ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໑ ກັນຍາ ໒໐໒໔

ນາຍົກຂອງຈີນ ເພັ່ງເລັງໃສ່ ແຮ່ທາດ, ພະລັງງານສະອາດ ທີ່ສຳຄັນ ໃນວັນສຸດທ້າຍຂອງການຢ້ຽມຢາມ ອອສເຕຣເລຍ


ນາຍົກລັດຖະມົນຕີຂອງຈີນ ທ່ານລີ ຈຽງ (Li Qiang), ກາງ, ຢ້ຽມຢາມບໍລິສັດ Tianqi Lithium Energy ໃນເມືອງເພີຣຕຸ, ອອສເຕຣເລຍ, ວັນທີ 18 ມິຖູນາ 2024.
ນາຍົກລັດຖະມົນຕີຂອງຈີນ ທ່ານລີ ຈຽງ (Li Qiang), ກາງ, ຢ້ຽມຢາມບໍລິສັດ Tianqi Lithium Energy ໃນເມືອງເພີຣຕຸ, ອອສເຕຣເລຍ, ວັນທີ 18 ມິຖູນາ 2024.

ນາຍົກລັດຖະມົນຕີຂອງຈີນ ທ່ານ ລີ ຈຽງ ໄດ້ສິ້ນສຸດການເດີນທາງໄປຢ້ຽມຢາມປະເທດອອສເຕຣເລຍຂອງທ່ານ ໃນວັນອັງຄານມື້ນີ້ ໃນເພີຣຕ໌ (Perth) ເມືອງແຄມຝັ່ງທາງພາກຕາເວັນຕົກຂອງປະເທດ ບ່ອນທີ່ທ່ານໄດ້ເພັ່ງເລັງໃສ່ການລົງທຶນຂອງຈີນ ໃນດ້ານແຮ່ທາດ, ພະລັງງານສະອາດ ແລະການເຊື່ອມໂຍງດ້ານທຸລະກິດທີ່ສຳຄັນຕ່າງໆ ອີງຕາມລາຍງານຂອງອົງການຂ່າວເອແອັຟພີ.

ເມືອງເພີຣຕ໌ (Perth) ເປັນເມືອງເອກຂອງລັດທາງພາກຕາເວັນຕົກຂອງອອສເຕຣເລຍ ເຊິ່ງໄດ້ສະໜອງແຮ່ເຫຼັກ 39 ເປີເຊັນຂອງໂລກ ເມື່ອປີກາຍນີ້. ແຮ່ເຫຼັກເປັນນຶ່ງໃນການສົ່ງອອກທີ່ມີລາຍຮັບດີທີ່ສຸດຂອງອອສເຕຣເລຍ. ບັນດານັກວິເຄາະ ກ່າວວ່າ ສິນຄ້າດັ່ງກ່າວ ໄດ້ຖືກຍົກເວັ້ນຈາກປະເພດສິນຄ້າທີ່ຖືກຫ້າມ ເຊິ່ງປັກກິ່ງໄດ້ວາງອອກຕໍ່ການສົງອອກອື່ນໆຂອງອອສເຕຣເລຍ ຂະນະທີ່ການພົວພັນສອງຝ່າຍ ມີຄວາມຄຸ້ນເຄືອງໃນໄລຍະສາມປີທີ່ຜ່ານມາ ເນື່ອງຈາກ ສ່ວນປະກອບຂອງການຜະລິດເຫຼັກກ້າແມ່ນມີຄວາມສຳຄັນຍິ່ງຕໍ່ການເຕີບໂຕດ້ານອຸດສາຫະກຳຂອງຈີນ.

ທ່ານລີ, ເມື່ອອາທິດແລ້ວນີ້, ໄດ້ກາຍເປັນນາຍົກລັດຖະມົນຕີຂອງຈີນຄົນທຳອິດ ໃນຮອບເຈັດປີ ທີ່ໄປຢ້ຽມຢາມປະເທດນິວຊີແລນ ແລ້ວເດີນທາງໄປ ອອສເຕຣເລຍ ຕໍ່. ທ່ານໄດ້ເດີນທາງອອກຈາກເມືອງເພີຣຕ໌ ໃນຕອນແລງວັນອັງຄານ ເພື່ອໄປຍັງມາເລເຊຍ ບ່ອນທີ່ທ່ານຈະເປັນນາຍົກລັດຖະມົນຕີ ຄົນທຳອິດຂອງຈີນ ທີ່ໄປຢ້ຽມຢາມປະເທດນີ້ ນັບຕັ້ງແຕ່ປີ 2015.

ໃນຂະນະທີ່ຢູ່ ເມືອງເພີຣຕ໌, ຜູ້ນຳທີ່ມີອຳນາດອັນດັບສອງຂອງຈີນ ຮອງຈາກ ປະທານປະເທດ ທ່ານສີ ຈິ້ນຜິງ ນັ້ນ ກໍໄດ້ໄປກວດກາເບິ່ງບໍເຫຼັກແຫ່ງນຶ່ງ ເຊິ່ງເປັນສູນວິໄຈພະລັງງານສະອາດຂອງບໍລິສັດ Fortescue.

ທ່ານແອນດຣູ ຟອຣເຣັສຕ໌ ປະທານຂອງ Fortescue ໄດ້ກ່າວວ່າ ທ່ານລີ ສົນໃຈໃນແຜນການຂອງບໍລິສັດ ໃນການຜະລິດເຫຼັກໂດຍບໍ່ປ່ອຍອາຍຄາຣບອນ ແລະອາດຈະເປັນ “ເຫຼັກສີຂຽວ.”

ທ່ານ ຟອຣເຣັສຕ໌ ໄດ້ກ່າວຕໍ່ອົງການຂ່າວເອພີ ກ່ອນໜ້າການຢ້ຽມຢາມນັ້ນ ວ່າ “ຂ້າພະເຈົ້າຄິດວ່າ ຈີນ ເລືອກພວກເຮົາເນື່ອງຈາກວ່າ ມັນບໍ່ເປັນພຽງເທັກໂນໂລຈີທີ່ດີທີ່ສຸດໃນການຮັກສາສິ່ງແວດລ້ອມໃນອອສເຕຣເລຍເທົ່ານັ້ນ, ມັນຍັງເປັນເທັກໂນໂລຈີທີ່ດີທີ່ສຸດໃນການຮັກສາສິ່ງແວດລ້ອມໃນໂລກອີກດ້ວຍ ແລະພວກເຮົາມີຕົວຢ່າງທີ່ແທ້ຈິງຂອງມັນໃນລົດໄຟ, ເຄື່ອງຈັກຂອງກຳປັ່ນ, ລົດບັນທຸກ.”

Chinese Premier Li Qiang has ended his Australian tour on Tuesday in the west coast city of Perth where he has focused on China’s investment in critical minerals, clean energy and business links.

Perth is the capital of Western Australia state, which provided 39% of the world's iron ore last year. Iron ore is one of Australia's most lucrative exports. Analysts say the commodity was spared the type of trade bans Beijing imposed on other Australian exports as bilateral relations soured three years ago because the steel-making ingredient was crucial to Chinese industrial growth.

Li last week became the first Chinese premier in seven years to visit New Zealand then Australia. He left Perth late Tuesday for Malaysia, where he'll be China's first premier to visit since 2015.

While in Perth, China’s second-most powerful leader after President Xi Jinping inspected iron ore miner Fortescue’s clean energy research facility.

Fortescue’s chairman Andrew Forrest said Li was interested in the company’s plans to produce iron ore without carbon emissions and potentially “green iron.”

“I think China chose us because it’s not just the best technology to go green in Australia, it’s the best technology to go green in the world and we’ve got real examples of it in trains, ship engines, trucks,” Forrest told The Associated Press before the visit.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG