ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສະພາ ພະຍາຍາມເທື່ອໃໝ່ ເພື່ອຫາທາງປະຕິຮູບ ອົງການ ກະຈາຍສຽງສາກົນ ຂອງ ສຫລ


ປະທານກຳມະການກິດຈະການຕ່າງປະເທດ ຂອງງສະພາຕ່ຳສະຫະລັດ ທ່ານ Ed Royce ທີ່ສັງກັດພັກຣີພັບບລີກັນ ຈາກລັດແຄລີຟໍເນຍ ພວມຖະແຫຼງຢູ່ສະພາ ໃນນະຄອນຫຼວງ ວໍຊິງຕັນ.
ປະທານກຳມະການກິດຈະການຕ່າງປະເທດ ຂອງງສະພາຕ່ຳສະຫະລັດ ທ່ານ Ed Royce ທີ່ສັງກັດພັກຣີພັບບລີກັນ ຈາກລັດແຄລີຟໍເນຍ ພວມຖະແຫຼງຢູ່ສະພາ ໃນນະຄອນຫຼວງ ວໍຊິງຕັນ.

ລັດຖະສະພາສະຫະລັດ ພວມພະຍາຍາມ ທຳການປະຕິຮູບອີກ
ເທື່ອນຶ່ງອົງການກະຈາຍສຽງນາໆຊາດຂອງລັດຖະບານ ທີ່ຮວມ
ທັງ ວິທະຍຸສຽງອາເມຣິກາ ຫຼື VOA ນຳດ້ວຍ.

ຄະນະກຳມະການກິດຈະການຕ່າງປະເທດຂອສະພາຕ່ຳສະຫະ
ລັດ ໄດ້ນຳສະເໜີຮ່າງກົດໝາຍ (legislation) ໃນວັນພະຫັດທີ່
ຜ່ານມານີ້ເພື່ອສ້າງຕັ້ງພະແນກການໃໝ່ຂຶ້ນມາທີ່ມີຊື່ວ່າອົງການ
ຕິດຕໍ່ສື່ສານນາໆຊາດ ຂອງສະຫະລັດ ແທນສ່ວນໃຫຍ່ຂອງສະ ພາຜູ້ວ່າການກະຈາຍສຽງສະຫະລັດ ທີ່ເອີ້ນຫຍໍ້ວ່າ BBG.

BBG ເປັນຜູ້ດູແລທົ່ວໄປ ການກະຈາຍສຽງພົນລະເຮືອນຂອງ
ລັດຖະບານສະຫະລັດ ທີ່ຮວມທັງສຽງອາເມຣິກາຫຼື VOA ໂທລະພາບແລະວິທະຍຸ Marti
ຕະຫລອດທັງວິທະຍຸຢູໂຣບເສລີ (Radio Free Europe) ວິທະຍຸເສລີພາບ (Radio
Liberty) ວິທະຍຸເອເຊຍເສລີ (RFA) ແລະຕາໜ່າງກະຈາຍສຽງ ພາກຕາເວັນອອກກາງ
(MBN).

ພາຍໃຕ້ຂໍ້ສະເໜີຂອງຮ່າງກົດໝາຍດັ່ງກ່າວ ວິທະຍຸສຽງອາເມຣິກາ ໂທລະພາບແລະວິທະ
ຍຸ Marti ແລະຫ້ອງການກະຈາຍສຽງນາໆຊາດ (IBB) ຊຶ່ງເປັນສ່ວນນຶ່ງ ຂອງສະພາຜູ້ວ່າ ການກະຈາຍສຽງຂອງສະຫະລັດ ທີ່ໃຫ້ການສະໜັບສະໜຸນທາງດ້ານເຕັກນິກ ແລະການ ປົກຄອງນັ້ນ ຈະຖືກໂຮມເຂົ້າກັນເປັນອົງການຕິດຕໍ່ສື່ສານ ຫຼື Communication Agen-
cy ທີ່ຕັ້ງຂຶ້ນມາໃໝ່ ຊຶ່ງຈະຢູ່ພາຍໃຕ້ການປົກຄອງໂດຍຫົວໜ້າບໍລິຫານງານ.

ສ່ວນວິທະຍຸຢູໂຣບເສລີ ວິທະຍຸເສລີພາບ ວິທະຍຸເອເຊຍເສລີ ແລະຕາໜ່າງກະຈາຍສຽງ ພາກຕາເວັນອອກກາງຈະຖືກເຕົ້າໂຮມເຂົ້າກັນເປັນອົງການທີສອງ ທີ່ຈະມີຊື່ວ່າ ຕາໜ່າງ ຂ່າວອິດສະຫຼະພາບຫຼື Freedom News Network ຊຶ່ງຈະມີຄະນະສະພາອຳນວຍການ ແລະຫົວໜ້າບໍລິຫານຕ່າງຫາກຂອງຕົນ.

ສະມາຊິກສະພາຕ່ຳ Ed Royce ຈາກລັດແຄລີຟໍເນຍ ຊຶ່ງເປັນປະທານກຳມະການແລະ ຜູ້ສະເໜີຫຼັກຂອງຮ່າງກົດໝາຍສະບັບນີ້ ກ່າວວ່າ ການປະຕິຮູບ BBG ແມ່ນມີຄວາມຈຳ ເປັນເພື່ອວ່າ ສ່ວນໃຫຍ່ຂອງງົບປະມານພະແນກການດັ່ງກ່າວຈະສາມາດນຳໄປໃຊ້ຈ່າຍ ເພື່ອຕໍ່ຕ້ານການໂຄສະນາຊວນເຊື່ອຂອງຕ່າງປະເທດ ບໍ່ແມ່ນສຳຫລັບການປົກຄອງຢູ່ວໍ ຊິງຕັນ.

ສະມາຊິກສະພາຂອງພັກຣີພັບບລີກັນກຳນົດຮັບຟັງຄຳໃຫ້ການກ່ຽວກັບຮ່າງກົດໝາຍດັ່ງ ກ່າວໃນວັນທີ 21 ພຶດສະພານີ້.

ຮ່າງກົດໝາຍໃນທຳນອງດຽວກັນ ເຄີຍຮັບຮອງເອົາໂດຍສະພາຕ່ຳມາແລ້ວເມື່ອເດືອນກໍ ລະກົດປີ 2014 ແຕ່ບໍ່ໄດ້ຮັບການພິຈາລະນາໂດຍສະພາສູງກ່ອນທີ່ອາຍຸຂອງລັດຖະສະ ພາໝົດລົງ.

XS
SM
MD
LG