​ວ່າ​ເຂົາ​ເຈົ້າ​ມີ​ການ​ພົວ​ພັນ​ຢູ່​ໃກ້​ກັບ​ໃຜ​ແດ່ ໃນ​ເວ​ລາ​ສອງວັນ​ກ່ອນ​ເຂົາ​ເຈົ້າ​ຈະ​ເລີ້ມ​ຮູ້​ສຶກວ່າ​ມີ​ອາ​ການ​ປ່ວຍ ແລະໃຫ້​ກວດ​ກາ ຄົນພວກ​ນັ້ນເຊັ່ນ​ກັນ.”

ມີ​ປະ​ມານ 180,000 ຄົນ​ແລ້ວ​ທີ່​ໄດ້​ຮັບ​ການ​ຢືນ​ຢັນ​ວ່າຕິດເຊື້ອໄວ​ຣັ​ສນີ້ ຢູ່​ທົ່ວ ໂລກ ໂດຍ​ທີ່​ມີ 7,100 ຄົນ​ເສຍ​ຊີ​ວິດ​ໄປ. ມີ​ຫລາຍ​ກວ່າ 79,000 ຄົນ​ແລ້ວ​ທີ່​ຫາຍ​ດີ.

ສຳ​ລັບຄົນ​ສ່ວນ​ໃຫຍ່ ເຊື້ອໄວ​ຣັ​ສນີ້ແມ່ນ​ເຮັດ​ໃຫ້​ມີ​ອາ​ການບໍ່​ຮ້າຍ​ແຮງ ຫລື​ແຮງ​ປະ​ມານ​ປານ​ກາງ ໂດຍ​ທີ່​ອາ​ການ​ປ່ວຍແມ່ນ​ຮ້າຍ​ແຮງ​ຢູ່​ໃນ​ຄົນອາ​ຍຸ​ແກ່ ຫລື​ມີ​ບັນ​ຫາ​ສຸ​ຂະ​ພາບ​ຢູ່​ແລ້ວ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG