ກຸ່ມບໍລິສັດພະລັງງານໄຟຟ້າຈາກຈີນ ວາງເປົ້າໝາຍຈະສ້າງເຂື່ອນທັງ 7 ໂຄງການເທິງ ແລວແມ່ນໍ້າອູໃຫ້ແລ້ວໃນປີ 2020 ໂດຍຈະມີກຳລັງຕິດຕັ້ງເຖິງ 1,272 ເມກາວັດ ດ້ວຍ ເງິນລົງທຶນຮວມ 2,800 ລ້ານໂດລາ.
ທ່ານສົງຮູຍຮົງ ຜູ້ອຳນວຍການໃຫຍ່ ເຂື່ອນໄຟຟ້ານໍ້າອູຂອງກຸ່ມບໍລິສັດ Power China ຈຳກັດ ຈາກປະເທດຈີນຖະແຫລງຢືນຢັນວ່າ ການກໍ່ສ້າງເຂື່ອນໄຟຟ້າ ທັງເຈັດໂຄງການ ເທິງແລວແມ່ນໍ້າອູໃນພາກເໜືອຂອງລາວ ຈະແລ້ວທັງໝົດພາຍໃນປີ 2020 ດ້ວຍເງິນລົງທຶນມູນຄາລົງເຖິງ 2,800 ລ້ານໂດລາສະຫະລັດ ໂດຍເຂື່ອນໄຟຟ້າທັງເຈັດໂຄງການ ຈະມີກຳລັງຕິດຕັ້ງລວມ 1,272 ເມັກກາວັດ ຊຶ່ງຈະຂາຍໃຫ້ລັດວິສາຫະກິດໄຟຟ້າລາວ ຫລື EDL ໃນຕະຫລອດລະຍະສຳປະທານ 29 ປີ ນັບແຕ່ປີທີ່ກໍ່ສ້າງເສັດເປັນຕົ້ນໄປ.
ທັງນີ້ໂດຍການກໍ່ສ້າງເຂື່ອນນໍ້າອູໄດ້ແບ່ງອອກເປັນສອງລະຍະ ໂດຍລະຍະທີ່ນຶ່ງໄດ້ເລີ້ມ ການ ກໍ່ສ້າງໃນປີ 2012 ໂດຍມາເຖິງປັດຈຸບັນນີ້ກໍ່ໄດ້ກໍ່ສ້າງເສັດແລ້ວສາມໂຄງການ ຄືເຂື່ອນໄຟຟ້ານໍ້າອູສອງ ຫ້າແລະຫົກທີ່ມີກຳລັງຕິດຕັ້ງລວມ 540 ເມັກກາວັດ ດ້ວຍເງິນລົງທືນລວມ 1035 ລ້ານໂດລາສະຫະລັດ ແລະຈະສົ່ງພະລັງງານໄຟຟ້າໃຫ້ກັບ EDL ໃນປະລິມານລວມນຶ່ງພັນນຶ່ງຮ້ອຍລ້ານກິໂລວັດໂມງຕໍ່ປີ ນັບແຕ່ປີ 2017 ນີ້ເປັນຕົ້ນໄປ.
ສ່ວນລະຍະທີ່ສອງກຳລັງດຳເນີນການກໍ່ສ້າງຢູ່ໃນເວລານີ້ປະກອບດ້ວຍ ເຂື່ອນໄຟຟ້ານໍ້າອູນຶ່ງ ສາມ ສີ່ ແລະເຈັດ ທີ່ການດຳເນີນງານໄດ້ຄືບໜ້າໄປແລ້ວເກີນກວ່າ 40% ຂອງແຜນການ ແລະສາມາດຄາດໝາຍໄດ້ວ່າ ການກໍ່ສ້າງຈະແລ້ວເສັດທັງສີ່ໂຄງການພາຍໃນປີ 2020 ຊຶ່ງຈະເຮັດໃຫ້ເຂື່ອນໄຟຟ້ານໍ້າອູ ທັງເຈັດໂຄງການສາມາດຜະລິດພະລັງງານ
ໄຟ ຟ້າເພື່ອນຳຂາຍໃຫ້ EDL ໄດ້ເກີນກວ່າ 2590 ລ້ານກິໂລວັດໂມງຕໍ່ປີ ນັບຈາກປີ 2020 ເປັນຕົ້ນໄປນັ້ນເອງ ໂດຍອີງຕາມລາຍງານຂອງລັດວິຊະຫະກິດໄຟຟ້າລາວລະບຸວ່າ ການຊົມໃຊ້ພະລັງງານໄຟຟ້າສູງສຸດພາຍໃນທົ່ວປະເທດໃນປີ 2015 ຢູ່ໃນລະດັບ 890 ເມັກກາວັດ ແລະກໍເພີ້ມຂຶ້ນເປັນ 1,180 ເມກກາວັດໃນປີ 2016 ຂຶ້ນເປັນອັດຕາການເພີີ້ມ 20% ແຕ່ສຳລັບໃນປີ 2017 ນີ້ ກໍຄາດໝາຍວ່າຄວາມຕ້ອງ ການຊົມໃຊ້ພະລັງ ານໄຟຟ້າໃນລາວຈະເພີ້ມຂຶ້ນເປັນ 1,579 ເມັກກາວັດ ຂຶ້ນເປັນອັດຕາການເພີ້ມເກືອບ 60% ທຽບກັບປີ 2015 ຫລືເກີນກວ່າ 33% ທຽບກັບປີ 2016 ພາຍໃຕ້ສະພາບການດັ່ງກ່າວນີ້ຍັງເຮັດໃຫ້ຄາດໝາຍໄດ້ວ່າ ການຊົມໃຊ້ພະລັງງານໄຟຟ້າໃນລາວຈະເພີ້ມຂຶ້ນເປັນ 2862 ເມັກກາວັດ ໃນປີ 2020 ກັບ 7093 ເມັກກາວັດ ໃນປີ 2030 ຕາມລຳດັບ ຊຶ່ງກໍຕ້ອງມີການເຮັດໃຫ້ພັດທະນາແຫລ່ງພະລັງງານໄຟຟ້າເພີ້ມຂຶ້ນຢ່າງຕໍ່ເນື່ອງດັ່ງທີ່ ທ່ານຄຳມະນີອິນທິລາດ ລັດຖະມົນຕີວ່າການກະຊວງພະລັງງານ ແລະບໍແຮ່ໃຫ້ການຢືນຢັນວ່າ:
“ສຳລັບປີ 2020 ນີ້ພວກເຮົາຄາດວ່າຈະສາມາດຜະລິດພະລັງງານໄຟຟ້າເພີ້ມ ຕື່ມອີກເປັນປະມານໝື່ນເມັກກາວັດ ສາມາດຜະລິດໄຟຟ້າຫລາຍກວ່າ 60,000 ລ້ານກິໂລວັດໂມງຕໍ່ປີ ແລະກໍໃນຍຸດທະສາດຂອງເຮົາວາງໄວ້ຮອດປີ 2025 ກໍຈະຜະລິດພະລັງງານໄຟຟ້າໃຫ້ໄດ້ເຖິງສິບສີ່ຫາສິບຫ້າພັນເມັກກາວັດ.”
ໂດຍປັດຈຸບັນປະເທດລາວມີແຫລ່ງຜະລິດໄຟຟ້າໂດຍພະລັງງານນໍ້າສີ່ສິບເອດແຫ່ງ ແລະໂຮງງານຜະລິດໄຟຟ້າດ້ວຍຄວາມຮ້ອນຈາກຖ່ານລິກໃນນຶ່ງແຫ່ງ ມີກຳລັງຕິດຕັ້ງລວມ 6,300 ເມັກກາວັດຊຶ່ງສາມາດຜະລິດໄຟຟ້າໄດ້ສາມໝື່ນສາມພັນສາມຮ້ອຍສິບຫ້າລ້ານກິໂລວັດໂມງຕໍ່ປີ ເພີ້ມຂຶ້ນເຖິງສອງຮ້ອຍເທົ່າຕົວທຽບໃສ່ປີ 1975 ທັງກະຍັງປະກອບສ່ວນສຳຄັນເຂົ້າໃນການພັດທະນາເສດຖກິດຂອງລາວໃຫ້ຂະຫຍາຍຕົວເພີ້ມຂຶ້ນໃນອັດຕາສະເລ່ຍບໍ່ຫລຸດ 7% ໃນປີ 2017 ນີ້ອີກດ້ວຍ.
ສ່ວນການຂະຫຍາຍຕາໜ່າງການສົ່ງໄຟຟ້ານັ້ນໄດ້ໄປເຖິງປະຊາຊົນແລ້ງນຶ່ງລ້ານ ນຶ່ງໝື່ນນຶ່ງຮ້ອຍຄອບຄົວຂຶ້ນເປັນ 90% ຂອງຈຳນວນທັງໝົດໃນລາວ ຈຶ່ງຍັງເຫລືອອີກນຶ່ງແສນສອງໝື່ນສອງພັນແປດຮ້ອຍຄົບຄົວທີຈະຕ້ອງຂະ ຫຍາຍກະແສການສົ່ງໄຟຟ້າໄປໃຫ້ເຖິງທັງໝົດໃນປີ 2020 ໂດຍຄາດວ່າຈະບັນລຸເປົ້າໝາຍດັ່ງກ່າວໄດ້ເປັນຮູບປະທຳ ເພາະທາງການລາວໃນສູູນກາງແລະທ້ອງຖິ່ນໄດ້ບັນທຶກລົງນາມຄວາມເຂົ້າໃຈຫລື MOU ຮວມບັນ ດາເອກກະຊົນລາວ ແລະຕ່າງຊາດກ່ຽວກັບການພັດທະນາແຫລ່ງພະລັງງານໄຟຟ້າແລ້ວ 357 ໂຄງການນັ້ນເອງ.