ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໘ ມິຖຸນາ ໒໐໒໔

ນາຍົກລັດຖະມົນຕີຈີນ ຕົກລົງເຫັນດີ 'ຈັດການກັບຄວາມແຕກຕ່າງ ໃຫ້ເໝາະສົມ' ກັບ ອອສເຕຣເລຍ


ນາຍົກລັດຖະມົນຕີຈີນ ທ່ານລີ ຈຽງ ຈັບມືກັບນາຍົກລັດຖະມົນຕີອອສເຕຣເລຍ ທ່ານແອນໂທນີ ອາລບານີສ ຢູ່ທີ່ທໍານຽບລັດຖະບານໃນນະຄອນຫຼວງແຄນເບີຣາ, ອອສເຕຣເລຍ, ວັນທີ 17 ມິຖຸນາ 2024.
ນາຍົກລັດຖະມົນຕີຈີນ ທ່ານລີ ຈຽງ ຈັບມືກັບນາຍົກລັດຖະມົນຕີອອສເຕຣເລຍ ທ່ານແອນໂທນີ ອາລບານີສ ຢູ່ທີ່ທໍານຽບລັດຖະບານໃນນະຄອນຫຼວງແຄນເບີຣາ, ອອສເຕຣເລຍ, ວັນທີ 17 ມິຖຸນາ 2024.

ນາຍົກລັດຖະມົນຕີຈີນ ທ່ານລີ ຈຽງ (Li Qiang) ກ່າວວ່າ ທ່ານໄດ້ທໍາການຕົກລົງກັບນາຍົກລັດຖະມົນຕີອອສເຕຣເລຍ ທ່ານແອນໂທນີ ອາລບານີສ ໃນການຈັດການກັບຄວາມແຕກຕ່າງລະຫວ່າງທັງສອງປະເທດຂອງພວກທ່ານ ຢ່າງເໝາະສົມ ໃນຂະນະທີ່ພວກເຂົາ ອອກຈາກຍຸກສະໄໝທີ່ເປັນສັດຕູກັນ, ເຊິ່ງເປັນຍຸກສະໄໝທີ່ການຕິດຕໍ່ລະຫວ່າງນາຍົກລັດຖະມົນຕີ ແລະນາຍົກລັດຖະມົນຕີໄດ້ຖືກຫ້າມ ແລະການກີດກັ້ນທາງດ້ານການຄ້າ ເຮັດໃຫ້ຜູ້ສົ່ງອອກຂອງອອສເຕຣເລຍ ເສຍຫາຍສູງເຖິງ 13 ຕື້ໂດລາຕໍ່ປີ, ອີງຕາມລາຍງານຂອງອົງການຂ່າວ AP.

ທ່ານ ລີ, ທ່ານ ອາລບານີສ ແລະບັນດາລັດຖະມົນຕີອາວຸໂສຂອງທັງສອງຄະນະລັດຖະບານ ພົບກັນທີ່ຫໍລັດຖະສະພາຂອງອອສເຕຣເລຍໃນວັນຈັນມື້ນີ້ ເພື່ອຫາລືກ່ຽວກັບບັນຫາທີ່ມີຄວາມຫຍຸ້ງຍາກ ລວມທັງການກີດກັ້ນທາງດ້ານການຄ້າທີ່ຍືດເຍື້ອຍາວນານ, ຄວາມຂັດແຍ້ງລະຫວ່າງກອງທັບຂອງພວກເຂົາຢູ່ໃນນ່ານນ້ໍາສາກົນ ແລະຄວາມປາດຖະໜາຂອງຈີນ ທີ່ຈະທໍາການລົງທຶນໃນແຮ່ທາດທີ່ສໍາຄັນຕ່າງໆ.

ທ່ານ ລີ ​ເປັນ​ຜູ້ນຳ​ສູງ​ສຸດ​ຂອງ​ຈີນຮອງຈາກ​ປະທານປະເທດ ທ່ານສີ ຈິ້ນຜິງ, ເຊິ່ງທ່ານນາ​ຍົກ​ລັດ​ຖະ​ມົນ​ຕີຈີນ ​ໄດ້​ເດີນ​ທາງ​ໄປ​ຮອດ​ອອສເຕຣເລຍ​ໃນ​ວັນ​ເສົາແລ້ວນີ້​ ສໍາລັບ​ການ​ຢ້ຽມ​ຢາມ​ອອສເຕຣເລຍ​ຄັ້ງ​ທຳ​ອິດໃນຮອບ 7 ປີ ​ຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​.

ອ່ານຂ່າວດ້ານລຸ່ມນີ້ເປັນພາສາອັງກິດ

Australian Prime Minister Anthony Albanese to properly manage their nations' differences as they emerge from a hostile era in which minister-to-minister contacts were banned and trade barriers cost Australian exporters up to $13 billion a year. Li, Albanese and senior ministers of both administrations met at Australia's Parliament House on Monday to discuss thorny issues including lingering trade barriers, conflict between their militaries in international waters and China's desire to invest in critical minerals. Li is China's most senior leader after President Xi Jinping. The premier arrived in Australia on Saturday in the first visit to the country by a Chinese premier in seven years.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG