ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄອງ​ໂກ ບໍ່​ໃຫ້​ຄົນ ໃນ 3 ເມືອງ ປ່ອນ​ບັດ ​​ເອົາ​ປະ​ທາ​ນາ​ທິ​ບໍ​ດີ ຍ້ອນບັ​ນ​ຫາ ​ເຊື້ອ​ໄວ​ຣັ​ສ ອີ​ໂບ​ລາ ແລະ​ຄວາມ​ປອດ​ໄພ


ພະ​ນັກ​ງານ​ແພດ​ເຂົ້າ​ໄປ​ໃນ​ເຮືອນ​ຫລັງ​ນຶ່ງ​ທີ່​ສົງ​ໄສວ່າ ມີ​ເດັກ​ນ້ອຍ​ຕາຍ​ຍ້ອນເຊື້ອ​ໄວ​ຣັ​ສ ອີ​ໂບ​ລາ ໃນ​ເມືອງເບ​ນີ, ​ແຂວງຄີ​ວູ​ເໜືອ ຂອງ ສ. ປ. ຄອງ​ໂກ​ໃນ​ວັນ​ທີ 18 ທັນ​ວາ, 2018
ພະ​ນັກ​ງານ​ແພດ​ເຂົ້າ​ໄປ​ໃນ​ເຮືອນ​ຫລັງ​ນຶ່ງ​ທີ່​ສົງ​ໄສວ່າ ມີ​ເດັກ​ນ້ອຍ​ຕາຍ​ຍ້ອນເຊື້ອ​ໄວ​ຣັ​ສ ອີ​ໂບ​ລາ ໃນ​ເມືອງເບ​ນີ, ​ແຂວງຄີ​ວູ​ເໜືອ ຂອງ ສ. ປ. ຄອງ​ໂກ​ໃນ​ວັນ​ທີ 18 ທັນ​ວາ, 2018

ພວກ​ປ່ອນ​ບັດ​ຢູ່​ໃນ 3 ​ເມືອງຂອງ​ປະ​ເທດ​ຄອງ​ໂກ ​ຊຶ່ງ​ເປັນທີ່​ຮູ້​ກັນ​ດີ​ວ່າ ເປັນ ​ທີ່​ໝັ້ນ
​ຂອງ​ຝ່າຍ​ຕໍ່​ຕ້ານລັດ​ຖະ​ບານນັ້ນ ບໍ່​ໄດ້​ຮັບ​ອະ​ນຸ​ຍາດ​ໃຫ້​ເຂົ້າ​ຮ່ວມ​ການ​ປ່ອນ​ບັດ
​ເລືອກ​ເອົາ​ປະ​ທາ​ນາ​ທິ​ບໍ​ດີ​ໃນ​ວັນ​ອາ​ທິດ​ຜ່ານ​ມານີ້.

ໂຄ​ສົກ​ປະ​ຈຳ​ຄະ​ນະ​ກຳ​ມາ​ທິ​ການ​ເລືອກ​ຕັ້ງ​ແຫ່ງ​ຊາດ ຫລື CENI ອະ​ທິ​ບາຍ​ວ່າ
ການ​ຕັດ​ສິນ​ໃຈ​ດັ່ງ​ກ່າວ ​ແມ່ນ​ເພື່ອ​ຈຳ​ກັດ ການເຂົ້າ​ຮ່ວມ ​ການລົງ​ຄະ​ແນນ​ສຽງ
​ເລືອກ​ເອົາ​ປະ​ທາ​ນາ​ທິ​ບໍ​ດີ.

​ທ່ານ ຊັງ-ປີ​ແອ​ຣ໌ ກາ​ລຳ​ບາ, ຈາກຄະ​ນະ​ກຳ​ມະ​ການ​ເລືອກ​ຕັ້ງ​ແຫ່ງ​ຊາດ​ເວົ້າ​ວ່າ
"ໂດຍຄຳ​ນຶງເບິ່ງ​ການ​ລະ​ບາດ​ຢ່າງ​ບໍ່​ຢຸດຢັ້ງ​ຂອງ​ເຊື້ອ​ໄວ​ຣັ​ສອີ​ໂບ​ລາ​ທີ່ສືບ​ຕໍ່​ເພີ້ມ
​ຂຶ້ນຢ່າງເປັນ​ອັນ​ຕະ​ລາຍ ​ຢູ່​ໃນ​ເຂດ​ເລືອກ​ຕັ້ງ​ເບ​ນີ, ນະ​ຄອນ​ເບ​ນີ ແລະ​ນະ​ຄອນ
ບູ​ເຕມ​ໂບ ຢູ່​ເຂດ​ຄີ​ວູເໜືອ​ຂອງ​ປະ​ເທດນັ້ນ ພ້ອມ​ທັງ​ຄິດ​ເຖິງສະ​ພາບ​ທີ່​ມີໄພ​ຂົ່ມ​ຂູ່​
ຈາກ​ການກໍ່​ການ​ຮ້າຍ ທີ່​ກຳ​ລັງຄຸກ​ຄາມ​ຂົງ​ເຂດນີ້ຢູ່ ໂດຍ​ທີ່ມີ​ການ​ເຄື່ອນ​ໄຫວ​ທາງ
​ອາດ​ຊະ​ຍາ​ກຳ​ຂອງ​ພວກກອງ​ໂຈ​ນ ແລະ​ພວກ​ແກັ່ງ​ທີ່​ຕິດ​ອາ​ວຸດ​ ກັບ​ຄືນ​ມາ​ອີກ.”

ທ່ານ ກາ​ລຳ​ບາ​ ເວົ້າ​ອີກວ່າ ບັນ​ດາ​ຕົວເມືອງທີ່​ໄດ້​ຮັບ​ຜົນ​ກະ​ທົບຍ້ອນຄວາມ​ເປັນ​ຫ່ວງ
ດ້ານ​ສຸ​ຂະ​ພາບ ແລະ​ຄວາມ​ປອດ​ໄພນັ້ນ ຈະ​ຈັດ​ໃຫ້​ມີ​ການ​ປ່ອນ​ບັດ ເພື່ອ​ເລືອກ​ເອົາ
​ສະ​ມາ​ຊິກ​ສະ​ພາ ແລະ​ການ​ເລືອກ​ຕັ້ງ​ຂັ້ນ​ແຂວງ.”

ການ​ເລືອກ​ຕັ້ງ​ດັ່ງ​ກ່າວ​ມີ​ຈຸດ​ປະ​ສົງ​ທີ່​ຈະ​ນຳ​ໄປ​ສູ່​ການ​ໂອນ​ອຳ​ນາດ​ຢ່າງ​ມີ​ປະ​ຊາ​ທິ​ປະ​ໄຕ
ເທື່ອ​ທຳ​ອິດ​ຢູ່​ໃນສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ​ຄອງ​ໂກ ແລະ ແຕ່ ກ່ອນ​ມີ​ກຳ​ນົດ​ວ່າ
​ຈະ​ຈັດ​ຂຶ້ນ​ໃນ​ປີ 2016 ນັ້ນ. ການ​ເລືອກ​ຕັ້ງ​ເຫລົ່າ​ນີ້ ໄດ້​ຖືກ​ເລື່ອນ​ມາ​ຕະ​ຫລອດ​ ນັບ​ແຕ່
ນັ້ນ​ມາ ຊຶ່ງ​ໄດ້​ພາ​ໃຫ້​ເກີດ​ການກໍ່​ຄວາມ​ຮຸນ​ແຮງທີ່​ພວກ​ທະ​ຫານ​ໄດ້​ສັງ​ຫານ​ຊີ​ວິດ​ຂອງ
ຫລາຍ​ສິບ​ຄົນ.

Voters in three Congolese cities known for being opposition strongholds are not allowed to participate in Sunday's presidential election.


A spokesman for the national electoral commission (CENI) explained the decision to limit participation in the presidential vote. ((:12))

"Considering the persistence of the Ebola virus epidemic which continues to dangerously rise in the electoral districts of Beni, Beni city and Butembo city in the North Kivu region, as well as the terrorist threat hanging over this region with recurring criminal acts by armed militia and gang."

Kalamba said the cities impacted because health and security concerns will hold legislative and provincial elections.

The election is meant to lead to the first democratic transfer of power in DRC and were originally scheduled to take place in 2016. They have been repeatedly postponed since then, sparking violence in which security forces have killed dozens of people.

XS
SM
MD
LG