ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ບໍລິສັດ ຈີນ ຜູ້ລົງທຶນໃນເຂດ ເສດຖະກິດ ພິເສດ ສາມຫຼ່ຽມຄຳ ຍັງບໍ່ປະຕິບັດ ລະບຽບ ການນຳໃຊ້ທີ່ດິນເທື່ອ


ເຂດເສດຖະກິດພິເສດ ສາມຫຼ່ຽມຄຳ ຢູ່ແຂວງບໍ່ແກ້ວ.
ເຂດເສດຖະກິດພິເສດ ສາມຫຼ່ຽມຄຳ ຢູ່ແຂວງບໍ່ແກ້ວ.

ບໍລິສັດເອກະຊົນ ຈີນ ຜູ້ລົງທຶນໃນເຂດເສດຖະກິດພິເສດສາມຫຼ່ຽມຄຳຢູ່ແຂວງບໍ່ແກ້ວ
ຍັງບໍ່ຈັດຕັ້ງປະຕິບັດຕາມສັນຍາລົງທຶນ ແລະ ລະບຽບກົດໝາຍວ່າດ້ວຍການນຳໃຊ້ທີ່
ດິນໃນ ລາວ ຢ່າງຄົບຖ້ວນ.

ທ່ານ ສົມມາດ ພົນເສນາ ລັດຖະມົນຕີວ່າການກະຊວງຊັບພະຍາກອນທຳມະຊາດ
ແລະ ສິ່ງແວດລ້ອມໄດ້ໃຫ້ການຢືນຢັນວ່າ ກຸ່ມບໍລິສັດດອກງິ້ວຄຳຈາກປະເທດ ຈີນ ຊຶ່ງ
ເປັນຜູ້ລົງທຶນໃນເຂດເສດຖະກິດພິເສດສາມຫຼ່ຽມຄຳຢູ່ທີ່ເຂດແຂວງບໍ່ແກ້ວ ຍັງບໍ່ສາ
ມາດຈັດຕັ້ງປະຕິບັດໄດ້ຕາມສັນຍາການລົງທຶນ ແລະ ລະບຽບກົດໝາຍວ່າດ້ວຍການ
ນຳໃຊ້ທີ່ດິນໃນເຂດສຳປະທານໄດ້ຢ່າງຄົບຖ້ວນ.

ດ້ວຍເຫດນີ້ ຈຶ່ງເປັນໜ້າທີ່ຂອງກະຊວງທີ່ກ່ຽວຂ້ອງ ແລະ ອຳນາດການປົກຄອງທ້ອງ
ຖິ່ນທີ່ເຂດເສດຖະກິດພິເສດສາມຫຼ່ຽມຄຳຕັ່ງຢູ່ນັ້ນ ຈະຕ້ອງປະສານງານກັບບໍລິສັດຜູ້
ລົງທຶນເພື່ອໃຫ້ດຳເນີນການຢ່າງຄົບຖ້ວນ ແລະ ສອດຄ່ອງກັບກົດໝາຍວ່າດ້ວຍການ
ສົ່ງເສີມການລົງທຶນໃນ ລາວ ທີ່ໄດ້ດັດແກ້ໃໝ່ໃນທ້າຍປີ 2016 ໂດຍທີ່ສຳຄັນກໍຄືມາດ
ຕາ 42 ທີ່ກຳນົດອາຍຸສຳປະທານທີ່ດິນໄດ້ຍາວສຸດບໍ່ເກີນ 50 ປີ ໃນຂະນະທີ່ສຳປະ
ທານທີ່ດິນເຂດເສດຖະກິດພິເສດສາມຫຼ່ຽມຄຳ ມີອາຍຸເຖິງ 99 ປີ ຈຶ່ງຈະຕ້ອງມີການ
ດັດແກ້ສຳປະທານໃຫ້ສອດຄ່ອງກັບກົດໝາຍດັ່ງກ່າວ ດັ່ງທີ່ທ່ານ ສົມມາດ ຢືນຢັນວ່າ.

"ທີ່ດິນຢູ່ເຂດເສດຖະກິດພິເສດສາມຫຼ່ຽມຄຳ ບໍ່ໄດ້ຮັບການພັດທະນາຕາມແຜນ ໂດຍ
ໃນໂຄງການດັ່ງກ່າວນີ້ ລັດຖະບານພວກເຮົາກໍໄດ້ເຊັນກັບຜູ້ລົງທຶນແລ້ວ ຊຶ່ງໃນສັນຍາ
ກໍໄດ້ກຳນົດລະອຽດກ່ຽວກັບແຜນການພັດທະນາໂຄງການ ສະນັ້ນກະຊວງທີ່ກ່ຽວຂ້ອງ
ກັບອົງການປົກຄອງທ້ອງຖິ່ນຫັ້ນນະ ຈະຕ້ອໄດ້ຕິດຕາມ ແລະ ຊຸກຍູ້ຜູ້ພັດທະນາໂຄງ
ການຕື່ມ ເພື່ອໃຫ້ປະຕິບັດຕາມສັນຍາຢ່າງເຄັ່ງຄັດ ແລະ ປະຕິບັດຕາມກົດໝາຍວ່າ
ດ້ວຍການສົ່ງເສີມການລົງທຶນ ສະບັບປັບປຸງ 2016 ທີ່ມັນກະສິພົວພັນເຖິງການອະນຸ
ມັດສິດທິນຳໃຊ້ທີ່ດິນແຕ່ລະປະເພດ ອັນນີ້ກະສິພົວພັນເຖິງກົດໝາຍລົງທຶນ."

ກ່ອນໜ້ານີ້ ຄະນະກຳມະການເພື່ອຄຸ້ມຄອງເຂດເສດຖະກິດພິເສດ ແລະ ເຂດເສດຖະ
ກິດສະເພາະແຫ່ງຊາດ ລາຍງານວ່າກຸ່ມບໍລິສັດດອກງິ້ວຄຳ ໄດ້ນຳໃຊ້ເງິນລົງທຶນໄປ
ແລ້ວຄິດເປັນມູນຄ່າເກີນກວ່າ 657 ລ້ານໂດລາ ສຳລັບພັດທະນາລະບົບພື້ນຖານໂຄງ
ລ່າງໃນເຂດເສດຖະກິດພິເສດສາມຫຼ່ຽມຄຳ ທີ່ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ຊຶ່ງຖືເປັນບໍ
ລິສັດທີ່ໄດ້ນຳໃຊ້ເງິນລົງທຶນໄປແລ້ວຫຼາຍທີ່ສຸດໃນຂະນະນີ້.

ໃນປັດຈຸບັນ ມີການລົງທຶນຂອງກຸ່ມທຸລະກິດຈາກຕ່າງປະເທດຢູ່ໃນເຂດເສດຖະກິດພິ
ເສດ ແລະ ເຂດເສດຖະກິດສະເພາະທັງ 13 ແຫ່ງໃນ ລາວ ຄິດເປັນມູນຄ່າລວມຫຼາຍ
ກວ່າ 4,000 ລ້ານໂດລາ ແລະ ໃນນີ້ກໍໄດ້ມີການນຳເງິນທຶນເຂົ້າມາໃນ ລາວ ແລ້ວ
1,200 ກວ່າລ້ານໂດລາທີ່ເປັນການລົງທຶນຂອງບໍລິສັດເອກະຊົນຕ່າງຊາດ 500 ກວ່າ
ລາຍ ຊຶ່ງໃນນີ້ເປັນການລົງທຶນຂອງບັນດາບໍລິສັດຈາກ ຈີນ 234 ລາຍ ຈຶ່ງຖືເປັນກຸ່ມທຸ
ລະກິດຕ່າງຊາດທີ່ລົງທຶນໃນ ລາວ ຫຼາຍທີ່ສຸດ ແລະ ໄດ້ມີການຈ້າງງານແລ້ວຫຼາຍກວ່າ
22,000 ຕຳແໜ່ງ.

ທັງນີ້ລັດຖະບານ ລາວ ໄດ້ປັບປຸງທັງນະໂຍບາຍ ແລະ ນິຕິກຳຕ່າງໆເພື່ອອຳນວຍຄວາມສະດວກ ແລະ ສົ່ງເສີມບໍລິສັດຕ່າງຊາດໃຫ້ເຂົ້າມາລົງທຶນໃນ ລາວ ຫຼາຍຂຶ້ນນັບມື້ ໂດຍສະເພາະກໍແມ່ນການກຳນົດກົດລະບຽບຢ່າງລະອຽດທີ່ກ່ຽວກັບ ການສ້າງຕັ້ງເຂດເສດຖະ
ກິດພິເສດ ແລະ ເຂດເສດຖະກິດສະເພາະທີ່ລັດຖະບານ ລາວ ໄດ້ວາງເປົ້າໝາຍຈະສ້າງ
ຕັ້ງໃຫ້ໄດ້ເຖິງ 58 ແຫ່ງໃນທົ່ວປະເທດພາຍໃນປີ 2020 ໂດຍການສ້າງຕັ້ງເຂດເສດຖະ
ກິດໃນ ລາວ ດັ່ງກ່າວນີ້ມີເປົ້າໝາຍເພື່ອໃຫ້ເປັນພາກສ່ວນອັນສຳຄັນໃນການພັດທະນາເສດຖະກິດຂອງ ລາວ ໃຫ້ຈະເລີນກ້າວໜ້າ ທັງສ້າງວຽກເຮັດງານທຳໃຫ້ແກ່ຄົນ ລາວ ອີກ
ດ້ວຍ.

ທາງດ້ານກະຊວງແຜນການ ແລະ ການລົງທຶນ ລາຍງານວ່າ ເຂດທີ່ມີມູນຄ່າການລົງທຶນ
ຫຼາຍທີ່ສຸດກໍຄືເຂດເສດຖະກິດພິເສດສາມຫຼ່ຽມຄຳຢູ່ເມືອງຕົ້ນເຜິ້ງໃນແຂວງບໍ່ແກ້ວ ຊຶ່ງ
ໃນປັດຈຸບັນໄດ້ລົງທຶນໄປແລ້ວ 700 ກວ່າລ້ານໂດລາ ທີ່ລວມເຖິງ 657 ກວ່າລ້ານໂດລາ
ທີ່ໄດ້ນຳໃຊ້ໄປເພື່ອພັດທະນາລະບົບພື້ນຖານໂຄງລ່າງດັ່ງກ່າວດ້ວຍ ໂດຍກຸ່ມບໍລິສັດ
ຈີນ ໄດ້ວາງແຜນການຈະລົງທຶນໃນມູນຄ່າລວມເຖິງ 2,250 ລ້ານໂດລາທີ່ເປັນການລົງ
ທຶນທັງ 100 ເປີເຊັນຂອງກຸ່ມບໍລິສັດດອກງິ້ວຄຳຈາກ ຈີນ ນັ້ນເອງ.

XS
SM
MD
LG