ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຮືອບິນ C919 ຂອງ ຈີນ ຫວັງທີ່ຈະແຂ່ງຂັນກັບ ໂບອິງ ແລະ ແອບັສ ສຳລັບຕະຫຼາດເຮືອບິນພານິດໃນທະວີບເອເຊຍ


Chinese C919 jet hopes to challenge Boeing, Airbus for Asian commercial market
please wait

No media source currently available

0:00 0:02:26 0:00

ຊົມວິດີໂອ ກ່ຽວກັບ ລາຍງານນີ້

ຜູ້​ຜະ​ລິດ​ເຮືອ​ບິນຂອງຈີນ ແມ່ນ​ກຳ​ລັງ​ທຳ​ການ​ຕະຫຼາດ​ຢ່າງ​ຂະ​ຫຍັນ​ຂັນ​ແຂງ​ ກ່ຽວ​ກັບ ເຮືອ​ບິນ​ພາ​ນິດ​ຂອງ​ເຂົາ​ເຈົ້າ​ ຕໍ່​ຕະຫຼາດ​ສາ​ກົນ, ແລະ ໃນ​ທີ່​ສຸດ​ກໍ​ຫວັງ​ທີ່​ຈະ​ແຂ່ງ​ຂັນ​ກັບ​ບັນ​ດາ​ບໍ​ລິ​ສັດ​ໃຫຍ່ທັງຫຼາຍ ​ຄື ໂບ​ອິງ ແລະ ແອ​ບັ​ສ. ແຕ່​ນັກ​ຂ່າວ​ວີ​ໂອ​ເອ ອາ​ຮາ​ດຽນ ອຸ​ຕາ​ມາ ລາຍ​ງານ​ວ່າ ປັກ​ກິ່ງ ໄດ້​ປະ​ເຊີນ​ກັບ​ອຸ​ປະ​ສັກ​ໃນ​ການ​ແຂ່ງ​ຂັນ​ສຳ​ລັບ​ທ້ອງ​ຟ້າ​ໃນ​ທະ​ວີບ​ເອ​ເຊຍ. ພຸດ​ທະ​ສອນ ມີ​ລາຍ​ລະ​ອຽດ​ມ​າ​ສະ​ເໜີ​ທ່ານ​ ໃນ​ອັນ​ດັບ​ຕໍ່​ໄປ.

ຕະຫຼາດ​ການ​ບິນ​ຂອງ ອິນ​ໂດ​ເນ​ເຊຍ ແມ່ນ​ກຳ​ລັງ​ເຕີບ​ໂຕ​ໄວ​ທີ່​ສຸດ​ເປັນ​ອັນ​ດັບ​ສອງ​ຂອງ​ໂລກ, ຕໍ່​ຈາກ ຈີນ, ອີງ​ຕາມ​ພະ​ແນ​ກ​ການ​ຄ້າ​ສາ​ກົນ ສະ​ຫະ​ລັດ.

​ເຂົ້າໄປ​ໃນ​ບໍ​ລິ​ສັດ​ເຮືອ​ບິນ​ພາ​ນິດ​ທີ່​ລັດ​ຖະ​ບານ​ ຈີນ ເປັນ​ເຈົ້າ​ຂອງ ຫຼື ເອີ້ນ​ຫຍໍ້​ວ່າ COMAC. ປັກ​ກິ່ງ ແມ່ນ​ກຳ​ລັງ​ສະ​ແດງ​ເຮືອ​ບິນ​ທີ່​ມີທາງ​ຍ່າງ​ເສັ້ນ​ດຽວຊື່​ວ່າ C919, ແລະ ພະ​ຍາ​ຍາມ​ທີ່​ຈະ​ເຈາະ​ເຂົ້າ​ໄປ​ໃນ​ທຸ​ລະ​ກິດ​ທີ່​ຖືກ​ຄອບ​ງຳ​ໂດຍ​ບໍ​ລິ​ສັດ​ຍັກ​ໃຫຍ່​ທາງ​ອະ​ວະ​ກາດຂອງ ສະ​ຫະ​ລັດ ແລະ ຢູ​ໂຣບ ຄື ໂບ​ອິງ ແລະ ແອ​ບັ​ສ.

ທ່ານ ບາ​ຢູ ຊູ​ຕັນ​ໂຕ, ຫົວ​ໜ້າ​ຂອງ​ສະ​ມາ​ຄົມ​ສາຍ​ການ​ບິນ​ແຫ່ງ​ຊາດ ອິນ​ໂດ​ເນ​ເຊຍ, ເວົ້າ​ວ່າ ​ມັນ​ມີ​ໂອ​ກາດ​ສຳ​ລັບ ຈີນ ໃນ​ພາກ​ສ່ວນນີ້​ຂອງ​ໂລກ.

ທ່ານ ບາ​ຢູ ຊູ​ຕັນ​ໂຕ ກ່າວ​ວ່າ “ມັນ​ມີ​ໂອ​ກາດຫຼາຍ ເພາະ​ວ່າ​ ອຸດ​ສາ​ຫະ​ກຳ​ການ​ບິນ​ແມ່​ນ​ກຳ​ລັງ​ພັດ​ທະ​ນາ​ຢ່າງ​ຕໍ່​ເນື່ອງ, ແລະ ຄວາມ​ຕ້ອງ​ການ​ຂອງ​ແຕ່​ລະ​ປະ​ເທດ​ກໍ​ແຕກ​ຕ່າງ​ກັນ ແລະ ບໍ່​ສາ​ມາດ​ບັນ​ລຸ​ໄດ້​ດ້ວຍ​ຜູ້​ສະ​ໜອງ​ຄົນ​ດຽວ ຫຼື ເຮືອ​ບິນ​ຊະ​ນິດ​ດຽວ.”

COMAC ໄດ້​ທຳ​ການ​ເດີນ​ທາງ​ໂຄ​ສະ​ນາ​ຢູ່​ຫົກ​ປະ​ເທດ​ໃນ​ເອ​ເຊຍ​ຕາ​ເວັນ​ອອກ​ສຽງ​ໃຕ້, ລວມ​ທັງ ອິນ​ໂດ​ເອ​ເຊຍ, ໃນ​ເດືອນ​ກຸມ​ພາ ແລະ ມີ​ນາ ​ທີ່​ຜ່ານ​ມາ. ນັກ​ວິ​ເຄາະ​ການ​ບິນ​ທ່ານ ອາ​ລ​ວິນ ລາຍ ເວົ້າ​ວ່າ COMAC ອາດ​ຫວັງ​ທີ່​ຈະເອົາ​ຄວາມ​ໄດ້​ປຽບຈາກບັນ​ຫາ​ດ້ານ​ຄວາມ​ປອດ​ໄພ ແລະ ການ​ສະ​ໜອງ​ທີ່​ໄດ້​ສົ່ງ​ຜົນ​ກະ​ທົບ​ຕໍ່ ໂບ​ອິງ ແລະ ແອ​ບັ​ສ.

ທ່ານ ອາ​ລ​ວິນ ລາຍ ກ່າວ​ວ່າ “ໂບ​ອິງ ແມ່ນ​ກຳ​ລັງ​ປະ​ເຊີນ​ກັບ​ບັນ​ຫາ​ດ້ານ​ຄວາມ​ປອດ​ໄພ, ໃນ​ຂະ​ນະ​ທີ່ ແອ​ບັ​ສ ມີ​ຄິວ​ການ​ຜະ​ລິດ​ທີ່​ຍາວ, ເພື່ອ​ທີ່​ຈະ​ນຳ​ເອົາເຮືອ​ບິນ ແອ​ບັ​ສ​ ເຂົ້າ​ມາ, ໄລ​ຍະ​ເວ​ລາ​ການ​ລໍ​ຖ້າ​ອາດ​ດົນ​ເຖິງ 5 ປີ, ນີ້​ແມ່ນ​ໂອ​ກາດ​ທີ່​ດີ​ສຳ​ລັບ​ເຮືອ​ບິນ COMAC C919 ເຊິ່ງ​ຄວາມ​ສາ​ມາດ​ຂອງ​ມັນ​ແມ່ນ​ທຽບ​ເທົ່າ​ກັບ​ເຮືອ​ບິນແອ​ບັ​ສ A320 ແລະ ໂບ​ອິງ 737.”

ແຕ່​ການ​ທີ່​ສາ​ມາດ​ຈະ​ປະ​ຕິ​ບັດ​ການ​ໃນ​ປະ​ເທດ​ອື່ນໆ​ໄດ້, ເຮືອ​ບິນ​ດັ່ງ​ກ່າວ ​ຕ້ອງ​ໄດ້​ຮັບ​ການ​ຢັ້ງ​ຢືນ​ໂດຍ​ອຳ​ນາດ​ການ​ປົກ​ຄອງ​ການ​ບິນ​ພົນ​ລະ​ເຮືອນ​ໃນ​ທ້ອງ​ຖິ່ນ​ຂອງ​ແຕ່​ລະ​ປະ​ເທດ.

ແລະ ປັດ​ຈຸ​ບັນ​ນີ້, ບໍ່​ມີ​ປະ​ເທດ​ໃດ​ ໃນ​ເອ​ເຊຍ​ຕາ​ເວັນ​ອອກ​ສຽງ​ໃຕ້​ໄດ້​ຢັ້ງ​ຢືນຮັບຮອງໃຫ້​ເຮືອ​ບິນ C919.

ທ່ານ ລາຍ​ ກ່າວ​ວ່າ ເຮືອ​ບິນ​ທີ່​ນ້ອຍກວ່າຂອງ COMAC ກໍຄື​ເຮືອ​ບິນ ARJ21 ນັ້ນ, ແມ່ນ​ໄດ້​ຖືກ​ຢັ້ງ​ຢືນຮັບຮອງ​ໂດຍ​ອຳ​ນາດ​ການ​ປົກ​ຄອງ​ການ​ບິນ​ພົນ​ລະ​ເຮືອນ​ຂອງ ອິນ​ໂອ​ເນ​ເຊຍ, ແລະ ນັ້ນ​ອາດ​ເຮັດ​ໃຫ້​ການ​ຢັ້ງ​ຢືນ​ຮັບຮອງໃໝ່​ ງ່າຍ​ຂຶ້ນ​ກວ່າ​ເກົ່າ.

ທ່ານ ອາ​ລ​ວິນ ລາຍ ກ່າວ​ວ່າ “ຖ້າ​ເຈົ້າ​ຄຸ້ນ​ເຄີຍ​ກັບ​ຜູ້​ຜະ​ລິດ, ມັນ​ຈະ​ກາຍ​ເປັນ​ສິ່ງ​ຄຸ້ນ​ເຄີຍຫຼາຍ​ຂຶ້ນ. ຂະ​ບວນ​ການ​ແມ່ນ​ໄວ​ກວ່າ, ແຕ່​ຂັ້ນ​ຕອນ​ແມ່ນ​ຄື​ກັນ​ທຸກ​ຂັ້ນ.”

ບໍ​ລິ​ສັດ ໂບ​ອິງ ຄາດ​ເດົາ​ວ່າ​ ຈຳ​ນວນ​ເຮືອ​ບິນ​ພາ​ນິດ​ທີ່​ບິນ​ຢູ່​ໃນ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກ​ສຽງ​ໃຕ້​ອາດ​ເພີ່ມ​ຂຶ້ນ​ເປັນ​ສີ່​ເທົ່າ ຫຼາຍກວ່າ 4,000 ລຳ​ພາຍ​ໃນ​ບໍ່​ເຖິງ 20 ປີ. ແລະ ຈີນ ແມ່ນ​ກຳ​ລັງ​ທຳ​ການ​ຜັກ​ດັນ​ເພື່ອ​ຮັບ​ປະ​ກັນ​ວ່າ​ ເຮືອ​ບິນ​ຂອງ​ເຂົາ​ເຈົ້າ​ຈະ​ລວມ​ຢູ່​ໃນ​ນັ້ນ.

ອ່ານລາຍງານນີ້ເປັນພາສາອັງກິດ

Indonesia’s aviation market is the second-fastest growing in the world, next to China, according to the U.S. International Trade Administration.

Enter the state-owned Commercial Aircraft Corporation of China—or COMAC [Koe-mack] for short. Beijing is showing off its new single-aisle jet, the C-9-1-9, and looking to muscle in on a business dominated by US and European aerospace giants Boeing and Airbus.

Bayu Sutanto, the head of the Indonesia National Air Carriers Association, says that there are opportunities for China in this part of the world.

"There are opportunities because the aviation industry is dynamic and each nations needs are also different and cannot be met by a single provider or one type of aircraft.”

COMAC went on a promotional tour to six Southeast Asian nations, including Indonesia, in February and March. Aviation analyst Alvin Lie says COMAC might be hoping to take advantage of safety and supply issues impacting Boeing and Airbus.

"Boeing is experiencing problems with safety issues, while Airbus has a long queue production, to be able to bring in Airbus, the waiting time can be up to 5 years, this is a good opportunity for the COMAC C919 whose capacity is equivalent to the Airbus A320 and Boeing 737.”

But to be able to operate in other countries, the planes must be certified by each country’s local civil aviation authority.

And so far, no countries in Southeast Asia have certified the C919.

Lie says COMAC’s smaller plane, the ARJ21, has been certified by Indonesia’s civil aviation authority, and that could make new certifications easier.

“…if you are familiar with the manufacturer, it becomes more familiar; the process is faster, but the procedure is all the same.”

Boeing predicts the number of commercial aircraft flying in Southeast Asia could quadruple to more than 4,000 jets in less than 20 years. And China is pushing to make sure its planes will be among them.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG