ເປັນເວລາຫຼາຍທົດສະວັດແລ້ວ, ສວນຊຸມຊົນແດນນີ ວູ (Danny Woo) ໃນເຂດ Chinatown-International ຂອງນະຄອນຊີອາໂຕ ໄດ້ໃຫ້ຄວາມຮູ້ສຶກຄືຢູ່ບ້ານແກ່ຜູ້ອົບພະຍົບສູງອາຍຸຊາວເອເຊຍ. ງານທີ່ໃຫຍ່ທີ່ສຸດໃນສວນແຫ່ງນີ້ແມ່ນງານປີ້ງໝູ ທີ່ເປັນງານປະເພນີ ມາຕັ້ງແຕ່ປີ 1975. ນາຕາຊາ ມັອດໂກວາຢາ ມີລາຍລະອຽດເພີ່ມເຕີມ ຊຶ່ງອາດນະສັກ ຈະນຳມາສະເໜີທ່ານໃນອັນດັບຕໍ່ໄປ.
ເມື່ອກ້າວເຂົ້າໄປໃນສວນຊຸມຊົນແດນນີ ວູ (Danny Woo) ຊຶ່ງເປັນພື້ນທີ່ສີຂຽວທີ່ສຸດໃນເຂດ Chinatown-International ຂອງນະຄອນຊີອາໂຕ. ທ່ານຈະລືມໄປເລີຍວ່າ ທ່ານຢູ່ໃນໃຈກາງເມືອງທີ່ວຸ້ນວາຍ.
ສວນແຫ່ງນີ້ໄດ້ຖືກສ້າງຕັ້ງຂຶ້ນໃນປີ 1975 ໃນເວລາທີ່ມີການກໍ່ສ້າງຖະໜົນຫຼວງລະຫວ່າງລັດ ເລກທີ 5 ທີ່ຕັດຜ່ານເຂດ Chinatown ແລະ ໄດ້ນຳໄປສູ່ການຮື້ຖອນທຸລະກິດຂະໜາດນ້ອຍຈຳນວນນຶ່ງ.
ຜູ້ນຳທ້ອງຖິ່ນຕ້ອງການຈັດຫາທີ່ຢູ່ອາໄສລາຄາບໍ່ແພງ ແລະ ສະຖານທີ່ສຳລັບການມີສ່ວນຮ່ວມທີ່ມີຄວາມໝາຍສຳລັບຜູ້ຢູ່ອາໄສທີ່ມີຄວາມສ່ຽງທີ່ສຸດຂອງຊຸມຊົນ ຊຶ່ງກໍ່ແມ່ນຜູ້ລີ້ໄພ ແລະ ຜູ້ອົບພະຍົບສູງອາຍຸ.
ທ່ານ KaeLi Deng, ຜູ້ຈັດການສວນຊຸມຊົນແດນນີ ວູ (Danny Woo) ໄດ້ກ່າວເປັນພາສາອັງກິດວ່າ
“ຕອນນີ້, ພວກເຮົາມີຊາວສວນປະມານ 65 ຄົນ ແລະພື້ນທີ່ 80 ຕອນສຳລັບພວກເຂົາ. ດັ່ງນັ້ນ, ອາຍຸສະເລ່ຍຂອງຊາວສວນແມ່ນ 70 - ຂ້າພະເຈົ້າຈະບອກວ່າ 78 ສຳລັບປີນີ້. ດັ່ງນັ້ນ, ສວນແຫ່ງນີ້ຈຶ່ງໃຫ້ຄວາມສຳຄັນ ກັບຜູ້ທີ່ມີລາຍຮັບໜ້ອຍ, ຜູ້ທີ່ບໍ່ເວົ້າພາສາອັງກິດ.”
ນາງ Su Qin Wu, ຊຶ່ງເປັນຊາວສວນ ໄດ້ກ່າວເປັນພາສາຈີນກາງວ່າ:
“ນີ້ແມ່ນໝາກຖົ່ວ, ນີ້ແມ່ນຜັກສະລັດ, ນີ້ແມ່ນມັນ ແລະ ນີ້ແມ່ນໝາກເລັ່ນ.”
ນາງ Su Qin Wu ເວົ້າວ່ານາງເຄີຍເຮັດວຽກຢູ່ໃນຮ້ານເສີມສວຍໃນປະເທດຈີນ ແລະ ບໍ່ເຄີຍຄາດຄິດວ່າຈະກາຍມາເປັນຊາວສວນຢູ່ໃນອາເມຣິກາ.
ນາງ Su Qin Wu, ຍັງໄດ້ກ່າວຕື່ມວ່າ
“ຂ້ອຍມາອາເມຣິກາເພື່ອຮຽນວິທີປູກຜັກ! ຂ້ອຍເຮັດວຽກຢູ່ທີ່ນີ້ທຸກມື້, ອາກາດດີ ແລະ ຂ້ອຍມີໝູ່. ຜັກທີ່ຂ້ອຍປູກແມ່ນກິນໄດ້ ແລະ ຂ້ອຍແຈກຍາຍໃຫ້ໝູ່ເພື່ອນ ຖ້າຂ້ອຍບໍ່ສາມາດກິນພວກມັນໝົດ. ຂ້ອຍມີຄວາມສຸກຫຼາຍ. ຂ້ອຍມາມື້ລະ 2 ເທື່ອ, ບາງຄັ້ງ ກະສາມເທື່ອ”
ທ່ານ Yiqui Yang ໄດ້ຮັບພື້ນທີ່ດິນ ຢູ່ສວນ Danny Woo 7 ປີກ່ອນ ເມື່ອລາວຍ້າຍໄປຢູ່ອາຄານສາທາລະນະ ທີ່ຢູ່ທາງດ້ານເທິງຂອງສວນດັ່ງກ່າວ. ລາວ ບອກວ່າລາວປູກດອກເບັນຈະມາດ (chrysanthemums) ເພື່ອປະໂຫຍດໃນການຕ້ານການອັກເສບຂອງມັນ ແລະ ໃຊ້ໃບຂອງພວກມັນໃນສະລັດ ແລະ ຊຸບ. ລາວບອກວ່າລົດຊາດຂອງມັນເຮັດໃຫ້ລາວຄິດຮອດບ້ານເກີດຂອງລາວ, ເມືອງນານຈິງ.
ທ່ານ Yiqui Yang ໄດ້ກ່າວເປັນພາສາຈີນກາງວ່າ:
“ບໍ່ພຽງແຕ່ເປັນອາຫານລ້ຽງຄອບຄົວ ແລະ ໝູ່ເພື່ອນຂອງຂ້ອຍເທົ່ານັ້ນ, ແຕ່ຂ້ອຍຍັງສາມາດແຈກຍາຍອາຫານໃຫ້ກັບສວນ, ແລະ ຂ້ອຍຮູ້ສຶກດີໃຈ ທີ່ສາ ມາດເຮັດໄດ້ແບບນັ້ນ - ແລະ ສຳລັບຊຸມຊົນທີ່ເຮັດໃຫ້ຮູ້ສຶກຄືກັນກັບບ້ານແຫ່ງນີ້.”
ຊຸມຊົນທີ່ກວ້າງຂວາງອອກແຫ່ງນີ້ ໄດ້ໂອບອຸ້ມ (ຮັບເອົາ) ສວນແຫ່ງນີ້ ຊຶ່ງບໍ່ເຄີຍຂາດແຄນອາສາສະໝັກ. ນັກສຶກສາຄະນະສະຖາປັດຕະຍະກຳສາດ ຂອງມະຫາວິທະຍາໄລວໍຊິງຕັນ ໄດ້ປະກອບສ່ວນດ້ານໂຄງສ້າງທີ່ສວຍສົດງົດງາມ ເພື່ອເປັນກຽດແກ່ປະເພນີຂອງຍີ່ປຸ່ນ.
ປີລະເທື່ອ, ຊາວບ້ານຈະເຂົ້າແຖວເພື່ອຊ່ວຍວຽກໃນງານການປິ້ງໝູປະຈໍາປີ ຊຶ່ງເປັນປະເພນີຂອງຊາວຟິລິປິນທີ່ສ້າງຕັ້ງຂຶ້ນມາຫຼາຍກວ່າ 40 ປີ. ສາອາສະໝັກ ມາຣ໌ກັສ ຄລາຣ໌ກ (Marcus Clark) ໃຫ້ຄວາມຊ່ວຍເຫຼືອມາ 15 ປີແລ້ວ.
ລາວໄດ້ເວົ້າເປັນພາສາອັງກິດວ່າ:
“ຄົນມາ ແລະ ໄປ ຕະຫຼອດຄືນ. ສອງສາມຄົນພວກເຮົາ ຢູ່ນີ້ໝົດຄືນ. ພຽງແຕ່ທຸ້ມເທເຕັມທີ່. ແລະພວກເຮົາພຽງແຕ່ໝູນເຫຼັກສຽບໝູດ້ວຍມື. ຮັກສາໝູໃຫ້ໝູນ ໄປເລື້ອຍໆ, ຮັກສາຂຸມໃຫ້ຮ້ອນ, ຮັກສາມັນໃຫ້ຮຸ່ມ (ຊຸ່ມ)”
“ປິ້ງປະມານ 12 ຊົ່ວໂມງ ຈາກນັ້ນເຮົາກໍ່ຍົກມັນຂຶ້ນມາປະໄວ້, ຕັດມັນເປັນ ຕ່ອນໆ, ເສີບມັນກັບອາຫານບໍລິຈາກອື່ນໆ ຢູ່ທີ່ງານເອົາອາຫານມາຮັບປະທານນຳກັນຂອງຊຸມຊົນ.”
ມື້ຕໍ່ມາຕອນສວາຍ, ອາຫານຈະຖືກເສີບໃຫ້ແກ່ຊາວສວນພ້ອມກັບຜົນຜະລິດໃນທ້ອງຖິ່ນ ຊຶ່ງເຮັດໃຫ້ມັນສົມບູນແບບ.