ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄວາມຕ້ອງການຖ່ານຫີນ ຂອງຈີນເພີ້ມຂຶ້ນ ແຕ່ອອສເຕຣເລຍ ຜູ້ສົ່ງອອກຖ່ານຫີນລາຍໃຫຍ່ນັ້ນ ຍັງຄົງຖືກ​ຫ້​າມ​ຕໍ່​ໄປ


ຮູບພາບ-ໃນຮູບພາບທີ່ຖືກຖ່າຍໃນວັນທີ 19 ພະຈິກ, ປີ 2015 ນີ້, ໝອກຄັວນທີ່ລອຍອອກມາ ຈາໂຮງ​ໄຟ​ຟ້າຖ່ານຫີນ ໃກ້ກັບເມືອງດາຕົງ (Datong), ໃນແຂວງຊານຊີ ທາງພາກເໜືອຂອງປະເທດຈີນ.
ຮູບພາບ-ໃນຮູບພາບທີ່ຖືກຖ່າຍໃນວັນທີ 19 ພະຈິກ, ປີ 2015 ນີ້, ໝອກຄັວນທີ່ລອຍອອກມາ ຈາໂຮງ​ໄຟ​ຟ້າຖ່ານຫີນ ໃກ້ກັບເມືອງດາຕົງ (Datong), ໃນແຂວງຊານຊີ ທາງພາກເໜືອຂອງປະເທດຈີນ.

ຜົນຜະລິດຖ່ານຫີນຂອງຈີນເພີ້ມຂຶ້ນສູ່ລະດັບສູງສຸດ ນັບຕັ້ງແຕ່ຢ່າງນ້ອຍ ໃນເດືອນມີນາ, ປີ 2015 ເປັນ​ຕົ້ນ​ມາ, ຫລັງຈາກທີ່ເຈົ້າໜ້າທີ່ ໄດ້ອະນຸຍາດໃຫ້ມີການຂະຫຍາຍການຂຸດຄົ້ນບໍ່​ຖ່ານ​ຫີນ ເພີ້ມການສະໜອງ ແລະ​ຫລຸດລາຄາທີ່ ສູງເປັນຫວັດການ. ການນໍາເຂົ້າຖ່ານຫີນຂອງຈີນ ຈາກຣັດເຊຍນັ້ນ ເພີ້ມຂຶ້ນໃນເດືອນກັນຍາ, ແຕ່ວ່າ ອອສເຕຣເລຍ ທີ່ເປັນຜູ້ສະໜອງດັ້ງເດີມຂອງຈີນ ຍັງຄົງຖືກລະງັບ ທາງດ້ານການຄ້າ ທີ່ມີກໍາໄລນັ້ນ ເນື່ອງຈາກຄວາມເຄັ່ງຕຶງທາງການທູດ. ຟິວ ເມເຊີ (Phil Mercer) ມີລາຍງານຈາກນະຄອນຊິດນີ, ເຊິ່ງທິບສຸດາ ຈະນໍາເອົາລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.

ຈີນ ເຊິ່ງເປັນປະເທດຜູ້ບໍລິໂພກຖ່ານຫີນທີ່ໃຫຍ່ທີ່ສຸດໃນໂລກ ກໍາລັງປະສົບກັບບັນຫາການຂາດພະລັງງານທີ່ເກີດ​ຈາກຄວາມຕ້ອງການຢ່າງຫຼວງຫຼາຍຈາກບັນ ດາຄົວເຮືອນ ແລະອຸດສາຫະກໍາຕ່າງໆ.

ລັດຖະບານໃນນະຄອນປັກກິ່ງ ແມ່ນມຸ້ງໝັ້ນທີ່ຈະຫລີກລ້ຽງການຕັດພະລັງງານຫຼາຍຂຶ້ນອີກ.

ນັບຕັ້ງແຕ່ເດືອນກໍລະກົດມາ, ຈີນໄດ້ອະນຸມັດການຂະຫຍາຍການຂຸດຄົ້ນບໍ່​ຖ່ານ​ຫີນຫຼາຍກວ່າ 150 ແຫ່ງ, ອີງຕາມລາຍງານຂອງຄະນະກໍາມະການພັດທະນາ ແລະປະຕິຮູບແຫ່ງຊາດ. ຈາກໂຕເລກຂອງສໍານັກງານສະຖິຕິແຫ່ງຊາດຂອງຈີນໄດ້ສະແດງໃຫ້ເຫັນວ່າ ການຜະລິດຖ່ານຫີນພາຍໃນປະເທດ ແມ່ນຫຼາຍກວ່າ 357 ລ້ານໂຕນໃນເດືອນຕຸລາ, ເຊິ່ງເພີ້ມຂຶ້ນຈາກ 334 ລ້ານໂຕນ ໃນເດືອນກ່ອນໜ້ານັ້ນ.

ຂໍ້ມູນອາກອນທີ່ເປັນທາງການ ເປີດເຜີຍໃຫ້ເຫັນວ່າ ຈີນໄດ້ນໍາເຂົ້າຖ່ານຫີນດິບຈາດຣັດເຊຍ ປະມານ 3 ລ້ານ 7 ແສນໂຕນ, ອັນເປັນເຊື້ອໄຟສໍາຄັນໃນການຜະລິດໄຟຟ້າ ໃນເດືອນກັນຍານີ້, ເຊິ່ງເພີ້ມຂຶ້ນຫຼາຍກວ່າ 1 ສ່ວນ 4 ຈາກເດືອນສິງຫາ.

ຢ່າງໃດກໍຕາມ, ນຶ່ງໃນຜູ້ຜະລິດຖ່ານຫີນ ທີ່ໃຫຍ່ທີ່ສຸດໃນໂລກ ຄືອອສເຕຣເລຍເຫັນໄດ້ຢ່າງແຈ່ມແຈ້ງວ່າ ຂາດຈາກບັນຊີລາຍຊື່ໃນບັນດາປະເທດທີ່ສົ່ງຖ່ານຫີນໄປຈີນ.

ອອສເຕຣເລຍ ເປັນປະເທດຜູ້ສົ່ງອອກຖ່ານຫີນໄປຈີນຫຼາຍທີ່ສຸດ ກ່ອນທີ່ຈະມີຂໍ້ຫ້າມ ທີ່ບໍ່ເປັນທາງການໃນທ້າຍປີ 2020, ຫລັງຈາກທີ່ລັດຖະບານແຄນເບີຣາ ສະໜັບສະໜຸນການຮຽກຮ້ອງຂອງນານາຊາດໃນການກວດສອບກ່ຽວກັບຈຸດກໍາເນີດຂອງພະຍາດໂຄວິດ-19, ເຊິ່ງພະຍາດດັ່ງກ່າວໄດ້ກວດພົບຄັ້ງທໍາອິດຢູ່ຈີນ. ລັດຖະບານປັກກິ່ງ ໄດ້ຕີຄວາມໝາຍວ່າ ເປັນການຕ້ອງຕິກ່ຽວກັບການຈັດການກັບໄວຣັສນັ້ນ, ແລະການຈໍາກັດຕ່າງໆທາງດ້ານການຄ້າ ກໍ່ໄດ້ຖືກ​ນຳມາໃຊ້.

ຈີນ ມີແຜນການໄລຍະຍາວທີ່ຈະຫລຸດການນໍາໃຊ້ເຊື້ອໄຟຈາກຖ່ານຫີນ ແລະ​ຈາກຊາກ​ຊາກສັດດຶກດໍາບັນ.

