ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກຊ່ຽວຊານຈີນ ເຊື່ອວ່າ ການລົງທຶນຂອງຈີນ ຈະຊ່ອຍລາວ ບັນລຸເປົ້າໝາຍ ການພັດທະນາ ໄດ້


ບັນດາເຈົ້າໜ້າທີ່ຂັ້ນສູງ ຂອງລາວ ແລະຈີນ ເຂົ້າຮ່ວມກອງປະຊຸມ ເຈລະຈາ ວ່າດ້ວຍ ໂຄງການນຶ່ງແລວທາງນຶ່ງເສັ້ນທາງ ຫຼື One Belt One Road
ບັນດາເຈົ້າໜ້າທີ່ຂັ້ນສູງ ຂອງລາວ ແລະຈີນ ເຂົ້າຮ່ວມກອງປະຊຸມ ເຈລະຈາ ວ່າດ້ວຍ ໂຄງການນຶ່ງແລວທາງນຶ່ງເສັ້ນທາງ ຫຼື One Belt One Road

ນັກຊ່ຽວຊານຈີນ ເຊື່ອໝັ້ນວ່າ ການລົງທຶນຂອງບັນດາບໍລິສັດຈີນໃນລາວ ທີ່ເພີ່ມຂຶ້ນ
ຢ່າງຕໍ່ເນື່ອງ ຈະສົ່ງຜົນດີຕໍ່ການພັດທະນາລາວ ໄປສູ່ການເປັນໝໍ້ໄຟ ແລະສູນກາງ
ເຊື່ອມຕໍ່ດ້ານຄົມມະນາຄົມ ຂອງອາຊຽນ.

ທ່ານ ລີ ຢົງ ຜູ້ຊ່ຽວຊານອາວຸໂສດ້ານເສດຖະສາດ ຂອງສະມາຄົມການຄ້າສາກົນ ແຫ່ງ
ປະເທດຈີນ ຢືນຢັນວ່າ ການລົງທຶນຂອງບັນດາບໍລິສັດຈີນໃນລາວ ໂດຍສະເພາະແມ່ນ
ການລົງທຶນໃນການພັດທະນາ ດ້ານພື້ນຖານໂຄງລ່າງ ແລະໂຄງການກໍ່ສ້າງແຫລ່ງ
ຜະລິດພະລັງງານໄຟຟ້າ ນັ້ນ ຍັງຈະເປັນການປະກອບສ່ວນຊຸກຍູ້ ໃຫ້ເປົ້າໝາຍ ຂອງ
ລັດຖະບານລາວ ສາມາດເກີດຂຶ້ນໄດ້ຢ່າງເປັນຮູບປະທຳ ທັງໃນຖານະຜູ້ສົ່ງອອກ
ກະແສໄຟຟ້າ ລາຍໃຫຍ່ ຫຼື ໝໍ້ໄຟ ແລະໃນຖານະສູນກາງເຊື່ອມຕໍ່ ຄົມມະນາຄົມ ຂອງ
ອາຊຽນອີກດ້ວຍ ດັ່ງທີ່ ທ່ານ ລີ ຢົງ ໄດ້ສະແດງຄວາມເຊື່ອໝັ້ນວ່າ:

"ສປປ ລາວ ແມ່ນປະເທດທີ່ທາງອົງການສະຫະປະຊາຊາດ ໄດ້ຈັດໃຫ້ເປັນປະເທດ
ທີ່ດ້ອຍພັດທະນາ ແຕ່ວ່າ ມີການຂະຫຍາຍຕົວທາງດ້ານເສດຖະກິດ ທີ່ວ່ອງໄວຫຼາຍ
ສະນັ້ນ ການຮ່ວມມືໃນຮອບຫຼາຍປີຜ່ານມານີ້ ແມ່ນຊ່ອຍເຮັດໃຫ້ມີການກໍ່ສ້າງ ພື້ນ
ຖານໂຄງລ່າງ ເຊັ່ນທາງລົດໄຟເປັນຕົ້ນ ພາຍໃຕ້ຍຸດທະສາດຂອງລາວ ເພື່ອໃຫ້
ກາຍເປັນປະເທດທີ່ມີການເຊື່ອມໂຍງທາງພາກພື້ນດິນ ຫຼື Land Link ກັບປະເທດ
ອື່ນໆ ກໍຄືການກາຍເປັນໝໍ້ໄຟຂອງຂົງເຂດ."

ໂດຍໃນປັດຈຸບັນ ບັນດາບໍລິສັດຈີນ ມີມູນຄ່າການລົງທຶນສະສົມໃນລາວ ເກີນກວ່າ
10,000 ລ້ານໂດລາແລ້ວ ຊຶ່ງຖືເປັນຜູ້ລົງທຶນອັນດັບທີ 1 ທີ່ມີການລົງທຶນໃນລາວ
ຫຼາຍກວ່າ 700 ໂຄງການ ທັງຍັງມີທ່າອຽງເພີ່ມຂຶ້ນນັບມື້ ຊຶ່ງກໍເປັນຍ້ອນການພົວພັນ
ໃນຖານະຄູ່ຮ່ວມມືຍຸດທະສາດຮອບດ້ານ ລະຫວ່າງ ລາວ ແລະຈີນ ນັບແຕ່ປີ 2009
ເປັນຕົ້ນມາ ທັງລັດຖະບານລາວ ກໍຖືວ່າ ຈີນ ເປັນແບບຢ່າງຂອງການພັດທະນາລາວ
ອີກດ້ວຍ.

ບັນດາເຈົ້າໜ້າທີ່ຂັ້ນສູງ ຂອງ ລາວ-ຈີນ ເຂົ້າຮ່ວມໃນພິທີວາງສີລາເລີກ ໂຄງການກໍ່ສ້າງເຂື່ອນໄຟຟ້າ ນ້ຳງື່ມ 3
ບັນດາເຈົ້າໜ້າທີ່ຂັ້ນສູງ ຂອງ ລາວ-ຈີນ ເຂົ້າຮ່ວມໃນພິທີວາງສີລາເລີກ ໂຄງການກໍ່ສ້າງເຂື່ອນໄຟຟ້າ ນ້ຳງື່ມ 3

ຫລ້າສຸດ ກອງປະຊຸມເປີດກວ້າງຂອງຄະນະລັດຖະບານລາວ ຄັ້ງທີ 1 ປະຈຳປີ
2017 ເມື່ອເດືອນກັນຍາຜ່ານມາ ກໍໄດ້ມີມະຕິຕົກລົງ ອະນຸຍາດໃຫ້ ກຸ່ມບໍລິສັດກວາງ
ຕຸ້ງ ແລະແມ່ນ້ຳເຫລືອງ ອຸດສາຫະກຳຈຳກັດ ຈາກຈີນ ເປັນຜູ້ຮັບຜິດຊອບການສຶກສາ
ຄວາມເປັນໄປໄດ້ ຂອງໂຄງການພັດທະນາເຂດເສດຖະກິດພິເສດຄອນພະເພັງ
ດອນໂຂງ ທີ່ເມືອງໂຂງ ແຂວງຈຳປາສັກ ໂດຍການສຶກສາຄວາມເປັນໄປໄດ້ ຂອງ
ໂຄງການດັ່ງກ່າວນີ້ ກໍຍັງຮວມເຖິງການກຳນົດເຂດ ແລະການອອກແບບພັດທະນາ
ເຂດຕ່າງໆ ໃຫ້ແລ້ວເສັດພາຍໃນປີ 2018 ດ້ວຍ.

ໂດຍອີງຕາມແຜນການຂອງກຸ່ມບໍລິສັດກວາງຕຸ້ງ-ແມ່ນ້ຳເຫລືອງຈຳກັດ ກໍໄດ້ລະບຸວ່າ
ເຂດເສດຖະກິດພິເສດຄອນພະເພັງ-ດອນໂຂງ ຈະເປັນເຂດເສດຖະກິດພິເສດ ຂະ
ໜາດ ໃຫຍ່ທີ່ສຸດໃນລາວ ເພາະວ່າ ຈະມີພື້ນທີ່ສຳປະທານກວ້າງກວ່າ 7,000 ເຮັກຕາ
ທີ່ຈະພັດທະນາໃຫ້ເປັນເມືອງໃໝ່ ທີ່ທັນສະໄໝ ທີ່ມີສິ່ງອຳນວຍຄວາມສະດວກ ແລະ
ບໍລິການຕ່າງໆຢ່າງຄົບຊຸດ ເຊັ່ນ ໂຮງແຮມ ສູນການຄ້າ ຮ້ານອາຫານ ສະຖານບັນເທີງ
ແລະກິດຈະກຳຕ່າງໆ ທີ່ກ່ຽວຂ້ອງກັບການທ່ອງທ່ຽວດ້ານສິນລະປະ ວັດທະນະທຳ
ປະຫວັດສາດ ແລະທຳມະຊາດໃນແມ່ນ້ຳຂອງ ຊຶ່ງຄາດວ່າ ຈະຕ້ອງໃຊ້ເງິນລົງທຶນສູງ
ເຖິງ 10,000 ລ້ານໂດລາ ໂດຍເຂດເມືອງໃໝ່ ຈະຮອງຮັບພົນລະເມືອງໄດ້ເຖິງ 8
ແສນຄົນ ແລະຮອງຮັບນັກທ່ອງທ່ຽວໄດ້ 1 ລ້ານ 2 ແສນ ກວ່າຄົນຕໍ່ປີ.

ເຂດ ເສດຖະກິດພິເສດຄອນພະເພັງ-ດອນໂຂງຈະເປັນເຂດເສດຖະກິດພິເສດຂະໜາດໃຫຍ່ ທີ່ສຸດໃນ ລາວ ເພາະວ່າຈະມີພື້ນທີ່ສຳປະທານກວ້າງກວ່າ 7,000 ເຮັກຕາ
ເຂດ ເສດຖະກິດພິເສດຄອນພະເພັງ-ດອນໂຂງຈະເປັນເຂດເສດຖະກິດພິເສດຂະໜາດໃຫຍ່ ທີ່ສຸດໃນ ລາວ ເພາະວ່າຈະມີພື້ນທີ່ສຳປະທານກວ້າງກວ່າ 7,000 ເຮັກຕາ

ທັງນີ້ ລັດຖະບານລາວ ໄດ້ສ້າງຕັ້ງເຂດເສດຖະກິດພິເສດ ແລະເຂດເສດຖະກິດ
ສະເພາະ ແລ້ວ 12 ແຫ່ງ ໂດຍມີ 351 ບໍລິສັດ ທີ່ມີມູນຄ່າການລົງທຶນ ລວມຫຼາຍ
ກວ່າ 8,000 ລ້ານໂດລາ ໃນນີ້ ໄດ້ນຳເງິນທຶນເຂົ້າມາໃນລາວ ແລ້ວ 1,600 ລ້ານ
ໂດລາ ທີ່ລວມເຖິງ 234 ບໍລິສັດຈາກຈີນດ້ວຍ ຈຶ່ງຖືເປັນກຸ່ມລົງທຶນລາຍໃຫຍ່ທີ່ສຸດ ແລະມີການຈ້າງງານຫຼາຍກວ່າ 22,000 ຕຳແໜ່ງອີກດ້ວຍ.

ແຕ່ຢ່າງໃດກໍຕາມ ທ່ານຄຳແພງ ໄຊສົມແພງ ລັດຖະມົນຕີວ່າການ ກະຊວງແຮງງານ
ແລະສະຫວັດດີການ ສັງຄົມ ກໍຍອມຮັບວ່າ ໂຄງການພັດທະນາເຂດເສດຖະກິດ
ພິເສດ ສາມຫລ່ຽມຄຳ ຢູ່ແຂວງບໍ່ແກ້ວ ທີ່ລົງທຶນໂດຍກຸ່ມບໍລິສັດດອກງິ້ວຄຳ ຈາກຈີນ
ບໍ່ສາມາດສ້າງວຽກເຮັດງານທຳ ໃຫ້ກັບປະຊາຊົນລາວ ໃນທ້ອງຖິ່ນໄດ້ຢ່າງທີ່ຄວນ
ເພາະການຈ້າງງານສ່ວນໃຫຍ່ ໃນເຂດນີ້ ຍັງເປັນການຈ້າງຄົນຈີນດ້ວຍກັນ.

ຍິ່ງໄປກວ່ານັ້ນ ຜົນການກວດສອບການດຳເນີນງານຂອງຜູ້ລົງທຶນ ໃນເຂດເສດຖະກິດ
ພິເສດສາມຫລ່ຽມຄຳ ໃນໄລຍະຜ່ານມາ ກໍຍັງພົບວ່າ ໄດ້ມີການຈ່າຍຄ່າຊົດເຊີຍ ຢ່າງບໍ່
ເປັນທຳໃຫ້ກັບປະຊາຊົນລາວ ທີ່ຖືກເວນຄືນທີ່ດິນໄປໃຫ້ໂຄງການ ທັງຍັງປາກົດວ່າ
ມີປະຊາຊົນຈຳນວນນຶ່ງ ຍັງບໍ່ໄດ້ຮັບການຊົດເຊີຍເລີຍ ນັບແຕ່ທີ່ດິນຂອງພວກເຂົາເຈົ້າ
ໄດ້ຖືກເວນຄືນ ໄປໃຫ້ໂຄງການດັ່ງກ່າວ.

ສ່ວນອົງການແມ່ນ້ຳສາກົນ (International Rivers) ກໍສຳຫລວດພົບວ່າ ມີປະຊາຊົນ
ລາວ ໃນ 89​ ບ້ານ ທັງໃນແຂວງຜົ້ງສາລີ ອຸດົມໄຊ ແລະຫລວງພະບາງ ທີ່ຈະຖືກກະທົບ
ຈາກເຂື່ອນນ້ຳອູ ທັງ 7 ໂຄງການທີ່ລົງທຶນໂດຍບໍລິສັດ Power China ຈາກຈີນ ຫາກ
ແຕ່ວ່າ ປະຊາຊົນລາວ ທີ່ຖືກກະທົບນັ້ນ ກັບຍັງບໍ່ໄດ້ຮັບການຊົດເຊີຍ ຢ່າງຍຸຕິທຳ ແຕ່
ຢ່າງໃດ.

XS
SM
MD
LG