ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຳແພງຂັ້ນຊາຍແດນ ລະຫວ່າງ ຈີນແລະຫວຽດນາມ ຈະແນເປົ້າໝາຍໃສ່ ພວກລັກລອບຂ້າມຊາຍແດນ


ປະຕູຮົ້ວຂ້າມຊາຍແດນ ຂອງເມືອງດົງ ຊິງ ຂອງຈີນ ແມ່ນເຫັນໄດ້ວ່າ ເປົ່າຫວ່າງ ທ່າມກາງການແຜ່ລະບາດ ຂອງພະຍາດໄວຣັສໂຄໂຣນາ, ຕິດກັບແຂວງກວງ ນິນ ຂອງຫວຽດນາມ, ວັນທີ 14 ສິງຫາ 2020.
ປະຕູຮົ້ວຂ້າມຊາຍແດນ ຂອງເມືອງດົງ ຊິງ ຂອງຈີນ ແມ່ນເຫັນໄດ້ວ່າ ເປົ່າຫວ່າງ ທ່າມກາງການແຜ່ລະບາດ ຂອງພະຍາດໄວຣັສໂຄໂຣນາ, ຕິດກັບແຂວງກວງ ນິນ ຂອງຫວຽດນາມ, ວັນທີ 14 ສິງຫາ 2020.

ມີລາຍງານວ່າ ຈີນ ກຳລັງກໍ່ສ້າງກຳແພງຢູ່ເລາະຕາມຊາຍແດນຕິດກັບຫວຽດນາມ ເພື່ອກັນພົນລະເມືອງຂອງຕົນ ໃຫ້ຢູ່ໃນປະເທດ ຊຶ່ງເປັນການສະ ທ້ອນໃຫ້ເຫັນຊ່ວງເວລາ ທີ່ຍາກລຳບາກດ້ານເສດຖະກິດຢູ່ຟາກເບື້ອງຂອງຈີນ ແລະຄວາມຫຍຸ້ງຍາກສັບສົນຂອງທັງຝ່າຍ ກັບບັນຫາການລັກລອບຂ້າມຊາຍແດນ ອີງຕາມຄວາມເຊື່ອໝັ້ນຂອງພວກນັກວິເຄາະ. ຣາຟ ເຈັນນິ້ງສ໌ ມີລາຍງານກ່ຽວກັບເລື້ອງນີ້ ຊຶ່ງໄຊຈະເລີນສຸກ ຈະນຳລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.

ເຈົ້າໜ້າທີ່ຢູ່ທາງພາກຕາເວັນຕົກສຽງໃຕ້ຂອງຈີນ ກໍາລັງເຮັດວຽກກ່ຽວກັບກຳແພງສູງສອງແມັດ ຍາວ 1,300 ແມັດ ຢູ່ເລາະຕາມຊາຍແດນ ອີງຕາມລາຍງານຂອງວິທະຍຸເອເຊຍເສລີ ຫຼື RFA ໃນເດືອນຕຸລາປີກາຍນີ້ ທີ່ອ້າງອີງເຖິງລາຍງານຕ່າງໆຂອງສື່ສັງຄົມຈີນ ແລະສ່ວນບຸກຄົນທັງຫຼາຍທີ່ອາໄສຢູ່ໃກ້ຄຽງນັ້ນ.

ທ່ານອາແລັກແຊນເດີ ວູວິງ ອາຈານສອນ ຢູ່ທີ່ສູນກາງສຶກສາດ້ານຄວາມໝັ້ນຄົງເຂດເອເຊຍ-ປາຊີຟິກ ແດນນິລ ເຄ ອີນູເຢ ໃນລັດຮາວາຍ ກ່າວວ່າ “ເຫດຜົນທີ່ສົມເຫດສົມຜົນສຸດກໍແມ່ນວ່າ ຈີນຢາກຈະຄວບຄຸມ.” ທ່ານກ່າວອີກວ່າ “ກຳແພງນັ້ນ ຄວນເປັນເຄື່ອງມືທີ່ເໝາະສົມເລີຍເພື່ອຄວບຄຸມການລັ່ງໄຫລຂອງປະຊາຊົນ ຂອງສິນຄ້າ ຂອງທຸກສິ່ງທຸກຢ່າງ ຂ້າມຊາຍແດນໄປ.”

ຈີນຢາກຈະຢັບຢັ້ງ ພວກຄົນຜູ້ທີ່ບໍ່ມີວຽກເຮັດ ແລະພວກທີ່ສະແຫວງຫາແຫລ່ງຕະຫຼາດວຽກງານໃໝ່ ອີງຕາມການກ່າວຂອງບັນດານັກວິຊາການ. ຜົນກະທົບດ້ານເສດຖະກິດຈາກພະຍາດໂຄວິດ-19 ທີ່ກ່ຽວຂ້ອງກັບການປິດປະເທດໃນທົ່ວໂລກນັ້ນ ໄດ້ເຮັດໃຫ້ຄວາມຕ້ອງການຕົກຕ່ຳລົງສຳລັບສິນຄ້າການຜະລິດເພື່ອສົ່ງອອກທີ່ສຳຄັນທັງໝົດຂອງຈີນ ຊຶ່ງໄດ້ສ້າງຄວາມກົດດັນຕໍ່ວຽກງານທັງຫຼາຍຂອງໂຮງຈັກໂຮງງານ.

ອັດຕາການຫວ່າງງານທົ່ວປະເທດ ໄດ້ເພີ້ມສູງຂຶ້ນເຖິງ 6 ເປີເຊັນ ໃນເຄິ່ງປີທຳອິດຂອງປີ 2020.

ພວກຄົນງານຊາວຈີນ ພາກັນປະທ້ວງຕໍ່ການຈ່າຍເງິນເດືອນທີ່ຊັກຊ້າ ແລະການຕັດເງິນເດືອນລົງ ໃນຂະນະທີ່ບໍລິສັດທັງຫຼາຍຂອງພວກເຂົາ ລົດການຜະລິດລົງ ຫຼືບໍ່ກໍຕ້ອງປິດທຸລະກິດ ອີງຕາມແຈ້ງການຂອງກຸ່ມສະໜັບສະໜຸນແຮງງານຈີນ ທີ່ມີຫ້ອງການຕັ້ງຢູ່ໃນຮົງກົງ ທີ່ກ່າວໄປນັ້ນ.

ລັດຖະບານປັກກິ່ງສະແດງສີໜ້າບໍ່ພໍໃຈ ຕໍ່ພົນລະເມືອງຜູ້ທີ່ອອກນອກປະເທດໂດຍບໍ່ໄດ້ຮັບອະນຸຍາດ ໂດຍສະເພາະແລ້ວ ຖ້າພວກເຂົານຳເອົາເງິນອອກໄປນຳດ້ວຍ--ຊຶ່ງເປັນໄພຂົ່ມຂູ່ ຕໍ່ເສດຖະກິດທີ່ມີການຄວບຄຸມ.

ພາບບັນທຶກວີດີໂອ ທີ່ໄດ້ຖືກນຳລົງທາງສື່ສັງຄົມຂອງຈີນ ໃນທ້າຍເດືອນຕຸລາ ປາກົດວ່າ ສະແດງໃຫ້ເຫັນກ່ຽວກັບພວກຄົນງານຊາວຈີນ ເຕົ້າໂຮມກັນຢູ່ທາງພາກຕາເວັນຕົກສຽງໃຕ້ຂອງຈີນ ໃກ້ກັບຊາຍແດນດ່ານກວດຄົນເຂົ້າເມືອງຂອງຫວຽດນາມ.

ໃນຫວຽດນາມ ມີປະມານ 900,000 ຄົນທີ່ໄດ້ຫວ່າງງານ ມາເຖິງວັນທີ 30 ມິຖຸນາ ແລະມີອີກ 18 ລ້ານຄົນ ເຮັດວຽກບໍ່ເຕັມເໝັດເຕັມໜ່ວຍ ອີງຕາມສຳ ນັກງານສະຖິຕິທົ່ວໄປຂອງລັດຖະບານ. ເຖິງແມ່ນຈະມີຈຳນວນທີ່ເປັນປະຫວັດການກໍຕາມ ພວກໂຮງງານທັງຫຼາຍທີ່ໄດ້ລົງທຶນໂດຍພວກນັກລົງທຶນຊາວຈີນ ແມ່ນກຳລັງຊອກຫາພວກແຮງງານອື່ນຈາກຈີນ ຍ້ອນວ່າພວກເຂົາມີຄວາມຄຸ້ນເຄີຍກັບວຽກງານດ້ານທຸລະກິດຢູ່ທາງບ້ານ.

ພວກນັກລົງທຶນ ໄດ້ເລືອກເອົາຫວຽດນາມ ເພື່ອຫລີກລ່ຽງການຈ່າຍພາສີສຳລັບສິນຄ້າສົ່ງອອກໂດຍກົງຈາກຈີນ ໄປຍັງສະຫະລັດ ຊຶ່ງເປັນຜົນມາຈາກບັນຫາຂັດແຍ້ງການຄ້າລະຫວ່າງ ຈີນແລະສະຫະລັດ ທີ່ແກ່ຍາວມາໄດ້ 3 ປີ ອີງຕາມການກ່າວຂອງທ່ານຫງວຽນ ຖານ ຈຸງ ຜູ້ອຳນວຍການສູນກາງສຶກສາຕ່າງປະ ເທດ ຢູ່ມະຫາວິທະຍາໄລ ສັງຄົມສາດແລະມະນຸດສາດໃນນະຄອນຫຼວງ ໂຮຈີມິນ.

ທ່ານຫງວຽນ ໄດ້ກ່າວວ່າ “ສົງຄາມການຄ້າລະຫວ່າງ ຈີນແລະສະຫະລັດ ອັນນັ້ນແຫລະແມ່ນເຫດຜົນ ທີ່ເຮັດໃຫ້ພວກບໍລະສັດທັງຫຼາຍຂອງຈີນ ເຂົ້າມາໃນຫວຽດນາມ ເພື່ອຫລີກລ່ຽງພາສີຂອງຈີນ ແລະອັນນັ້ນເປັນເຫດຜົນທີ່ພວກເຂົາຕ້ອງການແຮງງານຈີນ.”

ກຳແພງຢູ່ເລາະຕາມຊາຍແດນໃດໆນັ້ນ ຈະມີຜົນກະທົບເພີ້ມເຕີມໃນການຫລົບໜີໃດໆຂອງພວກຊາວຈີນທີ່ບໍ່ເຫັນພ້ອມທາງດ້ານການເມືອງ ແລະຢຸດຢັ້ງພວກນັກຫຼິ້ນການພະນັນ ບໍ່ໃຫ້ເອົາເງິນອອກຈາກປະເທດໄດ້ ອີງຕາມການກ່າວຂອງອາຈານ ວູຢິງ ທີ່ໄດ້ກ່າວໄປ. ຈີນ ແມ່ນຍັງໄດ້ກໍ່ສ້າງຮົ້ວຢູ່ເລາະຕາມຊາຍແດນຂອງຕົນໃນບາງເຂດທີ່ຕິດກັບມຽນມາ ຊຶ່ງເປັນຈຸດດຶງດູດເອົາພວກນັກທ່ອງທ່ຽວຊາວຈີນໄປສະຖານທີ່ຫຼິ້ນການພະນັນ ຫຼືກາຊີໂນ.

ທັງຫວຽດນາມແລະຈີນ ໄດ້ສົ່ງສັນຍານເຕືອນກ່ຽວກັບການລັກລອບຂ້າມຊາຍແດນ ຊຶ່ງເປັນໄພຂົ່ມຂູ່ດ້ານເສດຖະກິດທີ່ມີຮ່ວມກັນ. ພວກສັດປ່າແລະໄມ້ ທີ່ຫາຍາກ ສ່ວນຫຼາຍໄດ້ຖືກລັກລອບຜ່ານເຂົ້າໄປຈີນຢ່າງຜິດກົດໝາຍ ໃນຂະນະດຽວກັນ ສິນຄ້າອີເລັກໂທຣນິກ ແລະສິນຄ້າບໍລິໂພກຕ່າງໆ ໄດ້ເຄື່ອນຍ້າຍເຂົ້າມາໃນອີກຝາກນຶ່ງ. ສອງປະເທດຄອມມິວນິສ ໄດ້ເຮັດວຽກຮ່ວມກັນຢ່າງໃກ້ຊິດກ່ຽວກັບການຄ້າ ເຖິງແມ່ນວ່າ ສາຍສຳພັນທາງດ້ານການເມືອງ ແມ່ນເຄັ່ງຕຶງຢູ່ກໍຕາມ ຍ້ອນບັນຫາຂັດແຍ້ງດ້ານອະທິປະໄຕໃນທະເລ.

ບັນດາເຈົ້າໜ້າທີ່ຈາກຂົງເຂດກວາງຊີ ຊວງ ຂອງຈີນ ຢູ່ບໍ່ໄກທາງກ້ຳເໜືອ ຂອງຫວຽດນາມ ໄດ້ກ່າວວ່າ ໃນປີ 2015 ພວກເຂົາເຈົ້າຈະໃຊ້ເງິນ 16 ລ້ານໂດລາ ເພື່ອກໍ່ສ້າງຮົ້ວຢູ່ເລາະຕາມຊາຍແດນຍາວ 8 ກິໂລແມັດ ເພື່ອຕໍ່ສູ້ກັບການລັກລອບຂ້າມຊາຍແດນ ອີງຕາມລາຍງານໃນເວລານັ້ນ ຂອງເວັບໄຊ້ Chinanews.com ທີ່ລັດເປັນເຈົ້າຂອງ. ຮົ້ວດັ່ງກ່າວ ຈະຖືກຕິດຕັ້ງດ້ວຍພວກອຸປະກອນຕິດຕາມເບິ່ງ.

ອົງການປະຕິບັດກົດໝາຍຕ່າງໆຂອງກວາງຊີ ໄດ້ທັບມ້າງ 932 ຄະດີການລັກລ້ອມຂ້າມຊາຍແດນ ແລະໄດ້ຢຶດເອົາຍານພາຫະນະ 1,000 ຄັນທີ່ສົງໄສວ່າ ໄດ້ຖືກລັກລອບຂ້າມຊາຍແດນ ໃນໄຕມາດທຳອິດຂອງປີດັ່ງກ່າວນັ້ນ ອີງຕາມການກ່າວຂອງເວັບໄຊ Chinanews.com.

ສ່ວນເວັບໄຊຂ່າວຊາວໜຸ່ມ ຫຼື Youth news ໄດ້ກ່າວໃນເດືອນກໍລະກົດ ວ່າ ເຖິງແມ່ນວ່າ ດ່ານກວດຄົນເຂົ້າເມືອງ 16 ແຫ່ງຂອງຫວຽດນາມ ທີ່ໄດ້ຈັດຕັ້ງຂຶ້ນມາເພື່ອປ້ອງກັນການເຂົ້າປະເທດຢ່າງຜິດກົດໝາຍ ພວກລັກລອບຂ້າມຊາຍແດນຊາວຈີນ “ໄດ້ລັກລອບເຂົ້າມາ ຫຼາຍກວ່າສິບເສັ້ນທາງຈາກຈີນ” ແລະເປັນການທ້າທາຍຕໍ່ວຽກງານຂອງກຳລັງປ້ອງກັນຊາຍແດນ. ການເຂົ້າປະເທດຢ່າງຜິດກົດໝາຍ ອີງຕາມລາຍງານແລ້ວ ໄດ້ກ່າວຕື່ມວ່າ ເປັນໄພຂົ່ມຂູ່ໃນການຕິດ ໄວຣັສໂຄວິດ-19 ກໍລະນີໃໝ່ຫຼາຍຂຶ້ນໃນຫວຽດນາມ.

ພວກຊົນເຜົ່າກຸ່ມນ້ອຍທີ່ອາໄສຢູ່ຕາມພູດອຍ ມີປະຫວັດໃນດ້ານການຄ້າຂ້າມຊາຍແດນ ແລະເຄື່ອນຍ້າຍສິ່ງຂອງຈາກຟາກນຶ່ງຂ້າມໄປອີກຟາກນຶ່ງ ໂດຍບໍ່ຄຳນຶງເຖິງເຂດຊາຍແດນທີ່ເປັນທາງການເລີຍ.

ຈີນຢູ່ໃນຖານະເປັນຄູ່ການຄ້າທີ່ໃຫຍ່ສຸດຂອງຫວຽດນາມ ໂດຍມີປະລິມານເງິນລົງທຶນ ປະມານ 100 ຕື້ໂດລາ ໃນ 10 ເດືອນທຳອິດຂອງປີ 2020. ສ່ວນໃຫຍ່ຂອງເງິນຈຳນວນດັ່ງກ່າວ ເປັນການສົ່ງອອກໄປຫວຽດໜາມ.

ດັ່ງທີ່ທ່ານຄາລ ເທເຢີຣ ສາສະດາຈານກຽດຕິຍົດ ທີ່ຊ່ຽວຊານດ້ານເອເຊຍຕາເວັນອອກສຽງໃຕ້ ຈາກມະຫາວິທະຍາໄລນີວເຊົາເວລສ໌ໃນ ອອສເຕຣເລຍ ທີ່ໄດ້ກ່າວໄປວ່າ “ຫວຽດນາມມີຄວາມສົນໃຈຫຼາຍກວ່າຈີນ ໃນເລື້ອງການປິດເຂດການລັກລອບຂ້າມຊາຍແດນ ໂດຍສະເພາະນັບຕັ້ງແຕ່ຕົນໄດ້ມີການຂາດດຸນການຄ້າຂະໜາດໃຫຍ່ກັບຈີນ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG