ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ດາ​ລາ ຮູບ​ເງົາ ຈີນ ຖືກ​ກ່າວ​ຫາ​ ກ່ຽວ​ກັບ ການ​ລັກ​ຄວາມ​ຄິດ


ນັກ​ສຶກ​ສາ​ ຈີນ ຄົນ​ນຶ່ງຖືກກອດ​ໂດຍ​ພີ່​ນ້ອງ ຫຼັງ​ຈາກ​ສອບ​ເສັງ​ເຂົ້າ​ວິ​ທະຍາ​ໄລ​ປະ​ຈຳ​ປີໃນ ປັກ​ກິ່ງ. 8 ມິ​ຖຸ​ນາ, 2010.
ນັກ​ສຶກ​ສາ​ ຈີນ ຄົນ​ນຶ່ງຖືກກອດ​ໂດຍ​ພີ່​ນ້ອງ ຫຼັງ​ຈາກ​ສອບ​ເສັງ​ເຂົ້າ​ວິ​ທະຍາ​ໄລ​ປະ​ຈຳ​ປີໃນ ປັກ​ກິ່ງ. 8 ມິ​ຖຸ​ນາ, 2010.

ດາ​ລາຮູບ​ເງົາ​ ແລະ ​ໂທ​ລະ​ພາບ ຈີນ ຄົນ​ນຶ່ງ, ຜູ້​ທີ່​ຖືກ​ສົງ​ໄສ​ ກ່ຽວ​ກັບ ການ​ປອມ​ແປງ
ບົດວິທະຍານິພົນ ປະລິນຍາເອກຂອງລາວນັ້ນ ໄດ້ອອກມາຂໍຂະມາ ໂທດຕໍ່ສາທາລະ
ນະ ແລະ ລາອອກຈາກໂຄງການຮຽນລະດັບປະລິນຍາເອກຂອງລາວທີ່ມະຫາວິທະ
ຍາໄລ ປັກກິ່ງ. ພຸດທະສອນ ຈະນຳເອົາລາຍລະອຽດ ກ່ຽວກັບ ບັນຫາຂອງລາວ ມາ
ສະເໜີທ່ານໃນອັນດັບຕໍ່ໄປ.

ທ່ານ ສາຍ ທຽນ​ລິນ ໄດ້​ອອກ​ຖະ​ແຫຼງ​ກາ​ນ​ສະ​ບັບ​ນຶ່ງ ກ່ຽວ​ກັບ ການ​ສຳ​ນຶກ​ຜິດ ຢູ່​ບັນ​
ຊີສື່ສັງຄົມ ເວໂບ ຂອງຫ້ອງອັດຂອງລາວໃນວັນພະຫັດທີ່ຜ່ານມາ ໃນຂະນະທີ່ການ
ສືບສວນສອບສວນ ໄດ້ທົບທວນການກ່າວຫາໂລກອອນໄລນ໌ ທີ່ວ່າລາວໄດ້ລັກຄວາມ
ຄິດຢ່າງໜ້ອຍສ່ວນນຶ່ງ ຂອງບົດວິທະຍານິພົນປະລິນຍາເອກຂອງລາວ.

ນັກ​ລາຍ​ງານ​ບັນ​ທຶກ​ປະ​ຈຳ​ວັນ​ຄົນ​ນຶ່ງ ​ໄດ້​ຂຸດ​ຄົ້ນ​ເຂົ້າ​ໄປ​ໃນ​ວຽກ​ງານ​ການ​ສຶກ​ສາ​ຂອງ
ທ່ານ ສາຍ ແລະ ໄດ້ພົບວ່າ ບົດຂອງທ່ານ ສາຍ ຫຼາຍກວ່າ 50 ເປີເຊັນ ນັ້ນ ໄດ້ຂຽນ
ກ່ຽວກັບ ປື້ມ White Deer Plain, ນະວະນິຍາຍທີ່ມີຊື່ສຽງຂອງຈີນ, ເຊິ່ງປາກົດວ່າມີ
ຄວາມຄ້າຍຄືກັນ ກັບປື້ມທີ່ຖືກຂຽນຂຶ້ນໂດຍສາສະດາຈານທ່ານນຶ່ງໃນແຂວງ ອານຮຸຍ
ດົນກວ່າ 10 ປີທີ່ຜ່ານມານັ້ນ, ອີງຕາມເວັບໄຊ ຊີນາ ຂອງ ຈີນ.

ອີກ​ສ່ວນ​ນຶ່ງ​ຂອ​ງ​ປະ​ຫວັດ​ການ​ສຶກ​ສາ​ຂອງ​ທ່ານ​ນັ້ນ, ຄະແນນ​ຂອງ​ທ່ານໃນການ ​ສອບ​
ເສັງເຂົ້າວິທະຍາໄລແຫ່ງຊາດ ກາວຄາວ ຂອງ ຈີນ ຍັງໄດ້ຖືກກວດສອບຢ່າງລະອຽດ
ອີກດ້ວຍ.

ຄວາມ​ໂດ່ງ​ດັງ​ຂອງ​ທ່ານ ສາຍ ໃນ​ຖາ​ນະ​ເປັນ​ນັກ​ສະ​ແດງ​ນັ້ນ ໄດ້​ພັດ​ທະ​ນາ​ຂຶ້ນ​ໂດຍ
ປະຫວັດການສຶກສາທີ່ເຂັ້ມແຂງຂອງລາວ ກ່ອນບັນຫາດັ່ງກ່າວໄດ້ເກີດຂຶ້ນ. ພາບພົດ
ດັ່ງກ່າວ ໄດ້ແຕກຫັກຢ່າງໄວວາ ຫຼັງຈາກໄດ້ມີການກ່າວຫາ ກ່ຽວກັບ ການຂີ້ຫຼັກໃນ
ໂລກອອນໄລນ໌. ການເວົ້າເຍາະເຢີ້ຍ ກ່ຽວກັບ ການກ່າວຫາລັກຄວາມຄິດຂອງນັກ
ສະແດງຄົນດັ່ງກ່າວ ແມ່ນໄດ້ຮັບຄວາມສົນໃຈສູງສຸດໃນ ເວໂບ.

ໂຮງ​ຮຽນ​ຜະ​ລິດ​ຮູບ​ເງົາ ປັກ​ກິ່ງ, ບ່ອນ​ທີ່​ລາວ​ໄດ້​ໄປ​ຮຽນ​ນັ້​ນ, ແລະ ໂຮງ​ຮຽນ​ການ​ບໍ​ລິ​
ຫານ ກວາງຮົວ ທີ່ມະຫາວິທະຍາໄລ ປັກກິ່ງ, ບ່ອນທີ່ລາວໄດ້ຍອມຮັບວ່າເປັນນັກສຶກ
ສາປະລິນຍາເອກນັ້ນ, ໄດ້ກ່າວວ່າ ເຂົາເຈົ້າກຳລັງສືບສວນສອບສວນ ການສໍ້ໂກງບົດ
ວິທະຍານິພົນ ຂອງທ່ານ ສາຍ ນັ້ນ. ບັນຫາດັ່ງກ່າວໄດ້ເລີ່ມຂຶ້ນໃນວັນທີ 26 ສິງຫາປີ
ກາຍ ໃນລະຫວ່າງການອອກອາກາດສົດ ທາງ ເວັບໄຊ, ເມື່ອທ່ານ ສາຍ ໄດ້ຖືກຖາມ
ວ່າ ບົດນິພົນຂອງລາວສາມາດພົບເຫັນໄດ້ຢູ່ໃນຖານຂໍ້ມູນການສຶກສາ, ໂຄງລ່າງພື້ນ
ຖານ ຄວາມຮູ້ແຫ່ງຊາດ ຈີນ ຫຼື CNKI ບໍ່. ເມື່ອທ່ານ ສາຍ ໄດ້ຕອບວ່າ, “CNKI ແມ່ນ
ຫຍັງ? ຄວາມສົງໄສຕ່າງໆແມ່ນໄດ້ຖືກກະຕຸ້ນໃນໂລກອອນໄລນ໌. ການຕຳໜິວິຈານ
ແລະ ການເຍາະເຢີ້ຍ ກ່ຽວກັບ ການລັກຄວາມຄິດນັ້ນ ແມ່ນຫາກໍ່ເຕີບໂຕຂຶ້ນເມື່ອບໍ່
ດົນມານີ້.

