ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມູນເຊື້ອຂອງອະດີດ ລມຕ ຕ່າງປະເທດສະຫະລັດ ຮິລແລຣີ ຄຼິນຕັນ (ວີດິໂອລາວ/ອັງກິດ)


ທ່ານນາງ Hillary Clinton ຂະນະໂບກມືອໍາລາ ຈາກ ຕໍາແໜ່ງລັດຖະມົນຕີຕ່າງປະເທດສະຫະລັດ ຫລັງຈາກໄດ້ຝາກຜົນງານອັນໜ້າຍົກຍ້ອງ ໄວ້ເປັນມູນເຊື້ອມໍລະດົກ, ວັນທີ 1 ກຸມພາ 2013.
ທ່ານນາງ Hillary Clinton ຂະນະໂບກມືອໍາລາ ຈາກ ຕໍາແໜ່ງລັດຖະມົນຕີຕ່າງປະເທດສະຫະລັດ ຫລັງຈາກໄດ້ຝາກຜົນງານອັນໜ້າຍົກຍ້ອງ ໄວ້ເປັນມູນເຊື້ອມໍລະດົກ, ວັນທີ 1 ກຸມພາ 2013.
ລັດຖະມົນຕີຕ່າງປະເທດ ຮິລແລຣີ ຄຼິນຕັນ ທີ່ພົ້ນຈາກຕໍາແໜ່ງ
ນັກການທູດ ອັນ​ດັບສູງສຸດຂອງອະເມຣິກາ ເມື່ອ​ວັນທີ 1 ກຸ​ມພາ
​ນັ້ນ ແມ່ນໄດ້ຖືກເບິ່ງ​ເຫັນໂດຍມະຫາຊົນຊໍ້າແລ້ວຊໍ້າອີກວ່າເປັນ
ສະຕຣີທີ່ ໜ້າຍົກຍ້ອງຊຶ່ນຊົມທີ່ສຸດຂອງໂລກ ອິງຕາມຜົນການ ສໍາຫຼວດໂດຍອົງການຢັ່ງຫາງສຽງມະຫາຊົນ Gallup ນັ້ນ.
Scott Stearns ຜູ້ສື່ຂ່າວວີໂອເອ ປະຈໍາກະຊວງຕ່າງປະເທດ
ສຶກສາເບິ່ງມູນ​ເຊື້ອມໍລະດົກດ້ານນະໂຍບາຍ ຕ່າງປະເທດຂອງ
ທ່ານນາງຄຼິນຕັນ ແລະວ່າ ທ່ານນາງອາດຈະສະໝັກ​ເລືອກ​ຕັ້ງ
​ເອົາຕໍາແໜ່ງປະທານາທິບໍດີໃນປີ 2016 ຫຼືບໍ່ ຊຶ່ງທອງປານມີ
ລາຍ​ລະອຽດມາສະເໜີທ່ານ.

ເບິ່ງວີດິໂອລາຍງານນີ້ ເປັນພາສາລາວ:



ທ່ານນາງຮິລແລຣີ ຄຼິນຕັນ ລົງຈາກຕໍາແໜ່ງລັດຖະມົນຕີຕ່າງປະເທດສະຫະລັດ ໃນຖານະ
ເປັນສະຕີທີ່ໜ້າຊື່ນ​ຊົມທີ່ສຸດຂອງໂລກ ຫຼັງຈາກໄດ້ປະຕິບັດງານ ເພື່ອສ້າງສາຄືນ​ໃໝ່ ຄວາມສໍາພັນທີ່​ໄດ້ຮັບ​ຄວາມ​ເສຍຫາຍ ຈາກສົງຄາມ​ໃນອັຟ ການີສຖານແລະອີຣັກນັ້ນ ​ໃນ​ຂະນະ​ດຽວ​ກັນ​ ກໍຫັນເຫກໍາລັງ​ແລະ​ຊັບພະຍາກອນຂອງສະຫະລັດ ໄປຍັງຂົງເຂດ ເອເຊຍ ປາຊິຟິກ. ແຕ່ທ່ານນາງ ຄຼິນຕັນ ເວົ້າວ່າ ​ເປົ້າ​ໝາຍຂອງຊິວິດຂອງທ່ານນາງ ກໍຄື ການມອບ ອໍານາດໃຫ້ພວກແມ່ຍິງ.

ທ່ານນາງ ຄຼິນຕັນ ເວົ້າວ່າ: “ມັນເປັນເລຶ່ອງໂງ່ເງົ່າທີ່ສຸດ ທີ່ຈະພະຍາຍາມສ້າງສາ ເສດຖະກິດໃຫ້ເຂັ້ມແຂງ ຫຼືປະຊາທິປະໄຕ​ໃຫ້ໝັ້ນຄົງ ໃນຂະນະທີ່ປະຕິບັດຕໍ່ປະ ຊາຊົນເຄິ່ງນຶ່ງຂອງໂລກຢ່າງດີທີ່ສຸດ ​ກໍໃນ​ຖານະເປັນຊົນຊັ້ນສອງ ຫລື​ຢ່າງ​ຂີ້ຮ້າຍ​
ທີ່​ສຸດ ຄື​ກັນ​ກັບ​ເຂົາ​ເຈົ້າບໍ່​ແມ່ນ​ຄົນ​ຄື​ກັນ ​ ແຕ່​ເຖິງ​ປານ​ນັ້ນ​ກໍ​ຍັງ
ມີຫຼາຍໆບ່ອນເກີນ
ໄປ
ທີ່ປະຕິບັດຕໍ່ພວກແມ່ຍິງ​ແບບ​ນັ້ນແທ້ໆ ຄື​ພວກເຂົາ​ເຈົ້າມີສິດທິທາງການເມືອງ ພຽງໜ້ອຍດຽຫຼືບໍ່ມີຊໍ້າ. ພວກເຂົາເຈົ້ຖືກກະທໍາຮຸນແຮງຕໍ່ຢ່າ​ງໜ້າຢ້ານກົວ. ສຸຂະພາບຂອງ​ເຂົາ​ເຈົ້າ ແລະແມ່ນແຕ່ຊີວິດຂອງພວກເຂົາເຈົ້ານັ້ນ ກໍຖືກເມີນເສີຍ.”

Sarah Margon ຮອງຜູ້ອໍານວຍການກຸ່ມສິ້ງຊອມສິດທິມະນຸດ Human Rights
Watch ທີ່ວໍຊິງຕັນດີຊີ ເວົ້າວ່າ ທ່ານນາງ ຄຼິນຕັນ ໄດ້​ຍົກເອົາ ສິດທິຂອງພວກແມ່ຍິງ
ຂຶ້ນ​ມາເປັນຫຼັກແກນກາງຂອງນະໂຍບາຍຕ່າງປະເທດຂອງສະຫະລັດ.

ທ່ານ​ນາງ Margon ເວົ້າວ່າ: “ຄວາມ​ເຕັມໃຈ ແລະທີ່ຈິງແລ້ວຄວາມກະຕືລືລົ້ນ
ຂອງ ທ່ານນາງຄຼິນຕັນ
​ໃນ​ການພົບປະກັບບັນດາກຸ່ມສັງຄົມພົນລະເຮືອນນັ້ນ ​ແມ່ນເປັນຮ່ອງ​ຮອຍ​ອັນແທ້ຈິ​ງ ທີ່​ສະ​ແດງໃຫ້ເຫັນວ່ນະໂຍບາຍຕ່າງປະເທດ
ນັ້ນ ບໍ່​ແມ່ນເລຶ່ອງກ່ຽວກັບຄວາມສໍາພັນລະຫວ່າງລັດຖະບານຕໍ່ລັດຖະບານ
ແຕ່​ພຽງ
ຢ່າງ ດຽວອີກຕໍ່ໄປແລ້ວ ແຕ່ມັນກ່ຽວ​ກັບ​ການເຂົ້າພົວພັນກັບກຸ່ມຄົນ
ທຸກໆປະເພດ.”


ທາງ​ຝ່າຍ Jennifer Cooke ນັກວິໂຈປະຈໍາສູນກາງຍຸທະສາດແລະການສຶກສາລະ ຫວ່າງປະເທດ ເວົ້າວ່າ ຢູ່ໃນອາຟຣິກາ ໃຕ້ຂົງເຂດທະເລຊາຍຊາຮາຣາລົງ​ໄປ​ນັ້ນ ທ່ານ
ນາງ ຄຼິນຕັນ ​ໄດ້ຜັກດັນໃຫ້ມີການຜູ້ຮັບຜິດຊອບ ສໍາລັບການກະທໍາຮຸນແຮງຕໍ່ແມ່ຍິງ
ຢູ່ໃນສາທາລະນະລັດປະຊາທິປະໄຕຄອງໂກ.

ທ່າ​ນນາງ Cooke ເວົ້າວ່າ: “ທ່ານນາງຄຼິນຕັນ ໄດ້ປະໄວ້ຊຶ່ງມູນເຊື້ອທີ່ເຂັ້ມແຂງ ຂອງການທູດ ບໍ່ວ່າຈະຢູ່ໃນປະເທດເຄນຢາ ໃນປະເທດ IvoryCoast ໃນ
ປະເທດ Senegal ຫຼືການຮັບມືກັບບັນຫາໃຫຍ່ເຫຼົ່ານີ້
ຢູ່ໃນຄອງໂກ.”

ແຕ່ທ່ານນາງຄຼິນຕັນ ຍັງມີຜູ້​ທີ່​ຕ້ອງ​ຕິ​ໂຈມ​ຕີຢູ່ ເຊັ່ນໃນກໍລະນີຂອງຊີເຣຍ ທີ່ທ່ານນາງໄດ້ ຖືກໂຈມຕີຢ່າງໃຫຍ່ ວ່າບໍ່​ໄດ້ດໍາ​ເນີນ​ການຢ່າງພຽງພໍເພື່ອ ຊ່ວຍເຫຼືອພວກຝ່າຍຄ້ານຂອງ ປະທານາທິບໍດີ Bashar al-Assad.

ແລະທ່ານນາງກໍ​ໄດ້ຖືກຕໍາໜິຕິຕຽນ ຍ້​ອນຄວາມຜິດພາດລົ້ມ​ແຫຼວດ້ານຄວາມປອດໄພ
ຢູ່ໃນລີເບຍ ທີ່ສະຖານກົງສຸນສະຫະລັດ​ໃນ​ເມືອງ Benghazi ບ່ອນທີ່ຊາວອະເມຣິກັນ
ສີ່ຄົນ ຖືກສັງຫານໃນການໂຈມຕີຂອງພວກກໍ່ການຮ້າຍ ເມື່ອເດືອນກັນຍາປີຜ່ານມານັ້ນ.

ທ່ານນາງຄຼິນຕັນເວົ້າວ່າ: “ແນ່ນອນວ່າ ການສູນເສຍຊີວິດຂອງຊາວອະເມຣິກັນຢູ່ ໃນເບັງກາຊີນັ້ນ ມັນເປັນສິ່ງນຶ່ງທີ່ຂ້າພະເຈົ້າຮູ້ສຶກເສຍໃຈທີ່ສຸດ ແລະຂ້າພະເຈົ້າ ກໍກໍາລັງປະຕິບັດງານຢ່າງໜັກ ເພື່ອໃຫ້ໝັ້ນໃຈວ່າ ພວກ ເຮົາກໍາລັງ​ເຮັດທຸກສິ່ງ
ທຸກຢ່າງ ເພື່ອປ້ອງກັນບໍ່ໃຫ້ເກີດເຫດການທໍານອງນີ້
ຂຶ້ນອີກ. ​ ເວລາ​ທ່ານ​ເຮັດ
​ວຽກ​ແບບ​ນີ້ ທ່ານ
ຕ້ອງເຂົ້າໃຈມາ​ຕັ້ງ​ແຕ່​ຕອນເລີ່ມຕົ້ນວ່າພວກເຮົາບໍ່ສາມາ​ດທີ່​ຈະຄວບຄຸມທຸກສິ່ງທຸກຢ່າງໄດ້.”

ນັກວິເຄາະ Malou Innocent ປະຈໍາສະຖາບັນ Cato Institute ເວົ້າວ່າ ​ເມື່ອ​ສັ່ງ​ຊາ​ຕີ​
ລາຄາ​ເບິ່ງແລ້ວ ຊ່ວງ​ເວລາກໍາຕໍາແໜ່ງຢູ່ກະຊວງ ຕ່າງປະເທດຂອງທ່ານນາງຄຼິນຕັນນັ້ນ
​ແມ່ນຈະເປັນຜົນປະໂຫຍດຢ່າງນຶ່ງ ຖ້າຫາກທ່ານນາງສະໝັກ​ເລືອກ​ຕັ້ງປະທານາທິບໍດີ
ອີກ ​ເປັນເທື່ອທີ່ສອງ.

ທ່ານນາງອິນໂນເຊນ ເວົ້າວ່າ: ແນ່ນອນວ່າ ໃນຖານະຜູ້ຊ່ຽວຊານນະໂຍບາຍຕ່າງ ປະເທດໃນວໍຊິນຕັນດີຊີນັ້ນ ພວກເຮົາກໍແບບວ່າສາ​ມາດ​ວິຈານເລຶ່ອງນັ້ນ​ເລຶ່ອງນີ້​ໄດ້ ແຕ່ປະຊາຊົນອະເມຣິກັນໂດຍສ່ວນໃຫຍ່ແລ້ວ ພວກເຂົາເຈົ້າຈະເບິ່ງປະຫວັດວຽກ
ງານຂອງທ່ານນາງນັ້ນຫຼາຍກວ່າ ຊຶ່ງ
ກໍເປັນປະຫວັດ​ທີ່​ໂດດ​ເດ່​ນຫຼາຍ. ສະນັ້ນ ແນ່ນອນວ່າມັນຈະຊ່ວຍທ່ານນາງໄດ້​ໃນ​ການລົງສະໝັກ​ເລືອກຕັ້ງປະທານາທິບໍດີ
ໃນປີ 2016.”

ຫຼັງຈາກທີ່​ບໍ່ໄດ້ຖືກ​ແຕ່ງ​ຕັ້ງ​ໃຫ້ເປັນຜູ້ສະໝັກ​ເລືອກ​ຕັ້ງປະທານາທິບໍດີຕາງໜ້າພັກຂອງ ທ່ານນາງໃນປີ 2008 ນັ້ນ​ແລ້ວ ທ່ານນາງຄຼິນຕັນເວົ້າວ່າ ທ່ານນາງບໍ່ຄິດວ່າຈະລົງສະໝັກ
​ເລືອກ​ຕັ້ງອີກ.

ທ່ານນາງ ຄຼິນຕັນ ເວົ້າວ່າ: “ມັນຂຶ້ນຢູ່ກັບຂ້າພະເຈົ້າເອງທີ່ຈະຕັດສິນໃຈ ກ່ຽວກັບ ອະນາຄົດຂອງຂ້າພະເຈົ້າເອງ. ໃນປັດຈຸບັນນີ້ ຂ້າພະເຈົ້າບໍ່ຄິດວ່າ ຈະ​ສະໝັກ​
ເລື​ອກຕັ້ງ
ດອກ ແຕ່ຂ້າພະເຈົ້າຈະກະທໍາທຸກສິ່ງທີ່​ສາມາດ​ເຮັດ​ໄດ້ ເພື່ອໃຫ້ໝັ້ນ
ໃຈວ່າ
ພວກແມ່ຍິງທັງຫຼາຍຈະສາມາດເຂົ້າແຂ່ງຂັນຢູ່ໃນລະດັບທີ່ສູງທີ່ສຸດໄດ້
ບໍ່ແມ່ນແຕ່ ຢູ່ໃນສະຫະລັດເທົ່ານັ້ນ ແຕ່ໃນທົ່ວໂລກ.”


ທ່ານນາງຄຼິນຕັນ ເວົ້າຕະຫຼົກວ່າ ສິ່ງທໍາອິດທີ່ທ່ານນາງຈະເຮັດຫຼັງຈາກອອກຈາກວໍຊິງຕັນ
ໄປແລ້ວ ກໍຄືພັກຜ່ອນນອນ​ໃຫ້​ອິ່ມພໍ​ກັບທີ່ໄດ້ອຶດຫຼັບອຶດນອນມາໄດ້ 20 ປີນັ້ນ.

ເບິ່ງວີດິໂອພາສາອັງກິດ:

A Look Back at Hillary Clinton Years as America's Top Diplomat
please wait

No media source currently available

0:00 0:02:59 0:00
ລິງໂດຍກົງ
XS
SM
MD
LG