ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ຊາຍຊາວຈີນຄົນນຶ່ງ ເຊິ່ງລາຍງານກ່ຽວກັບພະຍາດໂຄວິດ ໄດ້ຮັບການປ່ອຍໂຕ ຫຼັງຈາກ 3 ປີ


ແຟ້ມຮູບ-ນັກເຄື່ອນໄຫວເພື່ອປະຊາທິປະໄຕ (ຊ້າຍ), ຍົກປ້າຍຮູບຂອງ ທ້າວຟາງ ບິນ ນັກຂ່າວປະຊາຊົນ, ໂດຍຮຽກຮ້ອງໃຫ້ມີການປ່ອຍໂຕລາວ ເນື່ອງຈາກການລາຍງານກໍລະນີທໍາອິດຂອງພະຍາດໂຄວິດ ຢູ່ໃນປະເທດຈີນ, ໃນລະຫວ່າງການປະທ້ວງ ຢູ່ດ້ານນອກຂອງຫ້ອງການປະສານງານຂອງຈີນ ຢູ່ໃນຮົງກົງ, ວັນທີ 19 ກຸມພາ 2020.
ແຟ້ມຮູບ-ນັກເຄື່ອນໄຫວເພື່ອປະຊາທິປະໄຕ (ຊ້າຍ), ຍົກປ້າຍຮູບຂອງ ທ້າວຟາງ ບິນ ນັກຂ່າວປະຊາຊົນ, ໂດຍຮຽກຮ້ອງໃຫ້ມີການປ່ອຍໂຕລາວ ເນື່ອງຈາກການລາຍງານກໍລະນີທໍາອິດຂອງພະຍາດໂຄວິດ ຢູ່ໃນປະເທດຈີນ, ໃນລະຫວ່າງການປະທ້ວງ ຢູ່ດ້ານນອກຂອງຫ້ອງການປະສານງານຂອງຈີນ ຢູ່ໃນຮົງກົງ, ວັນທີ 19 ກຸມພາ 2020.

ເຈົ້າໜ້າທີ່ຂອງ ຈີນ ກໍາລັງກະກຽມທີ່ຈະປ່ອຍໂຕຜູ້ຊາຍຄົນນຶ່ງ ທີ່ຫາຍສາບສູນໄປເມື່ອ 3 ປີກ່ອນ ລຸນຫຼັງທີ່ລາວໄດ້ເຜີຍແຜ່ພາບວີດີໂອທີ່ມີຜູ້ຄົນໜາແໜ້ນຢູ່ເຕັມໂຮງໝໍ ແລະສົບຂອງຜູ້ເສຍຊີວິດ ໃນຊ່ວງການລະບາດໃຫຍ່ຂອງພະຍາດໂຄວິດ-19, ອີງຕາມລາຍງານຂອງອົງການຂ່າວ AP, ເຊິ່ງອີງຕາມການກ່າວຂອງຍາດຕິພີ່ນ້ອງ ແລະຄົນອື່ນໆທີ່ຮູ້​ດີກ່ຽວກັບກໍລະນີທີ່ເກີດຂຶ້ນ​ກັບລາວ.

ທ້າວຟາງ ບິນ (Fang Bin) ແລະສະມາຊິກທາງສັງຄົມຄົນອື່ນໆ ໄດ້ຖືກຕັ້ງນາມໃຫ້ວ່າ ເປັນນັກຂ່າວປະ​ຊາ​ຊົນ, ໄດ້ພາກັນໂພສລາຍລະອຽດກ່ຽວກັບການລະບາດໃຫຍ່ຂອງພະຍາດໂຄວິດ ໃນຊ່ວງຕົ້ນປີ 2020 ລົງໃນລະບົບອິນເຕີເນັດ ແລະສື່ສັງຄົມອອນລາຍ, ເຊິ່ງໄດ້ສ້າງຄວາມອັບອາຍໃຫ້ກັບ​ເຈົ້າ​ໜ້າ​ທີ່ຈີນທີ່ປະເຊີນກັບການ​ຖືກຕິຕຽນ ເນື່ອງຈາກປະ​ສົບກັບຄວາມລົ້ມແຫຼວໃນການຄວບຄຸມການລະບາດຂອງພະຍາດດັ່ງກ່າວ.

ອີງຕາມລາຍງານຈາກຜູ້ຄົນທີ່ບໍ່ປະສົງອອກນາມ ເນື່ອງຈາກມີຄວາມກັງວົນກ່ຽວກັບຄວາມປອດໄພຂອງຕົນຍ້ອນ​ຢ້ານ​ຖືກລັດຖະບານ​ແກ້​ແຄ້ນນັ້ນ​ກ່​າວວ່າ ທ້າວ ບິນ ມີກໍານົດຖືກປ່ອຍໂຕໃນວັນອາທິດວານນີ້, ເຊິ່ງ ອົງການຂ່າວ AP ຍັງບໍ່ສາມາດຢືນຢັນລາຍລະອຽດໃດໆກັບເຈົ້າໜ້າທີ່ໄດ້. ກໍລະນີດັ່ງກ່າວນີ້ ແມ່ນສ່ວນນຶ່ງໃນການເລີ້ມຕົ້ນປາບປາມ ການຕໍາໜິຕິຕຽນຕໍ່ລັດຖະບານຈີນ ໃນຊ່ວງ​ຕົ້ນໆ​ ການລະບາດໃຫຍ່ຂອງພະຍາດໂຄວິດ-19.

HONG KONG (AP) — Chinese authorities are preparing to release a man who disappeared three years ago after publicizing videos of overcrowded hospitals and bodies during the COVID-19 outbreak. That's according to his relative and another person familiar with his case.

Fang Bin and other members of the public who were dubbed citizen journalists posted details of the pandemic in early 2020 on the internet and social media, embarrassing Chinese officials who faced criticism for failing to control the outbreak.

According to the people who did not want to be identified for fear of government retribution, he is scheduled to be released Sunday. The Associated Press could not confirm the details with the authorities. The case is part of a crackdown on criticism of China's early handling of the pandemic.

XS
SM
MD
LG