ຄະນະກຳມະການຕຸລາການສະພາສູງ ສະຫະລັດ ໄດ້ຟັງຂໍ້ພິພາກທີ່ສະໜັບສະໜູນ ແລະ ຄັດຄ້ານການຢືນຢັນຜູ້ຖືກສະເໜີຊື່ໃນສານສູງສຸດທ່ານນາງ ເອມີ ໂຄນີ ບາເຣັດ ໃນວັນພະຫັດວານນີ້, ໃນຂະນະທີ່ຄະນະກຳມະການດັ່ງກ່າວໄດ້ ສິ້ນສຸດການຮັບຟັງຄຳໃຫ້ການສີ່ວັນ ເພື່ອຕື່ມຕຳແໜ່ງຫວ່າງໃນສານສູງສຸດຂອງ ປະເທດ.
ພັກເດໂມແຄຣັດໄດ້ນຳໃຊ້ກົດລະບຽບຕ່າງໆຂອງຄະນະກຳມະການ ເພື່ອບໍ່ໃຫ້ ມີການລົງຄະແນນສຽງຂັ້ນສຸດທ້າຍ ໂດຍຄະນະກຳມະການ ກ່ຽວກັບ ການສະເໜີຊື່ຂອງທ່ານນາງ ບາເຣັດ ຈົນຮອດວັນພະຫັດໜ້າ. ການລົງຄະແນນສຽງໃນສະພາສູງຄົບຄະນະອາດຈະເກີດຂຶ້ນໃນທ້າຍຂອງເດືອນນີ້, ພຽງບໍ່ເທົ່າໃດວັນກ່ອນການເລືອກຕັ້ງປະທານາທິບໍດີ ແລະ ລັດຖະສະພາໃນວັນທີ 3 ພະຈິກນີ້.
ຜູ້ນຳສຽງສ່ວນຫຼາຍສະພາສູງສັງກັດພັກຣີພັບບລີກັນ ທ່ານ ມິດຈ໌ ແມັກຄອນ ແນລ ໄດ້ກ່າວຕໍ່ບັນ ດານັກຂ່າວໃນລັດເຄັນຕັກກີ ຂອງທ່ານວ່າ “ພວກເຮົາຈະລົງຄະແນນສຽງ“ ເພື່ອຢືນຢັນຜູ້ຖືກສະ ເໜີຊື່ ທ່ານນາງ ບາເຣັດ ອາຍຸ 48 ປີ. ທ່ານ ແມັກຄອນແນລ ໄດ້ກ່າວວ່າສະພາສູງຄົບຄະນະຈະເລີ່ມການພິຈາລະນາການສະເໜີຊື່ຂອງລາວໃນວັນທີ 23 ຕຸລານີ້.
ທ່ານນາງ ບາເຣັດ ຈະເປັນແມ່ຍິງຄົນທີຫ້າທີ່ເຄີຍມີມາ ເພື່ອດຳລົງຕຳແໜ່ງໃນ ສານສູງສຸດ. ປັດຈຸ ບັນນີ້ ລາວແມ່ນຜູ້ພິພາກສາສານອຸທອນລັດຖະບານກາງ ເຊິ່ງການແຕ່ງຕັ້ງຕຳແໜ່ງຕະຫຼອດຊີວິດ ໃນສານສູງສຸດໂດຍປະທານາທິບໍດີ ດໍໂນລ ທຣຳ ຈະເຮັດໃຫ້ພວກຫົວອະນຸລັກນິຍົມມີຄວາມໄດ້ປຽບຢ່າງຈະແຈ້ງ 6 ຕໍ່ 3 ສຽງໃນສານສູງສຸດ, ເຊິ່ງມີຄວາມເປັນໄປໄດ້ທີ່ຈະສົ່ງຜົນກະທົບຕໍ່ຜົນ
ທີ່ອອກມາຂອງຄວາມຂັດແຍ້ງທາງກົດໝາຍ ສະຫະລັດ ເປັນເວລາຫຼາຍທົດສະວັດ.
ທ່ານນາງ ບາເຣັດ ໄດ້ຕອບຄຳຖາມຂອງບັນດາສະມາຊິກສະພາຫຼາຍຊົ່ວໂມງ ໃນວັນພະຫັດ ແລະ ວັນພຸດທີ່ຜ່ານມາ. ໃນວັນພະຫັດວານນີ້, ບັນດາສະມາຊິກພັກຣີພັບບລີກັນ ແລະ
ເດໂມແຄຣັດ ໄດ້ຮຽກຮ້ອງບັນດາພະຍານໃຫ້ສະໜັບສະ ໜູນ ແລະ ຕໍ່ຕ້ານການຢືນຢັນທ່ານນາງ ບາເຣັດ.
ສະມາຊິກສອງທ່ານຂອງຄະນະກຳມະການຖາວອນ ຂອງອົງການຄຸ້ມຄອງນັກກົດໝາຍໃນຄະນະກຳມະການຕຸລາການລັດຖະບານກາງໄດ້ໃຫ້ການຢືນຢັນ ກ່ຽວກັບ ການປະເມີນຜົນ ທີ່ເປັນແງ່ບວກຂອງທ່ານນາງ ບາເຣັດ ນັ້ນວ່າ “ມີຄຸນສົມບັດເໝາະຫຼາຍ” ທີ່ຈະປະຕິບັດໜ້າທີ່ໃນສານສູງສຸດ.
ພັກຣີພັບບລີກັນຍັງໄດ້ເອີ້ນນຶ່ງ ໃນອະດີດຜູ້ຊ່ວຍຜູ້ພິພາກສາຂອງລາວ ແລະ ອະດີດລູກສິດຂອງລາວຢູ່ຄະນະກົດໝາຍມະຫາວິທະຍາໄລ ໂນເທຣີ ດາມ ມາໃຫ້ການຢືນຢັນຕາງໜ້າລາວ. ໃນຂະນະດຽວກັນ, ພັກເດໂມແຄຣັດ ກໍໄດ້ຮ້ອງພະຍານມາໃຫ້ການ ກ່ຽວກັບ ປະສົບການຂອງເຂົາເຈົ້າໃນການຮັບມືກັບປະກັນສຸຂະພາບ ແລະ ການເຂົ້າຫາການແທ້ງລູກໃນ ສະຫະລັດ, ເປັນສອງບັນ ຫາທີ່ຜູ້ພິພາກສາ ບາເຣັດ ຈະປະເຊີນໃນສານສູງສຸດ.