ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກຸ່ມປະຊາສັງຄົມ ຮຽກຮ້ອງຕໍ່ ບັນດາຜູ້ນຳ ອາຊຽນ ໃຫ້ຫຼິງເຫັນ ຄວາມສຳຄັນ ຕໍ່ບັນ​ຫາຜົນກະທົບ ຈາກໂຄງການຂະໜາດໃຫຍ່


ກຸ່ມປະຊາສັງຄົມ ເກົາຫຼີໃຕ້ ພາກັນຖືປ້າຍແລະຮູບພາບຕ່າງໆ ປະທ້ວງ ຕໍ່ໂຄງການກໍ່ສ້າງເຂື່ອນໄຟຟ້າ ໃນແຂວງອັດຕະປື ທີ່ແຕກ ສົ່ງຜົນກະທົບຢ່າງຮ້າຍແຮງ ຕໍ່ພົນລະເມືອງລາວ.
ກຸ່ມປະຊາສັງຄົມ ເກົາຫຼີໃຕ້ ພາກັນຖືປ້າຍແລະຮູບພາບຕ່າງໆ ປະທ້ວງ ຕໍ່ໂຄງການກໍ່ສ້າງເຂື່ອນໄຟຟ້າ ໃນແຂວງອັດຕະປື ທີ່ແຕກ ສົ່ງຜົນກະທົບຢ່າງຮ້າຍແຮງ ຕໍ່ພົນລະເມືອງລາວ.

ພາກປະຊາສັງຄົມໄດ້ສະແດງການຮຽກຮ້ອງຕໍ່ບັນດາຜູ້ນຳລັດຖະບານໃນອາຊຽນ
ເພື່ອຂໍໃຫ້ ມຸ້ງຄວາມສຳຄັນຕໍ່ບັນຫາຜົນກະທົບຂ້າມພົມແດນ ທີ່ເກີດຈາກການພັດ
ທະນາຕ່າງໆ ໂດຍສະເພາະເຂື່ອນໄຟຟ້ານັ້ນ.

ທ່ານນາງເປຣມລືດີ ດາວເຣືອງ ຜູ້ປະສານງານໃນກຸ່ມຕິດຕາມ ການລົງທຶນກໍ່ສ້າງເຂື່ອນ
ໄຟຟ້າໃນລາວ ຢືນຢັນວ່າ ການເຄື່ອນໄຫວຂອງພາກປະຊາສັງຄົມໃນອາຊຽນ ໃນໄລຍະ
ຕໍ່ໄປນີ້ ຈະໄດ້ໃຫ້ຄວາມສຳຄັນເປັນພິເສດໃນການສະແດງການຮຽກຮ້ອງ ຕໍ່ບັນດາຜູ້ນຳ
ລັດຖະບານຂອງປະເທດສະມາຊິກອາຊຽນ ເພື່ອຂໍໃຫ້ມຸ້ງຄວາມສຳຄັນ ຕໍ່ບັນຫາຜົນກະ
ທົບຂ້າມພົມແດນ ທີ່ເກີດຈາກການພັດທະນາຕ່າງໆ ພາຍໃນກຸ່ມອາຊຽນດ້ວຍກັນ ໂດຍ
ສະເພາະແມ່ນການກໍ່ສ້າງເຂື່ອນໄຟຟ້າ ການຂຸດຄົ້ນຊັບພະຍາກອນທຳມະຊາດ ແລະ
ໂຄງການຂະໜາດໃຫຍ່ ທີ່ສົ່ງຜົນກະທົບຕໍ່ສັງຄົມ ແລະສິ່ງແວດລ້ອມທຳມະຊາດ ຢ່າງ
ກວ້າງຂວາງນັ້ນ ດັ່ງທີ່ ທ່ານນາງເປຣມລືດີ ໃຫ້ການຢືນຢັນວ່າ:

“ຂໍ້ຮຽກຮ້ອງ ກໍຄື ຄວາມເປັນຫ່ວງກ່ຽວກັບເລື້ອງຄວາມຢັ້ງຢືນໃນເລື້ອງສິ່ງແວດລ້ອມ
ຊັບພະຍາກອນທຳມະຊາດ ຊຶ່ງມີ 3 ເລື້ອງ ກໍຄື ເລື້ອງການເກີດຂຶ້ນຂອງໂຄງການຂະ
ໜາດໃຫຍ່ຫຼວງຫຼາຍ ໃນພູມິພາກ ຕັ້ງແຕ່ເລື້ອງເຂື່ອນ ການຂຸດເຈາະຊັບພະຍາກອນ
ທຳມະຊາດ ເລື້ອງຂອງໂຄງການຂະໜາດໃຫຍ່ຕ່າງໆ ສາທາລະນຸປະໂພກພື້ນຖານ
ທັງຫຼາຍ ອັນທີ 2 ຄືເລື້ອງການປ່ຽນແປງສະພາບອາກາດ ຊຶ່ງຍິ່ງເຮັດໃຫ້ອາຊຽນ ມີຄວາມອ່ອນແອຫຼາຍຂຶ້ນ ໃນການທີ່ຈະສູ້ກັບເລື້ອງຕ່າງໆ ແລະອັນທີ 3 ເປັນເລື້ອງ
ຂອງການສູນເສຍຄວາມຫຼາກຫຼາຍທາາງຊີວະພາບ ຊຶ່ງແນ່ນອນກ່ຽວຂ້ອງກັບເລື້ອງ
ການເກີດຂຶ້ນຂອງໂຄງການຂະໜາດໃຫຍ່.”

ສ່ວນເຈົ້າໜ້າທີ່ຂັ້ນສູງຂອງຄະນະກຳມາທິການແມ່ນ້ຳຂອງ (Mekong River
Commission —MRC) ເປີດເຜີຍວ່າ ການກໍ່ສ້າງເຂື່ອນໄຟຟ້າໃນລາວ ໃນໄລຍະ
ທີ່ຜ່ານມາ ໄດ້ສົ່ງຜົນກະທົບ ເຮັດໃຫ້ຕ້ອງດຳເນີນການຍົກຍ້າຍປະຊາຊົນລາວ
60,000 ກວ່າຄົນ ຫຼື 12,000 ກວ່າຄອບຄົວ ໃນ 240 ກວ່າບ້ານໄປຢູ່ເຂດຈັດສັນ
ໃໝ່ ໂດຍບັນດານັກລົງທຶນໃນໂຄງການຕ່າງໆ ໄດ້ນຳໃຊ້ເງິນໄປເກີນກວ່າ 500 ລ້ານ
ໂດລາ ເພື່ອໃຫ້ການຊົດເຊີຍຄ່າເສຍຫາຍ ແລະພັດທະນາທີ່ຢູ່ອາໄສໃໝ່ ໃຫ້ກັບ
ປະຊາຊົນ ທີ່ຖືກກະທົບດັ່ງກ່າວ.

ບັນດາກຸ່ມປະຊາສັງຄົມຕ່າງໆ ເຂົ້າຮ່ວມໃນກອງປະຊຸມ ປະຊາສັງຄົມ ຂອງອາຊຽນ ຈັດຂຶ້ນທີ່ ຟີລິບປິນ.
ບັນດາກຸ່ມປະຊາສັງຄົມຕ່າງໆ ເຂົ້າຮ່ວມໃນກອງປະຊຸມ ປະຊາສັງຄົມ ຂອງອາຊຽນ ຈັດຂຶ້ນທີ່ ຟີລິບປິນ.

ໂດຍເຂື່ອນໄຟຟ້ານ້ຳທາ 1 ຖືເປັນໂຄງການທີ່ສົ່ງຜົນກະທົບຕໍ່ປະຊາຊົນລາວຫຼາຍກວ່າ
2,000 ຄອບຄົວ ໃນ 37 ບ້ານ ໃນແຂວງຫລວງນ້ຳທາ ແລະບໍ່ແກ້ວ ຕິດຕາມດ້ວຍເຂື່ອນ
ນ້ຳເທີນ 2 ກະທົບຕໍ່ປະຊາຊົນ 1,200 ກວ່າຄອບຄົວ ໃນ 16 ບ້ານ ໃນແຂວງຄຳມ່ວນ
ແລະບໍລິຄຳໄຊ ເຂື່ອນໄຊຍະບູລີ ເທິງແນວແມ່ນ້ຳຂອງ ທີ່ກະທົບຕໍ່ປະຊາຊົນ 890 ກວ່າ
ຄອບຄົວ ໃນ 15 ບ້ານ ໃນແຂວງຫລວງພະບາງ ແລະໄຊຍະບູລີ ແລະເຂື່ອນນ້ຳເທີນ-
ຫີນບູນ (ພາກຂະຫຍາຍ) ກະທົບປະຊາຊົນ 800 ກວ່າຄອບຄົວ ໃນ 12 ບ້ານ ໃນແຂວງ
ບໍລິຄຳໄຊ ແລະຄຳມ່ວນ.

ແຕ່ຢ່າງໃດກໍຕາມ ກໍມີລາຍງານວ່າ ປະຊາຊົນໃນແຂວງຜົ້ງສາລີ ທີ່ໄດ້ຮັບຜົນກະທົບ
ຈາກໂຄງການ ເຂື່ອນໄຟຟ້ານ້ຳອູ 4 ແລະ 7 ຍັງປະເຊີນກັບບັນຫາຫຍຸ້ງຍາກ ໃນຊີວິດ
ປະຈຳວັນຫຼາຍຂຶ້ນນັບມື້ ເຖິງແມ່ນວ່າ ຈະໄດ້ຮັບການຈັດສັນທີ່ຢູ່ອາໄສ ແລະພື້ນທີ່ຫາ
ຢູ່ຫາກິນ ຈາກກຸ່ມຜູ້ລົງທຶນໃນໂຄງການກໍຕາມ ຫາກແຕ່ພວກເຂົາເຈົ້າ ຍັງບໍ່ມີຄວາມ
ໝັ້ນຄົງໃນຊີວິດແຕ່ຢ່າງໃດ ເພາະພວກເຂົາເຈົ້າ ຍັງບໍ່ມີເງື່ອນໄຂສະດວກໃນການຜະ
ລິດຕ່າງໆ ໃນທີ່ດິນທີ່ໄດ້ຮັບການຈັດສັນ ຈາກຜູ້ລົງທຶນໃນໂຄງການນັ້ນເອງ.

ໂດຍຈາກການສຳຫຼວດ ແລະເກັບກຳຂໍ້ມູນໃນໄລຍະກ່ອນໜ້ານີ້ ພົບວ່າ ມີປະຊາຊົນ
ລາວ 2,000 ກວ່າຄົວເຮືອນ ຫຼື 10,000 ກວ່າຄົນ ໃນ 28 ບ້ານ ທີ່ຖືກກະທົບຈາກ
ເຂື່ອນໄຟຟ້ານ້ຳອູ ທັງ 7 ໂຄງການ ຊຶ່ງທີ່ຜ່ານມາ ກໍມີລາຍງານາວ່າ ກຸ່ມຜູ້ລົງທຶນໃນ
ໂຄງການ ໄດ້ຈ່າຍເງິນຊົດເຊຍຄ່າທີ່ດິນ ແລະສິ່ງປູກສ້າງໃຫ້ກັບປະຊາຊົນລາວ ທີ່
ຖືກກະທົບຈາກໂຄງການເຂື່ອນນ້ຳອູ 2, 5 ແລະ 6 ແລ້ວ ແຕ່ຈາກການສຳຫຼວດ
ແລະເກັບກຳຂໍ້ມູນໂດຍອົງການແມ່ນ້ຳສາກົນ (International Rivers) ກັບພົບວ່າ
ຈະມີປະຊາຊົນລາວ ໃນ 89 ບ້ານ ທັງໃນແຂວງຜົ້ງສາລີ ອຸດົມໄຊ ແລະຫລວງພະບາງ
ທີ່ໄດ້ຮັບຜົນກະທົບຈາກໂຄງການເຂື່ອນນ້ຳອູນັ້ນ ສ່ວນໃຫຍ່ຍັງບໍ່ທັນໄດ້ຮັບການຊົດເຊີຍ
ແຕ່ຢ່າງໃດ.

ທາງດ້ານກຸ່ມບໍບິສັດ Power China ຈຳກັດຈາກຈີນ ລາຍງານວ່າ ການກໍ່ສ້າງເຂື່ອນ
ໄຟຟ້ານ້ຳອູ ທັງ 7 ໂຄງການ ຈະແລ້ວສຳເລັດພາຍໃນປີ 2020 ດ້ວຍເງິນລົງທຶນລວມ
2,800 ລ້ານໂດລາ ໂດຍທັງ 7 ໂຄງການ ຈະມີກຳລັງຕິດຕັ້ງລວມ 1,272 ເມກາວັດ
ໂດຍຈະຂາຍໃຫ້ລັດວິສາຫະກິດໄຟຟ້າລາວ (EDL) ໃນຕະຫຼອດໄລຍະສຳປະທານ
29 ປີ ນັບຈາກປີທີ່ກໍ່ສ້າງແລ້ວເສັດເປັນຕົ້ນໄປ ໂດຍມາເຖິງປັດຈຸບັນ ກໍໄດ້ກໍ່ສ້າງສຳເລັດ
ແລ້ວ 3 ໂຄງການ ຄືເຂື່ອນ້ຳອູ 2, 5 ແລະ 6 ສ່ວນເຂື່ອນນ້ຳອູ 1, 3, 4 ແລະ 7 ກໍຈະ
ກໍ່ສ້າງສຳເລັດ ໃນປີ 2020 ຊຶ່ງຈະເຮັດໃຫ້ເຂື່ອນນ້ຳອູ ທັງ 7 ໂຄງການ ຜະລິດໄຟຟ້າໄດ້
ກວ່າ 2,590 ລ້ານກິໂລວັດ/ໂມງຕໍ່ປີ.

XS
SM
MD
LG