ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະມົນຕີການຕ່າງປະເທດຈີນ ແລະ​ ທູດ​ພິ​ເສດ​ຣັດ​ເຊຍ ຢ້ຽມຢາມອັຟການິສຖານ ທີ່​ປົກ​ຄອງ​ໂດ​ຍ​ກຸ່ມ​ຕາ​ລີ​ບານ  

​ທ່ານ Amir Khan Muttaqi, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຂອງ​ກຸ່ມ​ຕາ​ລີ​ບານຖ່າຍ​ຮູບ​ຮ່ວມ​ກັບທ່ານ Wang Yi, ລັດ​ຖະ​ມ​ົນ​ຕີ​ການ​ຕ່າງ​ປະ​ເທດຈີນ​ທີ່​ນະ​ຄອນ​ຫລວງ​ກາ​ບູ​ລ, ວັນ​ທີ 24, ມີ​ນາ 2022 (ພາບ​​ສະ​ໜອງ​ໃຫ້​ໂດຍ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຂອງ​ກຸ່ມ​ຕາ​ລີ​ບານແກ່​ອົງ​ການ​ຂ່າວ AFP).

ລັດຖະມົນຕີການຕ່າງປະເທດຈີນ, ທ່ານຫວັງ ຢີ (Wang Yi) ໄດ້ທຳການຢ້ຽມຢາມອັຟການິສຖານແບບບໍ່​ຄາດ​ຝັນເປັນເວລານຶ່ງມື້ ຊຶ່ງ​ເປັນ​ສິ່ງທີ່ພວກເຈົ້າໜ້າທີ່ກ່າວວ່າ ທ່ານໄດ້ມີການພົບ​ປະຢ່າງກວ້າງຂວາງ ກັບພວກຕາລີບານທີ່​ປົກ​ຄອງ​ປະ​ເທດ ແລະສືບຕໍ່ການຄັດຄ້ານຂອງຈີນ ຕໍ່ການລົງໂທດຂອງນາໆຊາດທີ່​ວາງ​ອອກຕໍ່ປະເທດທີ່ຖືກສົງຄາມທຳ​ລາຍ​ແຫ່ງນັ້ນ.

ການຢ້ຽມຢາມທີ່ບໍ່ໄດ້ປະ​ກາດໃຫ້ຮູ້ ໃນວັນພະຫັດວານນີ້, ເປັນຄັ້ງທຳອິດຂອງ ທ່ານນັບຕັ້ງແຕ່ກຸ່ມຕາລີບານ ໄດ້ຍຶດຄອງປະເທດໃນເດືອນສິງຫາຜ່ານມາ, ຊຶ່ງມີຂຶ້ນນຶ່ງອາທິດ ກ່ອນທີ່ປັກກິ່ງຈະເປັນ​ເຈົ້າ​ພາບ ​ຈັດກອງ​ປະ​ຊຸມ​ຂອງບັນ​ດາປະ ເທດເພື່ອນບ້ານອັຟການິສຖານ ກ່ຽວກັບວ່າ​ຈະຊ່ວຍປະເທດດັ່ງ​ກ່າວ ຮັບມືກັບວິກິດການດ້ານມະນຸດສະທຳ ແລະຄວາມວຸ້ນວາຍທາງເສດຖະກິດ ທີ່ຮ້າຍແຮງຂຶ້ນນັ້ນ​ແນວ​ໃດ.

ລັດຖະມົນຕີການຕ່າງປະເທດຕາລີບານ, ທ່ານ​ອາ​ເມຍ ຄານ ມຸດ​ຕາ​ກີ (Amir Khan Muttaqi) ຍັງຈະເປັນຕົວແທນຂອງກາ​ບູ​ລໃນກອງປະຊຸມທີ່ກໍານົດວ່າ ຈະ​ຈັດ​ຂຶ້ນໃນ​ວັນ​ທີ 30-31 ມີນາ, ແລະລາຍ​ງານ​ໃຫ້​ຜູ້ເຂົ້າຮ່ວມຊາບ​ໂດຍຫຍໍ້ ກ່ຽວກັບສະຖານະການຫລ້າສຸດ ໃນອັຟການິສຖານ.

ຫຼັງ​ຈາກຫົວໜ້າ​ນັກ​ການ​ທູດ​ຈີນ​ໄດ້​ສິ້ນ​ສຸດ​ການ​ເດີນທາງ​ໄປ​ນະຄອນຫຼວງ​ກາ​ບູລ​ບໍ່​ດົນ, ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຂອງຣັດ​ເຊຍ ​ກໍໄດ້​ເດີນທາງ​ໄປ​ຮອດ​ນະຄອນຫຼວງ​ຂອງ​ອັຟກາ​ນີສະຖານ ​ພາຍ​ໃຕ້​ການ​ນຳພາ​ຂອງ​ທ່ານຊາ​ເມຍ ກາ​ບູ​ລັອ​ຟ (Zamir Kabulov), ທູດ​ພິ​ເສດ​ຂອງ​ປະທານາທິບໍດີວ​ລາ​ດິ​ເມຍ ປູ​ຕິນສຳ​ລັບ ອັຟກາ​ນີສຖານ.

ການ​ພົບ​ປະ​ໃນລະ​ດັບ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ລະ​ຫວ່າງທ່ານ​ມຸດ​ຕາ​ກີ ແລະ ທ່ານຫວັງ ໄດ້​ເພັ່ງ​ເລັງ​ໃສ່​ການ​ເພີ່ມ​ທະ​ວີ ​ການ​ພົວ​ພັນ​ທາງການ​ເມືອງ, ເສດ​ຖະ​ກິດ, ແລະການ​ຄ້າ​ລະ​ຫວ່າງ​ສອງ​ປະ​ເທດ, ອີງຕາມ​ຖະ​ແຫຼງ​ການ​ພາຍຫຼັງ​ການ​ປະ​ຊຸມ​ຂອງ​ກຸ່ມ​ຕາ​ລີ​ບານ.

ຄຳ​ເວົ້າທ່ານຫວັງຖືກ​ເອີ່ຍ​ເຖິງຢູ່ໃນຖະ​ແຫຼງການ​ໂດຍ​ເວົ້າວ່າ “ຈີນ​ບໍ່​ໄດ້​ແຊກ​ແຊງ​ເຂົ້າ​ວຽກ​ງານ​ພາຍ​ໃນ​ຂອງ​ອັ​ຟ​ກາ​ນິ​ສ​ຖານ ແລະກໍ​ບໍ່​ຢາກ​ປົກ​ປ້ອງ​ຜົນ​ປະ​ໂຫຍດ​ຂອງ​ຕົນ ​ໂດຍ​ຜ່ານ​ການ​ແຊກ​ແຊງ​ດັ່ງ​ກ່າວ.” ນັກ​ການ​ທູດ​ຈີນທ່ານນີ້​ຄັດຄ້ານ​ການ​ວາງ​ມາດ​ຕະການ​ລົງ​ໂທດ​ທາງ​ການ​ເມືອງ​ ແລະ​ເສດຖະກິດ​ຕໍ່​ອັຟກາ​ນີສຖານ.

ທ່ານ Amir Khan Muttaqi, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຂອງກຸ່ມ​ຕາ​ລີ​ບານ​ກັບທ່ານ, Zamir Kabulov, ທູດ​ພິ​ເສດ​ຂອງ​ຣັດ​ເຊຍກຳ​ລັງ​ຍ່າງ​ໄປ​ກ່ອນກອງ​ປະ​ຊຸມ​ໃນ​ກາ​ບູ​ລ, ວັນ​ທີ 24 ມີ​ນາ 2022. (ພາບສະ​ໜອງ​ໃຫ້​ໂດຍ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຂອງ​ກຸ່ມ​ຕາ​ລີ​ບານແກ່​ອົງ​ການ​ຂ່າວ AFP).

ຖະ​ແຫຼ​ງການ​ກ່າວ​ຕື່ມ​ວ່າ ທຶນ​ສຶກສາ​ສຳລັບ​ນັກ​ສຶກສາ​ອັຟກາ​ນີສະຖານ, ບັນຫາ​ວີ​ຊາ, ການ​ເລີ່​ມດຳ​ເນີນງານ​ຂອງ​ນັກ​ລົງທຶນ​ຈີນ​ໃນ​ຂະ​ແໜງ​ການ​ບໍ່​ແຮ່ ​ແລະ​ບົດ ບາດ​ຂອງ​ອັຟກາ​ນິສຖານ​ໃນໂຄງ​ການລິ​ເລີ່​ມນຶ່ງ​ແລວ​ທາງ​ນຶ່ງ​ເສັ້ນທາງຫລື BRI ຂອງ​ປັກ​ກິ່ງ ກໍ​ໄດ້​ຖືກ​ຍົກ​ຂຶ້ນ​ມາ​ ຢູ່​ໃນ​ການ​ສົນ​ທະ​ນາ​ກັນ​ນັ້ນ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG