ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ທຣໍາ ຊຸກຍູ້ໃຫ້ໃຊ້ຢາຕ້ານ ໄຂ້ມາເລເຣຍ ເພື່ອປົວຄົນຕິດເຊື້ອ ໂຄວິດ-19 ເຖິງແມ່ນວ່າ ນັກຊ່ຽວຊານ ຈະບໍ່ເຫັນພ້ອມນໍາ ກໍຕາມ


ພະນັກງານການແພດຄົນນຶ່ງຢູ່ສະຖາບັນດ້ານການອັກເສບ IHU Mediterranee ຢູ່ນະຄອນມາກໄຊຂອງຝຣັ່ງເອົາແຜງຢາ Nivaquine ທີ່ມີ chloroquine ແລະ Plaqueril ບັນຈຸຢູ່ໃນນັ້ນນໍາ ແລະແຜງຢາ containing hydroxychloroquine ທີ່ຕ້ານໄຂ້ມາເລເຣຍໃຫ້ຄົນເບິ່ງ (ພາບຖ່າຍໃນວັນທີ 26 ກຸມພາ, 2020)
ພະນັກງານການແພດຄົນນຶ່ງຢູ່ສະຖາບັນດ້ານການອັກເສບ IHU Mediterranee ຢູ່ນະຄອນມາກໄຊຂອງຝຣັ່ງເອົາແຜງຢາ Nivaquine ທີ່ມີ chloroquine ແລະ Plaqueril ບັນຈຸຢູ່ໃນນັ້ນນໍາ ແລະແຜງຢາ containing hydroxychloroquine ທີ່ຕ້ານໄຂ້ມາເລເຣຍໃຫ້ຄົນເບິ່ງ (ພາບຖ່າຍໃນວັນທີ 26 ກຸມພາ, 2020)

ເຖິງແມ່ນວ່າຈະບໍ່ມີການຄົ້ນຄວ້າ ທາງວິທະຍາສາດສະແດງໃຫ້ເຫັນ ເຖິງປະສິດທິພາບຂອງຢານີ້ ກໍຕາມ, ປະທານາທິບໍດີ ດໍໂນລ ທຣໍາ ກໍຍັງເວົ້າ ວ່າ ສະຫະລັດໄດ້ຊື້ຢາ ໄຮໂດຣຊິກໂຄລໂຣໄຄວນ໌ (hydroxychloroquine) ທີ່ມີຄວາມແຮງເກືອບ 30 ລ້ານໂດສເພື່ອເອົາໄວ້ປິ່ນປົວພວກທີ່ຕິດພະຍາດໂຄ ວິດ) (COVID-19. ທ່ານທຣໍາສືບຕໍ່ຊຸກຍູ້ໃຫ້ຄົນໃຊ້ຢາດັ່ງກ່າວ, ເຖິງແມ່ນວ່າ ຫົວໜ້ານັກຊ່ຽວ ຊານດ້ານການແພດຂອງທ່ານ ຈະເຕືອນວ່າ ຫຼັກຖານທີ່ພິສູດ ວ່າມັນໃຊ້ໄດ້ຜົນ “ເປັນເລື້ອງທີ່ເລົ່າຂານ” ກັນເທົ່ານັ້ນ. Patsy Widakuswara ນັກຂ່າວວີໂອເອ ປະຈໍາທໍານຽບຂາວ ມີລາຍລະອຽດກ່ຽວກັບ ເລື້ອງນີ້, ຊຶ່ງ ບົວສະຫວັນ ຈະນໍາມາສະເໜີທ່ານໃນອັນດັບຕໍ່ໄປ.

ບັນດາຮ້ານຂາຍຢາຢູ່ໃນທະວີບອາຟຣິກາ ກໍາລັງຈະໝົດຢາຕ້ານໄຂ້ມາເລເຣຍ ໄປແລ້ວ ໃນຂະນະທີ່ຄົນພາກັນສະສົມຢາດັ່ງກ່າວ ໄວ້ເພື່ອປ້ອງກັນໄວຣັສ ໂຄ ໂຣນາ ເຖິງແມ່ນວ່າ ຈະບໍ່ມີຂໍ້ມູນສະແດງໃຫ້ເຫັນເຖິງປະສິດທິຜົນ ຂອງມັນກໍ ຕາມ.

ບັນດາປະເທດທີ່ຕົກຢູ່ໃນສະພາບທີ່ຕ້ອງການຢານີ້ຫລາຍທີ່ສຸດ, ລວມທັງສະຫະ ລັດ ກໍາລັງພາກັນຊອກຫາທາງເຂົ້າເຖິງ ຢາໄຮໂດຣຊິກໂຄລໂຣໄຄວນ໌ (hydroxychloroquine) ໃຫ້ຫລາຍຂຶ້ນເພື່ອເອົາໄວ້ປິ່ນປົວພະຍາດໂຄວິດ (COVID)-19.

ປະທານາທິບໍດີ ດໍໂນລ ທຣໍາ ກ່າວວ່າ:
“ພວກເຮົາໄດ້ຊື້ຢານີ້ ໃນປະລິມານທີ່ຫລວງຫລາຍພາຍມາກ ໂດຍມີຄວາມແຮງ 29 ລ້ານໂດສ. ພວກເຮົາເອົາມັນມາຈາກຫ້ອງທົດລອງ ທຸກຫົນທຸກແຫ່ງ, ພວກ ເຮົາທີ່ຈິງແລ້ວແມ່ນຜະລິດມັນຢູ່ໜີ້ ເພາະຖ້າຫາກວ່າ ມັນໃຊ້ການໄດ້ ພວກເຮົາ ຢາກຈະມີມັນໄວ້.”

ຢາໄຮໂດຣຊິກໂຄລໂຣໄຄວນ໌ (hydroxychloroquine) ທີ່ຄົນຮູ້ກັນ ໃນຊື່ ຂອງມັນທີ່ເອີ້ນວ່າ ພລາກຄ໌ນີລ (Plaquenil) ຖືກໃຊ້ເພື່ອປົວໄຂ້ມາເລເຣຍ, ໂຣກລູປັສ ຫລືໂຣກພູມແພ້ ແລະໂຣກຂໍ່ອັກເສບ. ເຖິງຈະບໍ່ມີຜົນປະໂຫຍດທີ່ ມີຫລັກຖານຢືນຢັນກໍຕາມ ນັບແຕ່ເດືອນກຸມພາເປັນຕົ້ນມາ ທ່ານ ທຣໍາ ກໍໄດ້ ຊຸກຍູ້ໃຫ້ໃຊ້ມັນຢ່າງກະຕືລືລົ້ນຫລາຍທີ່ສຸດເລີຍ.

ປະທານາທິບໍດີ ທຣໍາກ່າວວ່າ: “ພວກເຂົາເຈົ້າຄວນໃຊ້ມັນ. ພວກເຮົາມີຫຍັງກັນແທ້ໆ ທີ່ຈະເສຍຫາຍ?”

ທ່ານກ່າວຕໍ່ໄປວ່າ “ຂ້າພະເຈົ້າອາດຈະກິນມັນ, ຮູ້ບໍ່? ຂ້າພະເຈົ້າອາດຈະກິນ ມັນ. ແລະຂ້າພະເຈົ້າອາດຈະຕ້ອງຖາມທ່ານໝໍຂອງຂ້າພະເຈົ້າ ກ່ຽວກັບການ ເຮັດແນວນັ້ນ ແຕ່ວ່າ ຂ້າພະເຈົ້າອາດຈະກິນມັນ.”

ທ່ານ ແອນໂທນີ ຟາວຈິ (Anthony Fauci), ຫົວໜ້ານັກຊ່ຽວຊານດ້ານການ ແພດ ກ່ຽວກັບໜ່ວຍງານສະເພາະກິດດ້ານໄວຣັສໂຄໂຣນາ ໄດ້ເວົ້າຊໍ້າແລ້ວຊໍ້າ ອີກວ່າ ຫລັກຖານພິສູດໃຫ້ເຫັນວ່າຢານີ້ໃຊ້ການໄດ້ນັ້ນ ເປັນເລື້ອງທີ່ເລົ່າຂານ ກັນເທົ່ານັ້ນ.

ອົງການຂ່າວສານແອກຊິອອສ (Axios) ລາຍງານວ່າ ທີ່ປຶກສາດ້ານການຄ້າ ຂອງທໍານຽບຂາວ, ທ່ານ ພີເຕີ ນາວາໂຣ (Peter Navarro) ໄດ້ປະທະກັນກັບທ່ານຟາວຈິ ກ່ຽວກັບການໃຊ້ຢາທີ່ຄະນະລັດຖະບານໄດ້ອະນຸມັດໃຫ້ໃຊ້ໃນ ຍາມສຸກເສີນໃນກາງເດືອນມີນາຜ່ານມານີ້ ເຖິງແມ່ນວ່າ ຈະບໍ່ມີການດໍາເນີນ ການສຶກສາຄົ້ນຄວ້າທາງດ້ານການປິ່ນປົວເພື່ອຈະທົດລອງປະສິດທິຜົນຂອງມັນ ໃນການປິ່ນປົວພະຍາດໂຄວິດ (COVID)-19 ກໍຕາມ.

ທ່ານ ເດວິດ ຊູລີວານ, ທ່ານໝໍດ້ານພະຍາດຕິດແປດ ແລະອາຈານສອນວິຊາ ຈຸລະຊີບວິທະຍາ ທ່ານນຶ່ງໃນໂຮງຮຽນແພດສາດ ບລູມເບີກ (Bloomberg) ໃນ ມະຫາວິທະຍາໄລ ຈອນສ໌ ຮອບກິນສ໌ ກ່າວວ່າ:
“ຢາ ໂຄລໂຣໄຄວນ໌ ໄດ້ຖືກເອົາໄປທົດລອງປົວພະຍາດຫລາຍຢ່າງທີ່ເກີດຈາກ ໄວຣັສມີສິບກວ່າຢ່າງໜີ້ຫລະ. ມັນບໍ່ໄດ້ສະແດງໃຫ້ເຫັນວ່າມັນໃຊ້ການໄດ້ ກັບ ພວກພະຍາດທີ່ເກີດຈາກໄວຣັສ ເຫລົ່ານັ້ນແຕ່ຢ່າງໃດເລີຍ ເມື່ອເວົ້າເຖິງຜົນປະ ໂຫຍດໃນດ້ານການປິ່ນປົວ. ແລະເພາະສະນັ້ນ ພວກເຮົາມີຫລັກຖານ ໃນການ ໃຊ້ກັບມະນຸດ ພຽງແຕ່ເລັກໜ້ອຍວ່າ ມັນອາດຈະໃຊ້ການໄດ້.” ການສຶກສາຄົ້ນ ຄວ້າແມ່ນໃນຂະໜາດນ້ອຍໆ ແລະພວກເຮົາມີຄວາມຕ້ອງການ ຜົນຂອງການ ທົດລອງແບບສຸ່ມເລືອກ ເອົາຫລາຍຂະໜາດເລີຍ ເພື່ອຢາກເບິ່ງວ່າ ມັນຈະມີ ຜົນອອກມາແນວໃດບໍ່”

ທ່ານ ທຣໍາໄດ້ສະເໜີໃຫ້ບັນດາປະເທດທັງຫລາຍທີ່ອັດຕາຄົນເປັນໄຂ້ມາເລເຣຍ ສູງນັ້ນ ແມ່ນມີຈໍານວນຄົນຕິດເຊື້ອໂຄວິດ-19 ຕໍ່າ ແລະວ່າ ຄົນທີ່ເປັນພະຍາດ ລູປັສ ຫລືໂຣກພູມແພ້ ແມ່ນບໍ່ໄດ້ຮັບຜົນກະທົບຈາກໄວຣັສ ໂຄໂຣນາຫລາຍ ປານໃດ.

ທ່ານ ອານັນ ພາເຣັກ (Anand Parekh), ອະດີດຜູ້ຊ່ວຍ ຮອງລັດຖະມົນຕີ ກະຊວງສາທາລະນະສຸກຂອງສະຫະລັດ ທີ່ປັດຈະບັນນີ້ປະຈຳຢູ່ສູນກາງດ້ານ ນະໂຍບາຍຂອງທັງສອງພັກເວົ້າວ່າ ອັນນີ້ເປັນເລື້ອງທີ່ຄາດເດົາເອົາ.

ທ່ານ ອານັນ ພາເຣັກ (Anand Parekh) ກ່າວດັ່ງນີ້:
“ຕາບໃດພວກເຮົາຫາກຍັງບໍ່ມີຂໍ້ມູນ ແລະຫລັກຖານສະແດງໃຫ້ເຫັນເທື່ອ ພວກ ເຮົາບໍ່ຄວນດ່ວນສະຫລຸບໂລດ. ຕົວຢ່າງເຊັ່ນ ສະພາບທີ່ຂ້ອນຂ້າງຈະເປັນ ເຫດ ຜົນວ່າ ເປັນຫຍັງປະເທດຕ່າງໆ ໃນທະວີບອາຟຣິກາຈຶ່ງບໍ່ໄດ້ລາຍງານວ່າ ມີກໍ ລະນີຄົນຕິດເຊື້ອສູງເທົ່າໃດນັ້ນ ມີເຫດຜົນງ່າຍໆ ກໍຄືເປັນຍ້ອນວ່າ ການກວດ ຫາພະຍາດນີ້ ຢູ່ໃນປະເທດເຫລົ່ານັ້ນ ຍັງລາກຫລັງໝູ່ຫລາຍ.”

ບັນດາໂຮງໝໍຕ່າງໆໃນສະຫະລັດ ໄດ້ເອົາຢາໄຮໂດຣຊິກໂຄລໂຣໄຄວນ໌ (hydroxychloroquine) ໃຫ້ຄົນປ່ວຍຕິດເຊື້ອໄວຣັສໂຄໂຣນາ ກິນໂດຍ ໃຫ້ເຫດຜົນວ່າ ມັນຂ້ອນຂ້າງປອດໄພ ແລະເບິ່ງຄືວ່າຈະບໍ່ມີຜົນເສຍຫາຍຫຍັງ. ຢາດັ່ງກ່າວ ບໍ່ໄດ້ຖືວ່າປອດໄພສໍາລັບຄົນທີ່ມີຈັງຫວະຫາຍໃຈທີ່ຜິດປົກກະຕິ.

ອ່ານລາຍງານນີ້ເພີ້ມເແັນພາສາອັງກິດຢູ່ລຸ່ມນີ້

Despite no scientific research showing its effectiveness, President Donald Trump said the U.S. has bought almost 30 million doses of hydroxychloroquine for the treatment of COVID-19. Trump continues to push the drug, despite his top health expert warning that the evidence for it is “anecdotal.” White House Correspondent Patsy Widakuswara has this story.

Pharmacies in Africa are running out of anti-malaria pills, as people stock up on the drugs as a defense against the coronavirus, despite no data showing its effectiveness.

Desperate countries are expanding access to hydroxychloroquine to treat COVID-19, including the U.S.

President Donald Trump:

“We bought massive amounts of it, 29 million doses of. We have it coming from all of the labs, we're actually now doing it here, because in case it does work, we want to have it.”

Hydroxychloroquine, known by its brand name Plaquenil, is used to treat malaria, lupus and arthritis. Despite the drugs’ unproven benefits, since February Trump has been pushing it with extraordinary zeal.

President Donald Trump:

“They should do it. What really do we have to lose?

“I may take it, okay? I may take it. And I’ll have to ask my doctors about that, but I may take it.”

Anthony Fauci, Trump’s leading health expert on the coronavirus task force, has repeatedly said evidence the drug works is anecdotal.

Axios reported that White House trade adviser Peter Navarro has clashed with Fauci on the drug, which the administration approved for emergency use in mid-March, even though no clinical study has been done to test its effectiveness to treat COVID19.

David Sullivan is an infectious disease doctor and Professor of microbiology at Johns Hopkins, Bloomberg School of Public Health.

David Sullivan, Johns Hopkins, Bloomberg School of Public Health:

“Chloroquine has been tried for many viral diseases, more than a dozen. It has never been shown to work in those viral diseases for a clinical benefit. And so we have just a little bit of human evidence that it might work. The studies are small, and we desperately need results from randomized clinical trials to see if it's going to have any effect.”

Trump has suggested that countries with high malaria rates show low numbers of COVID-19, and that people with lupus are not as affected by the coronavirus

That is conjecture, said Anand Parekh, a former deputy assistant secretary for health, now with the Bipartisan Policy Center.

Anand Parekh, Bipartisan Policy Center:

“Until we see data and evidence, we should not jump to any conclusions. The more likely reason, for example, why countries in Africa are not reporting a high number of cases is simply because testing has lagged in those countries.”

Hospitals in the U.S. have been giving hydroxychloroquine to coronavirus patients, reasoning that it is relatively safe and likely will not hurt. The drug is not considered safe for people with abnormal heart rhythms.

ເບິ່ງວີດິໂອກ່ຽວກັບລາຍງານນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG