ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ບໍລິສັດ ກໍ່ສ້າງເຂື່ອນໄຟຟ້າ ນໍ້າອູ ຍັງບໍ່ໄດ້ຈ່າຍ ເງິນຊົດເຊີຍ ຄ່າເສຍຫາຍ ໃຫ້ປະຊາຊົນ ລາວ


ເຈົ້າໜ້າທີ່ ລາວ ແລະ ຈີນ ຢ້ຽມຢາມກວດກາເຂື່ອນໄຟຟ້າ ນໍ້າອູ 7.
ເຈົ້າໜ້າທີ່ ລາວ ແລະ ຈີນ ຢ້ຽມຢາມກວດກາເຂື່ອນໄຟຟ້າ ນໍ້າອູ 7.

ກຸ່ມບໍລິສັດພະລັງງານໄຟຟ້າຈາກ ຈີນ ທີ່ລົງທຶນສ້າງເຂື່ອນທັງ 8 ໂຄງການເທິງແນວແມ່
ນໍ້າອູ ຍັງບໍ່ທັນຈ່າຍເງິນຊົດເຊີຍຄ່າທີ່ດິນ ແລະ ສິ່ງປູກສ້າງໃຫ້ປະຊາຊົນ ລາວ ທີ່ຖືກກະ
ທົບຈາກໂຄງການໄລຍະທີ 2.

ທ່ານ ຄຳມະນີ ອິນທິລາດ ລັດຖະມົນຕີວ່າການກະຊວງພະລັງງານ ແລະ ບໍ່ແຮ່ຖະແຫຼງ
ໃຫ້ການຍອມຮັບວ່າ ການເກັບກຳຂໍ້ມູນກັບປະຊາຊົນ ລາວ ທີ່ຖືກກະທົບຈາກໂຄງການ
ກໍ່ສ້າງເຂື່ອນໄຟຟ້າເທິງແມ່ນໍ້າອູໃນໄລຍະທີ່ຜ່ານມາຍັງເຮັດບໍ່ໄດ້ດີ ໂດຍສະເພາະແມ່ນ
ການປະເມີນຄ່າງເສຍຫາຍທີ່ຈະຕ້ອງຊົດເຊີຍໃຫ້ກັບປະຊາຊົນ ລາວ ທີ່ຕ້ອງຖືກເວນ
ຄືນທີ່ດິນ ແລະ ສິ່ງປູກສ້າງນັ້ນ ຍັງຈະຕ້ອງດຳເນີນການເກັບກຳຂໍ້ມູນຢ່າງລະອຽດອີກ
ເທື່ອໃໝ່.

ທັງນີ້ເພາະມີຫາງສຽງຈາກປະຊາຊົນ ລາວ ທີ່ຖືກກະທົບຈາກໂຄງການວ່າ ພວກເຂົາເຈົ້າ
ຍັງບໍ່ໄດ້ຮັບການຊົດເຊີຍຢ່າງເປັນທຳ. ດ້ວຍເຫດນີ້ຈຶ່ງເຮັດໃຫ້ທາງການກະຊວງພະລັງ
ງານ ແລະ ບໍ່ແຮ່ພ້ອມກັບອຳນາດການປົກຄອງໃນທ້ອງຖິ່ນທີ່ກ່ຽວຂ້ອງຈະຕ້ອງຮ່ວມກັນສຳຫຼວດ ແລະ ເກັບກຳຂໍ້ມູນຢ່າງລະອຽດອີກເທື່ອໃໝ່ໃນມໍ່ໆນີ້ ດັ່ງທີ່ທ່ານ ຄຳມະນີ ໄດ້
ໃຫ້ການຢືນຢັນວ່າ.

