ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອັງກິດຍົກຍ້ອງຂໍ້ຕົກລົງລະດັບໂລກ ເພື່ອ 'ຍຸຕິໃນການນໍາໃຊ້ຖ່ານຫິນ' ແຕ່ມີແຜນການເຮັດບໍ່ຖ່ານຫີນອັນໃໝ່


ພາບປະກອບ-ນັກເຄື່ອນໄຫວຈາກ Extinction Rebellion ໃຊ້ກະແຈລັອກລົດຖີບມັດໂຕເອງໃສ່ກັບຮົ້ວ ລະຫວ່າງການສະແດງຄວາມຄິດເຫັນ ຢູ່ນອກການປະຊຸມສຸດຍອດໃນນະຄອນຫລວງ ໂຣມ, ປະເທດອີຕາລີ, ວັນທີ 31 ຕຸລາ,​ປີ 2021.
ພາບປະກອບ-ນັກເຄື່ອນໄຫວຈາກ Extinction Rebellion ໃຊ້ກະແຈລັອກລົດຖີບມັດໂຕເອງໃສ່ກັບຮົ້ວ ລະຫວ່າງການສະແດງຄວາມຄິດເຫັນ ຢູ່ນອກການປະຊຸມສຸດຍອດໃນນະຄອນຫລວງ ໂຣມ, ປະເທດອີຕາລີ, ວັນທີ 31 ຕຸລາ,​ປີ 2021.

ອີງຕາມອັງກິດ ທີ່ເປັນເຈົ້າພາບຈັດກອງປະຊຸມສຸດຍອດດ້ານສະພາບອາກາດ ຫລື COP26, “ການສິ້ນສຸດຂອງຖ່ານຫີນ” ແມ່ນຢູ່ໃນການພິຈາລະນາ ຫລັງຈາກທີ່ຫລາຍສິບປະເທດໃຫ້ຄໍາໝັ້ນທີ່ຈະຢຸດໃຊ້ຖ່ານຫີນ ແລະຍຸຕິການໃຫ້ເງິນທຶນສໍາລັບເຊື້ອໄຟຂອງຊາກສັດແລະພືດດຶກດໍາບັນນັ້ນ.

ການເຜົາໄໝ້ຖ່ານຫີນ ແມ່ນສາເຫດໃຫຍ່ທີ່ສຸດພຽງອັນດຽວຕໍ່ການປ່ຽນແປງຂອງສະພາບອາກາດ, ໂດຍຄິດເປັນຈໍານວນ 40 ເປີເຊັນໃນການປ່ອຍອາຍພິດກາຣ໌ບອນອອກມາ, ດັ່ງທີ່ອັງກິດໄດ້ກ່າວ. ໃນກອງປະຊຸມແຫ່ງການປ່ຽນແປງສະພາບອາກາດຂອງອົງການສະຫະປະຊາຊາດ ປະຈໍາປີ 2021 ຫລື COP26 ໃນມື້ວັນພະຫັດວານນີ້, ຫລາຍກວ່າ 40 ປະເທດໄດ້ໃຫ້ຄໍາໝັ້ນທີ່ຈະຄ່ອຍໆເຊົານໍາໃຊ້ຖ່ານຫີນໂດຍທັງໝົດ.

ບັນດາຜູ້ລົງນາມ ເຊິ່ງລວມເຖິງບັນດາປະເທດທີ່ນໍາໃຊ້ຖ່ານຫີນລາຍໃຫຍ່ເຊັ່ນ ຫວຽດນາມ, ອິນໂດເນເຊຍ, ໂປແລນ ແລະຢູເຄຣນ. ຄຽງຂ້າງພວກເຂົາເຈົ້ານັ້ນລວມມີ ທະນາຄານລະດັບໂລກ ແລະສະຖາບັນການເງິນຫລາຍແຫ່ງ ຕ່າງກໍພາກັນມຸ່ງໝັ້ນທີ່ຈະຍຸຕິການລົງທຶນທັງໝົດໃນການຜະລິດໄຟຟ້າຈາກຖ່ານຫີນໃໝ່.

ປະທານ COP26 ທ່ານອາລັອກ ຊາຣ໌ມາ (Alok Sharma) ໄດ້ຍົກຍ້ອງຂໍ້ຕົກລົງດັ່ງກ່າວນີ້ ອັນເປັນບາດກ້າວສໍາຄັນໃນການຕໍ່ສູ້ກັບພາວະໂລກຮ້ອນ.

ທ່ານຊາຣ໌ມາ ກ່າວກັບບັນດາຜູ້ແທນໃນວັນພະຫັດວານນີ້ວ່າ “ໃນມື້ນີ້, ພວກເຮົາກໍາລັງເຜີຍແຜ່ຖະແຫລງການ ການຫັນປ່ຽນຖ່ານຫີນໃນທົ່ວໂລກ ໄປສູ່ພະລັງງານທີ່ສະອາດ, ຄວາມມຸ່ງໝັ້ນທີ່ຈະຍຸຕິການລົງທຶນນໍາຖ່ານຫີນ ເພື່ອຈະຂະຫຍາຍຂະໜາດຂອງພະລັງງານສະອາດ ໂດຍປະຕິບັດການຫັນປ່ຽນຢ່າງເປັນໄປຕາມຂັ້ນຕອນ ແລະຍົກເລີກການນໍາໃຊ້ຖ່ານຫີນໃນຊ່ວງປີ 2030 ໃນລະບົບເສດຖະກິດທີ່ສໍາຄັນ ແລະຢູ່ແຫ່ງອື່ນໆໃນຊຸມປີ 2040.”

“ຂ້າພະເຈົ້າຄິດວ່າ ພວກເຮົາສາມາດເວົ້າໄດ້ວ່າ ການຍຸຕິນໍາໃຊ້ຖ່ານຫີນນັ້ນ ໃກ້ຈະເປັນຄວາມຈິງແລ້ວ,” ທ່ານກ່າວເສີມອີກວ່າ “ຄວາມຄືບໜ້າທີ່ພວກເຮົາເຫັນໃນຊ່ວງສອງປີທີ່ຜ່ານມາ ເບິ່ງຄືວ່າຈະເປັນຄວາມປາດຖະໜາອັນສູງສົ່ງ ເມື່ອພວກເຮົາເປັນປະທານ COP ໃນປີ 2019. ຜູ້ໃດຈະຄິດຄືນຫລັງວ່າ ເວລານີ້ພວກເຮົາສາມາດເວົ້າໄດ້ວ່າ ພວກເຮົາກໍາລັງບີບບັງຄັບອອກຈາກລະບົບການເງິນຖ່ານຫີນນານາຊາດ ຫລືພວກເຮົາຈະເຫັນການຫັນປ່ຽນຈາກພະລັງງານຖ່ານຫີນພາຍໃນປະເທດ?”

ແຕ່ວ່າ ຜູ້ນໍາໃຊ້ພະລັງງານຖ່ານຫີນລະດັບໂລກ ລວມເຖິງປະເທດຈີນ, ສະຫະລັດ, ອອສເຕຣເລຍ ແລະອິນເດຍ ບໍ່ໄດ້ລົງນາມໃນຂໍ້ຕົກລົງດັ່ງກ່າວນີ້. ຜູ້ບໍລິຫານໃຫຍ່ຂອງ ກຣີນພີຊ ອິນເຕີເນຊັນເນລ (Greenpeace International) ທ່ານນາງເຈນນິເຟີ ມໍຣ໌ແກນ (Jennifer Morgan) ໄດ້ຂຽນລົງໃນທະວິຕເຕີວ່າ ຖ້າຫາກບໍ່ມີບັນດາປະເທດເຫລົ່ານັ້ນ, “ມັນຈະຍັງຄົງມີຄວາມສ່ຽງຫລາຍ ທີ່ການຍຸຕິດັ່ງກ່າວນັ້ນ ຈະເປັນຄວາມຈິງໃນໄວໆນີ້ໄດ້.”

The "end of coal" is in sight, according to Britain, host of the COP26 climate summit, after dozens of countries pledged to stop using coal and end the financing of fossil fuels.

Burning coal is the single biggest contributor to climate change, accounting for about 40% of global carbon dioxide emissions, Britain said. At the 2021 United Nations Climate Change Conference, or COP26, Thursday, more than 40 countries pledged to phase out coal entirely.

The signatories included big coal consumers such as Vietnam, Indonesia, Poland and Ukraine. They, alongside several global banks and financial institutions, also committed to ending all investment in new coal power generation.

COP26 President Alok Sharma hailed the agreement as a major step toward combating global warming.

"Today, we are publishing the Global Coal to Clean Power transition statement, a commitment to end coal investment, to scale up clean power, to make a just transition and phase out coal in the 2030s in major economies, and in the 2040s, elsewhere," Sharma told delegates Thursday.

"I think we can say that the end of coal is in sight," he added. "The progress we've seen over the past two years would have seemed like a lofty ambition when we took on the COP presidency back in 2019. Who would have thought back then that today we're able to say that we are choking off international coal financing, or that we would see a shift away from domestic coal power?"

XS
SM
MD
LG