ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ທ​ຣຳ ເວົ້າ​ວ່າ ສະ​ພາບ​ອາ​ກາດ ​ປ່ຽນ​ແປງ ບໍ່​ແມ່ນ​ ເລື່ອງຫຼອກ​ລວງ


ປະ​ທາ​ນາ​ທິ​ບໍ​ດີ ທ​ຣຳ ໃຫ້​ຄຳ​ເຫັນ​ໃນ​ລະ​ຫວ່າງ​ການ​ປະ​ຊຸມ​ໃນ​ຫ້ອງ​ການ ໂອ​ໂວ​ລ "Oval Office" ຂອງ​ທຳ​ນຽບ​ຂາວ, ນະ​ຄອນຫຼວງວໍ​ຊິງ​ຕັນ. 10 ຕ​ຸ​ລາ, 2018.
ປະ​ທາ​ນາ​ທິ​ບໍ​ດີ ທ​ຣຳ ໃຫ້​ຄຳ​ເຫັນ​ໃນ​ລະ​ຫວ່າງ​ການ​ປະ​ຊຸມ​ໃນ​ຫ້ອງ​ການ ໂອ​ໂວ​ລ "Oval Office" ຂອງ​ທຳ​ນຽບ​ຂາວ, ນະ​ຄອນຫຼວງວໍ​ຊິງ​ຕັນ. 10 ຕ​ຸ​ລາ, 2018.

ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ດໍ​ໂນ​ລ ທ​ຣຳ ໄດ້​ຖອນ​ການ​ກ່າວ​ອ້າງ​ທີ່​ວ່າ ສະ​ພາ​ບ​
ອາກາດ ປ່ຽນແປງແມ່ນການຫຼອກລວງ.

ໃນ​ການ​ສຳ​ພາດ​ທີ່​ອອກ​ອາ​ກາດ​ໃນ​ວັນ​ອາ​ທິດ​ວານນີ້, ທ່ານ ທ​ຣຳ ໄດ້​ກ່າວ​ ໃນ​ລາຍ​
ການ 60 ນາທີຂອງໂທລະພາບ CBS ວ່າ “ຂ້າພະເຈົ້າຄິດວ່າ ມັນມີບາງຢ່າງ ກຳລັງ
ເກີດຂຶ້ນ. ບາງສິ່ງກຳລັງປ່ຽນແປງ ແລະ ມັນຈະປ່ຽນກັບຄືນມາອີກ. ຂ້າພະເຈົ້າບໍ່ໄດ້
ປະຕິເສດເລື້ອງສະພາບອາກາດປ່ຽນແປງ, ແຕ່ມັນອາດຈະກັບໄປຄືນ. ເຈົ້າຮູ້ບໍ່,
ພວກເຮົາກຳລັງເວົ້າ ກ່ຽວກັບ ຫຼາຍລ້ານປີ.”

ທ່ານ ທ​ຣຳ ໃນ​ສອງ​ສາມ​ປີ​ທີ່​ຜ່ານ​ມາ​ ໄດ້​ເອີ້ນ ພາ​ວະ​ໂລກ​ຮ້ອນ​ວ່າ​ເປັນ​ການ ຫຼອກ​ລວງ
ແລະ ຄັ້ງນຶ່ງໄດ້ເອີ້ນມັນວ່າ ເປັນແຜນການຂອງ ຈີນ ທີ່ແນໃສ່ການທຳລາຍເສດຖະກິດ
ສະຫະລັດ.

ທ່ານ ທ​ຣຳ ໄດ້​ກ່າວ​ຕໍ່​ລາຍ​ການ 60 ນາ​ທີ່​ວ່າ ທ່ານບໍ່​ຮູ້​ວ່າ ການ​ຊຸດ​ໂຊມ​ລົງ​ຂອງ​ໂລກ​
ແມ່ນຖືກເຮັດໂດຍມະນຸດ ຫຼືບໍ່, ເຖິງແມ່ນການຄົ້ນຄວ້າທາງວິທະຍາສາດ ຈະສະແດງ
ໃຫ້ເຫັນວ່າ ຄວັນພິດ ແລະ ກິດຈະກຳມະນຸດ ແມ່ນສາເຫດຫຼັກກໍຕາມ. ທ່ານ ໄດ້ກ່າວ
ວ່າ ທ່ານບໍ່ຢາກສູນເສຍເງິນ “ຫຼາຍພັນຕື້ໂດລາ” ແລະ ສູນເສຍວຽກງານ “ຫຼາຍລ້ານ
ໜ້າວຽກ” ເພື່ອປ້ອງກັນມັນ.

ນັກ​ວິ​ທະ​ຍາ​ສາດ​ສ່ວນຫຼາຍ ເຊື່ອມ​ໂຍງ​ການ​ຮ້ອນອົບເອົ້າຂອງ​ໂລກ​ໃສ່​ພາ​ຍຸ​ທີ່​ຮຸນ​ແຮງ
ຂຶ້ນກວ່າເກົ່າ. ພາຍຸເຮີຣິເຄນ ໄມເຄິລ ໄດ້ພັດເຂົ້າໃນເຂດຕາເວັນຕົກສຽງເໜືອສຸດຂອງ
ລັດ ຟລໍຣິດາ ທີ່ເອີ້ນວ່າ Panhandle ໃນສັບປະດາທີ່ຜ່ານມາ ມັນແມ່ນພາຍຸທີ່ແຮງທີ່
ສຸດທີ່ໄດ້ພັດເຂົ້າ ສະຫະລັດ ໃນຮອບເກືອບ 50 ປີ.

ທ່ານ ທ​ຣຳ ໄດ້​ກ່າວ​ວ່າ ມັນ​ເຄີຍ​ມີ​ພາ​ຍຸ​ເຮີ​ຣິ​ເຄນ​ທີ່​ວ່າ “ຮ້າຍ​ແຮງກວ່າ” ພາ​ຍຸເຮີ​ຣິ​ເຄນ
ໄມເຄິລ ແລະ ໄດ້ກ່າວວ່າ ບັນດານັກວິທະຍາສາດ ທີ່ຮຽກຮ້ອງໃຫ້ດຳເນີນການ ກ່ຽວ
ກັບ ສະພາບອາກາດ ປ່ຽນແປງ ມີ “ແຜນທາງການເມືອງທີ່ໃຫຍ່ຫຼາຍ.”

ໃນ​ຂະ​ນະ​ດຽວ​ກັນ, ເມືອງ​ຫາດ​ຊາຍ​ເມັກ​ຊິ​ໂກ, ລັດ ຟ​ລໍ​ຣິ​ດາ ກໍໄດ້​ຖືກ​ພັດ​ກ້ຽງ​ຈາກ​ໜ້າ
ໂລກໂດຍພາຍຸເຮີຣິເຄນ ໄມເຄິລ.

ຜູ້​ປົກ​ຄອງ​ລັດ ຟ​ລໍ​ຣິ​ດາ ທ່ານ ຣິກ ສ​ກັອດ ໄດ້​ກ່າວ​ວ່າ “ເມືອງ​ຫາດ​ຊາຍ ເມັກ​ຊິ​ໂກ
ແມ່ນໄດ້ຖືກລ້າງຜານ. ມັນເປັນຄືກັນກັບເຂດສົງຄາມ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG