ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຈີນ ໃຊ້ສື່ສັງຄົມຢູ່ຕ່າງປະເທດ ເພື່ອເຜີຍແຜ່ ມູມມອງທີ່ມີລັກສະນະເຈາະຈົງ ກ່ຽວກັບສົງຄາມ ໃນຢູເຄຣນ

ແຟມພາບ - ຜູ້ຍິງຄົນນຶ່ງ ເບິ່ງໂທລະສັບມືຖື ຂອງລາວ ຍ່າງຜ່ານປ້າຍ ທີ່ມີຂໍ້ຄວາມໃຫ້ການສະໜັບສະໜຸນ ຢູເຄຣນ ພາຍຫຼັງທີ່ຣັດເຊຍ ບຸກລຸກປະເທດດັ່ງກ່າວ, ບ່ອນທີ່ ການແຕ້ມໃສ່ກຳແພງ (graffiti) ໄດ້ຖືກປົກປິດໂດຍປ້າຍນັ້ນ ຢູ່ໃນນະຄອນຫຼວງປັກກິ່ງ ຂອງຈີນ, ວັນທີ 2 ກຸມພາ 2022. Reuters/Carlos Garcia Rawlins

ບັນດານັກວິເຄາະກ່າວວ່າ ສື່ມວນຊົນທີ່ຄວບຄຸມໂດຍທາງການຈີນ ກຳລັງນຳເອົາເນື້ອຫາສາລະຈຳນວນຫຼວງຫຼາຍ ລົງໃນສື່ສັງຄົມຕ່າງໆທີ່ຄົນນິຍົມໃຊ້ເພື່ອເຜີຍແຜ່ຂໍ້ຄວາມທີ່ມີລັກສະນະສະເພາະຂອງລັດຖະບານ ກ່ຽວກັບສົງຄາມຂອງ ຣັດເຊຍໃນຢູເຄຣນ ໃຫ້ຜູ້ຊົມທັງຫຼາຍຢູ່ປະເທດຕາເວັນຕົກ. ພວກເຂົາກ່າວຕື່ມວ່າ ຜູ້ທີ່ອ່ານຂ່າວທັງຫຼາຍ ບໍ່ຮູ້ທີ່ມາຂອງເນື້ອຫານັ້ນ ສະເໝີໄປ.

ອົງການຂ່າວຊິນຫົວຂອງທາງການຈີນ ໜັງສືພິມລາຍວັນທີ່ເປັນພາສາອັງ ກິດ ເຊັ່ນ China Daily ແລະເວັບໄຊພາສາອັງກິດຊື່ວ່າ Global Television Network ຫຼື CGTN ກຳລັງນຳເອົາເນື້ອຫາເຜີຍແຜ່ລົງເຟສບຸກ ແລະທວີດເຕີ ໃນແຕ່ລະວັນ ເພື່ອໃຫ້ຄົນແບ່ງປັນ ມູມມອງຂອງປັກກິ່ງກ່ຽວກັບຂ່າວສານຕ່າງໆ. ເວັບໄຊຂອງ CGTN ນຳສະເໜີລາຍງານພິເສດ ໃນບັນຊີເຟສບຸກຂອງຕົນ ໃຫ້ແກ່ຊາວຢູໂຣບ ບວກກັບອີກບັນຊີອັນນຶ່ງ ແກ່ຊາວອາເມຣິກັນ.

ແຟມພາບ - ພວກຄົນຍ່າງຜ່ານຈໍໂທລະພາບ ທີ່ກຳລັງຖ່າຍທອດລາຍງານຂ່າວກ່ຽວກັບທະຫານຣັດເຊຍ ທີ່ໄດ້ເປີດສາກບຸກໂຈມຕີຢູເຄຣນ, ຢູ່ໃນຮົງກົງ, ວັນທີ 24 ກຸມພາ 2022.
ແຟມພາບ - ພວກຄົນຍ່າງຜ່ານຈໍໂທລະພາບ ທີ່ກຳລັງຖ່າຍທອດລາຍງານຂ່າວກ່ຽວກັບທະຫານຣັດເຊຍ ທີ່ໄດ້ເປີດສາກບຸກໂຈມຕີຢູເຄຣນ, ຢູ່ໃນຮົງກົງ, ວັນທີ 24 ກຸມພາ 2022.