"ໃນນາມກະຊວງພະລັງງານ ແລະ ບໍ່ແຮ່ນັ້ນ ເປັນຜູ້ທີ່ຕິດຕາມ ແລະ ບັງຄັບໃຊ້ບັນດາ
ນິຕິກຳຕ່າງໆຂອງສັນຍາທີ່ພວກເຮົາໄດ້ເຊັນກັບຜູ້ລົງທຶນ, ຜູ້ພັດທະນາໂຄງການ ແລະ
ເອົາໃຈໃສ່ທີ່ສຸດ ແຕ່ແນ່ນອນບາງອັນກະຍັງບໍ່ທັນໄດ້ລະອຽດບາງບ່ອນຊຶ່ງພວກເຮົາກໍ
ໄດ້ເອົາໃຈໃສ່ສຸດຂີດ ຊຶ່ງປັດຈຸບັນນີ້ກໍໃຫ້ລົງໄປກວດກາຄືນບ່ອນຈຳນວນໂຄງການທີ່
ສຳເລັດແລ້ວ ປະເມີນວ່າປະຊາຊົນເຮົາໄດ້ຮັບຜົນກະທົບແນວໃດແດ່ ຈຳນວນໜຶ່ງກໍ
ໄດ້ມີຜົນກະທົບເພີ່ມຂຶ້ນ ປະເມີນວ່າປະຊາຊົນເຮົາໄດ້ຮັບຜົນກະທົບແນວໃດແດ່ ຈຳ
ນວນໜຶ່ງກໍໄດ້ມີຜົນກະທົບເພີ່ມຂຶ້ນ ຊຶ່ງເຈົ້າຂອງໂຄງການທີ່ພັດທະນາໂຄງການນັ້ນກໍ
ຕ້ອງໄດ້ມີການແກ້ໄຂ."

ໂດຍຈາກການສຳຫຼວດ ແລະ ເກັບກຳຂໍ້ມູນໃນໄລຍະກ່ອນໜ້ານີ້ ພົບວ່າມີປະຊາຊົນ
ລາວ 2,000 ກວ່າຄົວເຮືອນ ຫຼື 10,000 ກວ່າຄົນໃນ 28 ບ້ານທີ່ໄດ້ຮັບຜົນກະທົບຈາກໂຄງການກໍ່ສ້າງເຂື່ອນນໍ້າອູ ທັງ 7 ໂຄງການ ຊຶ່ງຜ່ານມາມີລາຍງານວ່າກຸ່ມຜູ້ລົງທຶນໃນ
ໂຄງການໄດ້ຈ່າຍເງິນຊົດເຊີຍຄ່າທີ່ດິນ ແລະ ສິ່ງປູກສ້າງໃຫ້ກັບປະຊາຊົນ ລາວ ທີ່ຖືກ
ກະທົບຈາກໂຄງການເຂື່ອນນໍ້າອູ 2, 5 ແລະ 6 ໄປແລ້ວ ແຕ່ວ່າຈາກການສຳຫຼວດ
ແລະ ເກັບກຳຂໍ້ມູນໂດຍອົງການແມ່ນໍ້າສາກົນ (International Rivers) ພົບວ່າຈະມີ
ປະຊາຊົນ ລາວ ໃນ 89 ບ້ານທັງໃນແຂວງຜົ້ງສາລີ, ແຂວງອຸດົມໄຊ ແລະ ແຂວງຫຼວງ
ພະບາງ ທີ່ໄດ້ຮັບຜົນກະທົບຈາກໂຄງການເຂື່ອນນໍ້າອູ ຊຶ່ງສ່ວນໃຫຍ່ຍັງບໍ່ທັນໄດ້ຮັບ
ການຊົດເຊີຍແຕ່ຢ່າງໃດເລີຍ.

ທາງດ້ານກຸ່ມບໍລິສັດ Power China ຈຳກັດຈາກ ຈີນ ລາຍງານວ່າການກໍ່ສ້າງເຂື່ອນ
ໄຟຟ້ານໍ້າອູ ທັງ 7 ໂຄງການຈະແລ້ວສຳເລັດພາຍໃນປີ 2020 ດ້ວຍເງິນລົງທຶນລວມ
2,800 ລ້ານໂດລາ ໂດຍທັງ 7 ໂຄງການຈະມີກຳລັງຕິດຕັ້ງລວມ 1,272 ເມກະວັດ
ໂດຍຈະຂາຍໃຫ້ລັດວິສາຫະກິດໄຟຟ້າ ລາວ (EDL) ໃນຕະຫຼອດໄລຍະສຳປະທານ
29 ປີ ນັບຈາກປີທີ່ກໍ່ສ້າງແລ້ວສຳເລັດເປັນຕົ້ນໄປ.

ທັງນີ້ການກໍ່ສ້າງເຂື່ອນໄຟຟ້ານໍ້າອູ ໄດ້ແບ່ງອອກເປັນ 2​ ໄລຍະ, ໂດຍໄລຍະທີ 1 ໄດ້
ເລີ່ມການກໍ່ສ້າງໃນປີ 2012 ໂດຍມາເຖິງປັດຈຸບັນນີ້ ກໍໄດ້ກໍ່ສ້າງສຳເລັດແລ້ວ 3 ໂຄງ
ການຄືເຂື່ອນໄຟຟ້ານໍ້າອູ 2, 5 ແລະ 6 ທີ່ມີກຳລັງຕິດຕັ້ງລວມ 540 ເມກະວັດ ດ້ວຍເງິນ
ລົງທຶນລວມ 1,035 ລ້ານໂດລາ ແລະ ຈະສົ່ງພະລັງງານໄຟຟ້າໃຫ້ກັບ EDL ໃນປະລິ
ມານລວມ 1,100 ລ້ານກິໂລວັດ/ໂມງຕໍ່ປີ ນັບແຕ່ປີ 2017 ນີ້ເປັນຕົ້ນໄປ.

ສ່ວນໄລຍະທີ 2 ທີ່ກຳລັງດຳເນີນການກໍ່ສ້າງຢູ່ໃນເວລານີ້ ປະກອບດ້ວຍເຂື່ອນໄຟຟ້າ
ນໍ້າອູ 1, 3, 4 ແລະ 7 ທີ່ການດຳເນີນງານໄດ້ຄືບໜ້າໄປແລ້ວເກີນກວ່າ 40 ເປີເຊັນຂອງແຜນການ ແລະ ສາມາດຄາດໝາຍໄດ້ວ່າການກໍ່ສ້າງຈະແລ້ວສຳເລັດທັງ 4 ໂຄງການ
ພາຍໃນປີ 2020 ຊຶ່ງຈະເຮັດໃຫ້ເຂື່ອນໄຟຟ້ານໍ້າອູທັງ 7 ໂຄງການສາມາດຜະລິດກະ
ແສໄຟຟ້າເພື່ອຂາຍໃຫ້ EDL ໄດ້ເກີນກວ່າ 2,590 ລ້ານກິໂລວັດ/ໂມງຕໍ່ປີເພື່ອຕອບ
ສະໜອງໃຫ້ກັບການຊົມໃຊ້ພາຍໃນ ລາວ ນັບຈາກປີ 2020 ເປັນຕົ້ນໄປ.

ໂດຍອີງຕາມລາຍງານຂອງ EDL ລະບຸວ່າການຊົມໃຊ້ພະລັງງານໄຟຟ້າໃນ ລາວ ໃນ
ປີ 2015 ຢູ່ທີ່ລະດັບ 989 ເມກະວັດ ແລ້ວກໍເພີ່ມຂຶ້ນເປັນ 1,180 ເມກະວັດໃນປີ 2016
ຄິດເປັນອັດຕາການເພີ່ມ 20 ເປີເຊັນ ແຕ່ໃນປີ 2017 ຄາດໝາຍວ່າຄວາມຕ້ອງການຊົມ
ໃຊ້ພະລັງງານໄຟຟ້າໃນ ລາວ ຈະເພີ່ມຂຶ້ນເປັນ 1,579 ເມກະວັດ ຊຶ່ງພາຍໃຕ້ສະພາບ
ການດັ່ງກ່າວນີ້ ກໍຍັງເຮັດໃຫ້ຄາດໝາຍໄດ້ວ່າການຊົມໃຊ້ພະລັງງານໄຟຟ້າໃນ ລາວ
ຈະເພີ່ມຂຶ້ນເປັນ 2,862 ເມກະວັດໃນປີ 2020 ແລະ 7,093 ເມກະວັດໃນປີ 2030 ຕາມ
ລຳດັບ.

XS
SM
MD
LG