ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ການກໍ່ສ້າງທາງລົດໄຟ ຄວາມໄວສູງ ອາດຈະຊັກຊ້າໄປຈົນເຖິງ ປີ 2014


ຫົວລົດໄຟຄວາມໄວສູງທີ່ຈະນໍາມາບໍລິການຂົນສົ່ງ ລະຫວ່າງຈີນ ແລະລາວ
ຫົວລົດໄຟຄວາມໄວສູງທີ່ຈະນໍາມາບໍລິການຂົນສົ່ງ ລະຫວ່າງຈີນ ແລະລາວ

ການກໍ່ສ້າງທາງລົດໄຟຄວາມໄວສູງ ເຊື່ອມຕໍ່ ລະຫວ່າງລາວກັບຈີນ ອາດຈະຕ້ອງປະສົບ ກັບບັນຫາຊັກຊ້າຈົນ ເຖິງປີ 2014 ໂດຍເປັນຜົນກະທົບຈາກແຜນການ ແລະນະໂຍບາຍ ຂອງລັດຖະບານໄທ.

ເຈົ້າໜ້າທີ່ຂັ້ນສູງຂອງອົງການລົດໄຟແຫ່ງຊາດລາວ ໄດ້ໃຫ້ການຍອມຮັບວ່າ ໂຄງການ
ກໍ່ສ້າງທາງລົດໄຟຄວາມໄວສູງ ເພື່ອເຊື່ອມຕໍ່ລະຫວ່າງລາວກັບຈີນອາດຈະຕ້ອງປະ
ສົບກັບບັນຫາຊັກຊ້າຕໍ່ໄປອີກຫຼືຈົນເຖິງປີ 2014 ກໍເປັນໄປໄດ້ ຈຶ່ງສາມາດເລີ່ມລົງມື
ດໍາເນີນການກໍ່ສ້າງຕົວຈິງໄດ້ ແລະ ການຊັກຊ້າດັ່ງກ່າວນີ້ກໍຖືເປັນຜົນກະທົບໂດຍກົງ ຈາກນະໂຍບາຍຂອງລັດຖະບານໄທກ່ຽວກັບແຜນການກໍ່ສ້າງທາງລົດໄຟຄວາມໄວສູງ
ໃນໄທ ເພື່ອເຊື່ອມຕໍ່ກັບລາວ ແລະຈີນເປັນສໍາຄັນ.

ທັງນີ້ກໍເນື່ອງຈາກວ່າຄະນະລັດຖະບານຊຸດປັດຈຸບັນຂອງໄທ ໄດ້ມີການປ່ຽນແປງແຜນ
ການກໍ່ສ້າງທາງລົດໄຟຄວາມໄວສູງຈາກເດີມທີ່ໃຫ້ຄວາມສໍາຄັນກັບການເຊື່ອມຕໍ່ຈາກ
ນະຄອນວຽງຈັນຜ່ານໜອງຄາຍມາຍັງບາງກອກນັ້ນ ໄດ້ມີການປັບປ່ຽນມາໃຫ້ບຸລິມະ ສິດກັບເສັ້ນທາງທີ່ເຊື່ອມຕໍ່ຈາກບາງກອກໄປຊຽງໃໝ່ເປັນໂຄງການທໍາອິດ.

ສ່ວນໂຄງການເຊື່ອມຕໍ່ທາງລົດໄຟຄວາມໄວສູງກັບລາວນັ້ນ ນອກຈາກຈະຍັງບໍ່ມີກໍາໜົດ ເວລາຂອງການເລີ່ມລົງມືກໍ່ສ້າງທີ່ ຊັດເຈນແລ້ວ ກໍຍັງປະກົດວ່າ ທາງການໄທໄດ້ຕັດສິນ ໃຈທີ່ຈະດໍາເນີນການກໍ່ສ້າງທາງລົດໄຟທີ່ມີໄລຍະທາງສັ້ນລົງອີກດ້ວຍ ຊື່ງກໍຄືການກໍ່ສ້າງ ທາງລົດໄຟຄວາມໄວສູງເຊື່ອມຕໍ່ຈາກບາງກອກເຖິງຈັງຫວັດນະຄອນລາດສະສີມາ ຫຼື
ໂຄລາດເທົ່ານັ້ນ.

ທ່ານນາງຍິ່ງລັກ ຊິນນາວັດ ນາຍົກລັດຖະມົນຕີໄທ
ທ່ານນາງຍິ່ງລັກ ຊິນນາວັດ ນາຍົກລັດຖະມົນຕີໄທ

ຍິ່ງໄປກວ່ານັ້ນ ລັດຖະບານໄທກໍຍັງໄດ້
ໃຫ້ບຸລິມະສິດກັບໂຄງການກໍ່ສ້າງທາງ
ລົດໄຟ ທີ່ເຊື່ອມຕໍ່ຈາກບາງກອກໄປຍັງ
ພາກຕາເວັນອອກຂອງໄທອີກດ້ວຍ ດັ່ງ
ທີ່ທ່ານນາງຍິ່ງລັກ ຊິນນາວັດ ນາຍົກ
ລັດຖະມົນຕີໄທໄດ້ຖະແຫຼງຢືນຢັນວ່າ:

ຖ້າເບີ່ງຈາກ Campaign ເຮົາກໍຈະ
ມີຢູ່ສາມຈຸດ ກໍຄື ກຸງເທບ-ໂຄລາດ,
ກຸງເທບ-ຫົວຫີນ, ແລ້ວກໍກຸງເທບ-
ຊຽງໃໝ່ ສາມສະຖານທີ່.


ຊຶ່ງດ້ວຍແຜນການ ແລະນະໂຍບາຍດັ່ງກ່າວຂອງລັດຖະບານໄທ ກໍໄດ້ເປັນຜົນເຮັດໃຫ້
ທາງການຈີນເຫັນວ່າ ຍັງບໍ່ມີຄວາມຈໍາເປັນທີ່ຈະຕ້ອງເລັ່ງດໍາເນີນການກໍ່ສ້າງທາງລົດ
ໄຟຄວາມໄວສູງໃນລາວ ເພາະວ່າການທີ່ຈະເຮັດໃຫ້ການລົງທຶນກໍ່ສ້າງທາງລົດໄຟຄວາມ
ໄວສູງໃນລາວໄດ້ຮັບຜົນປະໂຫຍດສູງສຸດນັ້ນ ຈະຕ້ອງສາມາດເຊື່ອມຕໍ່ກັບໄທໄປມາເລ
ເຊຍແລະ ສິງກະໂປໄດ້ດ້ວຍ ຊຶ່ງກໍໝາຍຄວາມວ່າ ທາງການຈີນຈະລົງທຶນກໍ່ສ້າງທາງ
ລົດໄຟຄວາມໄວສູງໃນລາວ ຢ່າງແທ້ຈິງນັ້ນກໍຕໍ່ເມື່ອວ່າມີຄວາມຊັດເຈນຈາກລັດຖະບານ
ໄທເສຍກ່ອນ.

ທ່ານ ຈຽງ​ ຈ້າວຫຼຽງ, ປະທານ​ທະນາຄານ​ພັດທະນາ​ແຫ່ງປະ​ເທດ​ຈີນ​ ​ໄດ້​ໃຫ້ການ​ຢືນ
ຢັນ​ໃນ​ລະຫວ່າງ​ການ​ເຂົ້າ​ຢ້ຽມຢາມຄຳນັບ​ທ່ານ ຈູມ​ມະ​ລີ ​ໄຊ​ຍະ​ສອນ, ປະທານ​ປະ
ເທດ​ລາວ ​ເມື່ອ​ບໍ່​ດົນ​ມາ​ນີ້​ຢູ່​ນະຄອນຫຼວງ​ວຽງ​ຈັນວ່າ ລັດຖະບານ​ຈີນ ​ໄດ້​ໃຫ້​ຄວາມ​
ສຳຄັນ​ຢ່າງ​ຍິ່ງ ​ຕໍ່​ໂຄງ​ການ​ເຊື່ອມຕໍ່ທາງ​ລົດ​ໄຟ​ຄວາມ​ໄວ​ສູງ​ຈາກ​ຈີນ​ມາລາ​ວ. ດ້ວຍ​ເຫດ​
ນີ້ ລັດຖະບານ​ຈີນ​ຈຶ່ງ​ໄດ້​ມອບ​ໝາຍ​ໃຫ້​ທະນາຄານ​ພັດທະນາ​ແຫ່ງປະ​ເທດຈີນ ​ເປັນ​ຜູ້​ຮັບ​
ຜິດ​ຊອບ​ໃນ​ການຈັດ​ຫາ​ແຫຼ່ງ​ເງິນທຶນເພື່ອ​ໃຫ້ການ​ສະໜັບ​ສະ​ໜູນ​ແກ່​ໂຄງການ​ໄປ​ຈົນ
​ກວ່າວ່າການ​ດຳ​ເນີນ​ງານ​ແລ້ວ​ຢ່າງ​ສົມບູນ ​ໃນ​ທຸກໆ​ດ້ານ.

ກ່ອນໜ້ານີ້ທ່ານ ສົມສະຫວາດ ເລັ່ງສະຫວັດ ຮອງນາຍົກລັດຖະມົນຕີ, ໄດ້ຖະແຫຼງຢືນ
ຢັນວ່າ ທາງການລາວ ແລະຈີນໄດ້ຕົກລົງໃນບົດບັນທຶກຄວາມເຂົ້າໃຈຮ່ວມກັນຢ່າງຈະ
ແຈ້ງແລ້ວວ່າ ຈະຮ່ວມກັນຈັດຕັ້ງບໍລິສັດຮ່ວມທຶນຂຶ້ນມາ ເພື່ອຮັບຜິດຊອບໂຄງການດັ່ງ
ກ່າວ ດັ່ງທີ່ທ່ານ ສົມສະຫວາດໄດ້​ເນັ້ນຢໍ້າວ່າ:

ການເຊັນສັນຍາກ່ຽວກັບການສ້າງທາງລົດໄຟຄວາມໄວສູງ ລະຫວ່າງລາວກັບຈີນ ທີ່ນະຄອນວຽງຈັນ ໃນປີ 2011 ທີ່ຜ່ານມາ
ການເຊັນສັນຍາກ່ຽວກັບການສ້າງທາງລົດໄຟຄວາມໄວສູງ ລະຫວ່າງລາວກັບຈີນ ທີ່ນະຄອນວຽງຈັນ ໃນປີ 2011 ທີ່ຜ່ານມາ

ໃນ MOU ໄດ້ລະບຸວ່າຈີນ
-ລາວຮ່ວມ
ກັນລົງທຶນ
ເພື່ອກໍ່ສ້າງ ຄຸ້ມຄອງ ບໍ
ລິຫານ
ບົນພີ້ນຖານຕ່າງ
ຝ່າຍຕ່າງໄດ້ຮັບຜົນປະ

ໂຫຍດ ແລະພັດທະນາ
ຮ່ວມກັນ ແລ້ວ
ສ້າງຕັ້ງ
ບໍລິສັດຮ່ວມທຶນລາວ-
ຈີນ. ຢູ່ໃນ
ນີ້ກໍແມ່ນຝ່າຍ
ຈີນຈະປະກອບສ່ວນ
ເປັນ
ເງິນສົດ ແລະອຸປະ
ກອນ ຖືຫຸ້ນນີ້ແມ່ນ
70%
ສ່ວນຝ່າຍລາວຖືຫຸ້ນ 30%. ໃນນີ້
ກະຮວມມືຄ່າເວນຄືນທີດິນ ຍົກຍ້າຍຈັດສັນ
ປະຊາຊົນ ຫຼືວ່າຄ່າເກັບກູ້ລະເບີດບໍ່
ທັນແຕກ.”

ແຕ່ຢ່າງໃດກໍຕາມ ເນື່ອງຈາກວ່າ ການກໍ່ສ້າງທາງລົດໄຟໃນລາວນັ້ນ ຈະຕ້ອງໃຊ້ເງິນລົງ
ທຶນເຖິງ 7,000 ລ້ານໂດລາ ຈຶ່ງເຮັດໃຫ້ທາງການຈີນຕ້ອງການຕໍ່ລອງເອົາຜົນປະໂຫຍດ
ໃຫ້ໄດ້ຫລາຍທີ່ສຸດ ອັນເປັນຜົນເຮັດໃຫ້ການເຈລະຈາດັ່ງກ່າວ ຍັງຄົງສືບຕໍ່ເລື້ອຍມາ ຈົນ
ເຖິງເວລານີ້.

XS
SM
MD
LG