ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໙ ພຶດສະພາ ໒໐໒໔

ທ່ານນາງ Clinton ພວມເຄື່ອນໄຫວ ຊອກຫາສຽງ ສະໜັບ ສະໜູນ ກ່ອນໂຕ້ວາທີ


Clinton Seeks to Boost Image Before Upcoming Debate
please wait

No media source currently available

0:00 0:03:07 0:00

ຜູ້​ທີ່ໄດ້ປະກາດ ສະໝັກແຂ່ງຂັນ ​ເປັນ​ປະທານາທິບໍດີສະຫະລັດ
ຫ້າ​ທ່ານ ຂອງພັກ​ເດ​ໂມ​ແຄຣັດ ຈະ​ພົບ​ປະກັນໂຕ້​ວາ​ທີກັນເປັນ​
ເທຶ່ອທຳ​ອິດ​ໃນ​ວັນ​ອັງຄານມື້​ອຶ່ນນີ້ ທີ່​ນະຄອນ Las Vegas ລັດ
Nevada. ອະດີດ​ລັດຖະມົນຕີຕ່າງປະ​ເທດ ສະຫະລັ ທ່ານ​ນາງ
Hillary Clinton ສືບ​ຕໍ່ມີຄະແນນ​ນຳ​ໜ້າຜູ້ສະໝັກ​ພັກ​ເດ​ໂມ​ແຄ
ຣັດ ​ແຕ່​ວ່າທ່ານ​ນາງໄດ້ຮັບການທ້າທາຍທີ່ເຂັ້ມ​ແຂງກວ່າ​ທີ່ຄາດ​
ໄວ້ ຈາກສະມາຊິກ​ສະພາ​ສູງ ລັດ Vermont ທ່ານ Bernie Sanders. ນັກ​ຂ່າວ ວີ​ໂອ​ເອ
Jim Malone ມີ​ລາຍ​ງານ​ເພີ້​ມ​ເຕີມຈາກ ວໍຊິງ​ຕັນ ຊຶ່ງ ກິ່ງ​ສະຫວັນ ຈະ​ນຳ​ມາສະ​ເໜີ​ທ່ານ.

ທ່ານ​ນາງ Hillary Clinton ກຳລັງ​ເຄື່ອນ​ໄຫວ ຊອກ​ຫາ​ສຽງ​ ຢູ່ທີ່​ລັດ New Hampshire ​ແລະ​ໄດ້ສະ​ແດງ​ອອກໃຫ້​ເຫັນ​ເຖິງຄວາມຮູ້ສຶກ ທີ່ບໍ່ເຄີຍເຫັນ​ມາ​ກ່ອນ ໃນການ​ຮ້ອງຂໍໃຫ້
ຄວບ​ຄຸມ​ອາວຸດ​ປືນ.

ທ່ານ​ນາງ Clinton ກ່າວ​ວ່າ “ບັນ​ດາ​ພໍ່ແ​ມ່ຂອງ​ເດັກນ້ອຍ​ທີ່​ໜ້າ​ຮັກ​ໜ້າ​ແພງທີ່ຖືກ​ສັງຫານໄດ້ນຳ​ເອົາ​ຄວາມເສົ້າ​ໂສກ ​ຢ່າງ​ບໍ່​ຄິດ​ບໍ່​ຝັນ ທີ່​ເຂົາ​ເຈົ້າ​ໄດ້​ສູ້​ທົນ ​ແລະ​
ໄດ້​ພະ
ຍາຍາມ​ເປັນ​ປາກເປັນສຽງ ທີ່​ພວກ​ເຮົາ​ຕ້ອງ​ຟັງ.”

​ແຕ່ວ່າ ການ​ຢັ່ງ​ຄະ​ແນນສຽງຂອງ ທ່ານ​ນາງ Clinton ​ໄດ້​ຮັບ​ຄວາມ​ເສຍ​ຫາຍເພາະ
ທ່ານນາງ ໄດ້ມີສ່ວນພົວພັນ​ກັບ​ບັນຊີອີ​ແມ​ລສ່ວນ​ໂຕ​ຂອງ​ທ່ານ​ນາງ ​ໃນ​ເວລາ​ທີ່ ​ທ່ານ
ນາງຍັງ​ເປັນລັດຖະມົນ​ຕີຕ່າງປະ​ເທດ ຢູ່​ນັ້ນ.

ທ່ານ​ນາງ Clinton ກ່າວ​ວ່າ “ນັ້ນ​ເປັນຄວາມ​ຜິດພາດ. ຂ້າພະ​ເຈົ້າ ມີ​ຄວາມ​ເສຍ​
ໃຈ​ກ່ຽວ​ກັບ​ເລື້ອງ​ນີ້. ຂ້າພະ​ເຈົ້າຮັບເອົາ​ຄວາມ​ຮັບຜິດຊອບ​ທັງ​ໝົດ ​ແລະ​ຂ້າ​ພະ​

ເຈົ້າພະຍາຍາມທີ່​ຈະໃຫ້​ເປັນທີ່ໂປ່ງໃສ ​ເທົ່າ​ທີ່​ສາມາດເຮັດ​ໄດ້.”

​ເພື່ອຊ່ວຍ​ປັບປຸງ​ພາບ​ພົດ​ ທ່ານ​ນາງ Clinton ​ໄດ້​ປາກົດ​ໂຕ​ຢູ່ ໃນ​ລາຍການ Saturday
Night Live
ຂອງໂທລະພາບ NBC ຊຶ່ງ​ເປັນ​ລາຍການ​ຕະ​ລົກ ມ່ວນ​ຊື່ນ.

ທ່ານ​ນາງ Kate Mckinnon ກ່າວ​ວ່າ “ໝົດ​ທຸກ​ຄົນ​ຢາກ​ເວົ້າ​ແຕ່​ກ່ຽວ​ກັບ ທ່ານ
Donald Trump​.”

ທ່ານ​ນາງ Clinton ກ່າວ​ວ່າ “Donald Trump ແມ່ນໃຜ? ລາວ​ແມ່ນ​ຜູ້​ທີ່​ເວົ້າ​ວ່າ,
ຮື, ພວກເຈົ້າເປັນຜູ້​ທີ່​ພາຍ​ແພ້ທັງ​ໝົດ?"

ຍັງ​ບໍ່​ເທົ່າ​ນັ້ນ ຄູ່​ແຂ່ງຂັນ​ທີ່​ສຳຄັນ​ຂອງ ທ່ານ​ນາງ Clinton ຄື ສະ​ມາ​ຊິກສະພາ​ສູງ ລັດ
Vermont ທ່ານ Bernie Sanders ທີ່ຍັງສືບຕໍ່ມີຄະ​ແນນສູງຂຶ້ນໂດຍ ສາມາດດຶງດູດ
​ເອົາຝູງ​ຊົນ​ຂະໜາດໃຫຍ່ ​ແລະ​ແມ່ນ​ກະທັງໄດ້ໄປ​ປາກົດຕົວທີ່ມະ ຫາວິທະຍາ​ໄລ
Liberty ໃນ​ ລັດ Virginia ຊຶ່ງ​ເປັນ​ສະຖານ​ບັນ​ ນິຍົມແນວທາງເດີມນັ້ນ.

ທ່ານ Bernie Sanders ກ່າວ​ວ່າ “ພວກ​ເຮົາ​ພາກັນມີ​ຊີວິດຢູ່່ ​ແລະ​ຫວັງ​ວ່າ​ທ່ານ​ທັງ
ໝົດຮູ້ຈັກ​ເລື້ອງ​ນີ້ ຢູ່ໃນ​ບັນດາ​ປະ​ເທດຮັ່ງມີທີ່​ສຸດໃນ​ປະ​ຫວັດ​ສາດຂອງ​ໂລກ. ແຕ່​
ວ່າ ຊາ​ວອາ​ເມຣິກັນ​ ສ່ວນ​ໃຫຍ່​ບໍ່​ຮູ້ເລື້ອງນີ້ ​ເພາະວ່າ ​ເກືອບ​ທັງ​ໝົດ​ຂອງ​ຄວາມ
ຮັ່ງ​
ມີ ​ແລະ​ລາຍ​ໄດ້​ນັ້ນ ​ແມ່ນເຂົ້າຖົງພວກທີ່ຮັ່ງມີທີ່ສຸດ​ນຶ່ງ​ເປີ​ເຊັນ​."

ຮອງ​ປະທານາທິບໍດີ Joe Biden ຍັງ​ຊັ່ງ​ຊາກ່ຽວກັບການລົງສະໝັກ​ແຂ່ງຂັນເປັນປະທາ
ນາທິບໍດີ. ແຕ່​ວ່າ ທ່ານ​ຍັງ​ໄວ້​ທຸກ​ການ​ເສຍ​ຊີວິດ​ລູກ​ຊາຍ​ຂອງ​ທ່ານ ທ່ານ Beau ​ໃ
​ເດືອນ​ພຶດສະພາ​ແລະ​ໄດ້​ກ່າວ​ຕໍ່ຜູ້ຈັດລາຍງານ Late Night Show ຂອງ​ໂທລະ​ພາຍ
CBS ທ່ານ Stephen Colbert ວ່າ ທ່ານ​ຍັງ​ມີ​ການ​ຂັດ​ແຍ້​ງຢູ່.

ຮອງ​ປະທານາທິບໍດີ Joe Biden ກ່າວ​ວ່າ “ຂ້າພເຈົ້າ​ຄິດວ່າ ບໍ່​ມີ​ຜູ້​ຊາຍ ຫລື​ແມ່ຍິງ​
ຄົນ​ໃດຄວນ​ສະໝັກເປັນ ​ປະທານາທິບໍດີ ຢ່າງ​ໜ້ອຍນຶ່ງ ​ເຂົ້າ​ເຈົ້າຮູ້​ແນ່ນອນວ່າ​

ເປັນ​ຫຍັງ​ເຂົາ​ເຈົ້າ​ຈຶ່ງ​ຢາກ​ເປັນ ປະທານ​າທິບໍດີ. ​ແລະ​ສອງ ​ເຂົາ​ເຈົ້າ​ສາມາດ
ເບິ່ງ
ພວກ​ຜູ້ຄົນ​ ​ແລະ​ເວົ້າ​ວ່າ “ຂ້າພະ​ເຈົ້າ​ໃຫ້​ຄຳ​ໝັ້ນ​ສັນຍາ​ແກ່​ທ່ານ ທ່ານ​ເຊື່ອ
ໃຈ
ຂ້າພະ​ເຈົ້າ​ໄ ດ້​ທັງ​ໝົດ ຊີວິດ​ຈິດ​ໃຈ​ທັງໝົດ ​ເຫື່ອ​ແຮງ​ຂ້າພະ​ເຈົ້າ ​ແລະ​ຄວາມ​
ຢາກ​ເຮັດ​ຢາກ​ທຳ​ທີ່​ຈະ​ປະຕິບັດງານ​ດັ່ງ​ກ່າວ”.

ນັກວິເຄາະ Norm Ornstein ຈາກສະ​ຖາ​ບັນ American Enterprise ກ່າວວ່າ ການ
ຢັ່ງຫາງສຽງສະ​ແດງ​ໃຫ້​ເຫັນ​ວ່າ ສະມາຊິກພັກ​ເດ​ໂມ​ແຄຣັດຫຼາຍໆຄົນ ຈະ​ເປີດ​ປະຕູຮັບ
ເອົາການສະໝັກຂອງທ່ານ Biden.

ທ່ານ Norm Ornstein ກ່າວ​ວ່າ “ບັນດາສະມາຊິກ​ພັກ​ເດ​ໂມ​ແຄຣັດ ຫຼາຍ​ຄົນ​ບໍ່​
ຄ່ອຍສະບາຍ​ໃຈ ກ່ຽວ​ກັບທ່ານ​ນາງ Clinton ​ເພາະວ່າ ບັນ​ຫາ​ອີ​ແມ​ລ ​ແລະ​ມັນ​ເຮັດໃຫ້​ເກີດມີຄວາມ​ເປັນ​ຫ່ວງ ​ເລື້ອງເກົ່າເລື້ອງຫຼັງຈຳນວນ​ນຶ່ງກ່ຽວ​ກັບຄອບຄົວ​

Clintons ​ແລະ​ລະດັບ​ຂອງການ​ແນ​ໃສ່​ເປົ້າ​ໝາຍ​ ຂອງພັກຣີພັບ​ບລິ​ກັນ ສື່​ມວນ
ຊົນ ​ແລະ​ບາດ​ແຜ​ທີ່​ເຮັດ​ດ້ວຍ​ຕົນ​ເອງຈຳນວນ​ນຶ່ງ.”

ທ່ານ John Fortier ກ່າວ​ວ່າ ຄວາມ​ສົງ​ໄສ​ກ່ຽວກັບທ່ານນາງ Clinton ​ເປັນ​ທີ່​ຈະແຈ້ງ
​ເຮັດ​ໃຫ້ສະມາຊິກພັກ​ເດ​ໂມ​ແຄຣັດຈຳນວນ​ນຶ່ງ​ມີ​ຄວາມ​ເປັນ​ຫ່ວງ.

ທ່ານ John Fortier ຈາກ​ສູນ​ກາງ​ນະ​ໂຍບາຍ​ ສອງພັກການເມືອງ ກ່າວ​ວ່າ “ມັນ​ອາດ​
ບໍ່ແມ່ນ ​ເຂົາ​ເຈົ້າ​ບໍ່ພໍ​ໃຈ​ທີ່​ສຸດກັບ ທ່ານ​ນາງ Hillary Clinton ​ແຕ່ເຂົາ​ເຈົ້າ​ຕ້ອງ

ການ​ເບິ່ງຜູ້ໃດ​ຜູ້​ນຶ່ງ? ​ແລະ​ເຂົ້າ​ເຈົ້າ ​ພຽງ​ແຕ່ບໍ່​ຕ້ອງການ​ມອບ​ໃຫ້​ແກ່ທ່ານ​ນາງ
ໂດຍປາດ​ສະ​ຈາກ​ໂອກາດ​ ທີ່ມີບຸກຄົນສຳຄັນ​ອື່ນໆ ເຂົ້າມາຮ່ວມໃນ​ການ​
ແຂ່ງຂັນ.”

ທ່ານ Biden ຈະ​ບໍ່​ເຂົ້າ​ຮ່ວມ​ໃນການໂຕ້ວາທີເທື່ອ​ທຳ​ອິດ​ ຂອງພັກເດໂມແຄຣັດ ​ແຕ່​
ຄາດ​ວ່າ​ ຈະ​ຕັດສິນ​ໃຈ​ໃນ​ບໍ່​ຊ້ານີວ່າ ຈະ​ເຂົ້າ​ຮ່ວມໃນການ​ແຂ່ງຂັນຫລື​ບໍ່.

The five announced Democratic party presidential contenders meet in their first debate next Tuesday in Las Vegas, Nevada. Former secretary of state Hillary Clinton continues to lead the Democratic field, but she is getting a stronger-than-expected challenge from Vermont Senator Bernie Sanders. VOA National correspondent Jim Malone has more from Washington.

Hillary Clinton on the move, looking for votes in New Hampshire and showing rare emotion with an appeal for gun control.

"So many of the parents of these precious children who were murdered have taken the unimaginable grief that they have been bearing and have tried to be the voices that we need to hear."

But Clinton's poll ratings have suffered because of the controversy involving her private email account while secretary of state.

"That was a mistake. I am sorry about that. I take responsibility and I am trying to be as transparent as I can."

To help improve her image, Clinton appeared on NBC's Saturday Night Live comedy show.

"All anyone wants to talk about is Donald Trump."

"Donald Trump? Isn't he the one that's like, Ugh, you're all losers'?"

Yet Clinton's main rival, Vermont Senator Bernie Sanders, continues to surge, drawing huge crowds and even reaching out to conservatives at Liberty University in Virginia.

"We live, and I hope most of you know this, in the wealthiest country in the history of the world. But most Americans do not know that because almost all of that wealth and income is going to the top one percent."

Vice President Joe Biden is still weighing a presidential bid. But he is mourning the death of his son, Beau, in May, and told CBS Late Show host Stephen Colbert he remains conflicted.

"I do not think any man or woman should run for president unless, number one, they know exactly why they would want to be president. And number two, they can look at folks out there and say, 'I promise you, you have my whole heart, my whole soul, my energy, and my passion to do this."

Polls show many Democrats would be open to a Biden candidacy, says analyst Norm Ornstein.

"A lot of Democrats are uneasy about Clinton because of the email issue, and it evokes some of the old concerns about the Clintons and the degree to which they are targets of Republicans, the media, and some of their own self-inflicted wounds."

The doubts about Clinton clearly have some Democrats worried, says John Fortier.

"It may not be that they are absolutely dissatisfied with Hillary Clinton, but do they want another look at someone? And they do not want to just give it to her without the chance of some other significant figure being in the race."

Biden will not take part in the first Democratic debate, but is expected to decide soon whether to enter the race.

XS
SM
MD
LG