ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ໂຄລຳເບຍ ພັດທະນາ ເກີບສຳລັບຈັບ ລະເບີດຝັງດິນ (ວີດີໂອ)


Colombian Designers Develop Landmine-defeating Shoe
please wait

No media source currently available

0:00 0:01:59 0:00
ລິງໂດຍກົງ
ລະ​ເບີດຝັງ​ດິນ ​ເປັນ​ນຶ່ງ​ຂອງພວກ​ອາວຸດ ​ທີ່​ໃຊ້​ໃນ​ສົງຄາມທີ່​
ເປັນ​ບັນຫາ​ໂຕ້​ແຍ້​ງກັນ​ຫຼາຍ​ຂຶ້ນ. ພວກ​ອາວຸດ​ທີ່ຖືກ​ຊຸກເຊື່ອງ
​ໄວ້ ​ໃຫ້​ຕາ​ເຮົາ​ບໍ່​ເຫັນເຫຼົ່ານີ້ ສາມາດເຮັດ​ໃຫ້​ຜູ້​ຄົນ​ເສຍ​ແຂນ​
ຂາ​ແລະ​ເສຍ​ຊີວິດ ​ແລະ​ຍັງ​ຈະ​ເປັນ​ບັນຫາ​ຢູ່​ຕໍ່​ໄປເປັນເວລາ​
ອີກດົນ​ນານ ຫຼັງຈາກ​ການ​ຂັດ​ແຍ້​ງກັນ​ຍຸດຕິ​ລົງ​ແລ້ວ. ອີງ​
ຕາມ​ສະຫະ​ປະຊາ​ຊາດ ກໍ​ແມ່ນ​ວ່າ ຍັງ​ມີ​ພວກ​ລະ​ເບີດ​ຝັງ
​ດິນທີ່​ຍັງ​ບໍ່​ທັນ​ແຕກ 110 ລ້ານ​ລູກ ​ຝັງກະຈັດກະຈາຍ​ຢູ່​ໃນ
​ຫຼາຍ​ກວ່າ 70 ປະ​ເທດ. ​ເປັນ​ເວລາ 5 ທົດ​ສະ​ວັດມາແລ້ວ
ໂຄ​ລໍາ​ເບຍ​ໄດ້​ປະ​ເຊີນ​ກັບການກໍ່​ກະບົດ ​ແລະ​ມີການຝັງລະ
ເບີດ​ຝັງ​ດິນໄວ້ໃນ​ຈຳນວນທີ່​ນັບ​ບໍ່​ຖ້ວນ ​ແຕ່ນາຍ Arash
Arabasadi ລາຍ​ງານ​ໃຫ້​ຮູ້​ວ່າ ມີ​ບໍລິສັດ​ນຶ່ງທີ່​ອາດໄດ້ຄົ້ນ​
ພົບຊ່ອງທາງ ເພື່ອ​ເອົາ​ຊະນະພວກ​ວັດຖຸ​ລະ​ເບີດ​ທີ່​ຕາ​ເຮົາ
​ບໍ່​ສາມາດ​ເຫັນ​ໄດ້​ນັ້ນ. ສິງ​ມີ​ລາຍ​ລະອຽດ​ກ່ຽວກັບເລື້ອງ​ນີ້​
ມາສະ​ເໜີ​ທ່ານ.

ຫຼັງ​ຈາກເກີດ​ບັນຫາ​ຂັດ​ແຍ້​ງກັນ​ທາງ​ດ້ານ​ອາວຸດ​ ມາ​ຫຼາຍ
​ທົດ​ສະ​ວັດ ພວກ​ລະ​ເບີດ​ຝັງ​ດິນ ​ຍັງ​ຖືກ​ຝັງ ​ຢູ່​ໃຕ້​ດິນຕໍ່ໄປ
ໃນ​ທົ່ວ​ປະເທດໂຄ​ລຳເບຍ. ພວກ​ເກັບ​ກູ້​ລະ​ເບີດ​ຝັງດິນພາ
ກັນ​ໃຊ້​ເຄື່ອງ​ມື​ແບບຮາຍເທັກຫລື​ໃຊ້​ເຕັກນິກ​ລະດັບ​ສູງ ​ເພື່ອ​ຊອກ​ຫາ​ພວກວັດຖຸ​ລະ​
ເບີດ​ເຫຼົ່າ​ນີ້ ​ແຕ່​ບໍ່​ໄດ້​ຊ່ອຍຫຍັງ​ຫຼາຍ​ສຳລັບ​ພວກ​ພົນລະ​ເຮືອນ​ນັ້ນ.

ທ່ານ Jose Ivan Perez ຈາກ Lemur studio ກ່າວ​ວ່າ “ອັນ​ທີ່​ພວກ​ເຮົາ​
ຕ້ອງການ
ນັ້ນ ​ແມ່ນ​ໃຫ້​ມີ​ແນວ​ຄິດ​ນຶ່ງ​ຂຶ້ນ​ມາ​ ສຳລັບ​ຜະລິດ​ຕະພັນ ​ທີ່​
ສາມາດ​ນຳ​ຜົນ​ປະ​ໂຫຍ​ດຢ່າງ​ຫຼວງ​ຫຼາຍ​ ມາ​ໃຫ້​ແກ່​ພວກ​ທະຫານ ​ແລະ
​ພວກ​ກະສິກອນ ທີ່​ໄດ້​ຮັບ​ຜົນ​ກະທົບຈາກ​ພວກ​ວັດຖຸ​ລະ​ເບີດ​ເຫຼົ່າ​ນີ້.”


ທ່ານ Jose Ivan Perez ​ເປັນ​ຜູ້ອຳນວຍການ​ຝ່າຍອອກແນວຄິດ​ ຂອງ​ບໍລິສັດ
Lemur Studio ຊຶ່ງ​ເປັນ​ບໍລິສັດ​ອອກ​ແບບດ້ານອຸດສາຫະກຳ​ ໃນ​ນະຄອນຫຼວງໂບ​
ໂກ​ຕ້າ. ທ່ານ​ໄດ້​ພັດທະນາ​ເຄື່ອງ​ໃສ່​ທາງ​ໃນ​ຂອງ​ພື້ນ​ເກີບ​ ທີ່​ເຕືອນໃຫ້​ຜູ້​ໃສ່​ເກີບລະ​
ໄພ​ລະ​ເບີດ​ຝັງ​ດິນ ທີ່ຢູ່​ໃກ້ໆ​ນັ້ນ.

ທ່ານ Jose Ivan Perez ກ່າວ​ວ່າ “​ແນວ​ຄວາມ​ຄິດ ​ແມ່ນ​ປະດິດ​ເຄື່ອງ​ຈັບ​
ໂລຫະ ​ໂດຍ​ໃຊ້ເຄື່ອງ censor ທີ່​ເຮັດ​ດ້ວຍ​ວັດຖຸ​ທີ່​ເປັນຕົວ​ນຳ​ໄຟຟ້າ
ເພື່ອ​ສົ່ງ​ສັນຍານ​ໄປ​ຫາ ​ເຄື່ອງ​ທີ່​ຮັດ​ໃສ່ຂໍ້ແຂນຂອງ​ຜູ້​ໃສ່ເກີບ​.”


ທ່ານ Perez ກ່າວ​ວ່າ ສັນຍານ​ນີ້ ຈະ​ຊ່ອຍ​ຜູ້​ທີ່​ໃຊ້​ເຄື່ອງນີ້ ​ຫຼີກ​ເວັ້ນ ຫຼື​ປົດ​ກະນວນ​ວັດ
ຖຸ​ລະ​ເບີດ​ນັ້ນ​ໄດ້. ລັດຖະບານ​ໂຄ​ລໍາເບຍ ສະ​ແດງ​ຄວາມ​ຍິນ​ດີ​ນຳ​ເທັກ​ໂນ​ໂລ​ຈີໃໝ່
ດັ່ງກ່າວ. ທ່ານ Daniel Avila Camacho ເປັນ​ຜູ້ອຳນວຍການ​ໂຄງການ​ເກັບ​ກູ້​ລະ​
ເບີດ​ Mine Action ຂອງ​ໂຄ​ລໍາ​ເບຍ.

ທ່ານ Camacho ກ່າວ​ວ່າ “ຖ້າ​ພວກ​ເຮົາ​ເປັນ​ປະ​ເທດ​ທີ່​ໄດ້​ຮັບ​ຜົນ​ກະທົບ
ຈາກ
ບັນຫາລະ​ເບີດ​ຝັງ​ດິນ​ຢ່າງ​ຫຼວງ​ຫຼາຍ ມັນ​ເປັນ​ການສະ​ແດງ​ເຫດຜົນ​
ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງ ​ແລະ​ຈຳ​ເປັນ​ທີ່​ພວກ​ເຮົາ​ພັດທະນາ​ສະມັດຖະພາບ​
ແຫ່ງ​ຊາດ​ຂອງ​ເຮົາ​ເອງ ​ເຊັ່ນ​ການ​ພັດທະນາໃນ ການ​ຄົ້ນ​ຄວ້າ ​ແລະ​ເທັກ​
ໂນ​ໂລ​ຈີ ທີ່​ຈະ​ອໍານວຍ​ໃຫ້​ພວກ​ເກັບ​ກູ້​ລະ​ເບີດ​ບໍ່​ທັນ​ແຕກ ດັ່ງ​ໂຕ​ຢ່າງ ອອກ​
ໄປຈາກສະໜາມເພື່ອ​ໃຫ້​ໄດ້​ຮັບ​ຄວາມ​ປອດ​ໄພ​ຫຼາຍ​ຂຶ້ນ ​ໃນ​ການ​ປະຕິບັດ​
ງານ​ຂອງ​ເຂົາ​ເຈົ້າ.”


ທ່ານ Camacho ກ່າວອີກ​ວ່າ ການ​ຕຳ​ໜິຕິຕຽນ​ສ່ວນ​ໃຫຍ່​ ແມ່ນ​ຖິ້ມໂທດ​ໃສ່
“ພວກ ກໍາລັງປະກອບອາວຸດ ທີ່ຜິດກົດໝາຍ.”

ທ່ານ​ ​Camacho ເວົ້າວ່າ ​“ໂຄ​ລໍາ​ເບຍ ຍັງ​ສືບ​ຕໍ່​ເປັນ​ນຶ່ງ​ໃນ​ບັນດາ​ປະ​ເທດ​ທັງ
ຫຼາຍ​ທີ່ໄດ້ຮັບ​ຜົນ​ກະທົບ​ ຈາກ​ລະ​ເບີດ​ຝັງ​ດິນ​ທີ່​ຍັງ​ບໍ່​ທັນ​ແຕກຫຼາຍ​ທີ່ສຸດ​ໃນ
ໂລກ​ຢູ່. ມາ​ຮອດ​ປັດຈຸບັນ​ ໃນ​ຊ່ວງ​ເວລາ 23 ປີຜ່ານມາ​ນີ້ ປະ​ເທດ​ໂຄ​ລໍາເບຍ
ມີ​ຜູ້​ໄດ້​ຮັບ​ເຄາະຍ້ອນ​ລະ​ເບີດ​ດັ່ງກ່າວຈຳນວນ​ຫຼາຍ​ກວ່າ 10 ພັນ 600 ຄົນ.”


ຜົນກະທົບແມ່ນຮ້າຍແຮງຫຼາຍ ແຕ່ກໍບໍ່ເຖິງຂັ້ນເສຍຊີວິດ ຢູ່ສະເໝີໄປ.

ອົງການ UNICEF ລາຍ​ງານ​ວ່າ ໃນ​ແຕ່ລະ​ເດືອນ ມີ​ຜູ້​ຄົນ​ເສຍ​ຊີວິດ​ທີ່​ພົວພັນ​ກັບ
​ລະ​ເບີດ​ຝັງ​ດິນທີ່​ຍັງ​ບໍ່ທັນ​ແຕກ​ຈຳນວນ​ຫຼາຍ​ກວ່າ 800 ຄົນ ​ແລະອີກ​ຫຼາຍ​ພັນ​ຄົນ​
ກາຍເປັນຄົນພິການ ​ຢູ່ໃນ​ທົ່ວ​ໂລກ ແລະ​ໃນ​ຂະນະ​ທີ່ ເຄື່ອງ​ຄົ້ນຫາລະ​ເບີດ​ແບບ​ໃສ່
ພື້ນ​ເກີບ​ນີ້ ຍັງ​ຢູ່​ໃນ​ຂັ້ນຕອນ​ການ​ພັດທະນາ​ຢູ່ນັ້ນ ຖ້າມີການຜະລິດໄດ້ໄວເທົ່າໃດ ກໍຍິ່ງເປັນການດີເທົ່ານັ້ນ ຍ້ອນພວກເຮົາບໍ່ສາມາດລໍຖ້າໄດ້.
XS
SM
MD
LG