ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບໍລິສັດ ຈີນ ເຊື່ອໝັ້ນວ່າ ໂຄງການດາວທຽມ Lao Sat-1 ຈະສາມາດຄືນທຶນ ໃນປີ 2028


ສະຖານີດາວທຽມ ລາວ ຈີນ Lao Sat-1
ສະຖານີດາວທຽມ ລາວ ຈີນ Lao Sat-1

ບໍລິສັດຈີນເຊື່ອໝັ້ນວ່າ ໂຄງການດາວທຽມ Lao Sat-1 ຈະສາມາດຄືນທຶນໃນປີ 2028 ສ່ວນລັດ ຖະບານລາວ ກໍຈະຊຳລະໜີ້ເງິນກູ້ ແລະດອກເບ້ຍຄືນໃຫ້ແກ່ລັດຖະບານ ຈີນ ໄດ້ຢ່າງຄົບຖ້ວນໃນປີ 2033.

ທ່ານ ຕິງ ຢົງປິງ ຜູ້ອຳນວຍການບໍລິສັດດາວທຽມລາວອເອເຊຍ-ປາຊິຟິກຈຳກັດ, ບໍລິສັດເອກກະຊົນຈີນ ທີ່ໄດ້ຮັບອະນຸຍາດສໍາປະທານໂຄງການດາວທຽມດວງທຳອິດໃນລາວ (Lao Sat-1) ໃຫ້ການຢືນຢັນວ່າ ການສະແຫວງຫາລາຍໄດ້ຈາກການໃຫ້ບໍລິການເຊົ່າຊ່ອງສັນຍານຂອງດາວທຽມ Lao Sat-1 ຈະສາມາດຄືນທຶນໄດ້ໃນປີ 2028 ສ່ວນລັດຖະບານ ລາວ ທີ່ກູ້ຢືມເງິນທຶນຈາກລັດຖະ ບານ ຈີນ ສຳລັບນຳໃຊ້ໃນການສ້າງ ແລະ ສົ່ງດາວທຽມ Lao Sat-1 ຂຶ້ນສູ່ວົງໂຄຈອນໃນປີ 2015 ທີ່ຜ່ານມານັ້ນ ກໍຈະສາມາດຊຳລະໜີ້ເງິນກູ້ ແລະ ດອກເບ້ຍຄືນໃຫ້ແກ່ລັດຖະບານ ຈີນ ໄດ້ຢ່າງຄົບ ຖ້ວນໃນປີ 2033 ທັ້ງນີ້ດ້ວຍການສະແຫວງຫາລູກຄ້າໃນຕ່າງປະເທດ ເພື່ອໃຫ້ຫັນມາເຊົ່າຊ່ອງສັນ ຍານດາວທຽມ Lao Sat-1 ເປັນສ່ວນຫຼາຍດັ່ງທີີ່ ທ່ານ ທັນສະໄໝ ກົມມະສິດ ລັດຖະມົນຕີກະຊວງໄປຊະນີ ໂທລະຄົມມະນາຄົມ ແລະ ການສື່ສານ ໄດ້ຢືນຢັນວ່າ:

“ປີ 2015 ພວກເຮົາກະໄດ້ສົ່ງດາວທຽມຂຶ້ນສູ່ວົງໂຄຈອນເອີ້ນວ່າ ດາວທຽມ Lao Sat-1 ມາຮອດດຽວນີ້ກະແມ່ນເກືອບ 5 ປີແລ້ວ ພວກເຮົາກໍໄດ້ຂາຍຄື້ນສັນຍານຢູ່ຕ່າງປະເທດ ແລະ ພາຍໃນປະເທດ ມາເຮັດໂທລະພາບດາວທຽມ Lao Sat-1 ອັນນີ້ແມ່ນພວກເຮົາກະປະຄັບປະຄອງໄປ ເຮັດຈັ່ງໃດໃຫ້ມັນມີການໃຊ້ງານຫຼາຍຂຶ້ນເທົ່າທີ່ຈະຫຼາຍໄດ້.

ໂດຍໃນປັດຈຸບັນ ບໍລິສັດດາວທຽມລາວເອເຊຍ-ປາຊິຟິກຈຳກັດ ມີລູກຄ້າ 5 ລາຍໃນລາວ ທີ່ໄດ້ຕົກລົງເຊົ່າເພື່ອໃຊ້ບໍລິການ 5 ຊ່ອງສັນຍານດາວທຽມ Lao Sat-1 ສ່ວນອີກ 17 ຊ່ອງສັນຍານທີ່ເຫຼືອກໍໄດ້ຈັດສັນໄວ້ສຳລັບລູກຄ້ານຕ່າງປະເທດ ທີ່ໄດ້ມີການຕົກລົງເຊົ່າເພື່ອໃຊ້ບໍລິການຊ່ອງດາວທຽມ Lao Sat-1 ສຳລັບການຮັບສົ່ງສັນຍານໂທລະພາບແລ້ວຈຳນວນ 130 ຊ່ອງ ທີ່ີຖ່າຍທອດອອກອາກາດໃນ 9 ພາສາດ້ວຍກັນ ກໍຄື, ອັງກິດ, ລາວ, ຈີນ, ໄທ, ກຳປູເຈຍ, ຫວຽດນາມ, ມຽນມາ, ຝຣັ່ງ ແລະ ສະເປນ ໂດຍມີຄູ່ຮວມການຄ້າ ແລະ ການຕະຫຼາດທັງພາຍໃນ ແລະ ຕ່າງປະເທດເກີືອບ 200 ແຫ່ງ.