ໃນ​ວັນ​ທີ 31 ມັງ​ກອນ​ທີ່​ຜ່ານ​ມາ, ນັກ​ສະ​ແດງ​ຄົນ​ດັ່ງ​ກ່າວ​ໄດ້​ເອົາ​ຈົດ​ໝາຍ​ຈາກ​ໂຮງ
ຮຽນການບໍລິຫານ ຂອງມະຫາວິທະຍາໄລ ກວາງຮົວ ລົງໃສ່ບັນຊີ ເວໂບ ຂອງລາວ,
ທີ່ສະແດງໃຫ້ເຫັນການຮັບຮອງເອົາລາວເປັນນັກຄົ້ນຄວ້າຫຼັງປະລິນຍາເອກ. ສອງ
ສາມວັນຕໍ່ມາ, ຫຼັງຈາກລາວໄດ້ສະແດງເປັນເຈົ້າໜ້າທີ່ຕຳຫຼວດຕໍ່ຕ້ານການປອມແປງ
ໃນລະຄອນຢູ່ລາຍງານວາໄຣຕີ້ນັ້ນ, ທ່ານ ສາຍ ໄດ້ກາຍເປັນເປົ້າໝາຍ ການຕຳໜິວິ
ຈານຂອງສາທາລະນະ ແລະ ຄວາມພະຍາຍາມທີ່ເປີດເຜີຍຕົວຈິງຂອງລາວກໍໄດ້ຂະ
ຫຍາຍຂຶ້ນ.

ໃນ​ຈົດ​ໝາຍ​ຂໍ​ໂທດ​ຂອງ​ລາວ​ນັ້ນ, ທ່ານ ສາຍ, ຜູ້​ທີ່​ເລືອກ​ໃຊ້​ຊື່​ວ່າ ໂຣ​ໂນ​ລ ສາຍ, ໄດ້​
ກ່າວວ່າ ລາວເສຍໃຈຢ່າງຍິ່ງຕໍ່ການກະທຳທີ່ຜິດທຸກຢ່າງນັ້ນ, ຄວາມຄິດມັກຫຍິ່ງ ແລະ
ຄວາມເພີ້ຝັນນັ້ນ ໄດ້ເຫັນໃຫ້ລາວເສຍຫົວ. ລາວໄດ້ກ່າວວ່າ ລາວໄດ້ອອກຈາກໂຄງ
ການຫຼັງປະລິນຍາເອກຢ່າງເປັນທາງການແລ້ວ.

ແນວ​ໃດ​ກໍ​ຕາມ, ທ່ານ ສາຍ ບໍ່​ໄດ້​ຍອມ​ຮັບ​ຕໍ່​ການ​ລັກ​ຄວາມ​ຄິດ.

ໃນ​ຂະ​ນະ​ທີ່​ການ​ສືບ​ສວນ​ສອບ​ສວນ​ຕ່າງໆ​ຈາກ​ໂຮງ​ຮຽນ​ຮູບ​ເງົາ ແລະ ໂຮງ​ຮຽນ
ກວາງຮົວ ຍັງບໍ່ໄດ້ຈົບເທື່ອນັ້ນ, ຜູ້ໃຊ້ອິນເຕີແນັດໄດ້ສະຫຼຸບວ່າ ທ່ານ ສາຍ ໄດ້ລັກ
ຄວາມຄິດໃນບົດຂຽນຂອງລາວ.

ສາ​ສະ​ດາ​ຈານ ເຮ ເຫວີຍ​ຝາງ, ອາ​ຈານ​ສອນ​ທີ່​ໂຮງ​ຮຽນ​ກົດ​ໝາຍ​ຂອງ​ມະ​ຫາ​ວິ​ທະ​ຍາ
ໄລ ປັກກິ່ງ ໄດ້ກ່າວວ່າ ມັນສຳຄັນຫຼາຍຖ້າ ທ່ານ ສາຍ, ໂຮງຮຽນຜະລິດຮູບເງົາ ແລະ
ໂຮງຮຽນ ກວາງຮົວ ສາມາດສ້າງຫຼັກຖານ ທີ່ໜ້າເຊື່ອຖືໄດ້ ເພື່ອໂຕ້ແຍ້ງ ຫຼື ຢືນຢັນ
ການລັກຄວາມຄິດ ໄວເທົ່າທີ່ຈະໄວໄດ້.

ທ່ານ ໄດ້​ກ່າວ​ວ່າ “ອັນ​ທີ່​ເອີ້ນ​ວ່າສານ​ແຫ່ງ​ການ​ຕັດ​ສິນ ​ຈາກ​ຄວາມ​ຄິດ​ເຫັນ​ສາ​ທາ​ລະ​
ນະ” ແມ່ນເລື່ອງທີ່ມີທົ່ວໄປໃນຍຸກອິນເຕີແນັດ, ແມ່ນກະທັ້ງການສົງໄສນັ້ນແມ່ນບໍ່ໄດ້
ອີງໃສ່ການກະທຳຜິດທີ່ແທ້ຈິງ. ທ່ານເວົ້າວ່າ “ໃຫ້ທຸກຄົນເອົາໃຈໃສ່ເປັນພິເສດກັບມັນ.
ນີ້ລວມມີຄວາມຈິງ ແລະ ຄວາມຂີ້ຕົວະໃນຜະລິດຕະພັນອຸດສາຫະກຳຕ່າງໆ, ຄວາມ
ປອດໄພຂອງອາຫານ ແລະ ຂະແໜງອື່ນໆ.”

ທ່ານ​ໄດ້​ເວົ້າ​ວ່າ ມັນ “ສຳ​ຄັນຫຼາຍ ແລະ ຈຳ​ເປັນ​ສຳ​ລັບ​ພວກ​ເຮົາ​ທີ່​ຈະ​ເອົາ​ໃຈໃສ່​ຕໍ່​
ບັນຫາພວກນີ້. ມັນລວມມີໂລກການສຶກສາ. ຖ້າເຈົ້າສາມາດປອມແປງສິ່ງຕ່າງໆໃນ
ໂລກການສຶກສາແລ້ວ, ສະນັ້ນທຸກໆຢ່າງໃນປະເທດນີ້ກໍສາມາດເປັນສິ່ງແປກປອມ
ໄດ້.” ທ່ານໄດ້ເວົ້າເພີ່ມເຕີມວ່າ ການທີ່ວ່າຄົນໃນອິນເຕີແນັດໄດ້ສົງໄສກ່ຽວກັບ ການ
ກ່າວຫາປອມແປງນັ້ນ “ແມ່ນສິ່ງທີ່ດີຫຼາຍ.”

ທ່ານ ຫຼີ ດາ​ຕົງ, ອະ​ດີດ​ຜູ້​ລາຍ​ງານ​ຂ່າວ​ສຳ​ລັບ​ໜັງ​ສື​ພິມຊາວ​ໜຸ່ມ ຈີນ ແລະ ບັນ​ນາ​ທິ
ການ ຮ່ວມກໍ່ຕັ້ງວາລະສານ Freezing Point ຂອງໜັງສືພິມດັ່ງກ່າວໄດ້ເວົ້າວ່າ,
ການຄົ້ນພົບວ່າທ່ານ ສາຍ ໄດ້ປອມແປງບົດວິທະຍານິພົນຂອງລາວນັ້ນ ບໍ່ແມ່ນ
ເລື່ອງຜິດປົກກະຕິ ແລະ ສະທ້ອນເຖິງ “ຄວາມລົ້ມແຫຼວຂອງສັງຄົມ.”

ທ່ານ ຫຼີ ກ່າວ​ວ່າ “ການ​ສໍ້​ໂກງ​ແມ່ນ​ມີ​ຢ່າງ​ແຜ່ກວ້າງ​ຢູ່​ແລ້ວ, ສັງ​ຄົມ​ທັງ​ມວນ​ແມ່ນ​ໄດ້
ເສື່ອມຖອຍ, ແລະ ມັນກໍບໍ່ມີສິນທຳຂັ້ນພື້ນຖານ, ເຊິ່ງບໍ່ແມ່ນສິ່ງທີ່ໃໝ່. ບັນດາເຈົ້າ
ໜ້າທີ່ແນ່ນອນມັກເລື່ອງນີ້: ຜູ້ໃດກໍຕາມທີ່ມີອຳນາດ ຈະມີຄວາມຮູ້ທີ່ສູງກວ່າ. ສະນັ້ນ
ສິ່ງທີ່ອອກມາກໍແມ່ນ ຖ້າເຈົ້າຂີ້ຫຼັກໄດ້, ເປັນຫຍັງຂ້ອຍຈະເຮັດບໍ່ໄດ້?

ອ່ານ​ລາຍ​ງານນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG