ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຈີນລະງັບການຊື້ຂາຍ ໃນຕະຫຼາດຫຼັກຊັບ ຂະນະທີ່ຮຸ້ນຕ່າງໆ ມີລາຄາຕົກຕ່ຳລົງ


China Markets Suspended As Stocks Plunge; Fears Grow Over Slowdown
please wait

No media source currently available

0:00 0:02:18 0:00

ຊົມວິດີໂອ ກ່ຽວກັບ ລາຍງານນີ້

ມັນເປັນການເລີ່ມຕົ້ນປີ 2016 ທີ່ສັບສົນວຸ້ນວາຍສຳລັບຕະຫຼາດ ການເງິນ ຂອງໂລກດ້ວຍການຫຼຸດລົງຢ່າງໃຫຍ່ໃນມູນຄ່າຂອງຮຸ້ນ ຕ່າງໆທົ່ວໂລກ ເມື່ອວັນຈັນທີ່ຜ່ານມານີ້. ການຂາຍເລຫຸ້ນຕ່າງໆ ໄດ້ເລີ່ມຂື້ນໃນປະເທດ ຈີນ ເຊິ່ງເປັນບ່ອນທີ່ມີຄວາມເປັນຫ່ວງ ເພີ່ມຂຶ້ນກ່ຽວກັບ ລະດັບຂອງການຫຼຸດລົງ ທາງເສດຖະກິດທີ່ວ່ອງ ໄວ, ນັກຂ່າວ Henry Ridgwell ມີລາຍງານ ເຊິ່ງ ພຸດທະສອນ ຈະນຳລາຍລະອຽດມາສະເໜີທ່ານ.

ຕະຫຼາດຫຼັກຊັບ ໃນນະຄອນ ຊຽງໄຮ້ ແລະ ເສິນເຈິ່ນ ໄດ້ຖືກລະງັບໄວ້ ຫຼັງຈາກ ໄດ້ຫຼຸດຕ່ຳລົງ ຫຼາຍກວ່າ 7 ເປີເຊັນໃນມື້ເປີດການຊື້ຂາຍ ສຳລັບປີ 2016.

ການຂາຍເລຮຸ້ນໄດ້ກະຕຸ້ນກົນໄກທີ່ເອີ້ນວ່າ “ເຄື່ອງຕັດວົງຈອນ” ຂອງລັດຖະບານ ຈີນ ເປັນ ຄັ້ງທຳອິດ ເຊິ່ງເປັນລະບົບໜຶ່ງທີ່ອອກແບບມາເພື່ອປ້ອງກັນຄວາມ ບໍ່ໝັ້ນທ່ຽງໂດຍຢຸດການ ຄ້າຂາຍ.

ທ່ານ Ou ແມ່ນນັກລົງທຶນ ລາວໄດ້ກ່າວວ່າ “ຂ້າພະເຈົ້າສະໜັບສະໜູນກົນໄກ “ເຄື່ອງຕັດ ວົງຈອນ”. ແຕ່ວ່າລັດຖະບານໄດ້ນຳມັນມາປະຕິບັດເປັນມື້ທຳອິດ, ມັນເປັນຄືກັບການ ທົດລອງຕະຫຼາດ.”

ທ່ານ John Driffill ນັກວິເຄາະ ຈາກວິທະຍາໄລ Birkbeck, ມະຫາວິທະຍາໄລແຫ່ງ ລອນ ດອນ ກ່າວວ່າ ມັນແມ່ນບັນດານັກລົງທຶນຈຳນວນຫຼາຍລ້ານຄົນຄືທ່ານ Ou, ສ່ວນໃຫຍ່ແມ່ນ ຜູ້ກິນເບ້ຍບຳນານ ທີ່ບັນຊາຄວາມບໍ່ໝັ້ນທ່ຽງນີ້.

ທ່ານ John Driffill ກ່າວວ່າ “ຕະຫຼາດຫຼັກຊັບຂອງ ຈີນ ແມ່ນເຕັມໄປດ້ວຍນັກ ລົງທຶນຂະ ໜາດນ້ອຍ ເຊິ່ງເປັນຜູ້ທີ່ມັກຢ້ານກົວ ແລະ ຮັ່ງມີ ແລະ ລົ້ມແຫຼວ. ພວກເຂົາເຈົ້າແລກປ່ຽນ ຂໍ້ມູນ ແລະ ຂ່າວລືນຳກັນ. ພວກເຂົາເຈົ້າເປັນນັກຫຼິ້ນ ຕະຫຼາດຫຼັກຊັບທີ່ມີທັດສະນະຄະຕິ ໄລຍະສັ້ນຫຼາຍ. ພວກເຂົາເຈົ້າເດີມພັນກັບ ເງິນອອມ​ສິນທີ່ມີຈຳນວນນ້ອຍໆ​ຂອງ​ເຂົາ​ເຈົ້າ."

ການຫຼຸດລົງຂອງຕະຫຼາດຫຼັກຊັບ ແມ່ນໄດ້ຖືກກະຕຸ້ນໂດຍການສຳຫຼວດເຊິ່ງສະ ແດງໃຫ້ເຫັນ ວ່າກິດຈະກຳໃນບັນດາໂຮງຈັກໂຮງງານໃນ ຈີນ ໄດ້ຫົດຕົວລົງເປັນ​ເດືອນ​ທີ 10 ຕິດຕໍ່ກັນໃນ ເດືອນທັນວາປີກາຍນີ້ແລະ ໃນລະດັບທີ່ໄວກວ່າໃນ ເດືອນພະຈິກ.

ທ່ານ Jasper Lawler ນັກວິເຄາະຕະຫຼາດຫຼັກຊັບ CMC ກ່າວວ່າ “ພວກເຂົາ ເຈົ້າໄດ້ຟື້ນຟູ ຄວາມຢ້ານກົວອັນເກົ່າຄືນໃໝ່ ເຊິ່ງໄດ້ສະແດງໃຫ້ເຫັນການຄ້າ ຂາຍຢ່າງຫຼວງຫຼາຍໃນປີ ທີ່ຜ່ານມາ, ຄືວ່າ ການຂະຫຍາຍຕົວຊ້າລົງໃນເສດຖະກິດຂອງ ຈີນ ອາດສາມາດກຳນົດໃຫ້ ໄວຂຶ້ນ."

ຄວາມຢ້ານກົວດັ່ງກ່າວ ແມ່ນໄດ້ສະທ້ອນໄປເຖິງຕະຫຼາດຫຼັກຊັບໃນ ຢູໂຣບ ແລະ ສະຫະລັດ ເຊິ່ງໄດ້ມີການຫຼຸດລົງຫຼາຍເປີເຊັນເຊັ່ນກັນ.

ຕົວເລກທີ່ມີກຳໜົດຈະເປີດເຜີຍອອກມາຕໍ່ໄປໃນປີນີ້ ແມ່ນຄາດທີ່ຈະສະແດງໃຫ້ ເຫັນວ່າ ຈີນ ໄດ້ມາຮອດຈຸດຕ່ຳສຸດສຳລັບການເຕີບໂຕທາງດ້ານເສດຖະກິດຂອງພວກເຂົາ ເຈົ້າໃນຮອບ 25 ປິ ໃນປີ 2015. ດ້ວຍການຫຼຸດລົງເຖິງປະມານ 7 ເປີເຊັນ.

ທ່ານ Driffill ກ່າວວ່າ ແຕ່ນັ້ນແມ່ນຜົນສະທ້ອນທີ່ເກີດຂຶ້ນຕາມທຳມະຊາດ ສຳລັບການເຮັດ ໃຫ້ເສດຖະກິດມີຄວາມດຸ່ນດ່ຽງຄືນຂອງ ຈີນ.

ທ່ານ John Driffill ເວົ້າວ່າ “ການເຕີບໂຕທາງດ້ານເສດຖະກິດຢ່າງວ່ອງໄວ ຂອງ ຈີນ ແມ່ນ ຈະເປັນພຽງແຕ່ໄລຍະຊົ່ວຄາວ, ບາງເທື່ອອາດເປັນປະກົດ ການໄລຍະປານກາງ, ແຕ່ບໍ່ ແມ່ນປະກົດການຖາວອນ. ເມື່ອ ຈີນ ຫຍັບເຂົ້າໃກ້ ລະດັບຂອງລາຍໄດ້ຕໍ່ຫົວ ຄົນອັນແທ້ຈິງ ຫຼື ອັດຕາການຜະລິດຕໍ່ຫົວຄົນໃນ ເສດຖະກິດທີ່ພັດທະນາແລ້ວ, ມັນກໍຈະມີການເຕີບໂຕ ໃນລະດັບຄວາມໄວທີ່ ຊ່ຳເກົ່າ.”

ບັນດານັກວິເຄາະກ່າວວ່າ ຄວາມເປັນຫ່ວງກ່ຽວກັບຄວາມເຄັ່ງຕຶງທີ່ຮ້າຍແຮງຂຶ້ນ ກວ່າເກົ່າ ລະຫວ່າງ ຊາອູດີອາເຣເບຍ ແລະ ອີຣ່ານ ກໍ ມີອິດທິພົນຕໍ່ຕະຫຼາດຫຼັກ ຊັບ​ເຊັ່ນ​ດຽວ​ກັນ ແລະ ໄດ້ເຮັດໃຫ້ລາຄານ້ຳ ມັນສູງຂຶ້ນ.

XS
SM
MD
LG