ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໕ ມັງກອນ ໒໐໒໕

ກຳມະກອນ ຈີນ ຖືກພົບເຫັນໃນສະພາບເໝືອນຂ້າທາດຢູ່ໂຮງງານຜະ​ລິດລົດ BYD ໃນປະເທດ ບຣາຊິລ


ເຈົ້າ​ໜ້າ​ທີ່​ຮັກ​ສາ​ຄວາມ​ປອດ​ໄພ​ຢືນ​ຢູ່​ບູດ​ທົ​ລົດ BYD ໃນ​ງານ​ວາງ​ສະ​ແດງ​ລົດ ຊຽງ​ໄຮ້, ຈີນ, 19 ເມ​ສາ 2023.REUTERS/Aly Song
ເຈົ້າ​ໜ້າ​ທີ່​ຮັກ​ສາ​ຄວາມ​ປອດ​ໄພ​ຢືນ​ຢູ່​ບູດ​ທົ​ລົດ BYD ໃນ​ງານ​ວາງ​ສະ​ແດງ​ລົດ ຊຽງ​ໄຮ້, ຈີນ, 19 ເມ​ສາ 2023.REUTERS/Aly Song

ບັນດາເຈົ້າໜ້າທີ່ ບຣາຊິລ ພົບເຫັນຄົນ ຈີນ 163 ຄົນເຮັດວຽກໃນ “ສະພາບທີ່ເໝືອນຂ້າທາດ” ຢູ່ສະຖານທີ່ກໍ່ສ້າງສຳລັບໂຮງງານທີ່ເປັນເຈົ້າຂອງໂດຍຜູ້ຜະລິດລົດໄຟຟ້າ BYD ໃນລັດ ບາເຮຍ ຂອງປະເທດ ບຣາຊລ, ສຳນັກງານໄອຍະການແຮງງານໃນທ້ອງຖິ່ນໄດ້ກ່າວໃນກອງປະຊຸມຖະແຫຼງຂ່າວເມື່ອວັນຈັນວານນີ້.

ອີງຕາມບັນດາເຈົ້າໜ້າທີ່, ກຳມະກອນດັ່ງກ່າວແມ່ນຖືກວ່າຈ້າງໃນ ຈີນ ໂດຍອີກບໍລິສັດນຶ່ງ ແລະ ຖືກພາໄປປະເທດ ບຣາຊິລ ຢ່າງບໍ່ເປັນປະຈຳ. ເຂົາເຈົ້າຖືກໃຊ້ແຮງງານເປັນເວລາຫຼາຍຊົ່ວໂມງ, ກາຍສິ່ງທີ່ໄດ້ຮັບອະນຸຍາດໂດຍກົດໝາຍຂອງ ບຣາຊິລ, ບາງຄັ້ງເຈັດມື້ລຽນຕິດຕໍ່ອາທິດ, ໃນຂະນະທີ່ຖືກໃຫ້ພັກເຊົາໃນສິ່ງທີ່ບັນດາເຈົ້າໜ້າທີ່ອະທິບາຍດັ່ງກັບສະພາບທີ່ອັບປະຍົດຢູ່ບ່ອນພັກເຊົາຂອງເຂົາເຈົ້າ, ພ້ອມກັບການລະເມີດແຮງງານອື່ນໆ.

ບໍລິສັດ BYD ບໍ່ໄດ້ຕອບຕໍ່ການຂໍຄຳເຫັນໃນທັນທີ. ບັນດາເຈົ້າໜ້າທີ່ແຮງງານບໍ່ໄດ້ເປີດເຜີຍຊື່ຂອງບໍລິສັດທີ່ມີສ່ວນຮ່ວມໃນການວ່າຈ້າງກຳມະກອນທັງຫຼາຍ.

ໃນປະເທດ ບຣາຊິລ, ເຂົາເຈົ້າໄດ້ເຮັດວຽກໃນ “ສະພາບການທີ່ເໜືອນຂ້າທາດ” ລວມໄປເຖິງການໃຊ້ແຮງງານບັງຄັບ ແຕ່ຍັບຄວບຄຸມເຖິງການເປັນທາດຊຳລະໜີ້ ສະພາບການເຮັດວຽກທີ່ບໍ່ດີ, ຊົ່ວໂມງການເຮັດວຽກທີ່ຍາວນານ ຊຶ່ງເປັນອັນຕະລາຍຕໍ່ສະຂະພາບຂອງຄົນງານ ແລະ ວຽກໃດໆທີ່ລະເມີດສັກສີຄວາມເປັນມະນຸດ.

ກຳມະກອນຈຳນວນຫຼາຍໄດ້ຂໍອະນຸຍາດເພື່ອໜີອອກຈາກບ່ອນພັກອາໄສຂອງເຂົາເຈົ້າ, ແລະ ຢ່າງໜ້ອຍ 107 ຄົນກໍຍັງຖືກຜູ້ວ່າຈ້າງຂອງເຂົາເຈົ້າຍຶດໜັງສືເດີນທາງໄວ້, ອີງຕາມຜູ້ກວດກາແຮງງານ ທ່ານນາງ ລີແອນ ດູຣາວ, ໂດຍກ່າວຕື່ມວ່າ ສະພາບການຢູ່ສະຖານທີ່ເຮັດວຽກແມ່ນອັນຕະລາຍ.

ທ່ານນາງກ່າວວ່າ “ພວກເຮົາໄດ້ພົບວ່າ ວຽກງານຂອງກຳມະກອນ 163 ຄົນ, ແມ່ນໄດ້ດຳເນີນໃນສະພາບທີ່ເໝືອນກັບຂ້າທາດ.”

ທ່ານນາງ ດູຣາວ ກ່າວວ່າ “ເງື່ອນໄຂຄວາມປອດໄພຂັ້ນຕ່ຳແມ່ນບໍ່ໄດ້ຖືກປະຕິບັດໃນສະພາບແວດລ້ອມການເຮັດວຽກດັ່ງກ່າວ.”

ການປະຕິບັດງານແມ່ນຍັງສືບຕໍ່ໄປ, ທ່ານນາງ ດູຣາວ ກ່າວ, ແລະ ການປັບໄໝແມ່ນຍັງບໍ່ທັນໄດ້ປະກາດອອກມາເທື່ອ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

Brazilian officials found 163 Chinese nationals working in "slavery-like conditions" at a construction site for a factory owned by Chinese electric vehicle producer BYD (002594.SZ), opens new tab in Brazil's Bahia state, the local labor prosecutor's office said during a news conference on Monday.
According to the authorities, the workers were hired in China by another firm and brought to Brazil irregularly. They were laboring for long hours, in excess of what is allowed by Brazilian law, sometimes for seven days a week straight, while being kept in what authorities described as degrading conditions in their accommodations, among other labor violations.
BYD did not immediately reply to a request for comment. The labor authorities did not disclose the names of the firms involved in hiring the workers.
In Brazil, "slavery-like conditions" include forced labor, but also covers debt bondage, degrading work conditions, long hours that pose a risk to workers' health and any work that violates human dignity.
The workers had to request permission to leave their lodgings, and at least 107 also had their passports withheld by their employer, said labor inspector Liane Durao, adding that conditions at the work site were dangerous.
"We found that the work of ... these 163 workers, was carried out in slavery-like conditions," she said.
"Minimum safety conditions were not being met in the work environment," said Durao.
The operation is ongoing, said Durao, and fines have not yet been issued.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG