ເມື່ອວ່າທີ່ປະທານາທິບໍດີ ດໍໂນລ ທຣໍາ ພວມຈະທໍາການສາບານຕົນເປັນປະທານາທິບໍດີສະຫະລັດພາຍໃນຫໍ ໂຣທັນດາ (rotunda) ຂອງຫໍລັດຖະສະພາ, ລາວຈະປະເຊີນໜ້າກັບຮູບປັ້ນເຄິ່ງໂຕຂອງ ສິດຍາພິບານ ມາຣ໌ຕິນ ລູເທີ ຄິງ ຈູເນ່ຍ (Rev. Martin Luther King Jr.) ໃນວັນພັກຂອງລັດຖະບານກາງ ເພື່ອລະນຶກເຖິງມູນເຊື້ອຂອງ ທ່ານ ຄິງ.
ມັນເປັນຄວາມແຕກຕ່າງທີ່ໜ້າກັງວົນສຳລັບຜູ້ສະໜັບສະໜູນສິດທິພົນລະເມືອງຈໍານວນນຶ່ງ ທີ່ປາດຖະໜາຢາກໃຫ້ຄວາມຝັນຂອງສິດຍາພິບານຜູ້ລ່ວງລັບໄປກ່ຽວກັບການປະຕິວັດທາງສັງຄົມໂດຍປາສະຈາກຄວາມຮຸນແຮງນັ້ນ ປະສົບກັບຄວາມເປັນຈິງ.
ງານຕ່າງໆທີ່ສະເຫຼິມສະຫຼອງ ແລະສະໜັບສະໜູນວິໄສທັດຂອງ ພະອາຈານ ຄິງ ກ່ຽວກັບສັງຄົມ ຈະເກີດຂຶ້ນໃນທົ່ວປະເທດ ໃນຂະນະທີ່ປະຊາຊົນຫຼາຍຄົນໃນ ສະຫະລັດ ພາກັນຕິດຕາມການປ່ຽນຜ່ານອຳນາດໂດຍສັນຕິຢູ່ໃນນະຄອນຫຼວງ. ເຫດການດັ່ງກ່າວທີ່ມີຂຶ້ນພ້ອມກັນນີ້ ໄດ້ເຮັດໃຫ້ບັນດາຜູ້ນໍາທາງດ້ານສິດທິພົນລະເມືອງພົບກັນຄວາມຮູ້ສຶກຫຼາຍຢ່າງປະສົມປະສານກັນ, ຜູ້ທີ່ໄດ້ຕຳໜິເຖິງຄຳເວົ້າຂອງ ທ່ານ ທຣໍາ ກ່ຽວກັບເຊື້ອຊາດ ແລະສິດທິພົນລະເມືອງ ຢ່າງກວ້າງຂວາງ ໃນລະຫວ່າງການໂຄສະນາຫາສຽງເລືອກຕັ້ງປະທານາທິບໍດີຄັ້ງທີ 3 ຂອງທ່ານ.
ແຕ່ຜູ້ນໍາຫຼາຍໆຄົນ, ລວມທັງຄອບຄົວຂອງພະອາຈານ ຄິງ ເຫັນວ່າ ການນໍາສະເໜີຂ່າວດັ່ງກ່າວ ເປັນການສົມທຽບທີ່ໜ້າເສົ້າໃຈ ແລະເປັນໂອກາດທີ່ຈະແນເປົ້າໝາຍໃສ່ການເຮັດວຽກ ເພື່ອຄວາມກ້າວໜ້າທາງດ້ານສິດທິພົນລະເມືອງໃນຍຸກໃໝ່ດ້ານການເມືອງ.
ລູກສາວຫຼ້າຂອງສິດຍາພິບານ ຄິງ ແລະເປັນຜູ້ບໍລິຫານໃຫຍ້ ຫຼື CEO ຂອງ King Center ກ່າວວ່າ “ຂ້ອຍດີໃຈທີ່ມັນເກີດຂຶ້ນໃນມື້ນັ້ນ ເພາະວ່າ ມັນເຮັດໃຫ້ ສະຫະລັດອາເມຣິກາ ແລະ ໂລກ ມອງເຫັນພາບທີ່ແຕກຕ່າງ. ນີ້ແມ່ນວິທີທາງທີ່ພວກເຈົ້າຕ້ອງການປະຕິບັດບໍ? ຫຼື ນີ້ແມ່ນວິທີທີ່ເຈົ້າຢາກໃຫ້ມັນເປັນໄປ?”
ລູກສາວຂອງພະອາຈານຄິງ ກ່າວກ່ຽວກັບ ທ່ານ ທຣໍາ ວ່າ “ມັນບໍ່ແມ່ນມື້ທີ່ລາວຈະສາມາດກາຍມາເປັນຜູ້ໂດ່ງດັງ, ດັ່ງທີ່ລາວມັກເປັນ, ລາວຕ້ອງມີເນື້ອຫາສາລະກ່ຽວກັບສິ່ງນັ້ນ ໃນມື້ນັ້ນ ບໍ່ວ່າລາວຊິຈັດການ ແລະຮັບມືກັບມັນແນວໃດໃນການນໍາສະເໜີຄໍາເວົ້າຂອງລາວ. ຂ້ອຍຫວັງວ່າ ບັນດາຄົນອ້ອມຂ້າງຂອງລາວ ຈະແນະນໍາລາວຢ່າງດີ ເພື່ອໃຫ້ກຽດໃນວັນດັ່ງກ່າວນັ້ນ ຢ່າງເໝາະສົມ ໃນການກ່າວປາໄສຂອງລາວໃນມື້ດັ່ງກ່າວມານີ້.”
ນີ້ແມ່ນຄັ້ງທີ 3 ໃນຮອບເກືອບ 40 ປີ ນັບແຕ່ວັນພັກ ຄິງ ຂອງລັດຖະບານກາງທີ່ກາຍມາເປັນກົດໝາຍ ກົງກັບວັນສາບານຕົນເຂົ້າຮັບຕຳແໜ່ງຂອງປະທານາທິບໍດີ. ປະທານາທິບໍດີ ບີລ ຄລິນຕັນ (Bill Clinton) ແລະປະທານາທິບໍດີ ບາຣັກ ໂອບາມາ (Barack Obama) ກໍໄດ້ສາບານຕົນເຂົ້າຮັບຕຳແໜ່ງເປັນສະໄໝທີ 2 ຂອງພວກທ່ານ ໃນວັນພັກດັ່ງກ່າວ. ທັງສອງທ່ານ ໄດ້ກ່າວຍ້ອງຍໍພະອາຈານຄິງ ໃນການກ່າວປາໄສອັນສໍາຄັນຂອງພວກທ່ານ, ຍັງບໍ່ທັນຮູ້ແນ່ນອນວ່າ ທ່ານ ທຣໍາ ຜູ້ທີ່ກ່າວອ້າງໂດຍບໍ່ມີຄວາມຈິງວ່າ ການເຂົ້າຮັບຕຳແໜ່ງຄັ້ງທຳອິດຂອງທ່ານ ມີຝູງຊົນຫຼາຍກວ່າການເຂົ້າຮ່ວມເດີນຂະບວນຂອງພະອາຈານຄິງຢູ່ນະຄອນຫຼວງວໍຊິງຕັນ ຈະຮັບຮູ້ໃນວັນດັ່ງກ່າວນີ້ ຫຼື ບໍ່.
ອ່ານຂ່າວດ້ານລຸ່ມນີ້ເປັນພາສາອັງກິດ
WASHINGTON (AP) — When President-elect Donald Trump is sworn in as president of the United States inside the Capitol's rotunda, he will do so facing a bust of the Rev. Martin Luther King Jr. on the federal holiday commemorating King's legacy.
It's a disquieting contrast for some civil rights advocates who wish to fulfill the late reverend's dream of non-violent social revolution.
Events honoring King and advocating for his vision of a just society will occur across the nation as many in the U.S. observe the peaceful transfer of power in the capital. The concurrent events have been met with mixed feelings by civil rights leaders, who broadly reviled Trump's rhetoric and stances on race and civil rights during his third presidential campaign.
But many leaders, including King's own family, see the juxtaposition as a poignant contrast and a chance to refocus the work of advancing civil rights in a new political era.
"I'm glad it occurred on that day because it gives the United States of America and the world the contrast in pictures. Is this the way you want to go — or is this the way you want to go?" said the Rev. Bernice King, the late King's youngest daughter and CEO of the King Center.
"It's not a day that he can be the star, which he loves to be," King's daughter said of Trump. "He has to contend with that legacy on that day, regardless of how he manages it and handles it in his presentation. I hope those around him are advising him well to honor the day appropriately in his speech."
This is the third time in the nearly 40 years since the federal King holiday became law that it coincides with a presidential inauguration. Presidents Bill Clinton and Barack Obama also were sworn in for their second terms on the holiday. Both praised King in their remarks; it is yet to be seen if and how Trump — who falsely claimed his first inauguration had larger crowds than King's March on Washington — will acknowledge the day.
ຟໍຣັມສະແດງຄວາມຄິດເຫັນ