ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານນາງ Clinton ກໍາລັງ ມີອາການ ດີຂຶ້ນ ຢ່າງຫຼວງຫຼາຍ (ວີດິໂອ)


ທ່ານນາງ Hillary Clinton ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ
ທ່ານນາງ Hillary Clinton ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ
ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ ທ່ານນາງ
Hillary Clinton “ກໍາລັງມີອາການດີຂຶ້ນຢ່າງຫລວງຫລາຍ” ໃນຂະນະທີ່ທ່ານນາງກໍາລັງຟື້ນຕົວ ຄືນຈາກອາການເລືອດ
ກ້າມໃນຫົວຂອງທ່ານນາງ.

ຖະແຫລງການຂອງທີມງານການແພດປິ່ນປົວທ່ານນາງເວົ້າວ່າ
ການກວດໂດຍ ໃຊ້ເຄື່ອງສະແກນ ໄດ້ພົບວ່າ ມີເລືອດກ້າມຢູ່ ຊ່ອງລະຫວ່າງກາງຂອງສະໝອງ ແລະກະໂຫລກຫົວຂອງ
ທ່ານນາງ ແຕ່ກໍເວົ້າວ່າ ມັນບໍ່ໄດ້ກໍ່ໃຫ້ເກີດເປັນໂຣກລົມສາ
ລະບາດ ຫລື Stroke ຫລືເສຍຫາຍ ຕໍ່ລະບົບເສັ້ນປະສາດ
ແຕ່ຢ່າງໃດ.

ທ່ານໝໍ Lisa Bardack ແລະ Gigi El-Bayoumi ເວົ້າວ່າ
ພວກເຂົາເຈົ້າ “ມີຄວາມ ໝັ້ນໃຈວ່າ ທ່ານນາງ ຈະສາມາດຟື້ນຈາກການເຈັບປ່ວຍ ດັ່ງ ກ່າວໄດ້ ຢ່າງສົມບູນ” ແລະ ເວົ້າອີກວ່າ ທ່ານນາງແມ່ນ “ຢູ່ໃນສະພາບທີ່ມີອາລົມຄວາມ ຮູ້ສຶກຕົວດີ, ໂອ້ລົມກັບພວກ ທ່ານໝໍ, ຄອບຄົວ ແລະພະນັກງານຂອງທ່ານນາງເປັນຢ່າງ ດີ.”

ຖະແຫລງການທີ່ນໍາອອກເຜີຍແຜ່ໃນວັນຈັນຜ່ານມານັ້ນ ໄດ້ເວົ້າວ່າ ລັດຖະມົນຕີກະຊວງ ການຕ່າງປະເທດທ່ານນີ້ ກໍາລັງໄດ້ຮັບປິ່ນປົວໂດຍໃຊ້ຢາຕ້ານເລືອດກ້າມ ເພື່ອເຮັດໃຫ້ ເລືອດແຫລວ ແລະຈະໄດ້ຮັບອະນຸຍາດໃຫ້ອອກໂຮງໝໍໄດ້ ເມື່ອໃດຫາກມີການວາງຢາ ສຳລັບປິ່ນປົວທ່ານນາງ.

ທ່ານນາງຄລິນຕັນ ໄດ້ຖືກສົ່ງໄປປິ່ນປົວຢູ່ທີ່ໂຮງໝໍ Presbyterian ທີ່ລັດ ນີວຢອກ ໃນ ວັນອາທິດແລ້ວນີ້ ເມື່ອທ່ານໝໍຂອງທ່ານນາງ ໄດ້ພົບເລືອດກ້າມ ໃນຂະນະທີ່ກວດຕິດ ຕາມເບິ່ງສຸຂະພາບ ລຸນຫລັງທີ່ທ່ານນາງລົ້ມຫົວຟາດພື້ນ ແລ້ວສະຫລົບໄປ ເມື່ອສອງອາ ທິດກ່ອນ ໃນຕອນທີ່ທ່ານນາງເປັນລົມ ຍ້ອນຂາດນໍ້າໃນຮ່າງກາຍ ແລະເຈັບທ້ອງເນື່ອງ ມາຈາກມີເຊື້ອໄວຣັສຢູ່ໃນກະເພາະ.

ວີດິໂອກ່ຽວຂ້ອງ:
Clinton Recovering From Blood Clot In Her Head
please wait

No media source currently available

0:00 0:02:27 0:00
ລິງໂດຍກົງ
XS
SM
MD
LG