ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ບໍລິສັດຈາກ ຈີນ ຈະລົງທຶນ ເພື່ອການພັດທະນາ ລະບົບ Logistic ໃນແຂວງ ອຸດົມໄຊ


ຮູບນີ້ຖ່າຍໃນວັນທີ 19 ພະຈິກ, 2019 ຢູ່ແມ່ນໍ້າຂອງຈາກແຂວງ ຊຽງ ຣາຍ, ປະເທດ ໄທ. ສະແດງໃຫ້ເຫັນປ້າຍສະແດງຄວາມຕ້ອນຮັບນັກທ່ອງທ່ຽວເປັນພາສາ ຈີນກາງ ແລະ ອັງກິດ ຢູ່ເຂດເສດຖະກິດພິເສດ ສາມຫຼ່ຽມຄຳ, ປະເທດ ລາວ.
ຮູບນີ້ຖ່າຍໃນວັນທີ 19 ພະຈິກ, 2019 ຢູ່ແມ່ນໍ້າຂອງຈາກແຂວງ ຊຽງ ຣາຍ, ປະເທດ ໄທ. ສະແດງໃຫ້ເຫັນປ້າຍສະແດງຄວາມຕ້ອນຮັບນັກທ່ອງທ່ຽວເປັນພາສາ ຈີນກາງ ແລະ ອັງກິດ ຢູ່ເຂດເສດຖະກິດພິເສດ ສາມຫຼ່ຽມຄຳ, ປະເທດ ລາວ.

ບໍລິສັດຈາກ ຈີນ ຈະລົງທຶນເພື່ອການພັດທະນາລະບົບ Logistic ໃນແຂວງ ອຸດົມໄຊ ເພາະເລັງເຫັນຜົນປະໂຫຍດຈາກການທີ່ທາງລົດໄຟ ລາວ-ຈີນ ຜ່ານແຂວງອຸດົມໄຊ ມີໄລຍະຍາວທີ່ສຸດໃນ ລາວ.


ທ່ານ ອ່ອນແກ້ວ ອຸ່ນອາຣົມ ຫົວໜ້າຜະແນກແຜນການ ແລະ ການລົງທຶນ ແຂວງ ອຸດົມໄຊ ຖະແຫຼງວ່າ ບັນດາບໍລິສັດເອກະຊົນ ຈີນ ຍັງພາກັນເຂົ້າມາລົງທຶນໃນແຂວງ ອຸດົມໄຊ ເພີ່ມຂຶ້ນນັບມື້ ເຖິງແມ່ນວ່າຈະເປັນໄລຍະທີ່ມີການລະບາດຂອງໄວຣັສ ໂຄວິດ-19 ກໍຕາມ ໂດຍນອກຈາກບັນດາບໍລິ ສັດ ຈີນ ຈະໄດ້ເນັ້ນໜັກການລົງທຶນໃນພາກກະສິກຳ ແລະ ການທ່ອງທ່ຽວເປັນດ້ານຫຼັກແລ້ວ ໃນປັດຈຸບັນກໍຍັງມີບໍລິສັດ ຈີນ ຈຳນວນນຶ່ງທີ່ສົນໃຈການລົງທຶນໃນດ້ານຂອງການພັດທະນາ Logistic ອີກດ້ວຍ ເພາະເລັງເຫັນຜົນປະໂຫຍດຈາກການຂົນສົ່ງ ແລະ ການກະຈາຍສິນຄ້າທີ່ຈະສະດວກວ່ອງໄວຂຶ້ນຈາກການທີ່ທາງລົດໄຟ ລາວ-ຈີນ ຊ່ວງທີ່ຜ່ານແຂວງອຸດົມໄຊນັ້ນມີໄລຍະຍາວທີ່ສຸດໃນ ລາວ ດັ່ງທີ່ທ່ານ ອ່ອນແກ້ວ ໃຫ້ການຢືນຢັນວ່າ

“ສະພາບການລົງທຶນທີ່ນັກລົງທຶນສົນໃຈຢູ່ແຂວງອຸດົມໄຊເຮົານີ້ ສ່ວນໃຫຍ່ກໍແມ່ນລົງທຶນທາງດ້ານກະສິກຳ, ການບໍລິການ ແລະ ການທ່ອງທ່ຽວນີ້ ແລະ ກະມີຈຳນວນນຶ່ງເຂົາເຈົ້າກໍສົນໃຈມາເຮັດເລື່ອງ Logistic ເພາະວ່າຢູ່ແຂວງອຸດົມໄຊເຮົາມັນມີທ່າແຮງອັນນຶ່ງ ກໍຖືວ່າທາງລົດໄຟນີ້ຜ່ານຫຼາຍກວ່າໝູ່ຫັ້ນແຫຼະໃນ 400 ກວ່າກິໂລແມັດນີ້ທາງລົດໄຟຜ່ານແຂວງອຸດົມໄຊນີ້ ກໍຖືວ່າ 160 ກວ່າກິໂລແມັດ ແລະ ກໍມີສະຖານີລົດໄຟຢູ່ 3​ ແຫ່ງເພື່ອພັດທະນາເລື່ອງການຂົນສົ່ງເລື່ອງເຮັດ Logistic ຕິດພັນກັບການທ່ອງທ່ຽວ.”

ທ່ານ ອ່ອນແກ້ວ ເຊື່ອໝັ້ນວ່າການລົງທຶນໃນແຂວງອຸດົມໄຊ ຈະກັບຄືນສູ່ສະພາວະປົກກະຕິໃນໄວໆນີ້ ໂດຍສະເພາະແມ່ນການລົງທຶນຂອງນັກທຸລະກິດ ຈີນ ແລະ ໄທ ທີ່ໄດ້ດຳເນີນການສຶກສາ ແລະ ສຳຫຼວດພື້ນທີ່ເພື່ອຮອງຮັບການລົງທຶນຂະໜາດໃຫຍ່ 3 ໂຄງການສຳເລັດແນວໃນປີ 2019 ທີ່ຜ່ານມາ ແລະ ຄາດວ່າຈະເລີ່ມການລົງທຶນຕົວຈິງໃນປີ 2020 ນີ້ກໍຄືໂຄງການລົງທຶນຂອງບໍລິສັດ AMATA ຈາກ ໄທ ໂຄງການຂອງບໍລິສັດດອກງິ້ວ ແລະ ໂຄງການຂອງກຸ່ມບໍລິສັດບໍ່ເຕັນແດນງາມຈາກ ຈີນ.

ສ່ວນທ່ານນາງ ຄຳຈັນ ພົມແສງສະຫວັນ ຮອງປະທານສູງກາງແນວລາວສ້າງຊາດຢືນຢັນວ່າ ປະ ຊາຊົນ ລາວ ຍັງບໍ່ທັນເຫັນດີກັບໂຄງການລົງທຶນຂອງບໍລິສັດ AMATA ທີ່ຈະພັດທະນາເມືອງໃໝ່ທັນສະໄໝ ແລະ ຜະລິດສິນຄ້າກະສິກຳປອດສານຜິດ ຫຼື Smart and Eco City ທີ່ເຊື່ອມຕໍ່ກັບທາງລົດໄຟ ລາວ-ຈີນ ໃນແຂວງອຸດົມໄຊນັ້ນ ເພາະເຊື່ອວ່າໂຄງການນີ້ຈະສົ່ງຜົນກະທົບຢ່າງກວ້າງຂວາງທັງຕໍ່ຊີວິດ ແລະ ຊັບສິນ ຈຶ່ງໄດ້ພາກັນຮຽກຮ້ອງໃຫ້ດຳເນີນການກວດກາຢ່າງຮອບ ຄອບກ່ອນທີ່ຈະມີການອະນຸຍາດໃຫ້ສຳປະທານໂຄງການ ດັ່ງທີ່ທ່ານນາງ ຄຳຈັນ ໃຫ້ການຢືນຢັນວ່າ

“ປະຊາຊົນບໍ່ເຫັນດີຕໍ່ໂຄງການກໍ່ສ້າງເມືອງ AMATA ຢູ່ແຂວງອຸດົມໄຊ ດ້ວຍຫຼາຍເຫດຜົນ ຂໍສະ ເໜີໃຫ້ພາກສ່ວນກ່ຽວຂ້ອງໄດ້ມີການຊີ້ແຈງອະທິບາຍໃຫ້ປະຊາຊົນມີຄວາມເຂົ້າໃຈຕໍ່ໂຄງການດັ່ງກ່າວ ຂໍໃຫ້ເອົາໃຈໃສ່ຢ່າງຈົດຈໍ່ຕໍ່ຄວາມຮັບຜິດຊອບຂອງພະນັກງານທີ່ເຮັດໜ້າທີ່ໃນການກວດກາດ້ານວິຊາການ, ເທັກນິກ, ຄຸນນະພາບ, ແລະ ອື່ນໆຕໍ່ໂຄງການທີ່ໄດ້ອະນຸມັດ ແລະ ທີ່ກຳລັງດຳ ເນີນການກໍ່ສ້າງໃນປັດຈຸບັນ.”

ໂດຍບໍລິສັດ AMATA ຈະພັດທະນາຕົວເມືອງທັນສະໄໝ ແລະ ເຂດພັດທະນາກະສິກຳສະອາດຢູ່ ໃນພື້ນທີ່ 5,000 ເຮັກຕາ ສ່ວນບໍລິສັດດອກງິ້ວຄຳຈາກ ຈີນ ທີ່ໃນປັດຈຸບັນນີ້ເປັນເຈົ້າຂອງສຳປະ ທານເຂດເສດຖະກິດພິເສດສາມຫຼ່ຽມຄຳ ທີ່ແຂວງບໍ່ແກ້ວນັ້ນ ກໍຈະລົງທຶນພັດທະນາເມືອງໃໝ່ເຊື່ອມຕໍ່ກັບສະຖານີລົດໄຟ 9 ແຫ່ງໃນເຂດແຂວງອຸດົມໄຊ ແລະບໍລິສັດບໍ່ເຕັນແດນງາມ ຈະລົງທຶນພັດທະນາເຂດເສດຖະກິດພິເສດພູຫຼັກຄຳທີ່ເມືອງນາໝໍ້ ແລະ ພັດທະນາເມືອງໃໝ່ບົນເນື້ອທີ່ 3,000 ເຮັກຕາຢູ່ທີ່ອ່າງນໍ້າຫີນ ໃນເຂດເມືອງໄຊ, ແຂວງອຸດົມໄຊ ເຊັ່ນດຽວກັນ.

ທັງນີ້ທາງການແຂວງອຸດົມໄຊໄດ້ຕົກລົງອະນຸມັດການລົງທຶນຂັ້ນເບື້ອງຕົ້ນໄປແລ້ວໃນປີ 2019 ທີ່ຜ່ານມາ ຊຶ່ງຖືເປັນສ່ວນຂະຫຍາຍ ແລະ ເຊື່ອມຕໍ່ກັບທາງລົດໄຟ ລາວ-ຈີນ ໃນແຂວງອຸດົມໄຊທີ່ມີໄລຍະທາງກວ່າ 160 ກິໂລແມັດທີ່ແນໃສ່ການພັດທະນາແຂວງອຸດົມໄຊ ໃຫ້ເປັນສູນກາງການພັດ ທະນາທາງເສດຖະກິດ ການຄ້າ, ການບໍລິການ ແລະ ທ່ອງທ່ຽວໃນພາກເໜືອຂອງ ລາວ ໃຫ້ໄດ້ຢ່າງເປັນຮູບປະທຳ.

XS
SM
MD
LG