ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພື້ນຜິວຂອງ ທອງແດງ ສາມາດ ປ້ອງກັນ ການແຜ່ ເຊື້ອໄວຣັສ ທີ່ກ່ຽວກັບ ການຫາຍໃຈໄດ້


ທ່ານ Bill Keevil, ນັກຈຸລິນຊີຊີວະສາດ ທີ່ມະຫາວິທະຍາໄລ Southampton ໃນປະເທດ ອັງກິດ, ສສັນລະສູດ ຄຸນສົມບັດຂອງໂລຫະທອງແດງທີ່ທຳລາຍເຊື້ອໂຣກ. (Credit: University of Southampton)
ທ່ານ Bill Keevil, ນັກຈຸລິນຊີຊີວະສາດ ທີ່ມະຫາວິທະຍາໄລ Southampton ໃນປະເທດ ອັງກິດ, ສສັນລະສູດ ຄຸນສົມບັດຂອງໂລຫະທອງແດງທີ່ທຳລາຍເຊື້ອໂຣກ. (Credit: University of Southampton)

ບັນດານາຍແພດ ແລະ ໂຮງໝໍຕ່າງໆໄດ້ຕໍ່ສູ້ກັບເຊື້ອໄວຣັສກ່ຽວກັບ ການຫາຍໃຈຢ່າງຕໍ່ເນື່ອງ ນັບຈາກໂຣກປອດບວມ ແລະ ໄຂ້ຫວັດ ທົ່ວໄປ ຫາເຊື້ອໄວຣັສທີ່ເກີດຂຶ້ນມາໃໝ່ເມື່ອບໍ່ດົນມານີ້, ລວມທັງຜູ້ ທີ່ຮັບຜິດຊອບກັບເຊື້ອໂຣກ MERS ແລະ ໂຣກ SARS. ຕອນນີ້ ພວກເຮົາໄດ້ຮັບຮູ້ຈາກຜູ້ສື່ຂ່າວວີໂອເອ ນາງ Jessica Berman ວ່າບັນດານາຍແພດໄດ້ມີວິທີໃໝ່ທີ່ຈະຕໍ່ສູ້ກັບໂຣກຕິດຕໍ່ທີ່ຮ້າຍ ແຮງນີ້, ເຊິ່ງຈະເປັນແນວໃດນັ້ນ ພຸດທະສອນ ຈະນຳລາຍລະອຽດ ມາສະເໜີທ່ານ.

ທຸກໆປີໃດ, ຄາດວ່າມີປະຊາຊົນປະມານ 450 ລ້ານຄົນ ໄດ້ຕິດເຊື້ອໄວຣັສທີ່ມີສາເຫດເຮັດໃຫ້ ເປັນໂຣກປອດອັກເສບ. ໃນນັ້ນຜູ້ທີ່ຕິດເຊື້ອ 4 ລ້ານຄົນແມ່ນໄດ້ເສຍຊີວິດ. ເຊື້ອໄວຣັສທີ່ເຮັດ ໃຫ້ປອດເຈັບປ່ວຍລວມມີ ໂຣກ MERS ແລະ SARS, ພ້ອມກັບແພດໝໍທີ່ກ່ຽວຂ້ອງ ເພາະວ່າ ພວກເຂົາເຈົ້າມີອັດຕາສະເລ່ຍສູງທີ່ຈະເສຍຊີວິດ.

ວິທີໜຶ່ງທີ່ສ່ວນໃຫຍ່ ເຊື້ອໂຣກພວກນີ້ ມັກຈະຖືກສົ່ງຜ່ານຕໍ່ ໂດຍການ ຈາມ, ຜ່ານໂລຫະທີ່ ຕິດເຊື້ອ ແລະ ພື້ນຜິວຂອງຢາງ. ຄົນເຮົາເອົາມືຈັບ ບ່ອນໄຂປະຕູ, ປ້າຍປະຕູ ແລະ ດ້າມຈັບ ຫຼື ເສົາຢູ່ເທິງລົດໄຟ ແລະ ລົດເມຕ່າງໆ ແລ້ວເອົາມືມາຈັບໜ້າຂອງໂຕເອງ.

ເຊື້ອ coronavirus ຊະນິດ 229E ຢູ່ຕິດຢູ່ທອງແດງ. (Credit: University of Southampton)
ເຊື້ອ coronavirus ຊະນິດ 229E ຢູ່ຕິດຢູ່ທອງແດງ. (Credit: University of Southampton)

ແຕ່ວ່າການຄົ້ນຄວ້າໄດ້ສະແດງໃຫ້ເຫັນວ່າ ພື້ນຜິວທີ່ເຮັດຈາກທອງແດງ ຫຼື ໂລຫະປະສົມ ທອງແດງ ມັນທຳລາຍຈຸລິນຊີພວກນັ້ນໃຫ້ຕາຍ ຖ້າສຳພັດຖືກມັນ.

ທ່ານ Bill Keevil ນັກຈຸລິນຊີຊິວະສາດ ທີ່ມະຫາວິທະຍາໄລ Southampton ໃນປະເທດ ອັງກິດ, ກຳລັງຊອກຄົ້ນຢ່າງລະອຽດ​ ຫາໂຕການທີ່ເປັນໂຕທຳລາຍຂອງໂລຫະທອງແດງ. ທ່ານໄດ້ຊີ້ແຈງໃຫ້ເຫັນການຄົ້ນຄວ້າໂດຍປຽບທຽບໃສ່ປະສິດທິຜົນຂອງພື້ນຜິວທອງແດງຢູ່ ໃນໂຮງໝໍຕ່າງໆຂອງ ສະຫະລັດ ໃນການໃຊ້ບ່ອນມືຈັບຂອງປະຕູ ແລະ ພື້ນຜິວຂອງມັນ ຢູ່ໂຮງໝໍ.

ທ່ານ Bill Keevil ກ່າວວ່າ “ພວກເຂົາເຈົ້າພົບເຫັນວ່າ ໂລຫະປະສົມ ທອງແດງສາ ມາດຫຼຸດຜ່ອນອັດຕາກັນຕິດເຊື້ອໄດ້ 58 ເປີເຊັນ. ດັ່ງນັ້ນຈຶ່ງວ່າມັນໄດ້ສະແດງ ໃຫ້ເຫັນວ່າ ໃນໂລກ ທີ່ເປັນຈິງຂອງສະພາບແວດລ້ອມໃນໂຮງໝໍ ແມ່ນວ່າ ໂລຫະ ປະສົມທອງແດງ ເຮັດວຽກໃນການປ້ອງກັນການຕິດຕໍ່ ຂອງເຊຶ້ອໂຣກໄດ້ດີຫຼາຍ.”

ໃນການຄົ້ນຄວ້າທີ່ພິມອອກໃນວາລະສານ mBio​ ນັ້ນ ທ່ານ Keevil ແລະ ເພື່ອນຮ່ວມງານ ໄດ້ລາຍງານວ່າພື້ນຜິວຂອງທອງແດງ ສາມາດທຳລາຍ ເຊື້ອ Coronavirus ຊະນິດ 229E ໄດ້ຢ່າງວ່ອງໄວ, ເຊິ່ງເປັນໂຕເຮັດໃຫ້ເກີດເຊື້ອໂຣກຊະນິດໜຶ່ງ ເຊິ່ງເປັນສາເຫດຂອງໂຣກ ໄຂ້ຫວັດທົ່ວໄປ ແລະ ໂຣກປອດອັກເສບ, ແລະ ໄດ້ກ່ຽວພັນຢ່າງໃກ້ຊິດຕໍ່ເຊື້ອຊະນິດໜຶ່ງ ທີ່ເປັນສາເສດກໍ່ໃຫ້ເກີດໂຣກ SARS ແລະ ໂຣກ MERS.

ທ່ານ Keevil ກ່າວວ່າ ອີອອນຂອງ ທອງແດງ ຫຼື ໂມເລກຸນທີ່ຈັບຢູ່ຕາມ ຂົ້ວໄຟຟ້າ, ຈະຂ້າ ເຊື້ອໂຣກທີ່ອັນຕະລາຍໂດຍການທຳລາຍເນື້ອພັນທຸກຳ ຂອງມັນ, ທັງ DNA ແລະ RNA.

ທ່ານ Keevil ກ່າວວ່າ ອີອອນພວກນີ້ສາມາດເຈາະຮູໃນເຍື້ອຫຸ້ມເຊລ, ແລ້ວເຂົ້າໄປໃນເຊລ ແລະ ກໍທຳລາຍກົດນິວເຄລຍ ຂອງມັນ ອິກ ເຊິ່ງເປັນສານປະກອບທີ່ພົບເຫັນໃນເຊລ ຂອງ ສິ່ງມີຊີວິດ. ດັ່ງນັ້ນ, ມັນຈະຖືກຂ້າທັງໝົດໂດຍສິ້ນເຊີງ. ມັນຈະບໍ່ມີໂອກາດຂອງການກາຍ ພັນທີ່ນຳໄປສູ່ການຕ້ານທານ ແລະ ມັນຈະບໍ່ກັບຄືນມາອີກ. ດັ່ງນັ້ນຈຶ່ງວ່າເຄມີສາດຈຶ່ງເປັນ ສ່ິງທີ່ມະຫັດສະຈັນ.”

ທ່ານ Kevil ໄດ້ໃຫ້ຂໍ້ສັງເກດວ່າ ຄວາມສີວິໄລໃນສະໄໝເກົ່າຮູ້ຈັກ ກ່ຽວກັບ ຄຸນສົມບັດໃນ ການຕໍ່ຕ້ານຈຸລິນຊີຂອງທອງແດງ, ເຖິງແມ່ນວ່າພວກເຂົາເຈົ້າຈະບໍ່ເຂົ້າໃຈກ່ຽວກັບ ຊີວະ ວິທະຍາ ດັ່ງກັບຄົນໃນຍຸກສະໄໝກ່ອນໜ້ານັ້ນກໍ່ຕາມ.

ທ່ານ Keevil ກ່າວວ່າ “ມັນປະຫຼາດໃນທາງໜຶ່ງ, ເພາະວ່າຖ້າທ່ານຄິດກັບໄປຫາ ຍຸກຂອງ ພໍ່ຕູ້ແມ່ຕູ້ຂອງທ່ານ ແລະ ກ່ອນໜ້ານັ້ນອີກ, ໂລຫະປະສົມທອງແດງເຊັ່ນ ທອງເຫຼືອງແມ່ນ ຖືກນຳໃຊ້ໃນທຸກໆມື້ໃນສັງຄົມເຮົາ. ແລະ ແລ້ວພວກເຮົາກໍໄດ້ ພັດທະນາມາເປັນເຫຼັກບໍ່ເຂົ້າ ຂີ້ໝ້ຽງ, ໂລຫະເຄືອບໂຄຣມຽມ, ຢາງ ແລະ ສິ່ງທີ່ ທ່ານມີຢູ່. ພວກເຮົາຄິດວ່າ, Hey, ສິ່ງນີ້ ແມ່ນວັດຖຸຍຸກໃໝ່ທີ່ດີຫຼາຍ. ພວກເຮົາ ໄດ້ຕັດແຍກອອກຈາກການຕີທອງເຫຼືອງ. ບາງເທື່ອ ພວກເຮົາແມ່ນສະຫຼາດໂພດ ໜ້ອຍໜຶ່ງ.”

ທອງແດງ ແລະ ໂລຫະປະສົມທອງແດງ ມີລາຄາແພງກວ່າວັດຖຸຸອື່ນໆໜ້ອຍໜຶ່ງ, ແຕ່ທ່ານ Keevil ກ່າວວ່າອຸປະກອນທີ່ເຮັດຈາກທອງແດງ ຈະເຮັດໃຫ້ປະຫຍັດເງິນທີ່ສຸດ ເພາະວ່າໂຮງ ໝໍຈະບໍ່ໄດ້ເສຍເງິນຫຼາຍເທົ່າກັບການຕໍ່ສູ່ກັບໂຣກຕິດຕໍ່ ແລະ ສຳລັບຢາເພື່ອ ປິ່ນປົວມັນ.

XS
SM
MD
LG