ແຕ່ຢ່າງໃດກໍຕາມ ທ່ານ ຕິງ ຢົງຕິງ ກໍຍອມຮັບວ່າການແຂ່ງຂັນໃນທຸລະກິດດາວທຽມໃນປັດຈຸບັນນີ້ ຖືເປັນປັດໃຈທີ່ທ້າທາຍຕໍ່ການສ້າງລາຍຮັບຂອງດາວທຽມ Lao Sat-1 ບໍ່ນ້ອຍຄືກັນໂດຍສະເພາະແມ່ນດາວທຽມລຸ້ນໃໝ່ ທີ່ຊ່ອງສັນຍານສາມາດຮອງຮັບການຮັບສົ່ງສັນຍານໂທລະພາບທີີມີຄວາມ ຊັດສູງ (HD) ທັງຍັງສາມາດຕອບສະໜອງການຮັບສົ່ງຂໍ້ມູນຂ່າວສານໃນລະບົບ 5G ໄດ້ດ້ວຍນັ້ນ ກໍຄືຄູ່ແຂ່ງສຳຄັນທີ່ຈະສົ່ງຜົນກະທົບຕໍ່ການເພີ້ມຈຳນວນລູກຄ້າຂອງດາວທຽມ Lao Sat-1 ຢ່າງຫລີກລ່ຽງບໍ່ໄດ້ ຊຶ່ງໃນນີ້ຮວມເຖິງດາວທຽມໄທຄົມ ຂອງປະເທດ ໄທ ດ້ວຍ ໂດຍສະເພາະແມ່ນດາວທຽມໄທຄົມດວງທີ 6, 7 ແລະ 8 ນັ້ນຍັງມີເທັກໂນໂລຈີສູງກວ່າດາວທຽມດາວ Lao Sat-1 ອີກດ້ວຍ ດັ່ງທີີທ່ານ ທີຣະທັດ ເກີດຊ່ວຍ ຜູ້ຈັດການຢ່າຍການຕະຫຼາດຂອງບໍລິສັດໄທຄົມຈຳກັດມະຫາ ຊົນ ໄດ້ອະທິບາຍເຖິງແຜນການຂະຫຍາຍຖານລູກຄ້າຂອງດາວທຽມໄທຄົມໃນຕ່າງປະເທດວ່າ:

“ບໍລິການທາງດ້າທຸລະກິດ Broadcast ເຮົາໄດ້ມີການລົງນາມໃນສັນຍາກັບ Canal Plus ນຶ່ງໃນຜູ້ໃຫ້ບໍລິການທຸລະກິດ PAY TV ລາຍໃຫຍ່ມາຈາກປະ ເທດຝຣັ່ງ ຊຶ່ງມີຜູ້ຮັບຊົມຫຼາຍ 10 ລ້ານລາຍ ໃນຫຼາພູມີພາກ ແລ້ວກໍເພື່ອທີ່ຈະທຳທຸລະກິດໃຫ້ບໍລິການ PAY TV ໃນປະເທດມຽນມາ ໃນດ້ານຂອງຈຳນວນຊ່ອງສັນຍານ TV ດາວທຽມໄທຄົມທັງ 3 ດວງຂອງເຮົາຕ້ອນນີ້ມີປະມານ 1,041 ຊ່ອງເຄິ່ງນຶ່ງເປັນຊ່ອງຈາກປະເທດໄທ ແລ້ວກໍອີກນຶ່ງເປັນຊ່ອງຈາກຕ່າງປະເທດ.

ຍິ່ງໄປກວ່ານັ້ນ ລັດຖະບານລາວຍັງມີພັນທະທີ່ຈະຕ້ອງຊຳລະໜີ້ເງິນກູ້ພ້ອມດ້ວຍດອກເບ້ຍຄືນໃຫ້ກັບລັດຖະບານ ຈີນ ຄິດເປັນມູນຄ່າລວມເຖິງ 341 ລ້ານໂດລາສະຫະລັດອີກດ້ວຍ ໂດຍໃນນີ້ແບ່ງເປັນເງິນກູ້ 258 ລ້ານໂດລາສະຫະລັດ ແລະດອກເບ້ຍ 83 ລ້ານໂດລາສະຫະລັດ ຊຶ່ງລັດຖະບານລາວຈະຕ້ອງຊຳລະຄືນຢ່າງຄົບຖ້ວນໃນປີ 2033 ໂດຍຫັກໃນອັດຕາ 80 ເປີເຊັນຈາກຜົນກຳໄລໃນແຕ່ລະປີ ດາວທຽມລາວ Lao sat-1 ປະກອບມີ 22 ຊ່ອງສັນຍານໂດຍແບ່ງເປັນລະບົບ C-Band ຈຳນວນ 14 ຊ່ອງສັນຍານ ແລະ Ku-Band 8 ຊ່ອງສັນຍານເພື່ອໃຫ້ສອດຄ້ອງກັບສະພາບພູມີ ປະເທດໃນລາວ ທີ່ສ່ວນໃຫຍ່ເປັນເຂດພູດອຍ ຈຶ່ງຕ້ອງການໃຊ້ດາວທຽມທີີ່ມີເທັກນິກພິເສດ ສາ ມາດເຂົ້າເຖິງທຸກພື້ນທີ່ຢ່າງມີປະສິດທິພາບໂດຍມີອາຍຸການໃຊ້ງານ 16 ປີ ເຄິ່ງກໍຄືເຖິງປີ 2033.

XS
SM
MD
LG