ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການສະຫລຸບຄຳໂຕ້ແຍ້ງ ໃນຄະດີອາຍາ ໃຫ້ເງິນປິດປາກ ຂອງທ່ານ ທຣຳ ມີກຳນົດຈະເລີ້ມຂຶ້ນ ໃນວັນອັງຄານມື້ນີ້


ອະດີດປະທານາທິບໍດີ ດໍໂນລ ທຣຳ ກ່າວຕໍ່ບັນດານັກຂ່າວ ຢູ່ທີ່ ສານອາຍາ ຂອງນະຄອນແມນແຮັດຕັນ, Manhattan Criminal Court, ວັນທີ 21 ພຶດສະພາ 2024, ໃນລັດນິວຢອກ.
ອະດີດປະທານາທິບໍດີ ດໍໂນລ ທຣຳ ກ່າວຕໍ່ບັນດານັກຂ່າວ ຢູ່ທີ່ ສານອາຍາ ຂອງນະຄອນແມນແຮັດຕັນ, Manhattan Criminal Court, ວັນທີ 21 ພຶດສະພາ 2024, ໃນລັດນິວຢອກ.

ບົດສະຫລຸບຄຳໂຕ້ແຍ້ງຂອງທະນາຍຄວາມໃນຄະດີອາຍາການໃຫ້ເງິນປິດປາກໃນລັດນິວຢອກຂອງທ່ານດໍໂນລ ທຣຳ ມີກຳນົດຈະເລີ້ມຂຶ້ນໃນວັນອັງຄານມື້ນີ້ ເຊິ່ງເປັນໂອກາດສຸດທ້າຍສຳລັບທະນາຍຄວາມປ້ອງກັນຂອງອະດີດປະທານາທິບໍດີ ທີ່ຈະໃຫ້ເຫດຜົນເພື່ອໂນ້ມນ້າວບັນດາຄະນະຕຸລາການ 12 ຄົນ ທີ່ວ່າ ທ່ານທຣຳ ບໍລິສຸດໃນຂໍ້ກ່າວຫາທີ່ທ່ານໄດ້ພະຍາຍາມຢ່າງຜິດກົດໝາຍເພື່ອແຊກແຊງຜົນການເລືອກຕັ້ງປີ 2016 ນັ້ນ ໃນຂະນະດຽວກັນ ໄອຍະການກໍໄດ້ວາງລາຍລະອຽດທາງດ້ານຫຼັກຖານຕ່າງໆຕໍ່ທ່ານ.

ຄຳໂຕ້ແຍ້ງຂັ້ນສຸດທ້າຍ ໃນຄະດີອາຍາທີ່ບໍ່ເຄີຍມີມາກ່ອນ ຕໍ່ປະທານາທິບໍດີຂອງສະຫະລັດ ອາດຈະໃຊ້ເວລາຫຼາຍຊົ່ວໂມງ ແລະພາຍຫຼັງຈາກການໃຫ້ປາກຄຳຂອງບັນດາພະຍານ ທີ່ໃຊ້ເວລາຫ້າອາທິດທີ່ຜ່ານມາແລ້ວນັ້ນ.

ຕໍ່ຈາກນັ້ນ ຜູ້ພິກສາສານສູງຂອງລັດນິວຢອກ ທ່ານ ຮວນ ເມີຊານ ຄາດໝາຍວ່າ ຈະໃຫ້ຄຳຊີ້ນຳຕໍ່ຄະນະຕຸລາການດັ່ງກ່າວ ໃນຕອນເຊົ້າວັນພຸດມື້ອື່ນນີ້ ກ່ຽວກັບເລື້ອງກົດໝາຍຕ່າງໆທີ່ເຊື່ອມໂຍງກັບຄະດີນີ້ ກ່ອນທີ່ພວກເຂົາເຈົ້າ ຈະເລີ້ມຕົ້ນການພິຈາລະນາຕັດສິນຄະດີ.

ພາຍໃຕ້ລະບົບກົດໝາຍຂອງສະຫະລັດ ບັນດາຕຸລາການ ຈະຕ້ອງຕັດສິນຄະດີນີ້ຢ່າງເປັນເອກະສັນ ບໍ່ວ່າ ຈະເປັນການຍົກຟ້ອງ ຕໍ່ທ່ານທຣຳ ອາຍຸ 77 ປີ ຫຼື ພົບເຫັນວ່າ ທ່ານມີຄວາມຜິດ. ຖ້າຫາກພວກເຂົາເຈົ້າ ບໍ່ສາມາດຕົກລົງກັນໄດ້ ຈະເປັນຜົນເຮັດໃຫ້ຢູ່ໃນສະພາບການທີ່ເອີ້ນວ່າ hung jury ຫຼື ບໍ່ລົງລອຍກັນ ຕໍ່ຈາກນັ້ນ ບັນດາໄອຍະການຄວນຕັດສິນໃຈວ່າ ຈະດຳເນີນຄະດີຄືນໃໝ່ຫຼືບໍ່.

ສຳລັບທ່ານທຣຳ ແລ້ວ ຜົນທີອອກມານັ້ນ ຈະສົ່ງຜົນຕໍ່ ບໍ່ພຽງແຕ່ສຳລັບເສລີພາບສ່ວນຕົວຂອງທ່ານເທົ່ານັ້ນ ແຕ່ຍັງລວມເຖິງຊະຕາກຳດ້ານການເມືອງຂອງທ່ານ ພ້ອມ. ທ່ານເປັນຜູ້ທີ່ຖືກສະເໜີຊື່ໃຫ້ເປັນຜູ້ສະໝັກແຂ່ງຂັນເປັນປະທານາທິບໍດີຂອງພັກຣີພັບບລີກັນ ທີ່ມີກຳນົດຈະລົງແຂ່ງກັບທ່ານປະທານາທິບໍດີ ໂຈ ໄບເດັນ ໃນການເລືອກຕັ້ງ ເດືອນພະຈິກ, ຈາກພັກເດໂມແຄຣັດ ຜູ້ທີ່ໄດ້ເອົາຊະນະທ່ານທຣຳ ມາແລ້ວໃນປີ 2020.

ການຢັ່ງຫາງສຽງທົ່ວປະເທດ ສະແດງໃຫ້ເຫັນວ່າ ທ່ານໄບເດັນ ແລະ ທ່ານທຣຳ ຢູ່ໃນການແຂ່ງຂັນກັນແບບສູສີກັນ ແຕ່ວ່າ ການຢັ່ງຫາງສຽງຄວາມຄິດເຫັນສ່ວນນຶ່ງ ບົ່ງບອກວ່າ ພວກສະໜັບສະໜູນທ່ານທຣຳ ອາດຈະປ່ຽນການລົງຄະແນນສຽງຂອງພວກເຂົາເຈົ້າໄປໃຫ້ທ່ານໄບເດັນ ຫຼື ກໍບໍ່ລົງຄະແນນສຽງເລີຍ ຖ້າອະດີດປະທານາທິບໍດີ ຖືກຕັດສິນວ່າມີຄວາມຜິດ.

Closing arguments are set for Tuesday in the New York hush money criminal trial of Donald Trump, the last chance for the former president’s defense lawyer to convince a 12-member jury that he is innocent of charges that he illegally tried to influence the outcome of the 2016 election, while a prosecutor lays out the evidence against him.

The final arguments in the first-ever criminal case against a U.S. president could take hours and follow testimony that lasted five weeks.

New York Supreme Court Justice Juan Merchan is then expected to instruct the jury Wednesday morning about the legal issues linked to the case before it begins deliberating.

In this courtroom sketch, Michael Cohen, right, testifies on the witness stand with Judge Juan Merchan presiding in Manhattan criminal court, May 20, 2024, in New York.
In this courtroom sketch, Michael Cohen, right, testifies on the witness stand with Judge Juan Merchan presiding in Manhattan criminal court, May 20, 2024, in New York.

Under the U.S. legal system, the jurors will have to unanimously decide whether to acquit the 77-year-old Trump or find him guilty. If they cannot agree, resulting in a hung jury, prosecutors then would decide whether to retry the case.

For Trump, the outcome is consequential, not only for his personal freedom but his political fate. He is the presumptive 2024 Republican presidential candidate, set to run again in the November election against President Joe Biden, the Democrat who defeated him in 2020.

National polls show Biden and Trump locked in a tight contest, but some opinion polls indicate Trump supporters could switch their vote to Biden or not vote at all if the former president is convicted.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG