ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກອງ​ປະ​ຊຸມ ສະ​ພາບ ອາ​ກາດ ໄຂ​ຂຶ້ນ​ທີ່​ນະ​ຄອນຫຼວງ ມາ​ດ​ຣິດ ປະ​ເທດ ສ​ເປນ


ຜູ້​ປະ​ທ້ວງ​ຄົນ​ນຶ່ງ​ຖື​ປ້າຍ ໃນ​ລະ​ຫວ່າງ​ການ​ນັດ​ຢຸດ​ງານ​ເພື່ອ​ປະ​ທ້ວງ ກ່ຽວກ​ັບ ສະ​ພາບ​ອາ​ກາດ​ໂລກ, ເມືອງ ແຮມ​ເບີກ, ປະ​ເທດ ເຢຍ​ຣະ​ມັນ. 29 ພະ​ຈິກ, 2019. REUTERS/Fabian Bimmer
ຜູ້​ປະ​ທ້ວງ​ຄົນ​ນຶ່ງ​ຖື​ປ້າຍ ໃນ​ລະ​ຫວ່າງ​ການ​ນັດ​ຢຸດ​ງານ​ເພື່ອ​ປະ​ທ້ວງ ກ່ຽວກ​ັບ ສະ​ພາບ​ອາ​ກາດ​ໂລກ, ເມືອງ ແຮມ​ເບີກ, ປະ​ເທດ ເຢຍ​ຣະ​ມັນ. 29 ພະ​ຈິກ, 2019. REUTERS/Fabian Bimmer

ບັນ​ດາ​ຜູ້​ແທນ​ຈາກເກືອບ 200 ປະ​ເທດ​ໄດ້​ເລີ່ມ​ການ​ເຈ​ລະ​ຈາ​ ກ່ຽວ​ກັບ ສະ​ພາບ​ອາ​ກາດ​ປະ​ຈຳ​ປີ​ໃນ​ນະ​ຄອນຫຼວງ ມາດ​ຣິດ ປະ​ເທດ ສ​ເປນ ໃນ​ວັນ​ຈັນ​ມື້ນີ້, ເຊິ່ງ​ຖືກ​ຄອບ​ງຳ​ໂດຍຫຼັກ​ຖານ​ທີ່​ໜ້າ​ເປັນ​ຫ່ວງ ກ່ຽວ​ກັບ ວິ​ກິດ​ການ​ສະ​ພາບ​ອາ​ກາດ​ທີ່​ຮຸນ​ແຮງ​ຂຶ້ນກວ່າ​ເກົ່າ, ແລະ ການ​ຖອນ​ຕົວ​ທີ່​ໃກ້​ຈະ​ເກີດ​ຂຶ້ນ​ຂອງ ສະ​ຫະ​ລັດ ຈາກ​ຂໍ້​ຕົກ​ລົງ​ໂລກ​ເພື່ອ​ຕໍ່​ສູ້​ກັບ​ວິ​ກິດ​ການ​ດັ່ງ​ກ່າວ​ນັ້ນ.

ລາຍ​ງານ​ທີ່​ເປັນ​ຕາ​ຢ້າ​ສອງ​ສະ​ບັບ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ທີ່​ຖືກ​ເປີດ​ເຜີຍ​ໃນ​ສອງ​ສາມ​ວັນ​ທີ່​ຜ່ານ​ມາ​ໄດ້​ເນັ້ນ​ເຖິງ​ຂອບ​ເຂດ ແລະ ຜົນ​ກະ​ທົບ​ຕໍ່​ຊີ​ວິດ​ຂອງ​ການ​ດຳ​ເນີນ​ການ​ດ້ານ​ສະ​ພາບ​ອາ​ກາດ​ທີ່ບໍ່​ພຽງ​ພໍ, ເຊິ່ງ​ຖືກ​ຢືນ​ຢັນ​ໂດຍ​ການ​ປະ​ທ້ວງ​ທົ່ວ​ໂລກ​ໃນ​ວັນ​ສຸກ​ທີ່​ຜ່ານ​ມາ ໃນ​ການ​ສະ​ແດງ​ເຖິງ​ພະ​ລັງ​ຂອງ​ປະ​ຊາ​ຊົນ​ຄັ້ງຫຼ້າ​ສຸດ.

ທ່ານ ໄຊ​ມັອນ ບັກ​ໂຄ (Simon Buckle), ຫົວ​ໜ້າ​ກ່ຽວ​ກັບ ສະ​ພາ​ບ​ອາ​ກາດ​ປ່ຽນ​ແປງ ຂອງ​ອົງ​ການ​ການ​ຮ່ວມ​ມື​ ແລະ ພັດ​ທະ​ນາ​ເສດ​ຖະ​ກິດ ທີ່​ມີ​ຫ້ອງ​ການ​ໃນ​ນະ​ຄອນຫຼວງ ປາ​ຣີ ເວົ້າ​ວ່າ “ສະ​ພາບ​ອາ​ກາດ​ປ່ຽນ​ແປງ​ແມ່ນ​ໄດ້​ກາຍ​ເປັນ​ເລື່ອງ​ຈິງ ໃນ​ວິ​ທີ​ທີ່​ປະ​ຊາ​ຊົນ​ບໍ່​ໄດ້​ຈິນ​ຕະ​ນາ​ການ​ກ່ອນ​ໜ້ານີ້, ບາງ​ເທື່ອ​ເຂົາ​ເຈົ້າ​ຄິດ​ວ່າ ຜົນ​ກະ​ທົບ​ອາດ​ຈະ​ຢູ່​ອີກ​ໄກ​ໃນ​ອະ​ນາ​ຄົດ. ແຕ່ມັນ​ບໍ່​ແມ່ນ​, ມັນ​ຢູ່​ທີ່ນີ້​ແລ້ວ.”

ໃນ​ການ​ເປັນ​ປະ​ທານ​ຂອງ​ພິ​ທີ​ໂດຍ​ປະ​ເທດ ຊີ​ເລ, ເຊິ່ງ​ໄດ້​ຖອນ​ຕົວ​ຈາກ​ການ​ເປັນ​ເຈົ້າ​ພາບກອງ​ປະ​ຊຸມຫຼັງ​ຈາກ​ຄວາມ​ວຸ້ນ​ວາຍ​ທາງ​ສັງ​ຄົມ​ໃນ​ປະ​ເທດ​ນັ້ນ, ກອງ​ປະ​ຊຸມ​ຄັ້ງຫຼ້າ​ສຸດ​ນີ, ເຊິ່ງ​ເປັນ​ທີ່​ຮູ້​ຈັກ​ໃນ​ຊື່​ຫຍໍ້​ຂອງ​ມັນ​ວ່າ COP 25 ນັ້ນ, ໄດ້​ເພັ່​ງ​ເລັງ​ໃສ່​ການ​ສະຫຼຸບ​ກົດ​ລະ​ບຽບ​ຕ່າງໆ​ ສຳ​ລັບ​ການ​ປະ​ຕິ​ບັດ​ຂໍ້​ຕົກ​ລົງ​ສະ​ພາບ​ອາ​ກາດ ປາ​ຣີ 2015.

ບັນ​ດາ​ນັກ​ສິ່ງ​ແວດ​ລ້ອມ​ຫວັງ​ວ່າ​ເຂົາ​ເຈົ້າ​ຈະ​ໄດ້ທຳ​ການ​ກະ​ກຽມ​ສຳ​ລັບ​ປະ​ເທດ​ຕ່າງໆ​ເພື່ອ​ຂະ​ຫຍາຍ​ຄຳ​ໝັ້ນ​ສັນ​ຍາ​ຂອງ​ເຂົາ​ເຈົ້າ​ ກ່ຽວ​ກັບ ເຮືອນ​ແກ້ວ ແລະ ຫຼຸດ​ຜ່ອນ​ການ​ປ່ອຍ​ແກັ​ສ ໃນ​ກອງ​ປະ​ຊຸມ​ໃຫຍ່​ຂອງ​ປີ​ໜ້າ ໃນ​ເມືອງ ກ​ລາ​ສ​ໂກ ຂອງ​ປະ​ເທດ ສ​ກັອດ​ແລນ.

ເລ​ຂາ​ທິ​ການ​ໃຫຍ່ ສະ​ຫະ​ປະ​ຊາ​ຊາດ ທ່ານ ແອນ​ໂຕ​ນີ​ໂອ ກູ​ເຕ​ເຣັ​ສ ໄດ້​ປະ​ກາດ​ນຶ່ງວັນ​ກຸ່ມກອງ​ປະ​ຊຸມ​ສຸດຍອດ, ເອີ້ນ​ການ​ປະ​ຕິ​ບັດ​ການ​ທົ່ວ​ໂລກ​ເພື່ອ​ຕໍ່​ສູ້​ກັບ​ສະ​ພາ​ບ​ອາ​ກາດ​ປ່ຽນ​ແປງວ່າ “ບໍ່​ພຽງ​ພໍ.”

ທ່ານ ກູ​ເຕ​ເຣັ​ສ ໄດ້​ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ​ວ່າ “ຈຸດ​ທີ່​ຫັນ​ກັບ​ຄືນບໍ່ແມ່ນບໍ່ໄດ້​ໄກ​ເກີນ​ໄປ​ອີກ​ຕໍ່​ໄປ​ແລ້ວ. ມັນສາ​ມາດ​ເຫັນ​ໄດ້ ແລະ ກຳ​ລັງ​ພຸ້ງ​ມາ​ຫາ​ເຮົາ.”

ໃນ​ບັນ​ດາ​ເປົ້າ​ໝາຍ​ທີ່​ສຳ​ຄັນ​ຂອງກອງ​ປະ​ຊຸມ​ໃຫຍ່​ນັ້ນ, ປະ​ເທດ​ສະ​ມາ​ຊິກ​ຈະ​ພະ​ຍາ​ຍາມ​ຕົກ​ລົງ​ກັນ ກ່ຽວ​ກັບ ກົດ​ລະ​ບຽບ​ທັງຫຼາຍ ສຳ​ລັບ​ຕະຫຼາດ​ອາຍ​ຄາ​ບັອນ​ທົ່ວ​ໂລກ, ເຊິ່ງຈະອະ​ນຸ​ຍາດ​ໃຫ້​ປະ​ເທດ​ຕ່າງໆ​ຄ້າ​ຂາຍ​ການ​ປ່ອຍ​ຄວັນ​ພິດ, ແລະ ສະຫຼຸບ​ລາຍ​ລະ​ອ​ຽດ ກ່ຽວ​ກັບ ການ​ໃຫ້​ເງິນ​ທຶນ 100 ຕື້​ໂດ​ລາ​ໃນ​ແຕ່​ລະ​ປີ​ສຳ​ລັບ​ປະ​ເທດ​ທີ່​ທຸກ​ຍາກ ເພື່ອ​ຮັບ​ມື​ກັບ​ສະ​ພາບ​ອາ​ກາດ​ປ່ຽນ​ແປງ. ການ​ບັນ​ລຸທັງ​ສອງ​ເປົ້າ​ໝາຍ​ນັ້ນ​ເບິ່ງ​ຄື​ວ່າ​ຈະ​ເປັນ​ສິ່ງ​ທ້າ​ທາຍ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG