ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບັນດາບໍລິສັດຈີນ ລົງທຶນໃນໂຄງການຕ່າງໆ ຢູ່ຕາມແລວທາງລົດໄຟລາວ-ຈີນ ຫຼາຍຂຶ້ນນັບມື້


ພິທີວາງສີລາລຶກຂອງການເປີດໂຮງງານປຸງແຕ່ງຊີ້ນງົວຂອງບໍລິສັດຈີນ ຢູ່ໃນລາວ
ພິທີວາງສີລາລຶກຂອງການເປີດໂຮງງານປຸງແຕ່ງຊີ້ນງົວຂອງບໍລິສັດຈີນ ຢູ່ໃນລາວ

ການພົວພັນແບບຄູ່ຮ່ວມຊະຕາກຳແລະຮຸ້ນສ່ວນຍຸດທະສາດ ໃນການພັດທະນາຮອບດ້ານ ລາວກັບຈີນ ເຮັດໃຫ້ບັນດາບໍລິສັດຈີນ ໄດ້ຄອບຄອງທຸລະກິດຕະຫຼອດແລວທາງລົດໄຟ ລາວ-ຈີນ ໃນລາວເພີ້ມຂຶ້ນນັບມື້ ຊົງຣິດ ໂພນເງິນ ມີລາຍງານ ຈາກບາງກອກ.

ນັກທຸລະກິດໃນສະພາການຄ້າ ແລະອຸດສາຫະກຳແຫ່ງຊາດ ໃຫ້ທັດສະນະວ່າ ການເປັນຮຸ້ນສ່ວນຍຸດທະສາດແລະຄູ່ຮ່ວມຊະຕາກຳໃນການພັດທະນາຢ່າງຮອບ ດ້ານ ລະຫວ່າງລາວກັບຈີນ ໂດຍທີ່ລັດຖະບານ 2 ປະເທດໄດ້ຈັດຕັ້ງປະຕິບັດແຜນແມ່ບົດການຮ່ວມມືກັນ ນັບຕັ້ງແຕ່ປີ 2016 ເປັນຕົ້ນມານັ້ນ ຖືເປັນປັດໄຈສຳຄັນທີ່ເຮັດໃຫ້ຈີນກາຍເປັນຜູ້ລົງທຶນທີ່ມີມູນຄ່າສູງທີ່ສຸດໃນລາວ ໂດຍສະເພາະແມ່ນການລົງທຶນໃນຕະຫຼອດແລວທາງລົດໄຟລາວ-ຈີນ ໃນລາວນັ້ນ ກໍຄືເຂດທີ່ການລົງທຶນຂອງຈີນເພີ້ມຂຶ້ນຫຼາຍທີ່ສຸດ ເພາະລັດຖະບານລາວ ໄດ້ໃຫ້ສິດທິພິເສດແກ່ບັນດາບໍລິສັດຈີນ ໃນການນຳໃຊ້ທີ່ດິນທີ່ຢູ່ໃນຕະຫຼອດແລວທາງລົດໄຟລາວ-ຈີນ ໃນລາວໄດ້ຢ່າງເຕັມທີ່ນັ້ນ ຈຶ່ງເຮັດໃຫ້ບັນດານັກທຸລະກິດຈີນ ສາມາດເຂົ້າຄອບຄອງທຸລະກິດຕ່າງໆດ້ວຍການຊື້ກິດຈະການຂອງບັນດານັກທຸລະກິດລາວ ແລະຂະຫຍາຍການລົງທຶນເພີ້ມຂຶ້ນນັບມື້ ນັ້ນເອງ.

ໂດຍສະເພາະແມ່ນບັນດາທຸລະກິດຕ່າງໆ ທີ່ຢູ່ໃນແຂວງອຸດົມໄຊນັ້ນ ໄດ້ຕົກຢູ່ພາຍໃຕ້ການຄອບຄອງຂອງບັນດານັກທຸລະກິດຈີນ ເປັນສ່ວນໃຫຍ່ແລ້ວ ໃນປັດຈຸບັນນີ້ ດັ່ງທີ່ນັກທຸລະກິດລາວ ໄດ້ໃຫ້ການຢືນຢັນວ່າ:

“ດ້ານອຸດສາຫະກຳກໍໄດ້ມີຫຼາຍດ້ານ ເຊັ່ນໂຮງງານຊີມັງກະໄດ້ເລີ້ມຜະລິດແລ້ວ ໂຮງງານອຸດສາຫະກຳປຸງແຕ່ງແປ້ງມັນຕົ້ນ ໂຮງງານຂ້າສັດທັນສະໄໝກະໄດ້ເລີ້ມຜະລິດ ໃນໄລຍະເວລາອັນໃກ້ໆນີ້ ຍັງກຽມທີ່ຈະເປີດນຳໃຊເໂຮງງານຜະລິດແຮ່ ຊີລີຄອນ (Silicon) ແລະແຮ່ ແມງການິສ (Manganese) ຊຶ່ງເປັນໂຮງງານຂະໜາດໃຫຍ່ຢູ່ເມືອງນາໝໍ້ ແລະກະກຽມທີ່ຈະເປີດນຳໃຊ້ ໂຮງງານປຸງແຕ່ງຫົວອາ ຫານສັດຢູ່ເມືອງໄຊ ນອກຈາກນີ້ ກະຍັງພວມຈັດຕັງປະຕິບັດໂຄງການພັດທະນາປິ່ນອ້ອມສະຖານີລົດໄຟຢູ່ເມືອງໄຊ ເຂດພັດທະນາໄຟຟ້າແສງຕາເວັນ ຂອງກຸ່ມບໍລິສັດ CGN.”

ສະພາບການດັ່ງກ່າວ ຍັງມີທ່າອຽງເພີ້ມຂຶ້ນຢ່າງຕໍ່ເນື່ອງ ໂດຍສະເພາະແມ່ນພາຍຫລັງການລະບາດໄວຣັສໂຄວິດ-19 ທີ່ເຮັດໃຫ້ຫົວໜ່ວຍທຸລະກິດສ່ວນໃຫຍ່ໃນລາວ ຕ້ອງປະເຊີນກັບສະພາວະຂາດທຶນເປັນເວລາເຖິງ 3 ປີຕິດຕໍ່ກັນ ແລະປາກົດມີຫົວໜ່ວຍທຸລະກິດຈຳນວນຫຼາຍ ທີ່ບໍ່ສາມາດຟື້ນຟູທຸລະກິດໃຫ້ກັບຄືນສູ່ສະພາວະປົກກະຕິໄດ້ຈົນເຖິງປັດຈຸບັນນີ້ ຈຶ່ງມີໂກາດສູງທີ່ນັກທຸລະກິດຈີນ ຈະເຂົ້າມາຊື້ກິດຈະການເຫຼົ່ານີ້ຕໍ່ໄປ ເພາະວ່າ ລັດຖະບານລາວ ມີເງິນທຶນຢ່າງຈຳກັດສຳ ລັບໃຫ້ສິນເຊື່ອເພື່ອການຟື້ນຟູທຸລະກິດຂອງຈຸນລະວິສາຫະກິດ ແລະວິໂລສາຫະກິດຂະໜາດນ້ອຍ-ຂະໜາດກາງ (SME) ໃນລາວນັ້ນເອງ ຊຶ່ງກາສນຂະຫຍາຍການລົງທຶນຂອງບັນດາບໍລິສັດຈີນຕາມແລວທາງລົດໄຟລາວ-ຈີນ ໃນລາວດັ່ງກ່າວນີ້ ຍັງຕ້ອງເຮັດໃຫ້ມີການອຳນວຍຄວາມສະດວກໃຫ້ແກ່ການຂົນສົ່ງສິນຄ້າແລະຜົນຜະລິດຕ່າງໆ ຈາກລາວໄປຈີນທີ່ເພີ້ມຂຶ້ນນັບມື້ດ້ວຍ ໂດຍໃນນີ້ ກໍລວມເຖິງການພັດທະນາທ່າບົກຢູ່ສະຖານີລົດໄຟເມືອງໂພນໂຮງ ແຂວງວຽງຈັນດ້ວຍ ຊຶ່ງການພັດທະນາໃກ້ຈະແລ້ວສຳເລັດ ແລະຈະເປີດນຳໃຊ້ໃນປີໜ້າ ດັ່ງທີ່ ທ່ານຄຳພັນ ສິດທິດຳພາ ເຈົ້າແຂວງວຽງຈັນ ໄດ້ຢືນຢັນວ່າ:

“ພາຍຫຼັງມີເສັ້ນທາງລົດໄຟມານີ້ ກະເຫັນວາ ການຜະລິດຂອງປະຊາຊົນ ກະຄຶກ ຄັກດີ ມີ 3 ສະຖານີ ສະຖານີ ໂພນໂຮງ ສະຖານີວັງວຽງ ແລະສະຖານີກາສີ ອັນນີ້ໃນເລື້ອງການບໍລິການ ນອກຈາກນັ້ນ ພວກເຮົາກະໄດ້ສຸມໃສ່ເລື້ອງເຮັດສາງພັກສິນຄ້າ ແລະກະສ້າງທ່າບົກຢູ່ສະຖານີໂພນໂຮງນີ້ ໃນປີຕໍ່ໄປນີ້ ກະໄດ້ເປີດເປັນທາງການ ຖືວ່າ ເຮັດຄືແບບທ່ານາແລ້ງຫັ້ນລະ ມີພາສີສິນຄ້າທີ່ມາຈາກບໍລິຄຳໄຊ ມາຈາກຄຳມ່ວນ ມາແຕ່ທງໃຕ້ມາເຂົ້ານີ້ ບໍ່ຈຳເປັນໄປວັງວຽງ ຖືວ່າ ມາເຂົ້າຢູ່ນີ້ ເສຍພາສີຢູ່ນີ້ ເຂົ້າຕູ້ແລ້ວສົ່ງອອກເລີຍ.”

ນອກຈາກນັ້ນ ລັດຖະບານຈີນຍັງໃຫ້ການສົ່ງເສີມເພື່ອການພັດທະນາການພົວພັນ ແລະຮ່ວມມືໃນຮູບແບບເມືອງຄູ່ແຝດກັບປະເທດເພື່ອນບ້ານເພີ້ມຂຶ້ນນັບມື້ອີກດ້ວຍ ເພາະວ່າ ລັດຖະບານຈີນຖືວ່າ ການສົ່ງເສີມການພົວພັນດັ່ງກ່າວນີ້ ກໍຄື ຮູບແບບນຶ່ງຂອງການຂະຫຍາຍໂອກາດ ທີ່ຈີນຈະເພີ້ມການລົງທຶນໃນບັນດາເມືອງຄູ່ແຝດຂອງຈີນດ້ວຍໃນເວລາດຽວກັນ ໂດຍສຳລັບໃນອາຊຽນນັ້ນ ກໍຈະເຫັນວ່າ ທາງການຈີນ ໄດ້ໃຫ້ຄວາມສຳຄັນເປັນພິເສດກັບປະເທດໃນເຂດລຸມແມ່ນ້ຳຂອງ ໂດຍສະເພາະແມ່ນກຳປູເຈຍ-ລາວ-ມຽນມາ-ຫວຽດນາມ ທີ່ມີການພັດທະນາເມືອງຄູ່ແຝດຮ່ວມກັບຈີນນັ້ນ ກໍຈະເຫັນການລົງທຶນຂອງຈີນ ເພີ້ມຂຶ້ນນັບມື້.

ທັງນີ້ ໂດຍໃນຊ່ວງປີ 1988-2023 ລັດຖະບານລາວ ກໍໄດ້ໃຫ້ການອະນຸມັດການລົງທຶນຂອງບັນດາບໍລິສັດຈີນ ໃນລາວຈຳນວນ 933 ໂຄງການມີມູນຄ່າການລົງ ທຶນລວມກວ່າ 18,000 ລ້ານໂດລາ ແລະຈັດເປັນກຸ່ມຜູ້ລົງທຶນອັນດັບ 1 ໃນລາວ ເປັນເວລາກວ່າ 10 ປິຕິດຕໍ່ກັນ ທັງເປັນການລົງທຶນທີ່ກວມເອົາທຸກດ້ານໃນລາວ ອີກດ້ວຍ ໂດຍສະເພາະແມ່ນພາກພະລັງງານ ການຂຸດຄົ້ນແຮ່ທາດ ການຜະລິດກະສິກຳ ການຄ້າແລະບໍລິການຄົບວົງຈອນນັ້ນ ຍັງເຮັດໃຫ້ບັນດາບໍລິສັດຈີນ ທີ່ລົງທຶນແລະດຳເນີນທຸລະກິດໃນລາວ ສາມາດກຳໜົດລາຄາສິນຄ້າ ແລະບໍລິການຕ່າງໆ ເປັນສະກຸນເງິນຢວນໄດ້ອີກດ້ວຍ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG