ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອະດີດດາລາ ບານບ້ວງແຫ່ງຊາດ ກັບຄືນໄປເກົາຫລີເໜືອ ເພື່ອ "ເຮັດໃຫ້ບາງຢ່າງເກີດຂຶ້ນ"


ອະດີດດາລາ ບານບ້ວງແຫ່ງຊາດ Dennis Rodman.
ອະດີດດາລາ ບານບ້ວງແຫ່ງຊາດ Dennis Rodman.

ບັນດາ​ນັກວິເຄາະ​ກ່າວ​ວ່າ ມີ​ໂອກາດ​ທີ່​ອະດີດ​ດາລາ​ຫລິ້ນ​ບານບ້ວງ​ແຫ່ງ​ຊາດ (NBA)
ທ່ານ Dennis Rodman ທີ່​ກັບ​ຄືນ​ໄປເກົາຫລີ​ເໜືອ​ຢ່າງ​ຕື່ນ​ຕົກ​ໃຈ ອາດ​ສາມາດຈະ​
ຊ່ວຍໃນ​ການ​ປ່ອຍ​ໂຕ​ຊາວ​ອາ​ເມຣິກັນ ​ທີ່​ຖືກ​ກັກ​ຂັງ​ຢູ່ໃນປະ​ເທດດັ່ງກ່າວທີ່​ກົດ​ຂີ່​ຂົ່ມ​ເຫັງ
​ແຕ່​ຍັງ​ສ້າງຄວາມ​ເປັນ​ຫ່ວງ​ຢ່າງຮ້າຍ​ແຮງຢູ່.

​ໂດຍການໃສ່​ແວ່ນ​ຕາ​ດຳ ນຸ່ງ​ເສື້ອສີດຳຄໍ້າ ​ແລະ​ໝວກເບ​ສບອນ ​ແລະ​ໜ້າ​ຕາ​ບ່ອງ​ໃສ່​
ບ້ວງ ທ່ານ Rodman ​ໄດ້​ກ່າວ​ຕໍ່​ບັນດາ​ນັກ​ຂ່າວໃນ​ວັນ​ອັງຄານ​ມື້​ນີວ່າ “ຂ້າພະ​ເຈົ້າ​ພະ
ຍາ​ຍາມ​ທີ່​ຈະ​ເປີດ​ປະຕູ” ຫລັງ​ຈາກທີ່ຜູ້ຄົນ​ເຫັນ​ຢູ່​ສະໝາ​ມບິນ​ສາກົນ​ທີ່​ນະຄອນ​ປັກ​ກິ່ງ
ມຸ້ງ​ໜ້າ​ເຂົ້າສູ່​ນະຄອນ​ພຽງ​ຢາງ.

ຢູ່​ໃນ​ນະຄອນ​ໂຕ​ກຽວ ຮອງ​ລັດຖະມົນຕີ​ຕ່າງ​ປະ​ເທດ ທ່ານ Thomas Shannon ​ໄດ້
​ຢືນຢັນ​ວ່າ ທ່ານ Rodman ​ໄດ້​ເດີນທາງ​ໄປ​ເກົາຫລີ​ເໜືອ ​ໃນ​ນາມ​ປະຊາ​ຊົນສ່ວນ​ຕົວ
​ແລະ​ກ່າວ​ວ່າ “ພວກ​ເຮົາ​ປາດ​ຖະໜາດີ​ຕໍ່​ທ່ານ. ​ແຕ່​ພວກ​ເຮົາ​ໄດ້​ອອກ​ເຕືອນ​ການ​ເດີນ
ທາງ​ແກ່​ຊາວ​ອາ​ເມຣິກັນ ​ແລະ​ໄດ້​ສະເໜີເຂົາ​ເຈົ້າ​ບໍ່​ໃຫ້​ເດີນທາງ​ໄປ​ເກົາຫລີ​ເໜືອ ​ຍ້ອນ​
ຄວາມ​ປອດ​ໄພ​ຂອງ​ເຂົາ​ເຈົ້າ.”

ອະດີດດາລາບານບ້ວງ​ອາຍຸ 56 ປີ ​ໄດ້​ໄປຢ້ຽມຢາມ​ເກົາຫລີ​ເໜືອ​ຢ່າງ​ໜ້ອຍ​ສີ່​ເທື່ອ ​ແລະ​ສ້າງຄວາມເປັນ​ມິດ​ກັບ ຜູ້ນຳ​ໜຸ່ມ​ Kim Jong Un ຜູ້​ທີ່​ມີ​ຄວາມ​ຕື່ນ​ເຕັ້ນເປັນ​ແຟນ NBA​
​ແລະ​ໂດຍ​ສະ​ເພາະ​ເປັນແຟນຂອງ Michael Jordan ທີ່​ນຳພາ​ແຊມ​ປຽນຂອງ​ທີ​ມ
Chicago Bulls ທີ່​ທ່ານ Rodman ​ໄດ້​ເປັນ​ພາກ​ສ່ວນ​ໃນ​ຊຸມ​ປີ 1990. ທ່ານ Rodman
​ໄດ້​ຕິດ​ໃຈກັບ ຜູ້ນຳ​ກຳ​ອຳນາດ​ພະ​ເດັດ​ການ​ວ່າ​ເປັນ “ຫົວໜ້າໃຫຍ່" ​ແລະ​ຍັງ​ຮ້ອງ​ທ່ານ​ວ່າ
“​ເປັນ​ເດັກນ້ອຍ​ທີ່​ແນ່ນອນ.” ທ່ານ​ໄດ້​ກ່າວ​ໃນເມື່ອກ່ອນວ່າ ຈຸດປະສົງ​ການ​ເດີນທາງ​ຂອງ​
ທ່ານ​ໄດ້​ຊ່ວຍ “​ເປີດ​ປະຕູໃຫ້ກວ້າງອອກ” ​ແກ່​ປະ​ເທດ​ທີ່​ຢູ່ໂດ​ດດ່ຽວດັ່ງກ່າວ.

ອ່ານຂ່າວນີເພີ່ມເປັນພາສາອັງກິດ.

XS
SM
MD
LG