ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຸ່ມແກັ່ງອາຊະຍາກອນຂອງຈີນ ຢູ່ໃນມຽນມາ ດຽວນີ້ ແນເປົ້າໝາຍ ໃສ່ພວກເຫຍື່ອຢູ່ທົ່ວໂລກ


ພວກຮ້ານອາຫານຂອງຈີນ ທີ່ມີປ້າຍເປັນພາສາຈີນ ແລະມຽນມາ ແມ່ນເຫັນໄດ້ໃນເຂດ ຊວີ ກົກໂກ (Shwe Kokko), ຊຶ່ງເປັນເມືອງທີ່ປຸກຂຶ້ນໃໝ່ໃນລັດກະຫຼຽງ ຂອງມຽນມາ. (VOA Burmese)
ພວກຮ້ານອາຫານຂອງຈີນ ທີ່ມີປ້າຍເປັນພາສາຈີນ ແລະມຽນມາ ແມ່ນເຫັນໄດ້ໃນເຂດ ຊວີ ກົກໂກ (Shwe Kokko), ຊຶ່ງເປັນເມືອງທີ່ປຸກຂຶ້ນໃໝ່ໃນລັດກະຫຼຽງ ຂອງມຽນມາ. (VOA Burmese)

ກຸ່ມແກັ່ງອາຊະຍາກອນຕ່າງໆຈາກຈີນ ທີ່ກຳລັງດຳເນີນການ ຢູ່ເຂດຊາຍແດນລະຫວ່າງໄທ ແລະມຽນມາ ນັ້ນ ເປັນໄພຂົ່ມຂູ່ຕໍ່ພວກຜູ້ຊົມໃຊ້ອິນເຕີເນັດຢູ່ໃນທົ່ວໂລກ ດ້ວຍການຫຼອກລວງຕົວະຕົ້ມ ແລະສໍ້ໂກງ ດ້ານການເງິນທາງອອນໄລ ທີ່ຮູ້ຈັກກັນວ່າ scam ໂດຍນຳໃຊ້ການລັກລອບເອົາຄົນມາເປັນ “ພວກຂ້າທາດທາງໄຊເບີ” ໃຫ້ທຳການກໍ່ອາຊະຍາກຳແກ່ພວກເຂົາເຈົ້າ ອີງຕາມບົດລາຍງານໃໝ່ ຂອງສະຖາບັນເພື່ອສັນຕິພາບຂອງສະຫະລັດຫຼື USIP ທີ່ຈັດ ຕັ້ງຂຶ້ນໂດຍລັດຖະສະພາຢູ່ໃນນະຄອນຫຼວງວໍຊິງຕັນ.

ພວກກຸ່ມດັ່ງກ່າວ ໄດ້ຖືກຜັກດັນອອກໄປຈາກຈີນ ໂດຍທາງການຂອງຈີນ ແລະດຽວນີ້ກຳລັງປະຕິບັດການຢູ່ໃນເຂດຊາຍຕ່າງໆ ຂອງບັນດາປະເທດເອເຊຍຕາ ເວັນອອກສຽງໃຕ້ ເຊັ່ນວ່າ ກຳປູເຈຍ ລາວ ແລະມຽນມາ. ເຖິງແມ່ນວ່າ ເປັນສິ່ງທີ່ລາຍງານໄດ້ສະແດງໃຫ້ເຫັນວ່າ “ເປັນໄພຂົ່ມຂູ່ຕໍ່ຄວາມໝັ້ນຄົງຂອງໂລກ” ແຕ່ກໍມີການຢຸດຢັ້ງພຽງເລັກນ້ອຍ ຕໍ່ການເຕີບໃຫຍ່ຂະຫຍາຍຕົວຂອງກຸ່ມອາຊະຍາກອນຂ້າມຊາດເຫຼົ່ານີ້.

ການຫຼອກລວງຕົວະຕົ້ມ ແລະສໍ້ໂກງທາງອອກໄລນ໌ ທັງຫຼາຍນີ້ ຊຶ່ງໄດ້ເຄີຍແນເປົ້າໝາຍໃສ່ພວກພົນລະເມືອງຊາວຈີນ “ບັດນີ້ ແນເປົ້າໝາຍພວກຜູ້ຊົມໃນທົ່ວໂລກ” ອີງຕາມ ຜູ້ອຳນວຍການປະຈຳປະເທດ ມຽນມາ ຂອງ USIP ທ່ານເຈສັນ ທາວເວີ (Jason Tower) ທີ່ໄດ້ກ່າວຕໍ່ວີໂອເອ ຜ່ານທາງ ຊູມ (Zoom).

ບົດລາຍງານໃນວັນຈັນຂອງ USIP ໂດຍມີຫົວຂໍ້ວ່າ “ໂຣກມະເຮັງອາຊະຍາກຳທີ່ແຜ່ຂະຫຍາຍຢູ່ໃນເອເຊຍຕາເວັນອອກສຽງໃຕ້ ຫຼື A Criminal Cancer Spreads in Southeast Asia” ໄດ້ກ່າວວ່າ ກຸ່ມແກັ່ງອາຊະຍາກອນທັງ ຫຼາຍ ຊຶ່ງໃນຄັ້ງນຶ່ງເຄີຍພົວພັນໃນການຫຼິນການພະນັນທາງອອນໄລນ໌ທີ່ຜິດກົດໝາຍ ມາບັດນີ້ ໄດ້ເລີ້ມນຳໃຊ້ແບບແຜ່ນໃໝ່ຂອງການສໍ້ໂກງທີ່ຮູ້ຈັກກັນຄື “ການຂ້າໝູ” ຫຼື ໃນພາສາຈີນເອີ້ນວ່າ “ຊາຊູປານ”.

Organized criminal groups from China operating on the Thai-Myanmar border are threatening internet users worldwide with online scams and financial fraud, using trafficked “cyber slaves” to carry out their crimes, according to a new report by the congressionally established United States Institute of Peace in Washington.

The groups have been pushed out of China by Chinese authorities and are now operating in bordering Southeast Asian countries such as Cambodia, Laos and Myanmar. Despite what is characterized by the report as a “global security threat,” little has been done to stop the growth of these criminal enclaves.

The online scams and fraud, which had been aimed at Chinese nationals, “are now targeting global audiences," USIP country director for Myanmar Jason Tower told VOA via Zoom.

Monday's USIP report titled, "A Criminal Cancer Spreads in Southeast Asia," states that the criminal organizations, which were once primarily involved in illegal online gambling, have now begun using a new form of fraud known as “pig butchering” or, in Chinese, “shazupan.”

XS
SM
MD
LG