ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບັນ​ດາ ​ສະ​ມາ​ຊິກ​ ສະ​ພາຕ່ຳ ພັກ​ເດ​ໂມ​ແຄ​ຣັດ ພາ​ກັນ​ຕໍ່​ສູ້ ​ເພື່ອຍ​ຸ​ຕິ ແຜນ​ການ ກໍ່​ສ້າງກຳ​ແພງ​ ຂອງທ່ານ​ທ​ຣຳ


Democratic Lawmakers Fight to Stop Trump Border Wall
please wait

No media source currently available

0:00 0:02:31 0:00

ສະ​ພາ​ຕ່ຳຂອງສະ​ຫະ​ລັດ ​ໄດ້​ຄັດ​ຄ້ານ​ຕໍ່​ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ
ໃນ​ວັນ​ອັງ​ຄານ​ວານ​ນີ້ ໂດຍໄດ້ຮັບຮອງ​ເອົາມະ​ຕິທີ່​ບໍ່ຄ່ອຍ​ຈະ​ມີ ເພື່ອຕ່າວ​ປີ້ນການ
​ປະ​ກາດ​ພາ​ວະ​ສຸກເສີນໃນເຂດ​ຊາຍ​ແດນຂອງ​ສະ​ຫະ​ລັດ ກັບ​ເມັກ​ຊິ​ໂກ. ແຕ່ການ​
ດຳ​ເນີນຄວາມ​ພະ​ຍາ​ຍາມ​ທີ່​ຈະ​ຢັບ​ຢັ້ງ​ບໍ່​ໃຫ້​ປະ​ທາ​ນາ​ທິ​ບໍ​ດີ ເອົາງົບ​ປະ​ມານຕ່າງໆ
ໄປ​ສ້າງ​ກຳ​ແພງຂັ້ນ​ຊາຍ​ແດນດັ່ງ​ກ່າວ ໄດ້ປະ​ເຊີນ​ກັບ​ການ​ຕໍ່​ສູ້​ກັນທີ່​ດຸ​ເດືອດກວ່າ
ຢູ່ໃນ​ສະ​ພາ​ສູງ ແລະຖືກຂູ່ວ່າ ​ຈະ​ມີ​ການ​ຄັດ​ຄ້ານ ຫລື​ວີ​ໂຕ້ຄືນຢູ່​ທຳ​ນຽບ​ຂາວ.
ນັກ​ຂ່າວຂອງວີ​ໂອ​ເອ ປະ​ຈຳທຳ​ນຽບ​ຂາວ Katherine Gypson ມີ​ລາຍ​ງານກ່ຽວ​ກັບ
​ເລື້ອງ​ນີ້ຈາກ​ລັດ​ຖະ​ສະ​ພາສະ​ຫະ​ລັດ ຊຶ່ງວັນ​ນະ​ສອນ ​ມີ​ລາຍ​ລະ​ອຽດ​ມາ​ສະ​ເໜີ​ທ່ານ​
ໃນ​ອັນ​ດັບ​ຕໍ່​ໄປ.

ບໍ່​ມີ​ວິ​ກິດ​ການ​ຢູ່ໃນເຂດ​ຊາຍ​ແດນ​ທາງ​ພາກ​ໃຕ້​ຂອງ​ປະ​ເທດ. ນັ້ນ​ແມ່ນ​ຖ້ອຍ​ຄຳ​ຂອງ
ສະ​ມາ​ຊິກສະ​ພາ​ຕ່ຳ​ສັງ​ກັດພັກ​ເດ​ໂມ​ແຄ​ຣັດ ແລະ​ຂອງ​ສະ​ມາ​ຊິກ​ບາງ​ຄົນ ຈາກ​ພັກ
​ຣີ​ພັບ​ບ​ລີ​ກັນ ທີ່​ພະ​ຍາ​ຍາມຈະ​ຕ່າວ​ປື້ນການ​ປະ​ກາດ​ພາ​ວະ​ສຸກ​ເສີນ​ແຫ່ງ​ຊາດ ​ຂອງ​
ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ.

ທ່ານ Joaquin Castro ສະ​ມາ​ຊິກສະ​ພາ​ຕ່ຳທີ່ສັງ​ກັດພັກ​ເດ​ໂມ​ແຄ​ຣັດ ​ກ່າວ​ວ່າ
“ປະ​ທາ​ນາ​ທິ​ບໍ​ດີແມ່ນ​ໄດ້ກ່າວມາ​ຕະ​ຫລອດ​ວ່າ ກຳ​ແພງ​ໃດໆກໍ​ຕາມ ຈະແມ່ນເມັກ​ຊິ​
ໂກເປັນ​ ຜູ້​ຈ່າຍ​ຄ່າ​ສ້າງ​ມັນ. ເອີ່, ແລ້ວເມັກ​ຊິ​ໂກກໍໄດ້​ປະ​ຕິ​ເສດ​ທີ່​ຈະ​ຈ່າຍ ແລະ​ລັດ
​ຖະ​ສະ​ພາ​ກໍ​ໄດ້​ປະ​ຕິ​ເສດ​ທີ່​ຈະ​ຈ່າຍ​ເຊັ່ນ​ກັນ. ເພາະສະ​ນັ້ນ ​ທ່ານປະ​ທາ​ນາ​ທິ​ບໍ​ດີ,
ແທນ​ທີ່​ຈະປ່ອຍໃຫ້​ມັນ​ເປັນ​ໄປຕາມ​ເລື້ອງ, ກັບ​ໄດ້​ຕັດ​ສິນ​ໃຈ​ວ່າ ທ່ານ​ຈະ​ປະ​ຕິ​ບັດ
​ການ​ແບບ​ລຳ​ພັງຜູ້​ດຽວ, ຢ່າງ​ບໍ່​ຖືກ​ຕ້ອງ​ຕາມ​ກົດ​ໝາຍ.”

ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ກ່າວໃນພິທີງານ ທີ່ສວນກຸຫຼາບໃນທຳນຽບຂາວ ປະກາດພາວະສຸກເສີນແຫ່ງຊາດ ເພື່ອສ້າງກຳແພງ​ໃສ່ ເມືອງຊາຍແດນພາກໃຕ້ຂອງສະຫະລັດ, 15 ກຸມພາ 2019.
ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ກ່າວໃນພິທີງານ ທີ່ສວນກຸຫຼາບໃນທຳນຽບຂາວ ປະກາດພາວະສຸກເສີນແຫ່ງຊາດ ເພື່ອສ້າງກຳແພງ​ໃສ່ ເມືອງຊາຍແດນພາກໃຕ້ຂອງສະຫະລັດ, 15 ກຸມພາ 2019.

ການ​ປະ​ກາດ​ພາ​ວະ​ສຸກ​ເສີນ​ແຫ່ງ​ຊາດ ອະ​ນຸ​ຍາດ​ໃ​ຫ້​ປະ​ທາ​ນາ​ທິ​ບໍ​ດີ ສາ​ມາດ​ທີ່​ຈະ​ຍ້າຍ
​ງົບ​ປະ​ມານ 6 ຕື້ໂດ​ລາຈາກ​ໂຄງ​ການ​ທີ່ໄດ້​ຮັບ​ຜ່ານກັນ​ໄປ​ແລ້ວ ຊຶ່ງ​ສ່ວນ​ໃຫຍ່​ແມ່ນ
ງົບ​ປະ​ມານ​ທາງ​ທະ​ຫານ ເພື່ອ​ຈະເອົາ​ໄປ​ສ້າງ​ກຳ​ແພງ.

ມັນ​ແມ່ນ​ການ​ເອົາ​ບາດ​ກ້າວທີ່​ການ​ນຳ​ຂອງ​ພັກ​ຣີ​ພັບ​ບ​ລິ​ກັນ​ໃນສະ​ພາ​ຕ່ຳເວົ້າ​ວ່າ
ມັນ​ຢູ່​ພາຍ​ໃນ​ສິດ​ອຳ​ນາດ​ຂອງ​ທ່ານ​ທ​ຣຳ ໃນ​ຖາ​ນະທີ່​ເປັນ​ປະ​ທາ​ນາ​ທິ​ບໍ​ດີ.

ທ່ານ Kevin McCarthy, ຊຶ່ງ​ເປັນຜູ້ນຳ​ສຽງ​ສ່ວນ​ໜ້ອຍ​ໃນ​ສະ​ພາ​ຕ່ຳກ່າວ​ວ່າ “ສິ່ງ​ທີ່​
ພວກ​ເຮົາ​ເຫັນທີ່​ເກີດ​ຂຶ້ນຢູ່ຕາມ​ຊາຍ​ແດນ​ນັ້ນແມ່ນ ຈຳ​ນວນ​ຢາ​ເສບ​ຕິດ, ຈຳ​ນວນ​
ຜູ້​ຄົນ​ລົ້ມ​ຕາຍ​ໃນ​ອາ​ເມ​ຣິ​ກາ, ຈຳ​ນວນ​ຂອງ​ຂະ​ບວນ​ການ​ຄ້າ​ມະ​ນຸດ ທີ່​ຜ່ານ​ເຂົ້າ​ມາ​
ໃນ​ປະ​ເທດ, ຊຶ່ງ​ເປັນບັນ​ຫາ​ຖ້ວມ​ລົ້ນຢ່າງ​ຫລວງ​ຫລາຍ. ສະ​ນັ້ນ ທ່ານປະ​ທາ​ນາ​ທິບໍດີ​
ແມ່ນ​ມີ​ອຳ​ນາດທີ່​ຈະ​ກະ​ທຳ​ການໄດ້.”

ແຕ່​ວ່າ​ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ສະ​ຫະ​ລັດ ຈາກ​ທັງ​ສອງ​ພັກ ແມ່ນ​ພາ​ກັນ​ມີ​ຄວາມ​ເປັນ
​ຫ່ວງ​ເປັນ​ໃຍ​ວ່າ​ການ​ກະ​ທຳ​ດັ່ງ​ກ່າວ ອາດຈະ​ເຮັດ​ໃຫ້​ເປັນ​ຕົວ​ຢ່າງ​ທີ່ເປັນອັນ​ຕະ​ລາຍ
ໂດຍ​ການ​ຍາດຊິງ​ເອົາ​ອຳ​ນາດໃນ​ການ​ຄວບ​ຄຸມ​ການ​ໃຊ້​ຈ່າຍຈາກ​ລັດ​ຖະ​ສະ​ພາ.​

ທ່ານ Steny Hoyer, ຜູ້ນຳ​ສຽງ​ສ່ວນ​ຫຼາຍຈາກ​ສະ​ພາ​ຕ່ຳ​ກ່າວ​ວ່າ “ຂ້າ​ພະ​ເຈົ້າ​ຫວັງ​ວ່າ
ບັນ​ດາ​ເພື່ອນ​ທີ່​ສັງ​ກັດ​ພັກ​ຣີ​ພັບ​ບ​ລິກັນຂອງ​ພວກ​ເຮົາ ຈະ​ລົງ​ຄະ​ແນນ​ສຽງ ໂດຍ​ມີ
​ການ​ນຶກ​ຄິດ ​ແລະ​ມີຄວາມ​ເປັນ​ຫ່ວງ​ເປັນ​ໃຍ ຕໍ່​ກົດ​ລັດ​ຖະ​ທຳ​ມະ​ນູນ ແລະ​ບໍ່​ແມ່ນ​ຄິດ
ເຫັນ​ແຕ່​ດ້ານ​ການ​ເມືອງ ແລະ​ຄວາມ​ເປັນ​ຫ່ວງຕໍ່​ພັກຂອງ​ຕົນ.”

ສະ​ມາ​ຊິກ​ສະ​ພາ​ສູງ 3 ທ່ານ ໄດ້​ກ່າວ​ວ່າ ພວກ​ເພິ່ນມີ​ແຜນ​ທີ່​ຈະໃຫ້​ການ​ສະ​ໜັບ​ສະ​ໜຸນ
ຕໍ່ມະ​ຕິ​ດັ່ງ​ກ່າວ​ໃນຕອນ​ທີ່​ສະ​ພາ​ສູງນຳ​ເອົາ​ມັນ​ມາພິ​ຈາ​ລະ​ນາ ໃນ​ເດືອນ​ມີ​ນາຈະ​ມາ​ເຖິງ​ນີ້.

ທ່ານ​ນາງ​ Lisa Murkowski ສະ​ມາ​ຊິກ​ສະ​ພາ​ສູງສັງ​ກັດ​ພັກ​ຣີ​ພັບ​ບ​ລິ​ກັນກ່າວ​ວ່າ
“ນີ້​ມັນ​ບໍ່​ແມ່ນ ​ກ່ຽວ​ກັບ​ການ​ທີ່​ວ່າທ່ານ​ຈະ​ໃຫ້​ການ​ສະ​ໜັບ​ສະ​ໜຸນ ຫຼື​ບໍ່ໃຫ້​ການ​ສະ​ໜັບ​
ສະ​ໜຸນ ສິ່ງ​ທີ່​ຮັບ​ປະ​ກັນ​ວ່າຊາຍ​ແດນ​ຂອງ​ພວກ​ເຮົາມີ​ຄວາມ​ແຂງ​ແກ່ນ ແລະ​ປອດ​ໄພ
ຫລື​ບໍ່ ຊຶ່ງ​ມັນ​ກໍ​ແມ່ນ​ແທ້. ມັນ​ແມ່ນເປັນ​ການຮັບ​ປະ​ກັນ​ໃຫ້​ແນ່ໃຈ​ໄດ້​ວ່າ ພວກ​ເຮົາໄດ້
ປະ​ຕິ​ບັດ​ຕາມ​ຂີດ​ຈຳ​ກັດ ແລະ​ຂອບ​ເຂດຊ່ອງ​ຂອງ​ສິດ​ອຳ​ນາດທີ່​ໄດ້​ວາງໄວ້ຢູ່ໃນລັດ​ຖະ
​ທຳ​ມະ​ນູນ.”

ໃນ​ຂະ​ນະ​ທີ່​ຜູ້​ນຳ​ສຽງ​ສ່ວນ​ຫຼາຍ​ໃນ​ສະ​ພາ​ສູງ ທ່ານ​ມິ​ຈ ແມັກ​ຄາ​ແນ​ລ ໄດ້​ກ່າວວ່າ ມັນມີ
ວິ​ກິດ​ການຢູ່​ຕາມ​ຊາຍ​ແດນ ​ຢ່າງບໍ່​ຕ້ອງ​ສົງ​ໄສ​ເລີຍ.

ທ່ານ​ມິ​ຈ ແມັກ​ຄາ​ແນ​ລກ່າວ​ວ່າ “ທ່ານ​ບໍ່​ສາ​ມາດ​ທີ່ຕຳ​ໜິ​ປະ​ທາ​ນາ​ທິ​ບໍ​ດີ ທີ່ໄດ້​ໃຊ້​
ຄວາມ​ພະ​ຍາ​ຍາມ​ໃຊ້​ອຸບ​ປະ​ກອນໃດ​ໆ ທີ່​ທ່ານ​ມີ ເພື່​ອ​ແກ້​ໄຂ​ບັນ​ຫານັ້ນ.”


ພັນ​ທະ​ມິດທີ່​ສ່ວນຫລາຍ​ແລ້ວ​ເປັນ​ຜູ້​ທີ່​ທ່ານ​ທ​ຣຳ​ກາງ​ຕໍ່​ໄດ້​ທ່ານນີ້ ຍອມ​ຮັບວ່າທ່ານ​ຍັງ​
ບໍ່​ທັນຕັດ​ສິນ​ໃຈກ່ຽວ​ກັບ​ຄວາມ​ຖືກ​ຕ້ອງ​ຕາມ​ກົດ​ໝາຍຂອງ​ການ​ເອົາ​ບາດ​ກ້າວ​ນີ້ເທື່ອ.

ພວກຜູ້ຄົນພາກັນໂຮມຕົວກັນ ເພື່ອປະທ້ວງ ຕໍ່ການປະກາດພາວະສຸກເສີນແຫ່ງຊາດ ເພື່ອສ້າງກຳແພງ ໃນເມືອງຊາຍແດນພາກໃຕ້ຂອງສະຫະລັດ, ຂ້າງນອກໂຮງແຮມນາໆຊາດແລະຕຶກທຣຳ ໃນນະ​ຄອນນິວຢອກ, 15 ກຸມພາ 2019.
ພວກຜູ້ຄົນພາກັນໂຮມຕົວກັນ ເພື່ອປະທ້ວງ ຕໍ່ການປະກາດພາວະສຸກເສີນແຫ່ງຊາດ ເພື່ອສ້າງກຳແພງ ໃນເມືອງຊາຍແດນພາກໃຕ້ຂອງສະຫະລັດ, ຂ້າງນອກໂຮງແຮມນາໆຊາດແລະຕຶກທຣຳ ໃນນະ​ຄອນນິວຢອກ, 15 ກຸມພາ 2019.

ແຕ່​ ເວັ້ນ​ໄວ້​ແຕ່ວ່າ ມີ​ການ​ສະ​ແດງ​ໃຫ້​ເຫັນ​ເຖິງການຄັດ​ຄ້ານ​ຫລື​ວີ​ໂຕຄືນທີ່​ໄດ້​ຮັບສຽງ​
ສ່ວນ​ຫຼາຍ​ຂອງ​ສະ​ພາ​ສູງທີ່​ຄັດ​ຄ້ານຕໍ່​ປະ​ທາ​ນາ​ທິ​ບໍ​ດີ, ທ່ານ​ຈະ​ເປັນ​ຜູ້​ທີ່​ເປັນ​ຜູ້​ໃຫ້​ຄຳ​ເຫັນ
​ອັນ​ສຸດ​ທ້າຍ​ໄດ້.

ປະ​ທາ​ນາ​ທິ​ບໍ​ດີ​ດໍ​ໂນ​ລ ທ​ຣຳ ກ່າວ​ວ່າ “ຂ້າ​ພະ​ເຈົ້າ​ຈະ​ວີ​ໂຕ​ຄືນ​ບໍ? 100 ເປີ​ເຊັນເລີຍ.
100 ເປີ​ເຊັນ. ຂ້າ​ພະ​ເຈົ້າບໍ່​ຄິດດອກ​ວ່າ ມັນ​ຈະ​ບໍ່​ມີ​ລອດ​ຈາກ​ການ​ຖືກວີ​ໂຕໄດ້, ພວກ​
ເຮົາ​ມີ​ຜູ້​ຄົນ​ທີ່​ສະ​ຫຼາດຫ​ລັກ​ແຫຼມ​ຫຼາຍ​ຄົນຫລາຍທີ່​ຕ້ອງ​ການ​ໃຫ້​ມີຄວາມ​ປອດ​ໄພ​ຢູ່​
ຊາຍ​ແດນ.”

​ມີ​ການ​ຟ້ອງ​ຮ້ອງ 16 ຄະ​ດີ ​ຢູ່ໃນ​ສານ​ສະ​ຫະ​ລັດໃນ​ປັດ​ຈຸ​ບັນ​ນີ້ ຊຶ່ງ​ເປັນທາງ​ເລືອກ​ທີ່​ຍັງ​
ເປັນ​ທາງ​ອອກ​ອັນ​ດຽວ​ ທີ່​ເຫຼືອ​ຢູ່ເພື່ອ​ຈະ​ຕ່າວ​ປີ້ນ​ການ​ປະ​ກາດ​ພາ​ວະ​ສຸກ​ເສີນ​ນີ້ໄດ້.

ເຊີນ​ຊົມ: ບັນ​ດາ​ສະ​ມາ​ຊິກ​ສະ​ພາ ຕໍ່​ຕ້ານແຜນ​ການ​ກໍ່​ສ້າງກຳ​ແພງ​ຂອງທ່ານ​ທ​ຣຳ

Democratic Lawmakers Fight to Stop Trump Border Wall
please wait

No media source currently available

0:00 0:02:31 0:00

The U.S. House of Representatives rebuked President Donald Trump on Tuesday, passing a rare resolution to reverse his declaration of an emergency at the U.S.-Mexico border. But the effort to stop the president from shifting funds to build a border wall faces a much tougher fight in the U.S. Senate and a veto threat at the White House. VOA congressional correspondent Katherine Gypson has more from Capitol Hill.

No crisis at the nation's southern border. That's the message from House Democrats and a handful of Republicans trying to reverse the president's national emergency declaration.

Rep. Joaquin Castro, Democrat
"The president consistently said that any wall would be paid for by Mexico. Well, Mexico refused to pay, and Congress refused to pay. And so the president, rather than letting things be, decided that he would act unilaterally, unconstitutionally."

The declaration allows the president to move $6 billion in funding from approved projects — most of them military — to build a border wall.

It's a move House Republican leadership say is within Trump's right as president.

Rep. Kevin McCarthy, House Minority Leader
"What we see happening along the border, the amount of drugs, the amount of deaths in America, the amount of human trafficking that's coming across, the overwhelming problem there. So, the president has the authority to do it."

But lawmakers on both sides are concerned that such a move would set a dangerous precedent by usurping the power of the purse from Congress.

Rep. Steny Hoyer, House Majority Leader
"I am hopeful that a lot of our Republican friends will vote their conscience and concern for the Constitution and not out of politics and concern for party."

Three Republican senators have already said they plan to support the resolution when the Senate takes up consideration in March.

Sen. Lisa Murkowski, Republican
"This is not about whether or not you support ensuring that our borders are strong and secure, which absolutely do. This is about making sure that we respect the lines and lanes of authorities that are laid out in the Constitution."

And while Leader Mitch McConnell said there's no doubt about a crisis on the border.

Sen. Mitch McConnell, Senate Majority Leader
"You can't blame the president for trying to use any tool he has to address that."

…..Trump's usually reliable ally admitted he hadn't yet reached a conclusion about the legality of the move.

But unless a veto-proof majority of Senators rebuke the president, he will have the ultimate say.

President Donald Trump
"Will I veto it? 100 percent. 100 percent. And I don't think it survives a veto, we have too many smart people that want border security."

Making the sixteen lawsuits currently in US courts, the only remaining option for reversing the declaration.

XS
SM
MD
LG