ລັດໂຄໂລຣາໂດ ແມ່ນມີກຳນົດທີ່ຈະກາຍເປັນລັດທີ 22 ທີ່ລົບລ້າງໂທດປະຫານຊີວິດ.
ບັນດາສະມາຊິກສະພາໄດ້ໃຫ້ການອະນຸມັດຄັ້ງສຸດທ້າຍ ຕໍ່ຮ່າງກົດໝາຍເພື່ອສິ້ນສຸດການປະຕິບັດດັ່ງກ່າວໃນວັນພຸດວານນີ້, ແລະ ຜູ້ປົກຄອງຂອງລັດທີ່ວ່ານັ້ນໄດ້ກ່າວວ່າ ທ່ານຈະເຊັນມັນ.
ບັນດາຜູ້ສະເໜີຢຸດການໃຊ້ໂທດປະຫານຊີວິດໄດ້ໂຕ້ຖຽງວ່າ ມັນແມ່ນການລົງໂທດທີ່ບໍ່ສາມາດຕ່າວປີ້ນໄດ້ ຖ້າຫຼັກຖານທີ່ປາກົດໃນເວລາຕໍ່ມາສະແດງໃຫ້ເຫັນວ່າບາງຄົນແມ່ນຜູ້ບໍລິສຸດ, ແລະ ວ່າມັນບໍ່ຍຸຕິທຳກັບຄົນກຸ່ມນ້ອຍ ແລະ ຄົນທຸກຍາກ.
ຜູ້ທີ່ຢາກຮັກສາການລົງໂທດປະຫານຊີວິດ ໄວ້ເປັນທາງເລືອກໃນການຕັດສິນໂທດໄດ້ກ່າວວ່າ ການຂົ່ມຂູ່ໂທດປະຫານຊີວິດ ຈະເຮັດໃຫ້ຈຳເລີຍມີແຮງຈູງໃຈທີ່ຈະຕົກລົງເພື່ອຍອມຮັບຜິດຕໍ່ອາຊະຍາກຳ ແລະ ຍອມຮັບໂທດທີ່ເບົາລົງ ແທນທີ່ຈະດຳເນີນຄະດີທີ່ແກ່ຍາວ.
ລັດໂຄໂລຣາໂດ ມີນັກໂທດທີ່ຖືກຕັດສິນປະຫານຊີວິດສາມຄົນ. ກົດໝາຍສະບັບໃໝ່ຈະບໍ່ມີຜົນຕໍ່ການຕັດສິນຂອງພວກເຂົາ, ມັນຈະໃຊ້ໄດ້ກັບຄະດີໃໝ່ເລີ່ມຕົ້ນໃນເດືອນກໍລະກົດເທົ່ານັ້ນ.
ລັດດັ່ງກ່າວໄດ້ປະຫານຊີວິດບາງຄົນໃນປີ 1997. ປີນີ້, ໄດ້ມີສີ່ຄົນທີ່ຖືກປະຫານຊີວິດທົ່ວປະເທດ.
ປີກາຍນີ້, ລັດ ນິວ ແຮມເຊີ ໄດ້ລົບລ້າງໂທດປະຫານຊີວິດ, ໃນຂະນະທີ່ຜູ້ປົກຄອງລັດຄາລິຟໍເນຍ ທ່ານ ແກວິນ ນິວຊຳ ໄດ້ກ່າວໃນປີກາຍນີ້ວ່າ ມັນຈະບໍ່ມີໂທດປະຫານຊີວິດໃນເວລາທີ່ທ່ານດຳລົງຕຳແໜ່ງຢູ່.
Colorado is set to become the 22nd U.S. state to abolish the death penalty.
Lawmakers gave final approval to a bill to end the practice Wednesday, and the state's governor has said he will sign it.
Proponents of halting the use of the death penalty argued it is a punishment that cannot be reversed if later evidence emerges showing someone is innocent, and that it is disproportionately applied to minorities and the poor.
Those who wanted to keep capital punishment as a sentencing option said the threat of the death penalty gave defendants incentive to seek agreements to plead guilty to crimes and accept lower sentences instead of going through a lengthy trial.
Colorado has three people on its death row.The new law will not affect their sentences, only new offenses starting in July.
The state last executed someone in 1997.Nationally, there have been four executions this year.
Last year, the state of New Hampshire abolished the death penalty, while California Governor Gavin Newsom said last year there will be no capital punishment while he is in office.