ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໗ ເມສາ ໒໐໒໔

ຄວາມ​ຂັດ​ແຍ້ງ ດ້ານ​ການ​ຄ້າ ສະ​ຫະ​ລັດ ກັບ ຈີນ ເຮັດ​ໃຫ້​ມີ​ການ​ຍ້າຍ ການ​ຜະ​ລິດ


ລູກ​ຄ້າ​ຄົນ​ນຶ່ງ ເບິ່ງ​ໂທ​ລະ​ສັບ iPhone ຂອງ​ລາວ ຢູ່​ຮ້ານ​ Apple ໃນ​ນະ​ຄອນຫຼວງ ປັກ​ກິ່ງ. 10 ພຶດ​ສະ​ພາ, 2019.
ລູກ​ຄ້າ​ຄົນ​ນຶ່ງ ເບິ່ງ​ໂທ​ລະ​ສັບ iPhone ຂອງ​ລາວ ຢູ່​ຮ້ານ​ Apple ໃນ​ນະ​ຄອນຫຼວງ ປັກ​ກິ່ງ. 10 ພຶດ​ສະ​ພາ, 2019.

ບໍ​ລິ​ສັດ Apple ຍັກ​ໃຫຍ່​ດ້ານ​ເທັກ​ໂນ​ໂລ​ຈີ​ຂອງ ສະ​ຫະ​ລັດ ມີ​ລາຍ​ງານ​ວ່າ ໄດ້​ຂໍ​ໃຫ້​ຜູ້
ຈຳໜ່າຍສິນຄ້າລາຍໃຫຍ່ຂອງເຂົາເຈົ້າ, ເຊິ່ງສ່ວນໃຫຍ່ ແມ່ນໂຮງງານທີ່ຕັ້ງຢູ່ ຈີນ
ຈາກ ໄຕ້ຫວັນ, ພິຈາລະນາຍ້າຍການຜະລິດ 15 ຫາ 30 ເປີເຊັນ ຂອງເຂົາເຈົ້າໄປຢູ່
ນອກປະເທດ ຈີນ, ເພື່ອຫຼີກລ່ຽງພາສີທີ່ສູງຂຶ້ນ ທີ່ຖືກກຳນົດໃສ່ສິນຄ້າສົ່ງອອກມາ ສະ
ຫະລັດ.

ການ​ຍ້າຍ​ການ​ຜະ​ລິດ, ເຊິ່ງ​ບັນ​ດາ​ນັກ​ວິ​ເຄາະ​ເວົ້າ​ວ່າ ແມ່ນ​ໄດ້​ດຳ​ເນີນ​ຂຶ້ນ​ແລ້ວ​ນັ້ນ,
ຈະສົ່ງຜົນກະທົບຕໍ່ຕົວເລກລາຍໄດ້ຂອງບໍລິສັດ ເທັກໂນໂລຈີ ດັ່ງກ່າວ, ແຕ່ມັນກໍຈະ
ນຳໄປສູ່ການສູນເສຍວຽກງານຈຳນວນຫຼາຍໃນ ຈີນ.

ເຂົາ​ເຈົ້າ​ໄດ້​ກ່າ​ວ​ເພີ່ມ​ເຕີມ​ວ່າ ການ​ຍ້າຍ​ດັ່ງ​ກ່າວ ຍັງ​ໄດ້​ເກີດ​ຂຶ້ນ​ໃນ​ປີ​ທີ່​ຜ່ານ​ມາ ໃນ​ບັນ
ດາຜູ້ຈຳໜ່າຍເທັກໂນໂລຈີໃນ ຈີນ ແລະ ແນວໂນ້ມດັ່ງກ່າວຈະດຳເນີນຕໍ່ໄປ ຖ້າສົງ
ຄາມການຄ້າລະຫວ່າງ ສອງປະເທດທີ່ມີເສດຖະກິດທີ່ໃຫຍ່ທີ່ສຸດຂອງໂລກນັ້ນ ຍັງຮຸນ
ແຮງຂຶ້ນ.

ທ່ານ ຊອນ ຄາວ, ຜູ້​ບໍ​ລິ​ຫານ​ການ​ຄົ້ນ​ຄວ້າ​ອາ​ວຸ​ໂສ ທີ່​ບໍ​ລິ​ສັດ IDC ໄຕ້​ຫວັນ ກ່ຽວ​ກັບ
ການຄົ້ນຄວ້າປະກອບອຸປະກອນອີເລັກໂທຣນິກທົ່ວໂລກ ໄດ້ກ່າວວ່າ “ໃນປີທີ່ຜ່ານມາ,
ຕາມຄວາມເຂົ້າໃຈຂອງຂ້າພະເຈົ້າ, ບັນດາໂຮງງານຕ່າງໆໃນພາກສ່ວນຂໍ້ມູນເທັກໂນ
ໂລຈີ, ຕົວຢ່າງຜູ້ຈຳໜ່າຍ ໄຕ້ຫວັນ ທີ່ມີຫ້ອງການຕັ້ງຢູ່ ຈີນ ກ່ຽວກັບ ຄອມພິວເຕີ ສ່ວນ
ຕົວ ຫຼື ອີເລັກໂທຣນິກຜູ້ບໍລິໂພກ ແມ່ນໄດ້ເຄື່ອນໄວກວ່າເຄື່ອງສະແກນ ແລະ ໄດ້ຍ້າຍ
ໂຮງງານປະກອບອຸປະກອນຂອງເຂົາເຈົ້າອອກໄປຢູ່ນອກປະເທດ ຈີນ.

ບັນ​ດາ​ບໍ​ລິ​ສັດ ເທັກ​ໂນ​ໂລ​ຈີ ຄື Apple ໄດ້​ຕົກ​ຢູ່​ໃນ​ຄວາມ​ວຸ້ນ​ວາຍ​ຂອງ​ຄວາມ​ຂັດ​ແຍ້ງ​
ດ້ານການຄ້າ ລະຫວ່າງ ສະຫະລັດ ກັບ ຈີນ ແລະ ໄດ້ປະເຊີນກັບໄພຂົ່ມຂູ່ ກ່ຽວກັບ
ການລົງໂທດດ້ານການເງິນ ໃນຜະລິດຕະພັນ ທີ່ເຮັດໃນ ຈີນ ແລ້ວສົ່ງມາຂາຍຢູ່ ສະ
ຫະລັດ.

ໃນ​ຕົ້ນ​ເດືອນນີ້, ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ທ​ຣຳ ໄດ້​ກ່າວ​ວ່າ ທ່ານ​ຈະ​ຕັດ​ສິນ​ໃຈ
ວ່າ ຈະເກັບພາສີສິນຄ້າ ມູນຄ່າ 300 ຕື້ໂດລາກັບລັດຖະບານ ປັກກິ່ງ ອີກຫຼືບໍ່ ຫຼັງຈາກ
ທ່ານພົບປະກັບປະທານປະເທດ ທ່ານ ສີ ຈິ່ນຜິງ ທີ່ກອງປະຊຸມກຸ່ມ G-20 ໃນທ້າຍອາ
ທິດນີ້.

​ໂດຍ​ອ້າງແຫຼ່ງ​ຂ່າວ​ທີ່ບໍ່​ອອກ​ຊື່, ​ອົງ​ການ​ທົບ​ທວນ​ຂອງ​ບໍ​ລິ​ສັດ Nikkei Asian ໄດ້​ລາຍ​
ງານໃນອາທິດທີ່ຜ່ານມາວ່າ ບໍລິສັດ Apple ມີແຜນທີ່ຈະຍ້າຍການຜະລິດ ເພື່ອຫຼີກ
ລ່ຽງໄພຂົ່ມຂູ່ນັ້ນ. ອີງຕາມລາຍງານດັ່ງກ່າວ, ບໍລິສັດ Apple ໄດ້ຂໍໃຫ້ຜູ້ປະກອບໂທ
ລະສັບ Iphone ທີ່ສຳຄັນຂອງເຂົາເຈົ້າ ລວມມີ ບໍລິສັດ Foxconn Technology,
Pegatron ແລະ Wistron ປະເມີນຄ່າໃຊ້ຈ່າຍ ໃນການຍ້າຍໂຮງງານປະກອບໂທລະ
ສັບຂອງເຂົາເຈົ້າ, ເຊິ່ງແມ່ນຜູ້ຜະລິດໂທລະສັບ Iphone ທີ່ສົ່ງມາຂາຍຢູ່ ສະຫະລັດ
ໃນ ຈີນ, ຫາປະເທດ ເອເຊຍຕາເວັນອອກສຽງໃຕ້ອື່ນໆ.

ບໍ​ລິ​ສັດ Apple ຍັງບໍ່​ໄດ້​ອອກ​ມາ​ໃຫ້​ຄຳ​ເຫັນ​ຢ່າງ​ເປັນ​ການ​ເປີດ​ເຜີຍ​ໃດໆ ກ່ຽວ​ກັບ
ລາຍງານດັ່ງກ່າວ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG