ການໃຫ້ຄຳໝັ້ນສັນຍາຂອງໂລກ ທີ່ຈະຫລຸດການປ່ອຍອາຍພິດເຮືອນແກ້ວລົງແມ່ນເປັນພຽງສ່ວນນຶ່ງຂອງສິ່ງທີ່ຈໍາເປັນຕ້ອງໄດ້ເຮັດເພື່ອປ້ອງກັນບໍ່ໃຫ້ ມີສະພາບໂລກຮ້ອນເອົ້າທີ່ຮ້າຍກາດ. ນັ້ນແມ່ນຄຳເຕືອນຂອງອົງການສະຫະປະຊາຊາດ, ກ່ອນກອງປະຊຸມສຸດຍອດຄັອບ26 (COP26) ທີ່ສຳຄັນຢູ່ໃນເມືອງກລາສໂກ (Glasgow), ປະເທດສກັອດແລນໃນອາທິດໜ້ານີ້ ຊຶ່ງເປັນບ່ອນທີ່ບັນດາຜູ້ນຳໂລກຈະພະຍາຍາມຕົກລົງນຳກັນວ່າ ຈະເອົາບາດກ້າວເພີ້ມຕື່ມອີກ ເພື່ອຕ້ານສະພາບໂລກຮ້ອນເອົ້າ. Henry Ridgwell ໄດ້ສັງເກດເບິ່ງວ່າຈະມີສິ່ງໃດແດ່ທີ່ເປັນຄວາມສ່ຽງກ່ອນຈະຮອດກອງປະຊຸມທີ່ວ່ານີ້ ຊຶ່ງ ບົວສະຫວັນ ຈະນຳມາສະເໜີທ່ານໃນອັນດັບຕໍ່ໄປ.
ທີ່ກອງປະຊຸມກ່ຽວກັບສະພາບອາກາດປາຣີ ປີ 2015, ບັນດາຜູ້ນຳຂອງໂລກໄດ້ໃຫ້ຄຳໝັ້ນສັນຍາວ່າ ຈະຈຳກັດສະພາບອາກາດຮ້ອນເອົ້າຂອງໂລກບໍ່ໃຫ້ສູງເກີນ1.5 ອົງສາ ແຊລຊຽດສ໌ ເໜືອລະດັບຮ້ອນເອົ້າທີ່ມີກ່ອນຍຸກອຸດສາຫະກຳ.
ແຕ່ຄຳໝັ້ນສັນຍາເຫຼົ່ານັ້ນແມ່ນໄດ້ບໍ່ສອດຄ່ອງກັບນະໂຍບາຍເລີຍ, ອີງຕາມບົດລາຍງານການປ່ອຍອາຍພິດຂອງອົງການສະຫະປະຊາຊາດທີ່ພິມເຜີຍແຜ່ອອກມາໃນວັນອັງຄານວານນີ້.
ບົດລາຍງານນີ້ເຕືອນວ່າ ຄໍາຫມັ້ນໝາຍອັນໃຫມ່ທີ່ຈະຫຼຸດຜ່ອນການປ່ອຍ ອາຍພິດກ່ອນຈະຮອດກອງປະຊຸມສຸດຍອດທີ່ເມືອງ ກລາສໂກ (Glasgow)- ທີ່ເອີ້ນວ່າການປະກອບສ່ວນທີ່ເດັດດ່ຽວລະດັບຊາດ ຫຼື NDC - ແມ່ນຈະ ຫຼຸດອາຍພິດເຮືອນແກ້ວລົງພຽງແຕ່ 7.5 ສ່ວນຮ້ອຍໃນປີ 2030, ເມື່ອທຽບ ກັບຄໍາຫມັ້ນສັນຍາທີ່ຜ່ານມາ. ການຈຳກັດຄວາມຮ້ອນເອົ້າຂອງໂລກໃຫ້ຢູ່ທີ່ 1.5 ອົງສາແຊລຊຽສແມ່ນຈະຮຽກຮ້ອງໃຫ້ມີການຫຼຸດການປ່ອຍອາຍພິດລົງ 55 ເປີເຊັນ.
ທ່ານ ແພັດເທີຣິ ຕາອາລາສ (Petteri Taalas), ເລຂາທິການໃຫຍ່ອົງ ການອຸຕຸນິຍົມໂລກກ່າວວ່າ:
“ເທົ່າທີ່ຜ່ານມາ, ພວກເຮົາໄດ້ຍິນການສະຫນັບສະຫນູນທາງດ້ານການ ເມືອງຫລາຍຢ່າງສໍາລັບຄວາມພະຍາຍາມສຸດຂີດໃນການຫຼຸດຜ່ອນອາຍພິດທີ່ໄດ້ຮັບການສົ່ງເສີມ, ແຕ່ວ່າຄໍາຫມັ້ນສັນຍາທີ່ໜັກແໜ້ນແມ່ນຍັງຂາດ ຫາຍຢູ່, ແລະໃນຕອນນີ້ ພວກເຮົາມຸ້ງຫນ້າໄປສູ່ອຸນຫະພູມທີ່ຮ້ອນຂຶ້ນ 2.5 ຫາ 3 ອົງສາຊຽນຊ້ຽສ (Celsius) ແທນທີ່ຈະແມ່ນ 1.5 ຫາ 2 ອົງສາ.”
ສະນັ້ນ, ມັນຫມາຍຄວາມວ່າແນວໃດສໍາລັບໜ່ວຍໂລກ -ແລະສໍາລັບມະນຸດ ເຮົາ? ນັກວິທະຍາສາດເວົ້າວ່າ ການປ່ຽນແປງຂອງດິນຟ້າອາກາດກໍາລັງ ເພີ່ມຄວາມຖີ່ ແລະຄວາມຮ້າຍແຮງຂອງຄື້ນຄວາມຮ້ອນຂຶ້ນແລ້ວ.
ບົດລາຍງານເມື່ອມໍ່ໆມານີ້ ຈາກອົງການແຊັດຕາມ (Chatham House) ຄິດໄລ່ວ່າໃນທົ່ວໂລກ, ການເສຍຊີວິດຍ້ອນຄວາມຮ້ອນໄດ້ເພີ່ມຂຶ້ນເກືອບ ຮອດ 54 ເປີເຊັນໃນບັນດາຜູ້ສູງອາຍຸ ນັບຕັ້ງແຕ່ຕອນຕົ້ນຂອງສະຕະວັດນີ້ ຊຶ່ງເພີ່ມຂຶ້ນເຖິງ 296,000 ຄົນໃນປີ 2018.
ທ່ານດານຽລ ຄວິກກີນ (Daniel Quiggin), ນັກວິທະຍາສາດດ້ານດິນ ຟ້າອາກາດຢູ່ອົງການແຊັດດາມ (Chatham) ກ່າວວ່າ:
"ພວກເຮົາຄາດວ່າ ປະມານ 400 ລ້ານຄົນຈະປະສົບກັບຄື້ນຄວາມຮ້ອນ ເຖິງຂັ້ນວ່າພວກເຂົາເຈົ້າຈະບໍ່ສາມາດເຮັດວຽກຢູ່ນອກບ້ານນອກເຮືອນໄດ້ ຕໍ່ໄປອີກ."
ຄື້ນຄວາມຮ້ອນ ແລະໄພແຫ້ງແລ້ງຈະສົ່ງຜົນກະທົບອັນໃຫຍ່ຫຼວງຕໍ່ຄວາມ ໝັ້ນຄົງດ້ານສະບຽງອາຫານທົ່ວໂລກ. ການເສຍຫາຍຂອງຜົນລະປູກ ແລະ ອັດຕາການແຜ່ລະບາດຂອງສັດຕູພືດ ແລະພະຍາດທີ່ເພີ່ມຂຶ້ນເຊັ່ນ: ການລະ ບາດຂອງຕັກແຕນໃນອາຟຣິກາຕາເວັນອອກໃນປີກາຍນີ້ - ຈະເຮັດໃຫ້ ລາຄາສິນຄ້າແພງຂຶ້ນ.
ທ່ານດານຽລ ຄວິກກີນ (Daniel Quiggin) ກ່າວອີກວ່າ:
"ໃນໄລຍະ 30 ປີຂ້າງຫນ້າ, ຈະມີຄວາມຕ້ອງການອາຫານເພີ່ມຂຶ້ນປະມານ 50 ເປີເຊັນ ເນື່ອງຈາກມີປະຊາກອນຫລາຍຂຶ້ນຢູ່ໃນໂລກ, ແຕ່ກໍຍັງ ມີ ຄວາມຄາດຫວັງວ່າຄົນຈະກິນຊີ້ນຫຼາຍຂຶ້ນ- ໂດຍສະເພາະໃນປະເທດຕ່າງໆ ເຊັ່ນຈີນ ແລະເຂດເອເຊຍຕາເວັນອອກສຽງໃຕ້ແລະເຂດອື່ນໆ. ແຕ່ໃນຂະນະດຽວກັນ, ພາຍໃຕ້ການປະເມີນຂອງພວກເຮົາ ຊຶ່ງຄາດວ່າຜົນຜະລິດ, ຜົນການເກັບກ່ຽວຈະຫຼຸດລົງປະມານ 30 ເປີເຊັນ.”
ອຸນຫະພູມທີ່ຮ້ອນຂຶ້ນພາໃຫ້ມີພະຍຸເຂດຮ້ອນ ແລະມີນ້ຳຖ້ວມທີ່ຮ້າຍແຮງຂຶ້ນ. ໃນໄລຍະຍາວນານກວ່ານີ້, ຊັ້ນນ້ຳກ້ອນທີ່ລະລາຍຈະເຮັດໃຫ້ລະດັບນ້ຳທະເລສູງຂຶ້ນ - ເຮັດໃຫ້ບັນດາເມືອງທີ່ຕັ້ງຢູ່ແຄມທະເລຕົກຢູ່ໃນຄວາມສ່ຽງ.
ການຜັນແປຂອງດິນຟ້າອາກາດທີ່ຮ້າຍແຮງ ຍັງໝາຍເຖິງໄພແຫ້ງແລ້ງທີ່ຮ້າຍແຮງຂຶ້ນ ແລະແກ່ຍາວຫຼາຍຂຶ້ນ. ບັນດານັກວິທະຍາສາດກ່າວວ່າ ປະເທດທີ່ຮັ່ງມີກວ່າ ຈະຕ້ອງເຮັດຕາມຄຳໝັ້ນສັນຍາໃນປີ 2015 ຂອງ ເຂົາເຈົ້າ ເພື່ອຊ່ວຍປະເທດທີ່ທຸກຍາກ ຈ່າຍຄ່າໃຊ້ຈ່າຍໃນການຕ້ານ ການປ່ຽນແປງດິນຟ້າອາກາດ ແລະຮັບມືກັບຜົນກະທົບຂອງມັນ.
ທ່ານ ຄວິກກິນ ກ່າວມ້ວນທ້າຍວ່າ: “ຜົນກະທົບອັນໃຫຍ່ຫຼວງທີ່ພວກເຮົາເຫັນວ່າເກີດມາຈາກໄພແຫ້ງແລ້ງ, ຄື້ນ ຄວາມຮ້ອນ, ໄພແຫ້ງແລ້ງທາງດ້ານກະສິກຳ, ແມ່ນການຍົກຍ້າຍຖິ່ນຖານ, ຄວາມບໍ່ໝັ້ນຄົງທາງດ້ານສະບຽງອາຫານສຳລັບທຸກຄົນ, ແລະ ອັດຕາການ ແຜ່ລະບາດຂອງສັດຕູພືດ ແລະພະຍາດທີ່ເພີ່ມຂຶ້ນ. ດັ່ງນັ້ນ, ມັນມີຜົນປະໂຫຍດອັນຊອບທຳຂອງບັນດາປະເທດທີ່ຮັ່ງມີເຫຼົ່ານັ້ນໃນການຮັບປະກັນ ດ້ານການເງິນໃຊ້ເຂົ້າໃນດ້ານດິນຟ້າອາກາດ- ວ່າຈະໃຫ້ 100 ຕື້ໂດລາຕໍ່ປີ ຕາມທີ່ໄດ້ສັນຍາໄວ້ໃນໄລຍະນຶ່ງ, ນັບຕັ້ງແຕ່ (ກອງປະຊຸມກ່ຽວກັບສະພາບ ອາກາດ) ປາຣີ ແລະກ່ອນນັ້ນອີກ ແມ່ນຕ້ອງໄດ້ປະຕິບັດຢ່າງແທ້ຈິງ. ແລະ ມັນບໍ່ໄດ້ຖືກປະຕິດບັດເລີຍໃນຂະນະນີ້.”
ໃນຂະນະທີ່ຜູ້ນໍາຂອງໂລກກະກຽມສໍາລັບກອງປະຊຸມ ກລາສໂກ (Glasgow) ຢູ່ນີ້ ສິ່ງທີ່ຈະຕ້ອງໄດ້ເຮັດສໍາລັບໂລກຂອງພວກເຮົາ - ແລະສໍາລັບເຊື້ອຊາດ ຂອງມະນຸດເຮົາ - ແມ່ນກຳລັງສູງຂຶ້ນນັບມື້; ຜົນກະທົບຂອງມັນເກືອບວ່າຈະຕ່າວປີ້ນກັບບໍ່ໄດ້ອີກແລ້ວ.
ຂໍ້ຕົກລົງຂອງໂລກສະບັບໃຫມ່ຈະສາມາດເຊັນກັນໄດ້ ເພື່ອຈະຫຼຸດຜ່ອນການ ປ່ອຍອາຍພິດເກີນກວ່າສິ່ງທີ່ໄດ້ຕັ້ງໄວ້ຢູ່ໃນຄໍາຫມັ້ນສັນຍາປັດຈຸບັນນີ້ ຫລືບໍ່? ເຈົ້າພາບກອງປະຊຸມສຸດຍອດ - ນາຍົກລັດຖະມົນຕີອັງກິດ, ທ່ານບໍຣີສ ຈອນສັນ (Boris Johnson) -ໄດ້ໃຫ້ການປະເມີນຂອງທ່ານໃນວັນຈັນຜ່ານມາ.
ທ່ານກ່າວດັ່ງນີ້: “ຂ້າພະເຈົ້າເປັນຫ່ວງຫຼາຍ. ເນື່ອງຈາກວ່າມັນອາດຈະພາດໄປ. ແລະ ພວກ ເຮົາອາດຈະບໍ່ໄດ້ມີຂໍ້ຕົກລົງທີ່ພວກເຮົາຕ້ອງການ. ມັນເປັນການສໍາພັດ ແລ້ວກໍຜ່ານໄປ, ມັນເປັນການຍາກຫຼາຍ, ຍາກຫລາຍ.”
ບັນດານັກວິທະຍາສາດກ່າວວ່າ ຜົນຂອງກອງປະຊຸມສຸດຍອດ ກລາສໂກ (Glasgow) ອາດຈະສົ່ງຜົນກະທົບຕໍ່ພວກເຮົາແຕ່ລະຄົນທີ່ອາໄສຢູ່ໃນໂລກ ທີ່ກຳລັງຮ້ອນເອົ້າຂຶ້ນນັບມື້ຢູ່ນີ້.
ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ
ເບິ່ງວີດິໂອກ່ຽວກັບລາຍງານນີ້ເປັນພາສາອັງກິດ