ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມີເລື້ອງຖົກຖຽງກັນ ກ່ຽວກັບວ່າ ການດຳເນີນຄະດີຟ້ອງຮ້ອງ ຕໍ່ທ່ານທຣຳ ແມ່ນເປັນໄປຕາມລັດຖະທຳມະນູນ ຫຼືບໍ່


ບັນດາຜູ້ຈັດການດ້ານການຟ້ອງຮ້ອງຂອງສະພາຕ່ຳສັງກັດພັກເດໂມແຄຣັດ ຢືນລຽນແຖວ ກ່ອນເຂົ້າໄປໃນຫໍສະພາສູງ ໃນຂະນະທີ່ພວກເພິ່ນ ຈະນຳສົ່ງມາດຕາການຟ້ອງຮ້ອງ ທີ່ມີຂໍ້ກ່າວເພື່ອເອົາຄວາມຜິດຕໍ່ອະດີດປະທານາທິບໍດີ ດໍໂນລ ທຣຳ, ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 25 ມັງກອນ 2021.
ບັນດາຜູ້ຈັດການດ້ານການຟ້ອງຮ້ອງຂອງສະພາຕ່ຳສັງກັດພັກເດໂມແຄຣັດ ຢືນລຽນແຖວ ກ່ອນເຂົ້າໄປໃນຫໍສະພາສູງ ໃນຂະນະທີ່ພວກເພິ່ນ ຈະນຳສົ່ງມາດຕາການຟ້ອງຮ້ອງ ທີ່ມີຂໍ້ກ່າວເພື່ອເອົາຄວາມຜິດຕໍ່ອະດີດປະທານາທິບໍດີ ດໍໂນລ ທຣຳ, ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 25 ມັງກອນ 2021.

ສາມຄັ້ງໃນປະຫວັດສາດຂອງອາເມຣິກາ ຊຶ່ງສະພາຕ່ຳສະຫະລັດ ໄດ້ຟ້ອງຮ້ອງຕໍ່ປະທານາທິບໍດີ ແລະໃນແຕ່ລະເທື່ອ ສະພາສູງໄດ້ລົງຄະແນນສຽງ ຕັດສິນວ່າປະທານາທິບໍດີບໍ່ມີຄວາມຜິດ ແລະຄັ້ງຫຼ້າສຸດປີກາຍນີ້ ໃນຕອນນັ້ນ ປະທານາທິ ບໍດີດໍໂນລ ທຣຳ ໄດ້ຖືກຟ້ອງ ໃນຂໍ້ຫາຫາທາງກົດດັນ ປະທານາທິບໍດີຂອງຢູ-ເຄຣນ ໃຫ້ລວບລວມເລື້ອງເສຍຫາຍດ້ານການເມືອງຕໍ່ຄູ່ແຂ່ງຂອງທ່ານທຣຳ ກໍຄື ທ່ານໂຈ ໄບເດັນ ສັງກັດພັກເດໂມແຄຣັດ.

ທ່ານທຣຳ ໄດ້ສ້າງປະຫວັດສາດອີກເທື່ອນຶ່ງໃນເດືອນນີ້ ເມື່ອທ່ານໄດ້ກາຍເປັນປະທານາທິບໍດີ ຄົນທຳອິດທີ່ໄດ້ຖືກຟ້ອງຮ້ອງຄັ້ງທີສອງ ຊຶ່ງໃນຄັ້ງນີ້ໄດ້ຖືກກ່າວຫາວ່າ ປຸກລະດົມພວກສະໜັບສະໜຸນຂອງທ່ານ ໃຫ້ບຸກເຂົ້າໄປລັດຖະສະພາສະຫະລັດ ໃນວັນທີ 6 ມັງກອນຜ່ານມາ ເພື່ອຂັດຂວາງລັດຖະສະພາບໍ່ໃຫ້ຮັບ ຮອງການເລືອກຕັ້ງ ທີ່ທ່ານໄບເດັນໄດ້ເອົາຊະນະທ່ານທຣຳ.

ການຟ້ອງຮ້ອງໃໝ່ນີ້ ໃນຂໍ້ຫາຍຸຍົງໃຫ້ກໍ່ຄວາມວຸ້ນວາຍ ໄດ້ຖືກຮັບຜ່ານໂດຍສະ ພາຕ່ຳໃນວັນທີ 13 ມັງກອນ ນຶ່ງອາທິດກ່ອນທີ່ທ່ານທຣຳ ຈະລົງຈາກຕຳແໜ່ງ. ແຕ່ດ້ວຍທີ່ສະພາສູງມີກຳນົດຈະໄຕ່ສວນຢ່າງເປັນທາງການຕໍ່ອະດີດປະທານາທິ ບໍດີ ໂດຍເລີ້ມຕົ້ນໃນວັນທີ 9 ກຸມພານີ້ ກໍມີເລື້ອງຖົກຖຽງກັນ ໃນດ້ານຂອງລັດ ຖະທຳມະນູນ ອອກມາວົນວຽນກ່ຽວກັບວ່າ ສະພາສູງສາມາດໄຕ່ສວນແລະເອົາ ຜິດຕໍ່ອະດີດປະທານາທິບໍດີ ໄດ້ຫຼືບໍ່.

ຄຳຖາມກໍບໍ່ແມ່ນທາງດ້ານວິຊາການເລີຍ. ໃນວັນພຸດວານນີ້ ການພະຍາຍາມທີ່ຈະລົ້ມເລີກການດຳເນີນຄະດີຕໍ່ທ່ານທຣຳ ທີ່ບໍ່ປະສົບຜົນສຳເລັດ ໂດຍບັນດາສະມາຊິກສະພາສູງຈາກພັກຣີພັບບລີກັນ ພາຍໃນ 45 ຄົນຂອງທັງໝົດ 50 ຄົນ ທີ່ໄດ້ຕັ້ງຄຳຖາມໃນຫຼັກການດ້ານລັດຖະທຳມະນູນ ຢູ່ໃນການອະພິປາຍ ແລະການລົງຄະແນນສຽງ.

ເຫດຜົນຂອງພວກເພິ່ນ ກໍແມ່ນວ່າ ເມື່ອປະທານາທິບໍດີ ໄດ້ລົງຈາກຕຳແໜ່ງແລ້ວ ເພິ່ນກໍການເປັນພົນລະເມືອງທົ່ວໄປ ແລະບໍ່ສາມາດຖືກໄຕ່ສວນ ແລະເອົາຜິດໄດ້ ແມ່ນກະທັງ ຖ້າຫາກເພິ່ນໄດ້ຖືກຟ້ອງຮ້ອງໂດຍສະພາຕ່ຳແລ້ວກໍຕາມ. ມັນເປັນການໂຕ້ຖຽງທີ່ບັນດາທະນາຍຄວາມຂອງທ່ານທຣຳ ຄາດກັນວ່າຈະຍົກຂຶ້ນມາ ໃນຂະນະດຽວກັນ ກໍພະຍາຍາມກົດດັນໃຫ້ຍົກຟ້ອງຕໍ່ອະດີດປະ ທານາທິບໍດີ.

“ພົນລະເມືອງໂດຍທົ່ວໄປ ບໍ່ໄດ້ຖືກຟ້ອງຮ້ອງ” ທ່ານແຣນ ພອລ ສະມາຊິກສະ ພາສູງສັງກັດພັກຣີພັບບລີກັນ ຈາກລັດເຄັນທັກກີ ໄດ້ກ່າວໄປ ແລະເປັນຜູ້ທີ່ສະໜັບສະໜຸນທ່ານທຣຳທີ່ແຂງຂັນ. ທ່ານກ່າວອີກວ່າ “ການຟ້ອງຮ້ອງ ແມ່ນເພື່ອຖອດອອກຈາກຕຳແໜ່ງ ແລະຜູ້ທີ່ຖືກກ່າວຫາ ໃນທີ່ນີ້ ກໍໄດ້ອອກຈາກຕຳແໜ່ງໄປແລ້ວ.”

ແຕ່ຫາກວ່າ ຄຳຖາມທີ່ວ່າ ອະດີດປະທານາທິບໍດີ ສາມາດຖືກໄຕ່ສວນໄດ້ຫຼືບໍ່ນັ້ນ ຍັງຄົງຕົກລົງກັນບໍ່ໄດ້ເທື່ອ ແລະແມ່ນກະທັງຈຳພວກ ຜູ້ທີ່ບໍ່ເຫັນພ້ອມໃນຫຼັກການດ້ານລັດຖະທຳມະນູນ ກໍຍອມຮັບວ່າ ມັນຍັງມີຊ່ອງທາງ ສຳລັບການອະພິປາຍຢູ່.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG