ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຈີນວ່າ ຈະລາດຕະເວນ ໃນເຂດໝູ່ເກາະ ທີ່ມີການຂັດແຍ້ງ ຕໍ່ໄປ


ກໍ່າປັ່ນລາດຕະເວນຈີນ
ກໍ່າປັ່ນລາດຕະເວນຈີນ
ໜ່ວຍ​ຍາມ​ຝັ່ງ​ຍີ່ປຸ່ນກ່າວ​ວ່າ ກໍ່າປັ່ນ​ລັດຖະບານ​ຈີນ​ສາມ​ລໍາ ​ໄດ້​ແລ່ນ​ເຂົ້າ​ໄປໃນ​ເຂດ​ນ່ານນໍ້າ ຢູ່​ໃກ້​ໝູ່​ເກາະ​ທີ່​ເປັນ​ຂໍ້​ຂັດ​ແຍ້​ງກັນ​ຢ່າງ​ຮຸນ​ແຮງ ​ໃນ​ເຂດທະ​ເລ​ຈີນ​ຕາ​ເວັນ​ອອກ.

​ໃນ​ຖະ​ແຫຼງການ​ສະບັບ​ນຶ່ງ ​ເມື່ອ​ວັນ​ພຸດ​ມື້​ນີ້ ໜ່ວຍ​ຍາມ​ຝັ່ງ​ຍີ່ປຸ່ນ​ກ່າວ​ວ່າ ກໍ່າ​ປັ່ນ​ຈີນ ບໍ່​ໄດ້​ເອົາ​ຫົວຊາ​ຄໍາ​ຕໍ່ເຕືອນ​ຈາກ​ກໍ່າ​ປັ່ນ​ລາດຕະ​ເວນ​ຍີ່ປຸ່ນ​ແຕ່​ຢ່າງໃດ ​ແລະ​ກໍ​ໄດ້ແລ່ນລ່ວງ​ລໍ້າ​ເຂົ້າ​ໄປ​ໃກ້​ເຂດ​ໝູ່ເກາະ​ທີ່​ຄວບ​ຄຸມ​ໂດຍ​ຍີ່ປຸ່ນ. ໜ່ວຍ​ຍາມ​ຝັ່ງ​ກ່າວ​ຕື່ມວ່າ ກໍ່າ​ປັ່ນ​ຂອງ​ຍີ່ປຸ່ນ​ໄດ້​ທວງ​ໃຫ້​ກໍ່າ​ປັ່ນ​ຂອງ​ຈີນຈົ່ງ​ໜີ​ອອກ​ຈາກ​ເຂດ​ດັ່ງກ່າວ ​ແຕ່​ກໍ​ປະກົດ​ວ່າ​ຍັງ​ບໍ່​ໄດ້​ຮັບ​ຄໍາ​ຕອບ​ໃດໆ ຈາກ​ຈີນ.

ລັດຖະບານ​ປັກ​ກິ່ງ​ໄດ້​ປະຕິ​ຍານ​ວ່າ ຈະ​ສືບ​ຕໍ່​ດໍາ​ເນີນ​ການ​ໃນ​ອັນ​ທີ່​ຕົນ​ເອີ້ນ ວ່າ​ ການລາດຕະ​ເວນ​ເປັນ​ປະ​ຈໍາ​ ຢູ່​ໃກ້​ເຂດ​ໝູ່​ເກາະ​ດັ່ງກ່າວ ຊຶ່ງ​ຈີນ​ກ່າວ​ວ່າ​ ເປັນ​ພາກສ່ວນນຶ່ງ​ຂອງ​ເຂດ​ນໍ້າ​ແດນ​ດິນ​ຂອງ​ຕົນ. ຄວາມ​ເຄັ່ງ​ຕຶງ​ລະ ຫວ່າງຈີນ​ແລະ​ຍີ່ປຸ່ນ​ໄດ້​ເພີ່ມ​ທະວີ​ຂຶ້ນ​ໄປ​ນັບ​ມື້ ຫຼັງຈາກ​ໂຕ​ກຽວ​ໄດ້​ຊື້ບາງ ສ່ວນ​ຂອງ​ໝູ່​ເກາະ​ຫີນນ້ອຍໆ​ເຫຼົ່ານີ້ ຈາກ​ເຈົ້າຂອງ​ທີ່ເປັນ​ເອກ​ກະ​ຊົນ​ຊາວ​ຍີ່ປຸ່ນເມື່ອ​ເດືອນ​ຜ່ານ​ມາ.

​ໃນ​ຂະນະ​ດຽວ​ກັນ ທ່ານ​ນາງ Christine Lagarde ຫົວໜ້າ​ອົງການກອງ​ທຶນ​ສາກົນ ຫຼື IMF ​ໄດ້​ຮຽກຮ້ອງ​ໃຫ້​ຈີນ​ແລະ​ຍີ່ປຸ່ນ​ຈົ່ງ​ຫາ​ທາງ​ແກ້​ໄຂ​ຂໍ້​ຂັດ​ແຍ່ງ​ກັນ​ດັ່ງກ່າວ​ນີ້​ໂດຍ​ໄວ ໂດຍ​ກ່າວ​ວ່າຄວາມ​ບໍ່​ທຸ່ນ​ທ່ຽງ​ຂອງ​ເສດຖະກິດ​ໂລກ​ທີ່​ເປັນ​ໄປ​ຢູ່​ໃນ​ຂະນະ​ນີ້​ແມ່ນ​ຕ້ອງການ​ໃຫ້ມະຫາ​ອໍານາດ​ທາງ​ເສດຖະ ກິດ​ທັງສອງ​ເປັນ​ຜູ້​ມີ​ສ່ວນພົວ​ພັນ​ໂດຍ​ເຕັມ.
XS
SM
MD
LG