ທ່ານແຊມ ກຽລ (Sam Geall) ຈາກກຸ່ມສົນ​ທະ​ນາກ່ຽວກັບຈີນ, ເຊິ່ງເປັນກຸ່ມນະໂຍບາຍດ້ານສິ່ງແວດລ້ອມ ກ່າວກັບສະຖານີວິທະຍຸກະຈາຍສຽງແຫ່ງຊາດຂອງອອສເຕຣເລຍວ່າ ການນໍາໃຊ້ຖ່ານຫີນຂອງຈີນຈະມີການສັ່ນໄຫວ ອັນເປັນຜົນສະທ້ອນເຖິງຄວາມຈໍາເປັນທາງການເມືອງພາຍໃນປະເທດ. ເຊິ່ງທ່ານໄດ້ກ່າວວ່າ:

“​ມີ​ຊ່ອງຫວ່າງສໍາລັບປ້ອງກັນຄວາມສ່ຽງ ໃນອີກ 5 ປີຂ້າງໜ້າ ທີ່ເຮັດໃຫ້ຖ່ານຫີນມີການສະສົມທີ່ເພີ້ມຂຶ້ນ ເຊິ່ງຈະຕ້ອງຖືກຫລຸດປະລິມານລົງອີກໃນປີ 2025, ແລະນັ້ນ ເວົ້າເຖິງບັນຫາປະມານວ່າ ຊຸກ ແລະດຶງ ທີ່ພວກເຮົາເຫັນ ໃນພາກ ສ່ວນພະລັງງານຂອງຈີນທີ່ບໍ່ພຽງພໍ ແລະຍັງຄົງດໍາເນີນຢູ່ຕໍ່ໄປ. ດັ່ງທີ່ພວກເຈົ້າຮູ້, ມັນເປັນການຍາກທີ່ຈະປ່ຽນສິ່ງທີ່ຍິ່ງໃຫຍ່ນີ້ໃນທັນທີທັນໃດ, ແລະການຊຸກ ຫລືດຶງລະຫວ່າງຄວາມແຕກຕ່າງທາງດ້ານກໍາລັງແຮງ ແລະຄວາມແຕກຕ່າງທີ່ ຈໍາເປັນ, ພວກເຈົ້າຮູ້ວ່າ ລວມເຖິງຄວາມໝັ້ນຄົງທາງສັງຄົມ, ການມີວຽກເຮັດງານທໍາ ແລະການດໍາເນີນການຕ່າງໆຈະຕ້ອງດໍາເນີນຢູ່ຕໍ່ໄປ.”

ການເພີ້ມຂຶ້ນໃນການຜະລິດຖ່ານຫີນຂອງຈີນນັ້ນ ມີຂຶ້ນໃນຂະນະທີ່ອິນເດຍ ເຊິ່ງໄດ້ຮັບການສະໜັບສະໜຸນຈາກລັດຖະບານປັກກິ່ງ ແລະບັນດາປະເທດ​ທີ່​ກຳ​ລັງພັດທະນາຕ່າງໆທີ່ເພິ່ງພາການນໍາໃຊ້ຖ່ານຫີນເປັນຫລັກ, ເປັນນາຍໜ້າໃນການແກ້ໄຂບັນຫາ ໃນນາທີສຸດທ້າຍ ທີ່ກອງປະຊຸມປຶກສາຫາລື COP26 ກ່ຽວກັບສະພາບອາກາດ ໃນນະຄອນກລາສໂກລ, ຢູ່ສະກັອດແລນ.

ພວກເຂົາພວກເຂົາເຈົ້າສາ​ມາດດັດແປງຄໍາເວົ້າຂັ້ນສຸດທ້າຍຂອງສົນທິສັນຍາໃຫ້ເປັນ “ຫລຸດລົງ” ແທນທີ່ຈະເປັນ “ຍຸຕິ” ໃນການນໍາໃຊ້ຖ່ານຫີນ.

ອ່ານບົດລາຍງາຍນີ້ເປັນພາສາອັງກິດ

XS
SM
MD
LG