ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ບັນດາບໍລິສັດຈາກຈີນ ໄດ້ລົງທຶນ ຢູ່ໃນລາວ ເກີນກວ່າ 10,000 ລ້ານໂດລາ ແລ້ວ


ພິທີວາງສີລາລຶກ ໂຄງການກໍ່ສ້າງເຂື່ອນໄຟຟ້າ ນ້ຳງື່ມ 3 ໂດຍມີບັນດາເຈົ້າໜ້າທີ່ຂັ້ນສູງຈາກລັດຖະບານລາວ ແລະບັນດາເຈົ້າໜ້າທີ່ຂອງບໍລິສັດຈີນ ເຂົ້າຮ່ວມ
ພິທີວາງສີລາລຶກ ໂຄງການກໍ່ສ້າງເຂື່ອນໄຟຟ້າ ນ້ຳງື່ມ 3 ໂດຍມີບັນດາເຈົ້າໜ້າທີ່ຂັ້ນສູງຈາກລັດຖະບານລາວ ແລະບັນດາເຈົ້າໜ້າທີ່ຂອງບໍລິສັດຈີນ ເຂົ້າຮ່ວມ

ລັດຖະມົນຕີລາວ ຢືນຢັນວ່າ ການລົງທຶນຂອງບັນດາບໍລິສັດຈີນ ໃນພາກພະລັງງານ
ແລະຂຸດຄົ້ນແຮ່ທາດໃນລາວ ມີມູນຄ່າລວມເກີນກວ່າ 10,000 ລ້ານໂດລາແລ້ວ ທັງຍັງ
ມີທ່າອຽງ ຈະເພີ່ມສູງຂຶ້ນຢ່າງຕໍ່ເນື່ອງອີກດ້ວຍ.

ທ່ານຄຳມະນີ ອິນທິລາດ ລັດຖະມົນຕີວ່າການ ກະຊວງພະລັງງານ ແລະບໍ່ແຮ່ ຢືນຢັນ
ວ່າ ບັນດາບໍລິສັດຈີນ ໄດ້ລົງທຶນໃນພາກພະລັງງານ ແລະຂຸດຄົ້ນແຮ່ທາດໃນລາວ ຄິດ
ເປັນມູນຄ່າລວມເກີນກວ່າ 10,000 ລ້ານໂດລາແລ້ວ ໃນປັດຈຸບັນ ຈຶ່ງຖືເປັນອັງທີ 1
ທັງໃນຖານະຜູ້ລົງທຶນ ທີ່ມີມູນຄ່າລົງທຶນລວມຫຼາຍທີ່ສຸດ ແລະມີມູນຄ່າການລົງທຶນ
ໃນພາກພະລັງງານ ແລະຂຸດຄົ້ນແຮ່ທາດຫຼາຍທີ່ສຸດໃນລາວອີກດ້ວຍ.

ແຜນທີ່ ສະແດງໃຫ້ເຫັນ ຂົງເຂດເມືອງໂຂງ ແຂວງຈຳປາສັກ
ແຜນທີ່ ສະແດງໃຫ້ເຫັນ ຂົງເຂດເມືອງໂຂງ ແຂວງຈຳປາສັກ

ທັງນີ້ ໂດຍບັນດາບໍລິສັດຈີນ ໄດ້ລົງທຶນໃນລາວ ຫຼາຍກວ່າ 700 ໂຄງການ ຊຶ່ງລວມເຖິງ
ການລົງທຶນໃນພາກພະລັງງານ 9 ໂຄງການທີ່ຜະລິດໄຟຟ້າແລ້ວ ກໍຄືເຂື່ອນນ້ຳລີກ 1,
2, ເຂື່ອນນ້ຳງື່ມ 5, ເຂື່ອນ້ຳງຽບ 2, ເຂື່ອນນ້ຳອູ 2, 5 ແລະ 6 ເຂື່ອນນ້ຳມັງ 1, ເຂື່ອນ
ນ້ຳໄຜ່ ແລະເຂື່ອນນ້ຳແບ່ງ ທັງຍັງມີອີກ 10 ກວ່າໂຄງການທີ່ກຳລັງກໍ່ສ້າງ ແລະຈະແລ້ວ
ສຳເລັດພາຍໃນປີ 2020 ນອກຈາກນັ້ນ ຍັງມີການລົງທຶນກໍ່ສ້າງ ລະບົບສາຍສົ່ງກະແສ
ໄຟຟ້າຂະໜາດ 230 ກິໂລໂວນ (KV) ແລະ 500 ກິໂລໂວນ ຈຳນວນ 8 ໂຄງການ
ສ່ວນການຂຸດຄົ້ນແຮ່ທາດນັ້ນ ກໍມີເຖິງ 52 ໂຄງການທີ່ໄດ້ຂຸດຄົ້ນແລ້ວ ແລະອີກກວ່າ
20 ໂຄງການທີ່ກຳລັງດຳເນີນການສຳຫຼວດ ທັງຍັງມີທ່າອຽງຈະເພີ່ມຂຶ້ນນັບມື້ ຊຶ່ງກໍເປັນ
ຍ້ອນການພົວພັນຮ່ວມມືຍຸດທະສາດຮອບດ້ານ ນັບແຕ່ປີ 2009 ເປັນຕົ້ນມາ ທີ່ລັດຖະ-
ບານລາວ ຖືວ່າ ຈີນຈະມີບົດບາດຢ່າງສຳຄັນໃນການພັດທະນາລາວໃຫ້ເຊື່ອມໂຍງກັບ
ປະເທດ ສະມາຊິກໃນອາຊຽນດ້ວຍກັນຢ່າງເປັນຮູບປະທຳ ດັ່ງທີ່ທ່ານຄຳມະນີ ໃຫ້ການ
ຢືນຢັນວ່າ:

“ພວກເຮົາຮັບຮູ້ວ່າ ສປ ຈີນ ແມ່ນປະເທດທີ່ມີພື້ນຖານ ທີ່ເຂັ້ມແຂງທາງດ້ານ
ເສດຖະກິດ ມີທຶນຮອນ ມີເທັກນິກ-ວິຊາການທີ່ຫຼວງຫຼາຍ ແລະມີບົດຮຽນ
ໃນການພັດທະນາ ການດຳເນີນທຸລະກິດ ແລະມີປະສົບການໃນການພັດ
ທະນາການລົງທຶນໃນຫຼາຍດ້ານ ໂດຍສະເພາະແມ່ນ ການຮ່ວມມື ເພື່ອ
ເຊື່ອມໂຍງເສດຖະກິດອາຊຽນ-ຈີນ ໃຫ້ມີຄວາມເຂັ້ມແຂງ ສ້າງຄວາມເຂັ້ມ
ແຂງ ແລະກຳລັງແຮງຕໍ່ລອງ ກັບຂົງເຂດໃນພາກພື້ນອື່ນ ແລະສ້າງເງື່ອນໄຂ
ທີ່ສະດວກເພື່ອການເຊື່ອມໂຍງ ເສດຖະກິດ ແລະການຮ່ວມມືເຊື່ອມໂຍງ
ເສດຖະກິດອາຊຽນ-ຈີນ ສູ່ເສດຖະກິດຂອງໂລກ.”

ເຂດເສດຖະກິດພິເສດ ອຸດສາຫະກຳ ແລະການຄ້າ ໃນນະຄອນວຽງຈັນ
ເຂດເສດຖະກິດພິເສດ ອຸດສາຫະກຳ ແລະການຄ້າ ໃນນະຄອນວຽງຈັນ

ໂດຍຫລ້າສຸດ ກອງປະຊຸມເປີດກວ້າງຂອງຄະນະລັດຖະບານລາວ ປະຈຳປີ 2017 ໃນ
ເດືອນກັນຍາ ທີ່ຜ່ານມາ ກໍໄດ້ມີມະຕິຕົກລົງອະນຸຍາດໃຫ້ກຸ່ມບໍລິສັດກວາງຕຸ້ງ-ແມ່ນ້ຳ
ເຫຼືອງ ອຸດສາຫະກຳຈຳກັດຈາກຈີນ ເປັນຜູ້ຮັບຜິດຊອບ ໃນການສຶກສາຄວາມເປັນໄປ
ໄດ້ ຂອງໂຄງການພັດທະນາເຂດເສດຖະກິດພິເສດ ຄອນພະເພັງ ດອນໂຂງ ທີ່ເມືອງ
ໂຂງ ແຂວງຈຳປາສັກ ໂດຍການສຶກສາຄວາມເປັນໄປໄດ້ຂອງໂຄງການ ທີ່ຮວມເຖິງ
ການກຳນົດເຂດ ແລະການອອກແບບພັດທະນາເຂດຕ່າງໆດ້ວຍນັນ ຈະແລ້ວສຳເລັດ
ພາຍໃນປີ 2018 ນີ້.

ໂດຍອີງຕາມແຜນການຂອງກຸ່ມບໍລິສັດກວາງຕຸ້ງ-ແມ່ນ້ຳເຫຼືອງຈຳກັດ ກໍໄດ້ລະບຸວ່າ
ເຂດເສດຖະກິດພິເສດຄອນພະເພັງ-ດອນໂຂງ ຈະເປັນເຂດເສດຖະກິດພິເສດຂະໜາດ
ໃຫຍ່ທີ່ສຸດໃນລາວ ເພາະວ່າ ຈະມີພື້ນທີ່ສຳປະທານກວ້າງກວ່າ 7,000 ເຮັກຕາ ທີ່ຈະ
ພັດທະນາໃຫ້ເປັນເມືອງໃໝ່ ທີ່ທັນສະໄໝ ທີ່ມີສິ່ງອຳນວຍຄວາມສະດວກ ແລະບໍລິການ
ຕ່າງໆຢ່າງຄົບຊຸດ ເຊັ່ນ ໂຮງແຮມ ສູນການຄ້າ ຮ້ານອາຫານ ສະຖານບັນເທີງ ແລະ
ກິດຈະກຳຕ່າງໆ ທີ່ກ່ຽວຂ້ອງກັບການທ່ອງທ່ຽວ ທັງດ້ານສິນລະປະ ວັດທະນະທຳ
ປະຫວັດສາດ ແລະທຳມະຊາດໃນແມ່ນ້ຳຂອງ ຊຶ່ງຄາດວ່າ ຈະຕ້ອວໃຊ້ເງິນທຶນສູງເຖິງ
10,000 ລ້ານໂດລາ ໂດຍເຂດເມືອງໃໝ່ ຈະຮອງຮັບພົນລະເມືອງໄດ້ເຖິງ 8 ແສນຄົນ
ແລະຮອງຮັບນັກທ່ອງທ່ຽວໄດ້ 1 ລ້ານ 2 ແສນກວ່າຄົນຕໍ່ປີ.

ທັງນີ້ ລັດຖະບານລາວ ໄດ້ສ້າງຕັ້ງເຂດເສດຖະກິດພິເສດ ແລະເຂດເສດຖະກິດ
ສະເພາະແລ້ວ 12 ແຫ່ງ ໂດຍມີ 351 ບໍລິສັດທີ່ມີມູນຄ່າການລົງທຶນລວມຫຼາຍກວ່າ
8,000 ລ້ານໂດລາ ໃນນີ້ລວມເຖິງ 234 ບໍລິສັດຈາກຈີນດ້ວຍ ແລະໄດ້ມີການຈ້າງງານ
ແລ້ວກວ່າ 22,000 ຕຳແໜ່ງ ຫາກແຕ່ຜົນກຈາກການເກັບກຳຂໍ້ມູນ ກໍພົບວ່າ ໂຄງການ
ພັດທະນາເຂດເສດຖະກິດພິເສດສາມຫຼ່ຽມຄຳຢູ່ໃນແຂວງບໍ່ແກ້ວ ທີ່ລົງທຶນໂດຍກຸ່ມ
ບໍລິສັດດອກງິ້ວຄຳຈາກຈີນ ບໍ່ສາມາດສ້າງວຽກເຮັດງານທຳ ໃຫ້ກັບປະຊາຊົນລາວໄດ້
ຢ່າງທີ່ຄວນ ເພາະລູກຈ້າງສ່ວນໃຫຍ່ເປັນຄົນຈີນດ້ວຍກັນ ທັງຍັງມີການຈ່າຍເງິນ
ຊົດເຊີຍ ຢ່າງບໍ່ເປັນທຳໃຫ້ກັບປະຊາຊົນລາວ ທີ່ຖືກເວນຄືນທີ່ດິນອີກດ້ວຍ.

ສ່ວນອົງການແມ່ນ້ຳສາກົນ (International Rivers) ລາຍງານວ່າ ປະຊາຊົນໃນ 89
ບ້ານໃນແຂວງຜົ້ງສາລີ ອຸດົມໄຊ ແລະຫລວງພະບາງ ທີ່ຖືກກະທົບຈາກໂຄງການ
ເຂື່ອນນ້ຳອູ ຂອງບໍລິສັດ Power China ນັ້ນ ຍັງບໍ່ໄດ້ຮັບການຊົດເຊີຍຢ່າງຍຸຕິທຳ
ແຕ່ຢ່າງໃດ.

XS
SM
MD
LG