ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ນັກທຸລະກິດຈີນຄົນນຶ່ງ ຮັບສາລະພາບຜິດ ໃນການນຳເອົາ ຢາໂອປີອອຍ ເຂົ້າມາ ໃນສະຫະລັດ


ຢາອັອກຊີຄອນຕິນ ທີ່ເປັນຢາແກ້ປວດໂອປີອອຍ ທີ່ເຫັນຢູ່ໃນຮ້ານຂາຍຢາ ໃນສະຫະລັດ ວັນທີ 19 ກຸມພາ 2013.
ຢາອັອກຊີຄອນຕິນ ທີ່ເປັນຢາແກ້ປວດໂອປີອອຍ ທີ່ເຫັນຢູ່ໃນຮ້ານຂາຍຢາ ໃນສະຫະລັດ ວັນທີ 19 ກຸມພາ 2013.

ນັກທຸລະກິດ​ຈີນ​ຄົນ​ນຶ່ງ​ໄດ້​ຮັບ​ສາລະພາບ​ຜິດ ຢູ່​ໃນ​ສານ​ລັດຖະບານ​ກາງ​ສະຫະລັດ ​
ໃນ​ວັນ​ອັງຄານ​ວານ​ນີ້ ​ໃນ​ຖານນຳເຂົ້າ​ແລະ​ຈຳໜ່າຍ​ຢາ​ແກ້​ປວດໂອ​ປີ​ອອຍ (opiods.)

ທ້າວ​ບິນ ວັງ ​ໄດ້ບໍລິຫານງານຫຼາຍໆ​ບໍລິສັດ ​ຈາກ​ສາງ​ມ້ຽນເຄື່ອງ ຢູ່​ນອກ​ນະຄອນ
​ບອສຕັນ.

ບັນ​ດາ​ນັກ​ສືບຂອງ​ລັດຖະບານ​ກາງ​ໄດ້​ເລີ້​ມທຳ​ການສື​ບສວນຂອງ​ເຂົ​າເຈົ້າ​ໃນ​ປີ 2016
ຫຼັງ​ຈາກ​ໄດ້​ມີ​ການ​ໃຊ້​ຢາ​ໂອປີອອຍເກີນ​ກຳນົດ​ຢ່າງ​ຮ້າຍ​ແຮງ​ໃນ​ພາກ​ຕາ​ເວັນ​ອອກ ສຽງເໜືອຂອງ​ລັດ​ໂອ​ຮາ​ຍ​ໂອ.

ພວກ​ນັກ​ສືບ​ໄດ້​ສັ່ງ​ຢາ​ຜ່ານ​ທາງເວັບ​ໄຊຂອງຈີນ ​ແລະ​ໄດ້​ຄົ້ນ​ພົບ​ວ່າ​ຜູ້​ຂາຍ​ຢູ່​ໃນ​ປະ​
ເທດຈີນ ​ໄດ້​ສົ່ງ​ຢາ​ໂອ​ປີ​ອອຍ​ມາ​ໃຫ້​ທ້າວວັງ ​ທີ່​ໄດ້​ສົ່ງ​ໄປ​ໃຫ້​ພວກ​ລູກ​ຄ້າ​ ຢູ່ ໃນລັດ​ໂອ​
ຮາ​ຍ​ໂອ.

ບັນດາໄອ​ຍະ​ການ​ກ່າວ​ວ່າ​ຢາ​ໂອ​ປີ​ອອຍ ​ທີ່ໄດ້​ຊື້​ຜ່ານນຶ່ງ​ໃນ​ຈຳນວນ​ເວັບໄຊ​ຈີນ ແມ່ນ​
ຮັບຜິດຊອ ບ​ຕໍ່​ການ​ເສຍຊີ​ວິດ​ ໃນ​ລັດ​ໂອ​ຮາ​ຍ​ໂອ ເມື່ອ​ປີ 2016.

ທ່ານ​ທີ​ໂມ​ທີ ​ແພລນ​ກອນ ນັກ​ສືບຈາກໜ່ວຍຄວບ​ຄຸມ​ຢາ​ເສບ​ຕິດ​ກ່າວ​ວ່າ “ກາ​ນ ນຳ​ສົ່ງ​
ເຂົ້າ​ຢາໂອ​ປີ​ອອຍ​ແລະ​ຢາ​ສັງເຄາະ​ອື່ນໆ​ຈາກ​ປະ​ເທດ​ຈີນ ​ແມ່ນມີບົດບາດ​ທີ່ສຳຄັນ ໃນ​ລະບາດຂອງການໃຊ້​ຢາ​ທີ່​ກຳລັງດຳເນີນຢູ່​ໃນ​ສະຫະລັດປັດຈຸບັນນີ້​. ​ມີຫຼາຍ​ກວ່າ
60,000 ຄົນ ໄດ້​ເສ​ຍຊີວິດໃນແຕ່ລະປີ​ຈາກການໃຊ້ຢາ​ເກີນ​ກຳນົດ​ ຢູ່​ໃນ​ປະ​ເທດ​ນີ້ ​ແລະ
​ການ​ຢຸດການ​ຄ້າ​ຢາ​ໃນທຸກວິທີທັງ​ໝົດ ຮວມທັງ​ທາງ​ອິນ​ເຕີ​ແນັດ ແມ່ນເປັນ​ບູລິ​ມະ​ສິດ​ຂອງອົງການ​ຄວບ​ຄຸມ​ຢາ​ເສບ​ຕິດ ຫຼື DEA.”

ທ້າວວັງ ຈະຖືກຕັດສິນໂທດ ໃນວັນທີ 13 ພະຈິກ.


A Chinese businessman pleaded guilty in U.S. federal court Tuesday to importing and distributing opioids.

Bin Wang operated several companies from a warehouse outside of Boston.

Federal agents began their investigation in 2016 after a number of fatal opioid overdoses in northeastern Ohio.

Undercover agents ordered the drugs through Chinese websites and discovered that the seller in China was sending the opioids to Wang, who mailed them to customers in Ohio.

Prosecutors say opoids purchased through one of the Chinese websites are responsible for two deaths in Ohio in 2015.

"The importation of opioids and other synthetic drugs from China has played a significant role in America's current drug use epidemic," drug enforcement agent Timothy Plancon said. "Over 60,000 people a year die from drug overdoses in this country, and halting all methods of drug trafficking, including by way of the internet, is a top priority of the DEA."

XS
SM
MD
LG