ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການເຮັດທຸລະກິດ ທາງດ້ານອອກແບບ ແລະຮັບເໝົາກໍ່ສ້າງ ຢູ່​ລັດ​ໂຄ​ໂລ​ຣາ​ໂດ


ເຮືອນທີ່ທາງບໍລິສັດ Sai Consctruction and Engineering ສ້ອມແປງຄືນໃໝ່ ແລ້ວຂາຍອອກສູ່ຕະຫຼາດ.
ເຮືອນທີ່ທາງບໍລິສັດ Sai Consctruction and Engineering ສ້ອມແປງຄືນໃໝ່ ແລ້ວຂາຍອອກສູ່ຕະຫຼາດ.

ການເປີດບໍລິສັດ ເພື່ອເປັນທຸລະກິດຮັບເໝົາແລະອອກແບບກໍ່ສ້າງ ເປັນ ສິ່ງທີ່ທ້າທາຍຄວາມສາມາດ, ແຕ່ຖ້າຮູ້ວິທີການດໍາເນີນທຸລະກິດດ້ານນີ້ຢ່າງຖືກ ຕ້ອງ ກໍ່ເປັນການສ້າງລາຍໄດ້ທີ່ດີພໍສົມຄວນ, ທິບສຸດາ ມີລະອຽດຈາກຜູ້ດໍາເນີນກິດຈະການ ກ່ຽວກັບທຸລະກິດດ້ານນີ້ມາສະເໜີທ່ານ ໃນອັນດັບຕໍ່ໄປ.

ການເຮັດທຸລະກິດອອກແບບ ແລະຮັບເໝົາກໍ່ສ້າງ ແມ່ນມີຄວາມຫຼາກຫຼາຍ ບໍ່ວ່າຈະເປັນເລື້ອງເອກະສານ ການດໍາເນີນງານ ເງິນທຶນ ການເຂົ້າຫາລູກຄ້າ ແລະຜົນກໍາໄລ ຫຼືຂະໜາດຂອງວຽກທີ່ຮັບເໝົາມານັ້ນ ຈະເປັນໂຄງການນ້ອຍ-ໃຫຍ່ຂະໜາດໃດ.

ທ່ານ ທັອມ ພັອງ, ນັກທຸລະກິດຜູ້ເປີດບໍລິສັດອອກແບບ ແລະຮັບເໝົາກໍ່ສ້າງໃນຊື່ Sai Construction and Engineering ຢູ່ລັດໂຄໂລຣາໂດ, ເຊິ່ງເປັນ Small Corporation, ເລີ້ມຕົ້ນດໍາເນີນທຸລະກິດທາງດ້ານນີ້ມາໃນຊ່ວງປີ 2014 ໄດ້ເລົ່າສູ່ຟັງວ່າ ກ່ອນຊິເລີ້ມດໍາເນີນການທຸລະກິດທາງດ້ານນີ້ ຕ້ອງຮູ້ຈັກກັບບາດກ້າວຂອງການດໍາເນີນງານໃຫ້ລະອຽດເສຍກ່ອນ ໂດຍສະເພາະກ່ຽວກັບດ້ານເອກະສານຕ່າງໆເພາະເປັນສິ່ງສໍາຄັນຫຼາຍ, ເອກະສານຕ້ອງໃຫ້ມີຄົບແລະ ສົມບູນ, ເຊິ່ງເພິ່ນໄດ້ກ່າວວ່າ:

“ສໍາລັບບໍລິສັດຂອງຂ້ອຍ ໄດ້ໃບອະນຸຍາດທັງສາມຂັ້ນເຊັ່ນ ທ້ອງຖິ່ນ, ຂັ້ນລັດ ແລະຂັ້ນລັດຖະບານກາງ, ແຕ່ຕ້ອງໄດ້ເສັງເອົາໃບຮັບຮອງນັ້ນ ເພາະມັນເປັນສິ່ງສໍາຄັນຫຼາຍ. ເວົ້າລວມກໍຄື ຕ້ອງໄດ້ຂໍໃບອະນຸຍາດໃນການເປີດບໍລິສັດ, ໄດ້ຮັບອະນຸມັດ, ໄປເສັງເອົາໃບຮັບຮອງ ເຊິ່ງຂຶ້ນຢູ່ກັບໂຄງການທີ່ເຈົ້າຕ້ອງການດໍາເນີນ.”

ພະນັກງານຂອງບໍລິສັດ Sai Construction and Engineering, ກໍາລັງວາງແຜນການເຮັດວຽກ.
ພະນັກງານຂອງບໍລິສັດ Sai Construction and Engineering, ກໍາລັງວາງແຜນການເຮັດວຽກ.

ການແລ່ນເອກະສານມີຄວາມຫຍຸ້ງຍາກຫຼາຍ ເຊິ່ງມັນປະກອບມີຫຼາຍເອກະສານ, ສະນັ້ນ ສິ່ງສໍາຄັນທີ່ສຸດ ຕ້ອງມີຄົນຮູ້ຈັກກ່ຽວກັບເລື້ອງນີ້ ເພື່ອຄວາມສະດວກຂອງບໍລິສັດເອງ ອັນປະກອບດ້ວຍທະນາຍຄວາມ, ນາຍບັນຊີ (CPA), ຜູ້ກວດສອບບັນຊີ ແລະອື່ນໆ ເຊິ່ງຄ່າທະນາຍຄວາມ ເລີ້ມຕົ້ນທີ່ 200-350 ໂດລາຕໍ່ຊົ່ວໂມງ, ຄ່າເຮັດວຽກສໍາລັບ CPA 150-200 ໂດລາຕໍ່ຊົ່ວໂມງ, ແຕ່ລະປີກໍບໍ່ຄືກັນ ເພາະມັນແລ້ວແຕ່ວຽກ ແຕ່ລະໂຄງການ.

ສໍາລັບບໍລິສັດຂອງທ່ານ ພັອງ, ທຶນໃນການຈົດທະບຽນຂອງບໍລິສັດແມ່ນຂຶ້ນຢູ່ກັບແຕ່ລະໂຄງການ, ຖ້າໂຄງການນ້ອຍ ຫຼືປານກາງ ກໍຈະຢູ່ລະຫວ່າງ 5-8
ໝື່ນໂດລາ. ແຕ່ ຖ້າເປັນໂຄງການໃຫຍ່ ແມ່ນຢູ່ລະຫວ່າງ 2-3 ແສນໂດລາຂຶ້ນ.

ນອກນັ້ນ, ໃນການດໍາເນີນທຸລະກິດແບບນີ້ ກໍບໍ່ໄດ້ໝາຍຄວາມວ່າ ເຮົາຈະບໍ່ມີຄວາມສ່ຽງ, ເພາະບາງຄັ້ງກໍຄາດຄະເນບໍ່ໄດ້ວ່າແມ່ນຫຍັງຈະເກີດຂຶ້ນໃນເວລາການດໍາເນີນວຽກງານ, ດັ່ງນັ້ນ ທາງບໍລິສັດຈຶ່ງຈໍາເປັນຕ້ອງມີຫຼັກຄໍ້າປະກັນ ທີ່ເອີ້ນວ່າ BOND (ເງິນຄໍ້າປະກັນ), ແລະແບ່ງເປີເຊັນໃຫ້ກັບ BOND ທີ່ເປັນຫຼັກຄໍ້າປະກັນຕາມສັນຍາ 3, 5, 7 ເປີເຊັນ ແລ້ວແຕ່ລະໂຄງການ, ໂດຍ ທ່ານ ພັອງ ໄດ້ກ່າວວ່າ:

"ທຸກໆໂຄງການທີ່ເປັນຂອງລັດ, ຖະນົນຫົນທາງ, ໂຮງຮຽນຂອງລັດ, ມະຫາວິທະຍາໄລ ແລະອື່ນໆທີ່ຕ້ອງໃຊ້ທຶນ 2-3 ແສນໂດລາຂຶ້ນໄປ ແມ່ນຕ້ອງໄດ້ໃຊ້ BOND. ປັດຈຸບັນ ຂ້າພະເຈົ້າກໍາລັງຮັບເໝົາສ້າງມະຫະວິທະຍາໄລໃນໂຄງການ ເຄິ່ງລ້ານ, ສະນັ້ນ ຂ້າພະເຈົ້າຈໍາເປັນຕ້ອງມີ BOND ເພື່ອຄໍ້າປະກັນໃນລາຄາ 5 ແສນໂດລານີ້ໄດ້ ເພື່ອວ່າມີຫຍັງເກີດຂຶ້ນ ທີ່ຂ້ອຍບໍ່ສາມາດເຮັດວຽກນີ້ແລ້ວຕາມສັນຍາ, BOND ກໍຈະຮັບປະກັນໃຫ້ໄດ້ວ່າວຽກຂອງຂ້ອຍຈະສໍາເລັດ ໃນຂະນະທີ່ຂ້ອຍກໍາລັງດໍາເນີນການກັບຄູ່ກໍລະນີຢູ່...ປະມານນັ້ນ.”

ໂຄງການນຶ່ງ ຂອງ Sai Construction and Engineering.
ໂຄງການນຶ່ງ ຂອງ Sai Construction and Engineering.

ທ່ານ ພັອງບອກວ່າ ຫຼັງຈາກຫັກຕົ້ນທຶນໝົດທຸກຢ່າງອອກແລ້ວ ຈໍານວນເງິນກໍາໄລທີ່ເພິ່ນໄດ້ໃນແຕ່ລະໂຄງການກໍຈະໄດ້ຢ່າງໜ້ອຍປະມານ 20 ເປີເຊັນ, ແລະໃນປີນຶ່ງໆ ເພິ່ນມີໂຄງການກໍ່ສ້າງ ແລະສ້ອມແປງຢູ່ຢ່າງໜ້ອຍ 4-8 ໂຄງການນ້ອຍໃຫຍ່ ລວມກັນ.

ນອກຈາກນັ້ນ, ພະນັກງານຂອງບໍລິສັດກໍສໍາຄັນ ໂດຍສະເພາະພະນັກງານເຮັດວຽກພາກສະໜາມປະຈໍາບໍລິສັດ, ເຊິ່ງທ່ານ ພັອງໄດ້ບອກວ່າ ຈ່າຍເງິນໃຫ້ພວກເຂົາເຈົ້າເປັນເງິນເດືອນ ເຖິງວ່າທາງບໍລິສັດຈະບໍ່ມີວຽກເຂົ້າມາ ກໍ່ຍັງໄດ້ໃຫ້, ທີ່ສໍາຄັນ ທາງບໍລິສັດກໍມີໂບນັສໃຫ້ພ້ອມ ຖ້າວຽກອອກມາດີ ແລະແລ້ວໄວ. ຢ່າງໃດກໍດີ, ນະປັດຈຸບັນນີ້ ໂຄງການຂອງເພິ່ນແມ່ນມີມາເລື້ອຍໆຈົນເຖິງອີກສອງປີຂ້າງໜ້າ.

ທ່ານ ພັອງ ກ່າວວ່າ, ສິ່ງທີ່ເຮັດໃຫ້ທ່ານປະສົບກັບຄວາມສໍາເລັດກໍຄື ຄວາມຈິງໃຈກັບລູກຄ້າ ບໍ່ເອົາປຽບ ແລະໃຫ້ຄວາມສໍາຄັນໃນສິ່ງທີ່ລູກຄ້າຕ້ອງການ, ສິ່ງສໍາຄັນ ຕ້ອງລະອຽດ, ດໍາເນີນງານໄດ້ດີ ແລະທັນຕໍ່ຄວາມຕ້ອງການລູກຄ້າໄດ້ທຸກເວລາ, ເພາະລູກຄ້າ ຈະເປັນຜູ້ຢັ້ງຢືນເຖິງຄວາມສາມາດຂອງບໍລິສັດເຮົາໄດ້ໃນອະນາຄົດອີກດ້ວຍ ໂດຍທ່ານໄດ້ກ່າວວ່າ:

“ໝັ້ນໃຈວ່າຕ້ອງໄດ້ລົງເຮັດໃຫ້ພວກເຂົາດີ, ເພາະທຸກຄົນ ເຂົາເຈົ້າຊິຈົ່ມວ່າໃຫ້ເຮົາໄດ້, ເຂົາເຈົ້າຊິຖາມເອົາໃນສິ່ງທີ່ພວກເຂົາເຈົ້າມັກ ເອົານັ້ນໃສ່ ເອົານີ້ໃສ່, ເຮັດທຸກຢ່າງໃຫ້ວຽກຂອງພວກແລ້ວຕາມເວລາ ຕາມງົບ ສໍາລັບພວກເຂົາເຈົ້າ.”

ພະນັກງານຂອງບໍລິສັດ ກໍາລັງເຮັດວຽກຢູ່ສະຖານທີ່ແຫ່ງນຶ່ງ.
ພະນັກງານຂອງບໍລິສັດ ກໍາລັງເຮັດວຽກຢູ່ສະຖານທີ່ແຫ່ງນຶ່ງ.

ຢ່າງໃດກໍຕາມ, ນອກຈາກຄວາມພ້ອມ ໃນເລື້ອງການດໍາເນີນງານຕ່າງໆແລ້ວ, ສິ່ງສໍາຄັນທີ່ສຸດ ກໍຕ້ອງອາໄສປະສົບການ ແລະການສຶກສາຢ່າງລະອຽດ ກ່ອນຈະດໍາເນິນການທຸລະກິດທາງດ້ານນີ້, ເພາະ ເມື່ອປະສົບຄວາມສໍາເລັດ ແລະເປັນທີ່ຍອມຮັບຈາກລູກຄ້າແລ້ວ ກໍເປັນການສ້າງລາຍໄດ້ທີ່ດີພໍສົມຄວນ.

XS
SM
MD
LG