ຂໍ້ຄວາມຕ່າງໆຂອງຈີນນັ້ນ ໄດ້ເປີດເຜີຍຄວາມຄິດເຫັນກ່ຽວກັບການບຸກໂຈມຕີຂອງຣັດເຊຍຕໍ່ຢູເຄຣນ ທີ່ໄດ້ແກ່ຍາວເກືອບເຖິງນຶ່ງເດືອນ. ຈີນທີ່ເປັນພັນທະມິດກັບຣັດເຊຍ ໂດຍຜ່ານສື່ມວນຊົນຂອງລັດ ໄດ້ໂຕ້ແຍ້ງເຖິງຄວາມເປັນກາງຂອງປັກກິ່ງ ແລະໄດ້ປະຕິເສດ ຕໍ່ຂໍ້ກ່າວອ້າງຕ່າງໆ ທີ່ວ່າ ຈີນສະໜັບສະໜຸນຣັດເຊຍ ໃນບັນຫາຂັດແຍ້ງດັ່ງກາວ ແລະໄດ້ຍົກຍ້ອງ ການຊອກຫາທາງເພື່ອສັນຕິພາບຜ່ານການເຈລະຈາ.

ພາບຖ່າຍຂອງເຟສບຸກ ຈາກຈໍຄອມພິວເຕີ ສະແດງໃຫ້ເຫັນ ເລື້ອງທີ່ນຳລົງໂດຍ CGTN ໃນວັນທີ 25 ກຸມພາ ທີ່ກ່າວວ່າ 100,000 ຄົນ ໄດ້ຫຼົບໜີອອກຈາກຢູເຄຣນ.
ພາບຖ່າຍຂອງເຟສບຸກ ຈາກຈໍຄອມພິວເຕີ ສະແດງໃຫ້ເຫັນ ເລື້ອງທີ່ນຳລົງໂດຍ CGTN ໃນວັນທີ 25 ກຸມພາ ທີ່ກ່າວວ່າ 100,000 ຄົນ ໄດ້ຫຼົບໜີອອກຈາກຢູເຄຣນ.

ເນື້ອຫາຈຳນວນຫຼວງຫຼາຍທີ່ໄດ້ນຳລົງນັ້ນ ເຊື່ອມໂຍງກັບແຮັ​ສແທກຍອດນິຍົມ ເຊັ່ນວ່າ ແ​ຮັ​ສແທັກຢູເຄຣນ (#Ukraine) ຫຼື ແ​ຮັ​ສແທັກບັນຫາຂັດແຍ້ງຢູເຄຣນ (#UkraineConflict).

ໜັງສືພິມລາຍວັນ China Daily ໃຫ້ຂໍ້ສັງເກດໃນປະໂຍກດຽວ ທີ່ນຳລົງໃນເຟສບຸກເມື່ອວັນຈັນຜ່ານມານີ້ ວ່າ “ເອກອັກຄະລັດຖະທູດຈີນ ປະຈຳສະຫະລັດ ໄດ້ກ່າວໃນວັນອາທິດ ວ່າ ຂໍ້ກ່າວຫາຕ່າງໆທີ່ວ່າ ປະເທດຂອງທ່ານ ສະໜອງການຊ່ອຍເຫຼືອດ້ານການທະຫານແກ່ຣັດເຊຍ ໃນບັນຫາຂັດແຍ້ງຂອງຣັດເຊຍກັບແຮັ​ສ ແທັກຢູເຄຣນ (#Ukraine) ແມ່ນ ‘ການບິດເບືອນຂໍ້ມູນ’.”

ທ່ານແດນນີ ເລບວິນສັນ (Danny Levinson) ນັກຊ່ຽວຊານດ້ານເທັກໂນໂລຈີ ແລະຄວາມປອດໄພທາງໄຊເບີ ທີ່ມີຫ້ອງການຕັ້ງຢູ່ໃນຈີນ ໄດ້ກ່າວວ່າ ການເອື້ອມຫາພວກຄົນໃນສື່ສັງຄົມຂອງປັກກິ່ງ ຈະໄດ້ຮັບຜົນ.

ທ່ານເລບວິນສັນ ໄດ້ເວົ້າວ່າ “ຄັນເຈົ້າເວົ້າ ບາງສິ່ງຫຼາຍໆເທື່ອ ແລະມັນກໍຈະກາຍເປັນເລື້ອງຈິງ. ຈີນກຳລັງຫຼິ້ນເກມມາຍາວນານ ແລະມີຄວາມສາມາດແຫຼມຄົມແທ້ໆຢູ່ສະເໝີ ແລະຜັກດັນຂໍ້ຄວາມຂອງຕົນອອກໄປ ທັງຢູ່ພາຍໃນ ແລະຢູ່ຕ່າງປະເທດ.”

ລັດຖະບານຈີນ ເປັນເຈົ້າຂອງ ຫຼື ຕິດຕາມຢ່າງໃກ້ຊິດ ທຸກແຫລ່ງຂ່າວຕ່າງໆ ຢູ່ໃນປະເທດທີ່ເປັນຄອມມິວນິດ ຊຶ່ງກົງກັນຂ້າມກັບສື່ສັງຄົມຢູ່ໃນປະເທດຕາເວັນຕົກ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG