ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການມ້າງໂບດ ຢູ່​ເມືອງ Wenzhou ເນັ້ນໃຫ້ເຫັນ ນະໂຍບາຍ ດ້ານສາສະໜາ ຂອງຈີີນ


ຮູບນີ້ ຖ່າຍເມື່ອວັນທີ 30 ເມສາ 2014 ທີ່ສະແດງໃຫ້ເຫັນວ່າ ໂບດຄຣິສຕຽນແຫ່ງນຶ່ງ ທີ່ເມືອງ Oubei ໃນເຂດຊານເມືອງ Wenzhou ທີ່ເຈົ້າໜ້າທີ່ຈີນ ເລີ້ມທຳການມ້າງ (28 ເມສາ 2014)
ຮູບນີ້ ຖ່າຍເມື່ອວັນທີ 30 ເມສາ 2014 ທີ່ສະແດງໃຫ້ເຫັນວ່າ ໂບດຄຣິສຕຽນແຫ່ງນຶ່ງ ທີ່ເມືອງ Oubei ໃນເຂດຊານເມືອງ Wenzhou ທີ່ເຈົ້າໜ້າທີ່ຈີນ ເລີ້ມທຳການມ້າງ (28 ເມສາ 2014)
ໃນເດືອນແລ້ວນີ້ ເຈົ້າໜ້າທີ່ຈີນໄດ້ມ້າງໂບດ ທີ່ໃຫຍ່ທີ່ສຸດຫຼັງນຶ່ງ
ໃນເມືອງ Wenzhou ທີ່ຕັ້ງຢູ່ແຄມຝັ່ງທະເລ ທາງພາກຕາເວັນ
ອອກສຽງໃຕ້ຂອງຈີນ ບ່ອນທີ່ພວກນັບຖືສາສະໜາຄຣິສຕ໌ ໃນ ເຂດດັ່ງກ່າວໄດ້ປະເຊີນໜ້າກັບເຈົ້າໜ້າທີ່ຍ້ອນແຜນການທີ່ຈະ
ມ້າງໂບດແຫ່ງນີ້. ລັດຖະບານ ເວົ້າວ່າ ໂບດນີ້ ລະເມີດລະບຽບ
ໃນການປຸກສ້າງແຕ່ພວກນັກເຄື່ອນໄຫວເວົ້າວ່າ ມັນເປັນພາກ
ສ່ວນນຶ່ງ ໃນການປາບປາມ ສາສະໜາຄຣິສຕ໌ ໃນຂອບເຂດທີ່
ກວ້າງຂວາງ. Shannon Van Sant ມີລາຍງານເລື່ອງນີ້ ຈາກ
ປັກກິ່ງ ດັ່ງໄພສານ ຈະນຳເອົາລາຍລະອຽດ ມາສະເໜີທ່ານ.

ຈຳນວນພວກທີ່ນັບຖືສາສະໜາຄຣິສຢູ່ໃນປະເທດຈີນ ແມ່ນບໍ່
ເປັນທີ່ຈະແຈ້ງ ແຕ່ການສຳຫລວດ ຂອງອົງການ Pew ກະປະ
ມານວ່າ ມີປະຊາຊົນ 5 ເປີເຊັນ ຫຼືປະມານ 67 ລ້ານຄົນ ນັບຖືສາສະໜາຄຣິສຕ໌ໃນຈີນ. ພວກນັກສັງເກດການຫຼາຍຄົນເວົ້າວ່າ ພວກທີ່ນັບຖືສາສະໜາຄຣິສຕ໌ ຍັງສືບຕໍ່ເພີ້ມທະ ວີຂຶ້ນນັບມື້ ແລະສາມາດສັງເກດເຫັນໄດ້ວ່າ ມີການສ້າງໂບດໃຫຍ່ໆ ເປັນຈຳນວນຫຼວງ
ຫຼາຍຢູ່ຕາມຫົວເມືອງ ຕ່າງໆໃນທົ່ວປະເທດ.

ເມືອງ Wenzhou ແມ່ນເປັນທີ່ຮູ້ກັນໃນນາມນະຄອນເຈຣູຊາແລັມຂອງຈີນຍ້ອນມີຊາວ ຈີນທີ່ນັບຖືສາສະໜາຄຣິສເປັນຈຳນວນຫຼວງຫຼາຍຢູ່ໃນເມືອງດັ່ງກ່າວ. ໂບດ Sanjiang
ແມ່ນໃຊ້ເວລາໃນການກໍ່ສ້າງ ເປັນເວລາ 12 ປີ ແລະທຶນຮອນຫຼາຍກວ່າ 4 ລ້ານໂດລາ ແຕ່ຫລັງຈາກສ້າງເສັດແລ້ວ ເຈົ້າໜ້າທີ່ໄດ້ແຈ້ງໄປຍັງໂບດດັ່ງກ່າວ ໃນເດືອນມີນາຜ່ານ ມານີ້ວ່າ ທາງໂບດໄດ້ລະເມີດກົດລະບຽບໃນການກໍ່ສ້າງ.

ອາຈານສອນສາສະໜາ ຊາວອາເມຣິກັນ ທ່ານ Dennis Balcome ກ່າວວ່າ ລັດຖະ ບານຈີນໄດ້ຍອມຮັບສາສະໜາຄຣິສຕ໌ຫຼາຍຂຶ້ນ ໃນໄລຍະສອງສາມປີຜ່ານມານີ້ ແລະ ການມ້າງໂບດດັ່ງກ່າວ ແມ່ນເປັນບາດກ້າວທີ່ຂ້ອນຂ້າງຜິດປົກກະຕິ.

ອາຈານ Balcome ເວົ້າວ່າ “ຂ້ອຍຫາກໍໄປໃນອາທິດແລ້ວນີ້ ແລະໄດ້ໂອ້ລົມກັບໂບດ ທີ່ມີຫຼາຍໆພັນຄົນໃຫ້ການສະໜັບສະໜຸນ ແລະກໍບໍ່ມີບັນຫາໃດໆເລີຍ ດັ່ງນັ້ນມັນຈຶ່ງ ເບິ່ງຄືວ່າ ນີ້ເປັນເຫດການທີ່ໂດດດ່ຽວຕາມລຳພັງ.”

ແຕ່ແນວໃດກໍຕາມ ອາຈານສອນສາສະໜາ ແລະກຸ່ມສາສະໜາອື່ນໆມອງເບິ່ງການທັບ ມ້າງໂບດແຫ່ງນີ້ເປັນການປຸກລະດົມໃນຂອບເຂດທີ່ກວ້າງຂວາງຕໍ່ກຸ່ມສາສະໜາຕ່າງໆ.

ໃນສັບປະດາແລ້ວນີ້ ລັດຖະບານໄດ້ອອກຄຳເຕືອນກ່ຽວກັບຄວາມໝັ້ນຄົງແຫ່ງຊາດເລື່ອງ
ການກໍ່ການຮ້າຍຊຶ່ງໄດ້ພາໃຫ້ເກີດມີຄວາມວິຕົກກັງວົນກ່ຽວກັບການເຜີຍແຜ່ສາສະໜາ
ຕ່າງໆຢູ່ໃນປະເທດຈີນ. ຄຳເຕືອນເວົ້າວ່າ ການແຊກຊຶມຂອງສາສະໜາ ແມ່ນເປັນໄພ
ຂົ່ມຂູ່ຕໍ່ເອກກະລັກຂອງຈີນທີ່ມີຄວາມຢຶດໝັ້ນຢູ່ໃນສັງຄົມນິຍົມ. ລາຍງານດັ່ງກ່າວລະ
ບຸວ່າ ການແຊກຊຶມຂອງສາສະໜາ ແມ່ນເປັນການທ້າຢ່າງຮ້າຍແຮງຕໍ່ສະຖຽນລະພາບ ທາງດ້ານສັງຄົມຂອງຈີນ. ກຳລັງທີ່ເປັນປໍລະປັກຂອງຝ່າຍຕາເວັນຕົກພວມແຊກຊຶມເຂົ້າ ໄປໃນການນັບຖືສາສະໜາຂອງຈີນ ໃນຊ່ອງທາງທີ່ຫລາກຫຼາຍແລະກວ້າງຂວາງເພີ້ມ
ຂຶ້ນ.

ທ່ານ Bob Fu ແມ່ນເປັນປະທານ ຂອງສະມາຄົມໃຫ້ການຊ່ອຍເຫຼືອ ຂອງຄຣິສຕຽນ ທີ່ ສະໜອງຄຳແນະນຳທາງດ້ານກົດໝາຍໃຫ້ແກ່ພວກທີ່ນັບຖືສາສະໜາຄຣິສຕ໌ໃນປະເທດ
ຈີນ. ທ່ານກ່າວວ່າ ການມ້າງໂບດດັ່ງກ່າວນີ້ແມ່ນພົວພັນກັບ ນະໂຍບາຍຂອງທາງການ ທີ່
ແນໃສ່ເພື່ອຫລຸດຜ່ອນການນັບຖືສາສະໜາຄຣິສຕ໌ໃຫ້ໜ້ອຍລົງ.

ທ່ານ Bob Fu ເວົ້າວ່າ “ນີ້ແມ່ນສະແດງໃຫ້ເຫັນຢ່າງຈະແຈ້ງວ່າ ລັດຖະບານມີຄວາມ ກັງວົນໃຈກ່ຽວກັບການເຕີບໂຕ ທີ່ຄວບຄຸມບໍ່ໄດ້ຂອງສາສະໜາຄຣິສຕ໌ ຢູ່ໃນປະເທດ
ຈີນ.”


ລັດຖະບານຈີນໄດ້ຊອກຫາຊ່ອງທາງມາເປັນເວລາດົນນານແລ້ວເພື່ອຄວບຄຸມປະຊາຄົມ ທີ່ນັບຖືສາສະໜາຕ່າງໆ ໂດຍຜ່ານອົງການສາສະໜາຂອງລັດແລະຈົດທະບຽນບ່ອນທີ່ ພວກເຂົາເຈົ້າປະຕິບັດສາສະໜາກິດ. ການເຄື່ອນໄຫວດັ່ງກ່າວ ແມ່ນໄດ້ກໍ່ໃຫ້ເກີດມີການ
ຂັດແຍ້ງກັບປະຊາຄົມທີ່ນັບຖືສາສະໜາຕ່າງໆຊຶ່ງໃນບາງຄັ້ງໄດ້ມີການຕ້ານຢັນການຄວບ ຄຸມຂອງລັດຖະບານແລະສ້າງຕັ້ງກຸ່ມສາສະໜາແລະການປະຕິບັດສາສະໜາກິດທີ່ບໍ່ໄດ້ ຮັບການສະໜັບສະໜຸນໂດຍທາງການຂຶ້ນ.

ທ່ານ Zhao Xiao ແມ່ນນັກເສດຖະສາດຈີນ ແລະອະດີດຫົວໜ້າສູນກາງຄົ້ນຄວ້າທາງ ດ້ານເສດຖະກິດປະຈຳຄະນະລັດຖະບານຈີນ. ເຖິງແມ່ນວ່າ ພັກຄອມມູນິສ ຍັງສືບຕໍ່ມີ ຄວາມສຳພັນແບບບໍ່ສະບາຍໃຈກັບອົງການສາສະໜາກໍຈິງແຕ່ທ່ານ Zhao ເວົ້າວ່າເຈົ້າ
ໜ້າທີ່ບາງຄົນສະໜັບສະໜຸນໃຫ້ໃຊ້ສາສະໜາຄຣິສຕ໌ ເປັນຊ່ອງທາງນຶ່ງເພື່ອປັບປຸງສະ ຖຽນລະພາບທາງດ້ານສັງຄົມ.

ທ່ານ Zhao ເວົ້າວ່າ “ພວກເຂົາເຈົ້າຄິດວ່າ ສາສະໜາຄຣິສຕຽນ ສາມາດຫລິ້ນບົດ ບາດໃນທາງສ້າງສັນຢູ່ໃນຄວາມສີວິໄລຂອງຈີນ ໃນຄວາມກ້າວໜ້າທາງດ້ານທຸລະ ກິດຂອງຈີນ ແລະໃນການເສີມສ້າງສັງຄົມທີ່ມີຄວາມປຸ້ມລຸມສາມັກຄີຂອງຈີນ.”

ຄວາມຄິດຄວາມເຫັນດັ່ງກ່າວບໍ່ແມ່ນຄວາມຄິດທີ່ເປັນກະແສຫລັກຢູ່ໃນຈີນແຕ່ຈຳນວນ ພວກທີ່ນັບຖືສາສະໜາຄຣິສຕ໌ ກຸ່ມໂບດຕ່າງໆ ທີ່ຮັ່ງມີແລະມີອິດທິພົນ ພວມຂະຫຍາຍ ຕົວເພີ້ມຂຶ້ນນຳນັບມື້. ພວກທີ່ນັບຖືສາສະໜາຄຣິສຕ໌ບາງ ກຸ່ມກະປະມານວ່າ ໃນໄລຍະ
15 ປີຕໍ່ໜ້ານີ້ ຈີນອາດມີຜູ້ນັບຖືສາສະໜາຄຣິສຕ໌ຫລາຍກວ່າສະຫະລັດດ້ວຍ​ຊ້ຳ.
XS
SM
MD
LG