ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໂຣກລະບາດ COVID-19 ເຮັດໃຫ້ມາດຕະການລົງໂທດ ກົດດັນ ແລະສ້າງຄວາມເຈັບແສບ ຫຼາຍຂຶ້ນ ຕໍ່ຄູ່ປໍລະປັກ ຂອງ ສຫລ


TV COVID Sanctions Debate -- WEB
please wait

No media source currently available

0:00 0:02:38 0:00

ເຊີນຊົມວີດີໂອ ພາສາອັງກິດ

ອົງການຈັດຕັ້ງເພື່ອສິດທິມະນຸດຈຳນວນນຶ່ງ ອົງການຊ່ອຍເຫຼືອຕ່າງໆແລະອະດີດນັກການທູດຫຼາຍຄົນ ໄດ້ຮຽກຮ້ອງຕໍ່ສະຫະລັດ ເພື່ອໃຫ້ຜ່ອນຜັນມາດຕະການລົງໂທດ ທີ່ວາງຕໍ່ຄູ່ປໍລະປັກທັງຫຼາຍ ເຊັ່ນອີຣ່ານ ເວເນຊູເອລາ ແລະ ເກົາຫຼີເໜືອ ທີ່ຈະອຳນວຍຄວາມສະດວກ ແກ່ການຊ່ອຍເຫຼືອດ້ານການແພດ ແລະອາຫານ ໃນລະຫວ່າງການແຜ່ລະບາດທົ່ວໂລກຂອງໄວຣັສ ໂຄໂຣນາຢູ່ນີ້. ບລາຍແອນ ແພດເດັນ ລາຍງານມາວ່າ ໃນຂະນະທີ່ພວກສະໜັບສະໜັບສະໜູນຂອງປະທານາທິບໍດີ ດໍໂນລ ທຣຳ ເຫັນພ້ອມນຳຍຸດທະສາດການກົດດັນສູງສຸດຂອງທ່ານ ແຕ່ກໍບໍ່ຄັດຄ້ານ ຕໍ່ການຊ່ອຍເຫຼືອ ດ້ານມະນຸດສະທຳ ແລະພວກເຂົາເຈົ້າກໍບໍ່ຢາກສະໜອງ ການບັນເທົາໃດໆ ທີ່ອາດຈະຊ່ອຍລັດຖະ ບານຜະເດັດການກຳອຳນາດໄວ້ ດັ່ງທີ່ ໄຊຈະເລີນສຸກ ຈະນຳເອົາລາຍລະອຽດມາສະເໜີທ່ານ ໃນອັນດັບຕໍ່ໄປ.

ອີຣ່ານ ໄດ້ສົ່ງດາວທຽມດ້ານທະຫານໜ່ວຍທຳອິດຂອງຕົນ ຂຶ້ນສູ່ອະວະກາດໃນເດືອນເມສານີ້ ທ່າມກາງການລະບາດຂອງໄວຣັສໂຄໂຣນາ ຊຶ່ງໄດ້ກະຕຸ້ນໃຫ້ມີການຊຸກຍູ້ຈາກທັງສອງພັກການເມືອງຫຼາຍເຖິງ 90 ເປີເຊັນຂອງບັນດາສະມາ ຊິກສະພາຕ່ຳສະຫະລັດ ເພື່ອໃຫ້ຂະຫຍາຍການຫ້າມຂາຍອາວຸດ ໃຫ້ແກ່ອີຣ່ານ.

ເຖິງຢ່າງໃດກໍດີ ຍັງມີການຮຽກຮ້ອງໃຫ້ຜ່ອນຜັນຫຼາຍຂຶ້ນ ໃນບາງສ່ວນຂອງຂໍ້ຈຳກັດຕ່າງໆ ໃນດ້ານການຄ້າແລະການເງິນ ທີ່ຂັດຂວາງຄວາມສາມາດຂອງອີຣ່ານ ທີ່ຈະນຳເຂົ້າຢຸກຢາຕ່າງໆ ແລະອຸປະກອນການແພດທີ່ສຳຄັນຍິ່ງນັ້ນ. ອັນນີ້ ໃນຂະນະທີ່ປະເທດກຳລັງສູ້ຊົນກັບອັດຕາການຕິດແປດເຊື້ອໄວຣັສໂຄໂຣນາທີ່ສູງທີ່ສຸດໃນຕາເວັນອອກກາງ.

ທ່ານພີເຕີ ແຮໂຣລ ຢູ່ທີ່ສູນກາງດ້ານຄວາມປອດໄພໃໝ່ຂອງອາເມຣິກາ ກ່າວຜ່ານທາງສະໄກປ໌ ວ່າ “ຂ້າພະເຈົ້າເຫັນວ່າ ດັ່ງທີ່ທ່ານຮູ້ຈັກ ພັນທະທາງດ້ານສິນທຳ ໃນປະເທດທັງຫຼາຍ ທີ່ວາງມາດຕະການລົງໂທດນັ້ນ ຕ້ອງມີ ທີ່ຈະຫລຸດຜ່ອນຜົນກະທົບທີ່ບໍ່ດີຂອງມາດຕະການລົງໂທດ ຕໍ່ພົນລະເຮືອນທັງຫຼາຍ ໃຫ້ໜ້ອຍທີ່ສຸດ.”

ເວເນຊູເອລາ ໄດ້ປະສົບກັບການຂາດແຄນອາຫານ ແລະຢາປິ່ນປົວ ແມ່ນກະທັງກ່ອນໜ້າການວາງມາດຕະການລົງໂທດໃດໆຕໍ່ອຸດສາຫະກຳນ້ຳມັນຂອງຕົນ ເພື່ອເຮັດໃຫ້ການກຳອຳນາດຂອງຜູ້ນຳສັງຄົມນິຍົມ ນິໂຄລັສ ມາດູໂຣ ອ່ອນແອລົງ.

ການລະບາດາລະດັບໂລກຂອງໄວຣັສໂຄໂຣນາ ໄດ້ເຮັດໃຫ້ສະຖານະການຂອງເວເນຊູເອລາຮ້າຍແຮງຂຶ້ນກວ່າເກົ່າ ໃນຂະນະທີ່ລາຄານ້ຳມັນເຊື້ອໄຟຂອງໂລກພັງທະລາຍລົງ ທີ່ໄດ້ເຮັດໃຫ້ລາຍຮັບຈາກນ້ຳມັນລົ້ມລະລາຍ ຊຶ່ງເປັນເສັ້ນຊີວິດດ້ານເສດຖະກິດຂອງປະເທດ.

ກະຊວງການຕ່າງປະເທດສະຫະລັດ ໄດ້ສະເໜີທີ່ຈະຍົກເລີກມາດຕະການາລົງ ໂທດບາງສ່ວນ ຖ້າເວເນຊູເອລາ ຈັດຕັ້ງລັດຖະບານໄລຍະຂ້າມຜ່ານ ໂດຍປາສະຈາກ ທ່ານມາດູໂຣ. ແຕ່ ກາຣາກັສ ມາເຖິງປັດຈຸບັນນີ້ ໄດ້ປະຕິເສດຕໍ່ຂໍ້ສະ ເໜີຂອງສະຫະລັດ ແລະທ່ານມາດູໂຣ ໄດ້ຊີ້ແຈງວ່າ ທ່ານອາດຈະຍົກເລີກການເລືອກຕັ້ງສະມາຊິກສະພາໃນປີໜ້າ ຍ້ອນໂຣກລະບາດນັ້ນ.

ຢູ່ໃນເກົາຫຼີເໜືອ ບໍ່ວ່າ ຈະເປັນເລື້ອງການກັບຄືນມາປາກົດຕົວຕໍ່ສາຍຕາມະຫາຊົນຂອງກິມ ຈົງ ອຶນ ຫຼັງຈາກທີ່ໄດ້ຫາຍໄປ ຍາວນານທີ່ອະທິບາຍບໍ່ໄດ້ ຫຼືວ່າເລື້ອງການກ່າວອ້າງທີ່ບໍ່ມີມູນຄວາມຈິງຂອງພຽງຢາງ ທີ່ວ່າບໍ່ມີກໍລະນີຕິດເຊື້ອໄວຣັສໂຄໂຣນາໃດໆເລີຍນັ້ນ ກໍບໍ່ຫລຸດຜ່ອນຄວາມເປັນຫ່ວງທີ່ເພີ້ມຂຶ້ນ ທີ່ວ່າ ໂຣກລະບາດໄດ້ລົບກວນສະບຽງອາຫານຢູ່ໃນປະເທດທີ່ທົນທຸກທໍລະມານຈາກການຂາດແຄນອາຫານຢູ່ແລ້ວນັ້ນ.

ພວກນັກເຄື່ອນໄຫວເພື່ອຢາກໃຫ້ວາງມາດຕະການລົງໂທດໜັກ ຕໍ່ເກົາຫຼີເໜືອ ຍ້ອນໂຄງການຜະລິດອາວຸດນິວເຄລຍຂອງຕົນ ໂຕ້ແຍ້ງວ່າ ການສະໜອງຄວາມຊ່ອຍເຫຼືອດ້ານໄວຣັສໂຄໂຣນາ ຈະອຳນວຍໃຫ້າລັດຖະບານຜະເດັດການ ໃຊ້ຈ່າຍແຫລ່ງທຶນ ໃສ່ໃນການຜະລິດອາວຸດ ແລະເຄື່ອນໄຫວຢ່າງບໍ່ຖືກຕ້ອງ.

ທ່ານຣີຊາຈດ໌ ໂກລເບີກ ຢູ່ມູນນິທິປ້ອງກັນປະຊາທິປະໄຕ ກ່າວຜ່ານທາງສະໄກປ໌ ວ່າ “ຖ້າໃນລະຫວ່າງໄວຣັສນີ້ ມາດຕະການລົງໂທດຂອງພວກເຮົາບັງ ຄັບໃຫ້ປ່ຽນພຶດຕິກຳໄດ້ ໃນລະບອບການປົກຄອງທີ່ໃຊ້ຈ່າຍເງິນທີ່ພວກເຂົາມີຕໍ່ປະຊາຊົນຂອງພວກເຂົາ ເພື່ອຕໍ່ສູ້ຕ້ານໄວຣັສ ແລະບໍ່ແມ່ນໃສ່ການກະທຳທີ່ບໍ່ຖືກຕ້ອງ ຊຶ່ງອັນນັ້ນ ກໍຈະເປັນການດີສຳລັບສະຫະລັດ ແລະດ້ານຄວາມໝັ້ນຄົງແຫ່ງຊາດຂອງພວກເຮົາ.”

ໃນຂະນະດຽວກັນ ໂຣກລະບາດອາດເຮັດໃຫ້ ພວກຄູ່ປໍລະປັກຂອງອາເມຣິກາ ອ່ອນແອລົງ ວໍຊິງຕັນແມ່ນກຳລັງຖືກຊຸກຍູ້ ໂດຍພວກກຸ່ມຝ່າຍຂວາ ແລະພວກ ອື່ນໆ ເພື່ອໃຫ້ຕ້ອງໃຫ້ຮັກສາຄວາມທຸ່ນທ່ຽງ ຂອງການກົດດັນຕໍ່ບັນດາຜູ້ນຳຜະ ເດັດການ ດ້ວຍການຊ່ອຍເຫຼືອດ້ານມະນຸດສະທຳທີ່ຕ້ອງການເພີ້ມຫຼາຍຂຶ້ນຈາກ ປະຊາຊົນທີ່ອາໄສຢູ່ພາຍໃຕ້ລະບອບດັ່ງກ່າວນັ້ນ.

A number of human rights organizations, aid agencies and former diplomats have called on the United States to ease sanctions on adversaries like Iran, Venezuela, and North Korea to facilitate medical and food assistance during the coronavirus pandemic. VOA’s Brian Padden reports that while supporters of President Donald Trump’s maximum pressure strategy do not oppose humanitarian aid, they also don’t want to provide any relief that might help authoritarian governments hold onto power.

Iran launched its first military satellite in April, in the midst of the coronavirus outbreak, prompting a bipartisan push by 90 percent of U.S. House members to extend an arms embargo against Iran.

However, there are also increasing calls to ease some trade and financial restrictions that hinder Iran’s ability to import the import critical drugs and medical equipment. This, as the nation struggles with one of the highest coronavirus infection rates in the Middle East.

Peter Harrell, Center for a New American Security

“I see that as, you know, a moral obligation in countries imposing sanctions have, to minimize the adverse effects of these sanctions on civilian populations.”

Venezuela was experiencing shortages of food and medicine even before the U.S. imposed sanctions on its oil industry to weaken socialist leader Nicolas Maduro’s grip on power.

The coronavirus pandemic has made Venezuela’s situation even worse as the collapse of global gasoline prices has decimated oil revenue, the country’s economic lifeline.

The U.S. State Department offered to lift some sanctions if Venezuela formed a transitional government without Maduro. But Caracas has so far rejected the U.S. offer and Maduro has indicated he may cancel next year’s legislative elections because of the pandemic.

In North Korea, neither Kim Jong Un’s return to public view after a long, unexplained absence, nor Pyongyang’s dubious claims to have no coronavirus cases, have eased growing concern that the pandemic is disrupting food supplies in a country already suffering from shortages.

Advocates for tough sanctions on North Korea over its nuclear weapons program argue that providing coronavirus aid would allow authoritarian governments to spend more resources on weapons and illicit activities.

Richard Goldberg, Foundation for Defense of Democracies via Skype

“If during this virus, our sanctions force behavioral change, in that the regime spends the money they have on their people to fight the virus and not on illicit conduct, that's actually a good outcome for the United States and our national security.”

While the pandemic may weaken America’s adversaries, Washington is being urged by rights groups and others to balance the need to maintain pressure on authoritarian leaders with the growing humanitarian needs of the people living under those regimes.

XS
SM
MD
LG