ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດ​ຖະ​ບານ ປ. ໄບ​ເດັນ ບໍ່​ສາ​ມາດ ​ຮັບ​ເອົາ​ຊາວ​ອົບ​ພະ​ຍົບ ເຂົ້າ​ປະ​ເທດ​ໄດ້ ​ຫລາຍຮອດ​ຈຳ​ນວນ​ທີ່​ກຳ​ນົດ​ໄວ້


ພວກ​ຍົກ​ຍ້າຍ​ຖິ່ນ​ຖານ​ລໍ​ຖ້າຢູ່​ໃກ້​ກຳ​ແພງ​ຂັ້ນຊາຍ​ແດນໃກ້​ກັບ​ເມືອງ Yuma, ລັດ​ອາ​ຣີ​ໂຊ​ນາ, ວັນ​ທີ 23 ສິງ​ຫາ, 2022
ພວກ​ຍົກ​ຍ້າຍ​ຖິ່ນ​ຖານ​ລໍ​ຖ້າຢູ່​ໃກ້​ກຳ​ແພງ​ຂັ້ນຊາຍ​ແດນໃກ້​ກັບ​ເມືອງ Yuma, ລັດ​ອາ​ຣີ​ໂຊ​ນາ, ວັນ​ທີ 23 ສິງ​ຫາ, 2022

ມີຈຳ​ນວນອົບພະຍົບເຂົ້າ​ມາຫນ້ອຍທີ່ສຸດເທົ່າທີ່ເຄີຍມີ​ມາຢູ່ພາຍໃຕ້ການປົກຄອງ ຂອງລັດ​ຖະ​ບານທ່ານ​ທ​ຣຳ, ແລະເຖິງແມ່ນວ່າ ປະທານາທິບໍດີໂຈ ໄບ​ເດັນໄດ້ ກໍານົດຕົວ​ເລກປະຈໍາປີຢູ່ທີ່ 125,000 ຄົນ​ກໍ​ຕາມ ມາຮອດ ເດືອນກໍລະກົດຜ່ານ​ມາ ໂຄງການດັ່ງກ່າວໄດ້ອະນຸຍາດໃຫ້ຊາວອົບພະຍົບເຂົ້າ​ມາພຽງແຕ່ 17,690 ຄົນເທົ່ານັ້ນ.

ບັນດາ​ຜູ້​ສະໜັບສະໜຸນເລື້ອງນີ້​ກ່າວ​ວ່າ ລັດ​ຖະ​ບານ​ຂອງ​ທ່ານໄບ​ເດັນ ຈະ​ບໍ່​ສາ​ມາດບັນ​ລຸ​ເປົ້າໝາຍ​ທີ່ເຮັດ​ໄດ້​ຍາກນີ້​ໃນ​ປີງົບປະມານ 2022, ​ແຕ່​ເຂົາ​ເຈົ້າ​ໃຫ້​ຂໍ້​ສັງ​ເກດ​ວ່າ ​ໂຄງການ​ອົບ​ພະຍົບແມ່ນຍັງ​ຢູ່​ໃນ​ໄລ​ຍະ​ຟື້ນ​ຟູ​ຄືນ​ໃໝ່ຢູ່.

ທ່ານນາງຄ​ຣິ​ສ ໂອ’ມາ​ຣາ ວິກ​ນາ​ຣາ​ຈາ (Krish O'Mara Vignarajah), ປະທານ ແລະຫົວ​ໜ້າ​ຜູ້​ບໍ​ລິ​ຫານ ຫລື CEO ຂອງຫ້ອງ​ການບໍລິການຄົນ ເຂົ້າເມືອງແລະຊາວອົບພະຍົບ ລູ​ເທີ​ແຣນ (Lutheran) ກ່າວວ່າ "ເຖິງ​ແມ່ນ​ວ່າ ຈະມີຄວາມຄືບຫນ້າໃນບາງດ້ານ​ກໍ​ຕາມ ຈັງຫວະການຮັບ​ເອົາ​ຄົນ​ເຂົ້າ​ມາ​ປະ​ເທດ ກໍຍັງຕໍ່າແບບບໍ່​ສົມ​ຄວນເປັນຢູ່ ທ່າມກາງສະ​ພາບ​ທີ່​ມີ​ຄົນຍົກຍ້າຍຖິ່ນ​ຖານ​ຢູ່ທົ່ວ ໂລກ ຫລາຍ​ແບບບໍ່ເຄີຍມີມາກ່ອນກໍ​ຕາມ."

​ແຕ່​ທ່ານ​ນາງ​ຍັງ​ກ່າວ​ອີກ​ວ່າ ​ຕົວ​ເລກ​ຮັບ​ເອົາ​ອົບ​ພະຍົບຢ່າງ​ເປັນ​ທາງ​ການ​ບໍ່​ໄດ້​ໃຫ້​ຄວາມ​ລະ​ອຽດທັງ​ໝົດ​ກ່ຽວ​ກັບເລື່ອງນີ້ແຕ່​ຢ່າງ​ໃດ.

"ຊາວອັຟການິສຖານຫຼາຍກວ່າ 70,000 ຄົນ ແລະຊາວຢູເຄຣນ ປະມານ 60,000 ຄົນ ໄດ້ເຂົ້າປະເທດດ້ວຍ ການໃຫ້ມາ​ຢູ່​ເນື່ອງ​ຈາກເລື້ອງ ມະນຸດສະທໍາໃນປີກາຍນີ້. ປະຊາກອນເຫຼົ່ານີ້ບໍ່ໄດ້ຖືກນັບເຂົ້າວ່າເປັນເປົ້າໝາຍຂອງຊາວອົບພະຍົບ, ແຕ່ອົງການບໍ່ຫວັງຜົນກຳໄລທີ່ຊ່ວຍເຫລືອ​ໃນ​ການຕັ້ງຖິ່ນຖານໃໝ່ໄດ້ເຂົ້າ​ມາ​ໃຫ້ການ ຊ່ວຍເຫຼືອເຂົາເຈົ້າ," ນັ້ນ​ຄື​ຄຳ​ເວົ້າ​ທີ່​ທ່ານ​ນາງ ທີ່ ຂຽນໃນອີເມລ໌ຫາວີໂອເອ.

ຈຳນວນຊາວອົບພະຍົບທີ່ໄດ້ຮັບອະນຸຍາດພາຍໃຕ້ໂຄງການຮັບເອົາຊາວອົບພະຍົບຂອງສະຫະລັດໄດ້ ຖືກຕັດລົງຢ່າງຫຼວງຫຼາຍໃນລະຫວ່າງ​ການ​ບໍ​ລິ​ຫານ​ຂອງ​ລັດ​ຖະ​ບານ​ທ່ານ​ທ​ຣຳ, ລວມທັງເງິນທຶນແລະພະນັກງານ.

ອົງການຊ່ວຍ​ເຫລືອ​ໃນ​ການຖິ່ນຖານໃໝ່​ຂອງຊາວອົບພະຍົບທີ່ບໍ່ຫວັງຜົນກໍາ ໄລເຮັດວຽກຄຽງຄູ່ກັບລັດຖະ ບານກາງ. ໂດຍ​ມີຈຳ​ນວນ​ທີ່​ອະ​ນຸ​ຍາດ​ໃຫ້​ຕ່ຳ​ແລະ​ມີ​ຊາວ​ອົບ​ພະຍົບໜ້ອຍ​ລົງ​ເພື່ອ​ມາຕັ້ງ​ຖິ່ນ​ຖານໃໝ່. ເງິນທຶນ ຂອງລັດຖະບານ ກາງໄດ້ບົກແຫ້ງໄປ, ຫ້ອງການໄດ້ປິດລົງ ແລະພະນັກງານໄດ້ຖືກ ໃຫ້​ອອກ​ການໄປເພາະວ່າ ໃນທີ່ສຸດເກືອບບໍ່ມີຜູ້ໃດເລີຍທີ່ເຂົາ​ເຈົ້າ​ຕ້ອງ​ໃຫ້​ການຕ້ອນຮັບ.

ທ່ານນາງ ໂອ’ມາ​ຣາ ວິກ​ນາ​ຣາ​ຈາກ່າວໃນອີເມລ໌ຂອງທ່ານນາງສົ່ງ​ຫາວີໂອເອວ່າ, ທ່ານໄບ​ເດັນຄາດວ່າຈະກຳ​ນົດ​ຂີດ​ສູງ​ສຸດຂອງ​ອົບ​ພະ​ຍົບໃຫມ່ໃນວັນທີ 1 ຕຸລາ, ແຕ່ສິ່ງທ້າທາຍທີ່ກ່ຽວຂ້ອງກັບການລະບາດຂອງພະຍາດແລະ ການຈັດສັນຊັບພະຍາກອນຍັງມີຢູ່.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG